ຫຼາກຫຼາຍສີສັນໃນໝາກໄມ້ໜ່ວຍໜຶ່ງ

ແຫຼ່ງຂ່າວ:CHAMPA   |    2024-10-09 17:30:39

 

ທີ່ຢູ່​: ຮ້ານນໍ້າປັ່ນ “ນິວຄາຊາຊາ” ເມືອງປົກຄອງຕົນເອງເຜົ່າໄທລື້ເຜົ່າລາຮູູ້ເຜົ່າວາເມືອງເມິ້ງລຽນ (Menglian)

ຈອກກາເຟໝາກອາໂວກາໂດທີ່ປະກອບດ້ວຍສາມຊັ້ນ—ກາເຟ, ນົມງົວ ແລະ ໝາກອາໂວກາໂດປັ່ນ. ກອຍໃຫ້ທົ່ວໆກັນແລ້ວດື່ມ, ລົດຊາດແມ່ນຫວານ, ເຂັ້ມຂຸ້ນ ແລະ ກ້ຽງ.

ມາຮອດຮ້ານນ້ຳປັ່ນທີ່ຍອດນິຍົມໃນອິນເຕິເນີດ “ນິວຄາຊາຊາ” ທີ່ຕັ້ງຢູ່ເມືອງປົກຄອງຕົນເອງເຜົ່າໄທລື້ເຜົ່າລາຮູ້ເຜົ່າວາເມິ້ງລຽນ, ດື່ມນ້ຳປັ່ນໝາກອາໂວກາໂດມີປະເພດຕ່າງໆເຮັດໃຫ້ຄົນຢາກຢຸດແຕ່ຢຸດບໍ່ໄດ້.

ໝາກອາໂວກາໂດເປັນວັດຖຸດິບປຸງແຕ່ງອາຫານທີ່ພົບເຫັນເປັນປະຈຳໃນປະເທດເຊັ່ນ: ລາວ ແລະ ມຽນມາ ເຊິ່ງນຳໃຊ້ເປັນວັດຖຸດິບປະສົມໃນນ້ຳໝາກໄມ້ ແລະ ຂອງຫວານ. ສິ່ງທີ່ພວກເຮົາຄາດຄິດບໍ່ໄດ້ກໍຄືຢູ່ເມືອງ​ເມິ້ງລຽນທີ່ມີຊາຍແດນຕິດກັບປະເທດມຽນມາ, ມີວິທີການກິນໝາກອາໂວກາໂດຫຼາຍຢ່າງຄື: ຊອຍໝາກອະໂວກາໂດເປັນແຜ່ນບາງໆ, ຈ້ຳແຈ່ວວະຊະບິຫຼືນ້ຳເຜິ້ງ, ຮູ້ສຶກແມ່ນອ່ອນນຸ້ມ ແລະ ມີນໍ້າມັນ, ມີລົດຊາດຄ້າຍຄືຕັບຫ່ານ; ທ່ານ ລອງເວີຍ (Long Wei) ຍັງໄດ້ຊີມນ້ຳຫວານອາໂວກາໂດເປັນຄັ້ງທຳອິດ, ຄຸກກີ້ອາໂວກາໂດ, ພິຊຊ່າອາໂວກາໂດ.

ທ່ານນາງ ວາງແຢ້ນ (Wang Yan) ຜູ້ອຳນວຍການໃຫຍ່ບໍລິສັດຕ່ອງໂສ້ສະໜອງສິນຄ້າກະສິກຳເມືອງເມິ້ງລຽນຈຳກັດກ່າວວ່າ: ສູນຈໍລະຈອນສິນຄ້າແຊ່ເຢັນໝາກໄມ້ ແລະ ຜັກສົດເມືອງເມິ້ງລຽນໄດ້ສ້າງສຳເລັດ ແລະ ເປີດນຳໃຊ້ໃນທ້າຍປີ 2022, ສາຍຜະລິດແປ້ງໝາກອາໂວກາໂດ ແລະ ເຄື່ອງດື່ມໝາກອາໂວກາໂດກຽມຈະປະຕິບັດງານແບບທົດລອງໃນທ້າຍເດືອນ ມີນາ ປີນີ້.

ເປັນຫຍັງໝາກໄມ້ນ້ອຍໆໜ່ວຍໜຶ່ງສາມາດຜະລິດເປັນຜະລິດຕະພັນປະເພດຕ່າງໆ, ເມືອງເມິ້ງລຽນໄດ້ສຳເລັດເຮັດແນວໃດ? ພວກເຮົາຕົກລົງໄດ້ຄົ້ນພົບຄຳຕອບຢູ່ສວນໝາກໄມ້.

  

 

ທີ່ຢູ່​:ສະຖານທີ່ປູກໝາກອາໂວກາໂດບ້ານມາງຊິນ​ (Mangxin)ຕາແສງມາງຊິນ(Mangxin)ເມືອງເມິ້ງລຽນ

 

ຢູ່ເທິງຕົ້ນໝາກໄມ້ແຄມທາງ, ດອກໄມ້ສີເຫຼືອງອ່ອນບໍ່ໃຫຍ່ປານໃດບໍ່ດຶງດູດສາຍຕາ, ທ່ານ ຈ້າວຊືມິນ(Zhao Shimin) ຮອງຜູ້ອຳນວຍການໃຫຍ່ບໍລິສັດຊີວະພາບລຸ້ຍຢິນພູເອີຈຳກັດໄດ້ເວົ້າວ່າ, ນີ້ກໍແມ່ນດອກອາໂວກາໂດ.

ດອກໄມ້ເບັ່ງບານແລ້ວກໍມີໝາກອາໂວກາໂດເຕີບໃຫຍ່ຂຶ້ນ, ຕົ້ນໝາກອາໂວກາໂດຕົ້ນໜຶ່ງສາມາດເປັນໝາກໄດ້ 1.300 ກວ່າໜ່ວຍຕໍ່ປີ. ສໍາລັບຜູ້ບໍລິໂພກຂອງຈີນຄິດວ່າ, ເມື່ອທຽບໃສ່ໝາກອາໂວກາໂດທີ່ນຳເຂົ້າຈາກຕ່າງປະເທດທີ່ຕ້ອງເດີນເຮືອເປັນເວລາ 30 ວັນຂຶ້ນໄປແລ້ວ, ໝາກອາໂວກາໂດຂອງເມືອງເມິ້ງລຽນສຸກຢູ່ເທິງຕົ້ນ, ມັນມີວັດຖຸແຫ້ງ(Dry matter)ອຸດົມສົມບູນກວ່າ ແລະ ມີລົດຊາດທີ່ບໍລິສຸດໜາແໜ້ນກວ່າ.

ປີ 2007, ທ່ານ ​ສີເຈ່ຍຈູ້ (Qi Jiazhu) ຜູ້ອຳນວຍການໃຫຍ່ບໍລິສັດຊີວະພາບລຸ້ຍຢິນພູເອີຈຳກັດໄດ້ປູກຕົ້ນອາໂວກາໂດຕົ້ນທຳອິດຢູ່ເມືອງເມິ້ງລຽນ. ເຖິງວ່າສະພາບດິນຟ້າອາກາດ ແລະ ເງື່ອນໄຂດິນແດນເມືອງເມິ້ງລຽນເໝາະສົມກັບການເຕີບໃຫຍ່ຂອງຕົ້ນອາໂວກາໂດທີ່ສຸດ, ແຕ່ຢາກໃຫ້ມັນ “ເຕີບໃຫຍ່ຂະຫຍາຍຕົວ” ຢ່າງແທ້ຈິງຢູ່ແຫ່ງນີ້, ບໍລິສັດຊີວະພາບລຸ້ຍຢິນພູເອີຈຳກັດໄດ້ຄົ້ນຄວ້າເປັນ 10 ກວ່າປີໃນດ້ານເພາະພັນ, ປູກ ແລະ ການເຜີຍແຜ່ເຕັກນິກອື່ນໆທີ່ກ່ຽວຂ້ອງ.

ຊື່ວິເຊັດຂອງທ່ານຈ້າວຊືມິນແມ່ນ “ຢົວລີຜູ້ຄອງຄອຍ”, ຢົວລີແມ່ນຊື່ຫຼິ້ນຂອງລາວສໍາລັບອາໂວກາໂດ. ມີຄຳເວົ້າແຫ່ງໜຶ່ງຂອງລາວເຮັດໃຫ້ພວກເຮົາມີຄວາມປະທັບໃຈຢ່າງເລິກເຊິ່ງ, ທ່ານກ່າວວ່າ: ປະຊາຊົນເຂດນັ້ນຈາກການບໍ່ຮູ້ວ່າໝາກອາໂວກາໂດແມ່ນຫຍັງ, ບໍ່ເຊື່ອວ່າຈະສ້າງຄວາມຮັ່ງມີດ້ວຍການປູກໝາກອາໂວກາໂດ, ຈົນຮອດປັດຈຸບັນລາຍຮັບສະເລ່ຍຕໍ່ຫົວຄົນໄດ້ເພີ່ມຂຶ້ນຫຼາຍເທົ່າ, ຫຼາຍຄົນໄດ້ກາຍເປັນນັກວິຊາການຊຳນານແລ້ວ”.

ຍ່າງໄປໃນລະຫວ່າງຕົ້ນໝາກອາໂວກາໂດ, ພວກເຮົາຍັງໄດ້ຍິນຄໍາສັບທີ່ມີຄວາມສະໜຸກເປັນຈໍານວນໜຶ່ງ. ຕົວຢ່າງວ່າ, ອາໂວກາໂດມີກອງບັນຊາການ. ກອງບັນຊາການການກໍ່ສ້າງໂຄງການພັດທະນາໝາກອາໂວກາໂດ“ໜຶ່ງເມືອງ ໜຶ່ງອຸດສາຫະກຳ” ຂອງເມືອງເມິ້ງລຽນ, ເຊິ່ງໄດ້ຈັດສັນກຳລັງຂອງພາກສ່ວນຕ່າງໆຂອງເມືອງເມິ້ງລຽນເພື່ອຮັບໃຊ້ອຸດສາຫະກຳປູກຕົ້ນໝາກອາໂວກາໂດ, ວຽກງານຈຸດສຸມໄດ້ຈາກການປູກຕົ້ນໄມ້ໃຫ້ໝາກຂະຫຍາຍໄປສູ່ລະບົບປຸງແຕ່ງ ແລະ ການພັດທະນາແບບເຊື່ອມໂຍງລະຫວ່າງອຸດສາຫະກຳທີ 1(ກະສິກຳ), ອຸດສາຫະກຳທີ 2(ອຸດສາຫະກຳ) ແລະ ອຸດສາຫະກຳທີ 3(ການບໍລິການ).

ຍັງມີ “ບ້ານ Freshippo”. ເມືອງເມິ້ງລຽນກັບສັບພະສິນຄ້າການຄ້າຂາຍຍ່ອຍໃຫມ່ຂອງຈີນ—Freshippo ໄດ້ຈັດການຮ່ວມມື. ບ້ານມາງຊິນເມືອງເມິ້ງລຽນເປັນ “ບ້ານ Freshippo” ທີ່ສະໜອງໝາກອາໂວກາໂດບ້ານທຳອິດຂອງຈີນ, ທ່ານ ໂຮຢຸ້ຍ(HouYu)ນັກທຸລະກິດຈັດຊື້ໝາກໄມ້ສຳລັບບໍລິສັດ Freshippo ກ່າວວ່າ, ໝາກອາໂວກາໂດເມືອງເມິ້ງລຽນຈາກການເກັບໄປເຖິງຄອບຄົວລູກຄ້າຕົວເມືອງໃຫຍ່ຕ່າງໆຂອງຈີນຕ້ອງໃຊ້ເວລາພຽງແຕ່ 72 ຊົ່ວໂມງເທົ່ານັ້ນ. ຜະລິດຕະພັນເຊັ່ນ:ອາໂວກາໂດພ້ອມກິນກັບມີຊຸດວັດຖຸດິບ, ນົມສົ້ມ, ກະແລັມ, ແລະ Dorayaki ທີ່ມີລົດຊາດອາໂວກາໂດ ແມ່ນເປັນທີ່ນິຍົມຫຼາຍຂອງຜູ້ບໍລິໂພກ.

ເນື້ອທີ່ປູກໝາກອາໂວກາໂດຢູ່ເມືອງເມິ້ງລຽນມີຫຼາຍກວ່າ  6.666ເຮັກຕາ, ມີ 25.000 ຄົນຫຼາຍກວ່າ 7.000 ຄອບຄົວເຂົ້າຮ່ວມການປູກຝັງ. ເມື່ອອອກຈາກເມືອງເມິ້ງລຽນ, ປອ. ລອງເວີຍນັດກັນກັບທຸກຄົນພົບກັນໃໝ່ໃນເທື່ອໜ້າ, ລາວຫວັງວ່າໂດຍຜ່ານການຮ່ວມມືດ້ານກະສິກຳລະຫວ່າງແຂວງຢຸນນານກັບມຽນມາ, ໝາກອາໂວກາໂດຂອງມຽນມາສາມາດສ້າງລົດຊາດທີ່ມີສີສັນຫຼາກຫຼາຍ.

ຫຼາກຫຼາຍສີສັນໃນໝາກໄມ້ໜ່ວຍໜຶ່ງ