ການສົ່ງຕໍ່ສືບທອດ ແລະ ຍິດໝັ້ນຮັກສາເຮືອມັງກອນຮ້ອຍປີ
ຫາງຂອງມັງກອນຫງາຍຂຶ້ນ, ຫົວມັງກອນອ່ຽງໄປທາງໜ້າ, ຕົວເຮືອຕົບແຕ່ງດ້ວຍຫໍສາລາຕ່າງໆ ແລະ ສີສັນຂອງທຸງຫຼາຍສິບກໍຄືກັບສີຂອງຕົວເຮືອ, ນາຍທ້າຍໃຊ້ຕີນຢຽບເທິງກະດານເຮືອ, ບັນຊາຝີພາຍ, ບັນດາຝີພາຍຮ້ອງປະໂຫຍກສັນຍານ, ພະລັງ ແລະ ຈິດວິນຍານທີ່ເຕັມປ່ຽມ, ທີມດົນຕີເທິງເຮືອກໍບັນເລງເພງສະເພາະພ້ອມທັງມີການສະແດງປະກອບ. ເຮືອຈຳນວນຫຼາຍປ່ອຍພ້ອມກັນ, ບາງເທື່ອກໍຕາມຕິດໜ້າຫຼັງ, ບາງເທື່ອກໍໄປມາຊ້າຍຂວາ, ບາງເທື່ອກໍໝູນຫົວ
ກັບ, ບາງເທື່ອກໍໝູນກັບໄຂວ່ກັນ, ປ່ຽນແປງຮູບແບບຫຼາຍຮ້ອຍຫຼາຍພັນທ່າ, ການສະແດງທີ່ປະສົມປະສານຄວາມງົດງາມ ແລະ ພະລັງເຂົ້າໄວ້ນຳກັນເຮັດໃຫ້ຂ້ອນຂ້າງເປັນຕາເບິ່ງ. ວັນທີ 7 ຫາ 10 ມິຖຸນາ, ໃນນາມທີ່ເປັນກິດຈະກຳພື້ນເມືອງຂອງບຸນຕ່ວນອູ(Duanwu), ການສະແດງເຮືອມັງກອນຫຼົວຕ້ຽນ (Luodian) ຂອງເຂດປາວຊານ (Baoshan) ນະຄອນຊຽງໄຮ ທີ່ມີປະຫວັດສາດການສືບທອດມາສີ່ຮ້ອຍກວ່າປີ, ໄດ້ຂີ່ລົມປະທະຄື້ນອອກມາຈາກຮ່ອມເລິກຂອງເມືອງບູຮານ, ມອບງານລ້ຽງອັນວິຈິດຕາໃຫ້ແກ່ຜູ້ຊົມ.
ໃຫ້ເຮືອມັງກອນກັບສູ່ແມ່ນໍ້າ
ກ່ຽວກັບຕຳນານເລື່ອງເລົ່າຂອງເຮືອມັງກອນ, ເດັກນ້ອຍຂອງຄອບຄົວຈາງ (Zhang) ຮູ້ມາເກືອບວ່າແຕ່ຕອນຍັງນ້ອຍແລ້ວ. ອີງຕາມສິ່ງທີ່ຜູ້ອາວຸໂສຢູ່ຫຼົວຕ້ຽນ (Luodian)ເວົ້າ, 400 ປີກ່ອນ, ເມື່ອຮ້ານຄ້າຢູ່ຫຼົວຕ້ຽນຫຼາຍຂຶ້ນມາ,ກໍມີພໍ່ຄ້າຜູ້ໜຶ່ງຍ້າຍເອົາເຮືອມັງກອນທີ່ໄດ້ຮັບຄວາມນິຍົມຢູ່ພາຍໃຕ້ຂອງແມ່ນໍ້າຢາງຊີກຽງໃນເວລານັ້ນເຂົ້າມາ, ດຶງດູດໃຫ້ຊາວເຮືອເຂົ້າມາເບິ່ງຈຳນວນຫຼາຍ. ຕໍ່ມາ, ຫຼາຍຮ້ານຄ້າກໍຮ່ວມມືກັນເຊີນທີມເຮືອມັງກອນມາສະແດງ. ຊ່າງຫັດຖະກຳເຮືອໃນທ້ອງຖິ່ນກໍເລີ່ມເຮັດເຮືອມັງກອນ, ອີງໃສ່ປະສົບການທີ່ອຸດົມສົມບູນ, ເຮືອມັງກອນທີ່ເຮັດອອກມາກໍຍິ່ງດີຂຶ້ນໄປອີກ, ບວກກັບໃນທ້ອງຖິ່ນມີຜູ້ທີ່ຊຳນານການພາຍເຮືອຫຼາຍ, ເມື່ອປຽບທຽບກັບບ່ອນອື່ນແລ້ວ, ຝີມືໃນດ້ານການສະແດງກໍໄປໄກຍິ່ງກວ່າ, ຄ່ອຍໆມີຊື່ສຽງຂຶ້ນມາ.
ຜູ້ເຖົ້າ ຈາງຝູເສິງ (Zhang Fucheng)ເຄີຍຄິດຫວນຄືນວ່າ, ໃນຍາມຍັງນ້ອຍທ່າເຮືອແຕ່ລະແຫ່ງຂອງຫຼົວຕ້ຽນມີເລື່ອງເລົ່າເຮືອມັງກອນທີ່ຊື່ “ມັງກອນເຈັດສີ”, ໃນທຸກຄັ້ງຂອງການສະເຫຼີມສະຫຼອງບຸນຕ່າງໆເຊັ່ນບຸນຕ່ວນອູ(Duanwu) ເປັນຕົ້ນ, ສະພາການຄ້າທ້ອງຖິ່ນຈະອອກທຶນໃຫ້ຈັດງານຊຸມນຸມເຮືອມັງກອນ. ໃນງານຊຸມນຸມເຮືອມັງກອນທີ່ຈັດຕໍ່ເນື່ອງກັນຫຼາຍມື້, “ມັງກອນ”ແຕ່ລະໂຕກໍແຕ່ງໂຕໃໝ່ມຸ່ງໄປທາງໜ້າຕາມລຳດັບ, ເພື່ອດຳເນີນການສະແດງຕ່າງໆ. ຮ້ານຄ້າກໍຍາດເອົາໂອກາດສົ່ງເສີມການຂາຍ, ພໍ່ຄ້າຜູ້ຂາຍຍ່ອຍກໍມາໂຮມຊຸມນຸມກັນຢ່າງຄຶກຄື້ນ.
“ງານຊຸມນຸມເຮືອມັງກອນ” ຄັ້ງໜຶ່ງທີ່ເຮັດໃຫ້ຈາງຝູເສິງຮູ້ສຶກປະທັບໃຈຢ່າງເລິກເຊິ່ງແມ່ນປີ 1958. ເນື່ອງຈາກວ່າປ່ອຍປະລະເລີຍການບຳລຸງຮັກສາ, “ມັງກອນທັງເຈັດ” ຈຶ່ງເຫຼືອພຽງມັງກອນສອງລຳທີ່ຖືກຮັກສາໄວ້. ຈາງຝູເສິງຢືນຢູ່ປະຕູເຮືອນທີ່ຢູ່ໃກ້ແມ່ນ້ຳ, ແນມເບິ່ງເຮືອມັງກອນຂະໜາດໃຫຍ່ທີ່ມີບັນຍາກາດອັນຄຶກຄື້ນກຳລັງໝຸນວົນເປັນຮ້ອຍເປັນພັນເທື່ອໃນແມ່ນ້ຳອັນຄົດລ້ຽວ. ເຮືອມັງກອນສອງລຳນີ້ດຶງດູດຜູ້ຊົມເປັນຈຳນວນຫຼວງຫຼາຍ. ແມ່ຕົ້ມນ້ຳຊາໂຖໃຫຍ່ໆຕັ້ງແຕ່ເຊົ້າໆ, ວາງໄວ້ປະຕູເຮືອນ. “ຄົນທີ່ມາເບິ່ງການສະແດງເມື່ອຫິວນ້ຳ, ກໍມາຫາເພື່ອເອົານ້ຳດື່ມ.”ຈາງຝູເສິງເວົ້າວ່າ, ຄອບຄົວປະຊາຊົນຈຳນວນຫຼາຍທີ່ຢູ່ແຄມນ້ຳລ້ວນແຕ່ວາງໂຖນ້ຳໄວ້ຄືແນວນີ້.
ແຕ່ວ່າຫຼັງຈາກງານຊຸມນຸມເຮືອມັງກອນໃນປີ 1958 ນີ້, ເຮືອມັງກອນກໍຫາຍໄປຢ່າງງຽບໆຈາກສາຍຕາຂອງມວນຊົນ. ການຢຸດໄປຄັ້ງນີ້, ກໍແມ່ນ 35 ປີ. ຈົນມາຮອດຊຸມປີ 1990 ຂອງສະຕະວັດທີ 20, ຈາງຝູເສິງ ແລະ ອ້າຍກົກຂອງລາວຈາງຝູໝິນ (Zhang Fumin) ອ້າຍຄົນທີສອງຈາງຝູເອິນ (Zhang Fuen)ກໍຄິດຢາກສ້າງເຮືອມັງກອນ. ຝີມືສິລະປະການຜະລິດເຮືອມັງກອນຂະແໜງນີ້ມີຄວາມສ່ຽງທີ່ຈະສູນເສຍຫາຍໄປ, ອ້າຍນ້ອງຄອບຄົວຈາງກໍກັງວົນຢ່າງຍິ່ງ. ປຶກສຫາລືກັນຫຼາຍຄັ້ງ, ພວກເຂົາກໍຕັດສິນໃຈວ່າ “ຕ້ອງເຮັດໃຫ້ເຮືອມັງກອນຟື້ນຄືນໄປໃນແມ່ນ້ຳ”.
ຄົນສ້າງເຮືອ” ກາຍເປັນ “ຄົນພາຍເຮືອ”
ເມື່ອເຫັນທ່າທາງຂອງບັນດາຝີພາຍຊາວໜຸ່ມທີ່ພະຍາຍາມຢ່າງໜັກນັ້ນ, ຈາງກົວຈົງ(Zhang Guozhong) ກໍຄືກັບວ່າເຫັນຕົນເອງໃນຕອນນັ້ນ.
ປີ 1993, ຈາງຝູເສິງພໍ່ຂອງຈາງກົວຈົງໄດ້ອອກບຳນານດ້ວຍກຽດຕິຍົດ, ກໍຢູ່ບ້ານເຄື່ອນໄຫວໄປມາດ້ວຍການ “ສ້າງເຮືອມັງກອນ”. ຮອດມື້ນີ້, ລາວມີຄວາມຊົງຈຳກ່ຽວກັບລາຍລະອຽດຫຼາຍໆຢ່າງຍັງຄົງສົດໃໝ່. ເປັນຕົ້ນວ່າ, ເພື່ອສ້າງເຮືອມັງກອນ, ຈາງຝູເສິງ ແລະ ບັນດາລຸງໆກໍນຳເອົາເງິນທີ່ເກັບທ້ອນໄວ້ຫຼາຍປີຈຳນວນ 4 ໝື່ນຢວນອອກມາ, ເດີນທາງໄປຊູໂຈ່ວ (Suzhou) ແລະ ອີກຫຼາຍແຫ່ງຫຼາຍຕໍ່ເພື່ອຫາໄມ້ຄຸນນະພາບສູງ. ໃນການຜະລິດ, ພວກເຂົາປະຕິບັດຕາມວິທີບູຮານຢ່າງເຂັ້ມງວດ, ໃຊ້ໄມ້ກາລະບູນ(camphorwood) ທີ່ມີເນື້ອແຂງເຮັດເປັນໂຄງ, ນຳເອົາໄມ້ເຟີ (fir wood)ທີ່ຄຸນນະພາບດີສຸດມາເຮັດເປັນແຜ່ນກະດານເຮືອ.
ໜ້າວຽກທີ່ຈາງກົວຈົງໄດ້ຮັບກໍຄືການສ້າງຫາງມັງກອນ. ອາດເບິ່ງບໍ່ໂດດເດັ່ນ, ແຕ່ພັດແມ່ນຈຸດສຳຄັນຂອງການເຮັດເຮືອມັງກອນ. ພາຍໃຕ້ການຊີ້ນຳຂອງພໍ່, ລາວເກືອບວ່າ“ເຮັດໄດ້ເປັນຮູບຮ່າງພາຍໃນຄັ້ງດຽວ”, ນີ້ກໍເຮັດໃຫ້ລາວເຂົ້າໃຈວ່າຕົນເອງມີພອນສະຫວັນບາງຢ່າງ. ຫຼັງຈາກນັ້ນກໍຮີບເຮັດວຽກທັງເວັນທັງຄືນເກືອບ 3 ເດືອນ, ອ້າຍນ້ອງລຸງອາວອາຂອງຄອບຄົວຈາງກໍຮ່ວມແຮງກັນສ້າງ “ເຮືອມັງກອນຂຽວ”. ເຮືອມັງກອນຫຼົວຕ້ຽນທີ່ຫາຍໄປ 30 ກວ່າປີກໍກັບຄືນສູ່ສາຍຕາຂອງຜູ້ຄົນອີກຄັ້ງ.
ນັບແຕ່ປີ 2003, ຕາແສງຫຼົວຕ້ຽນກໍຟື້ນຄືນມາຈັດບຸນເຮືອມັງກອນ, ໃນກິດຈະກຳສະເຫຼີມສະຫຼອງງານບຸນຂອງທ້ອງຖິ່ນ “ເຮືອມັງກອນຂຽວ” ກໍມີບົດບາດທີ່ນັບມື້ນັບສຳຄັນ.
ຈາງກົວຈົງຈື່ວ່າ, ເວລານັ້ນໃນສວນສາທາລະນະຫຼົວຊີ (Luoxi) ທີ່ມີສຽງຄົນຟົດສະໜັ່ນ, ຄືກັບງານວັດອັນຄຶກຄື້ນທີ່ພໍ່ເຄີຍອະທິບາຍໃຫ້ຟັງ. ຈາງກົວຈົງກໍປະກົດໂຕເປັນຝີພາຍເປັນຄັ້ງທຳອິດ, ຈາກ “ຄົນສ້າງເຮືອ” ກາຍເປັນ “ຄົນພາຍເຮືອ”.ຈາງຖິງຢວນ (Zhang Tingyuan) ຜູ້ສືບທອດເຮືອມັງກອນຫຼົວຕ້ຽນເວົ້າວ່າ “ການພາຍເຮືອມັງກອນມີຮູບຊົງການຈັດຂະບວນຫຼາຍຮູບຫຼາຍແບບມີແບບຮູບຮ່າງໂຕ S, ຮູບຮ່າງແບບໂຕອັກສອນ 八, ຮູບຮ່າງສີ່ຫຼ່ຽມ ແລະອື່ນໆ, ຕ້ອງອາໄສການຮ່ວມມືກັນເປັນຢ່າງດີຂອງແຕ່ລະພາກສ່ວນໃນການພາຍເຮືອມັງກອນ. ຂ້ອຍແມ່ນຫົວເຮືອ, ບ່າໄຫຼ່ບັ້ນທ້າຍແອວຕ້ອງນອນລົງໄປພາຍໃນນ້ຳ, ແບບນີ້ຈຶ່ງເຮັດໃຫ້ຜູ້ຊົມຕື່ນເຕັ້ນສຸດໆ, ພວກເຮົາພາຍກໍມ່ວນຊື່ນ.”
ສືບຕໍ່ຂຽນເລື່ອງເຮືອມັງກອນ
ນັບແຕ່ປີ 2003 ທີ່ຕາແສງຫຼົວຕ້ຽນໄດ້ຟື້ນຄືນມາຈັດບຸນເຮືອມັງກອນ, ໃນກິດຈະກຳທຸກຄັ້ງຈາງກົວຈົງບໍ່ເຄີຍພາດ. ປີນີ້ກໍພິເສດຫຼາຍ, ພາຍໃຕ້ການລະດົມຄົນ ແລະການຈັດຕັ້ງຂອງໜ່ວຍງານທີ່ກ່ຽວຂ້ອງ, ຝີພາຍຊາວໜຸ່ມທີ່ເກີດຫຼັງປີ 1980, ປີ 1990 ກໍໄດ້ເຂົ້າຮ່ວມທີມສະແດງເຮືອມັງກອນນີ້.
ການມາເຖິງຂອງເລືອດໃໝ່, ເຮັດໃຫ້ຈາງກົວຈົງໄດ້ເຫັນຄວາມຫວັງວ່າມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸນີ້ທີ່ສືບທອດມາ 400 ກວ່າປີປະສານເຂົ້າກັບການດຳລົງຊີວິດ ແລະ ສະແດງໃຫ້ເຫັນໂສມໜ້າໃໝ່. “ສຳລັບຄົນໜຸ່ມແລ້ວ ການໃຊ້ເວລາຫຼາຍເດືອນໃນການສ້າງເຮືອມັງກອນລຳໜຶ່ງຍັງຖືວ່າມີລະດັບຄວາມຍາກຈຳນວນໜຶ່ງ, ອາດເລີ່ມຕົ້ນຈາກການເປັນຝີພາຍ, ບົ່ມເພາະຄວາມສົນໃຈຂອງພວກເຂົາຕໍ່ກັບເຮືອມັງກອນ.”
ຫູຈູຫົວ (Hu Zhuhua) ຝີພາຍຊາວໜຸ່ມທີ່ນັ່ງເທິງເຮືອ, ຮູ້ສຶກຕື່ນເຕັ້ນຟົດຟື້ນກັບສາກນີ້. “ໃນຕອນນັ້ນຄວາມຮູ້ສຶກທີ່ໄດ້ຮັບກຽດໃນການລວມກຸ່ມກັນນັ້ນໃນນາມທີ່ເປັນສະມາຊິກຜູ້ໜຶ່ງຂອງສູນວັດທະນະທຳຕາແສງຫຼົວຕ້ຽນ, ໃນວຽກງານຂອງລາວກໍໄດ້ມີໂອກາດໄດ້ທັກທາຍກັບໂຄງການມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຫຼາຍຄັ້ງ, ແຕ່ວ່າໂອກາດທີ່ໄດ້ສຳຜັດກັບປະສົບການແບບໃກ້ໆນີ້ພັດບໍ່ຫຼາຍ.
ກ່ອນລົງນ້ຳ, ລາວທີ່ໃສ່ໃຈລະມັດລະວັງກໍໄດ້ເກັບໄດ້ລາຍລະອຽດຈຳນວນໜຶ່ງຢ່າງບໍ່ຕັ້ງໃຈ. ຕົວຢ່າງວ່າ, ມີຝີພາຍເກົ່າທີ່ເຫັນວ່າໜວດເທິງຫົວມັງກອນຍາວເກີນໄປ, ຫຼັງຈາກແຊ່ນ້ຳກໍຈະເພີ່ມນ້ຳໜັກ, ກໍຈະເອົາເລື່ອຍມາຕັດອອກໃຫ້ຄວາມຍາວເໝາະສົມ. “ທຸກຄົນລ້ວນແຕ່ເຊື່ອມໂຍງຕົນເອງກັບເຮືອມັງກອນ, ກໍໄດ້ເພີ່ມພະລັງຂອງຊີວິດທີ່ຫຼາຍຍິ່ງຂຶ້ນໃຫ້ກັບມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ. ”
ຈາງກົວຈົງທີ່ຄອງຄອຍສະແດງສະເໜ່ຂອງເຮືອມັງກອນໃຫ້ຄົນໄດ້ເຫັນຫຼາຍຂຶ້ນນັ້ນໃນຊ່ວງມໍ່ໆນີ້ກໍຍຶດໝັ້ນພາກພຽນໃນສິ່ງໜຶ່ງກໍຄືການສ້າງແບບຈຳລອງເຮືອມັງກອນ .
ໄດ້ຮັບໜ້າທີ່ຄວາມຮັບຜິດຊອບຈາກພໍ່ , ລາວໄດ້ແກະສະຫຼັກແບບຈຳລອງເຮືອມັງກອນຢ່າງຕັ້ງໃຈຢູ່ໜ້າໂຕະຂອງລາວ. ນຳເອົາເຮືອມັງກອນທີ່ຍາວສິບປາຍແມັດມາຫຍໍ້ໃຫ້ເຫຼືອຂະໜາດໃນພື້ນທີ່ຫຼາຍສິບຊັງຕີແມັດ, ຂັດເງົາດ້ວຍຄວາມໃສ່ໃຈ ແລະ ແກະດ້ວຍລາຍລະອຽດ. “ເຮືອມັງກອນບໍ່ພຽງແຕ່ຢູ່ໃນນ້ຳ, ກໍຍັງສາມາດເຮັດເປັນຜະລິດຕະພັນສິລະປະຫຼືເປັນວັດຖຸທີ່ເຂົ້າໄປໃນຫ້ອງເຮືອນອາຄານ, ປະສານເຂົ້າໃນຊີວິດຂອງຜູ້ຄົນ”.
ດ້ວຍສອງມືທີ່ມີທັກສະ, “ເຮືອມັງກອນເຈັດສີສັນ” ທີ່ເຄີຍມີຊື່ສຽງຂອງຫຼົວຕ້ຽນກໍປະກົດຂຶ້ນອີກຄັ້ງ. ເຮືອມັງກອນ 7 ລຳຄືມັງກອນຂຽວ, ມັງກອນເຫຼືອງ, ມັງກອນຂາວ, ມັງກອນດຳ, ມັງກອນມ່ວງ, ມັງກອນຢົກ ແລະ ມັງກອນຄຳເບິ່ງຄືກັບມີຊີວິດ, ໃນນັ້ນບໍ່ດົນມານີ້ເຮືອມັງກອນສີບູຮານລຳໜຶ່ງໃນຂະໜາດຫຍໍ້ສ່ວນກໍຖືກຫໍເອກະສານນະຄອນຊຽງໄຮໃຫ້ຄວາມສຳຄັນ ແລະ ເກັບຮັກສາໄວ້.