ຄູ່ເມືອງກາເຟ

ແຫຼ່ງຂ່າວ:CHAMPA   |    2024-10-08 17:42:05

ບຸກຄະລິກກະພາບຂອງເມືອງແມ່ນເຊື່ອງໄວ້ໃນລົດຊາດກາເຟຂອງມັນ. ໃນສະບັບນີ້, ວາລະສານ ຈຳປາ ຂອງສູນການສື່ສານສາກົນພາກພື້ນອາຊີໃຕ້ ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານຈະພາທ່ານຜູ້ອ່ານທັງຫຼາຍໄປຮັບຮູ້ວັດທະນະທຳກາເຟຂອງສາມຕົວເມືອງຈີນ, ມາເບິ່ງວ່າຮ້ານກາເຟທີ່ເປັນຜະລິດຕະພັນທີ່ນຳເຂົ້າມາຈາກຕ່າງປະເທດນີ້ ປະກອບມີບຸກຄະລິກກະພາບຂອງຕົວເມືອງສະເພາະທີ່ມັນຕັ້ງຢູ່ແນວໃດ.

 

ນະຄອນຊຽງໄຮ: ກາເຟກາຍເປັນພາກສ່ວນໜຶ່ງຂອງວັດທະນະທຳຕົວເມືອງ

ໃນ​ຕົ້ນ​ສະຕະວັດ​ທີ 20, ປະເທດຈີນ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ສະ​ໄໝລະຫວ່າງຍຸກ​ເກົ່າ​ ແລະ​ ຍຸກ​ໃໝ່, ​ແລະ ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ໄດ້​ເກີດ​ຂຶ້ນ​ໃນດ້ານ​ວັດທະນະທຳ​ສັງຄົມ​ ແລະ ​ຄວາມ​ລຶ້ງເຄີຍຂອງການດຳລົງ​ຊີວິດ. ນະຄອນຊຽງໄຮເປັນໜຶ່ງໃນຕົວເມືອງທີ່ສຳຜັດກັບວັດທະນະທຳຕ່າງປະເທດກ່ອນໝູ່ທີ່ສຸດ, ໂດຍເປັນຜະລິດຕະພັນທີ່ນຳເຂົ້າມາຈາກຕ່າງປະເທດ, ກາເຟບໍ່ພຽງແຕ່ໄດ້ປ່ຽນວິຖີການດຳລົງຊີວິດຂອງຄົນເທົ່ານັ້ນ, ແຕ່ຍັງລວມເຂົ້າກັບວັດທະນະທຳອາຫານພື້ນເມືອງຂອງຊຽງໄຮອີກດ້ວຍ, ຈຶ່ງກາຍເປັນວັດທະນະທຳກາເຟທີ່ມີເອກະລັກສະເພາະ. ອີງ​ຕາມສະຖິຕິການ​ບັນ​ທຶກ, ກາ​ເຟ​ໄດ້​ປະ​ກົດ​ຢູ່​ຊຽງໄຮໃນ​ປີ 1844​. ປີ 1886, ຮ້ານກາເຟເຊີງຊາງ(Shengchang)ທີ່ຕັ້ງຢູ່​ເຂດຫົງເຂົາ (Hongkou)ນະຄອນຊຽງໄຮ ໄດ້​ກາຍ​ເປັນ​ຮ້ານກາເຟ​ທີ່ມີການ​ບັນ​ທຶກ​ອັນດັ້ງເດີມທີ່ສຸດ​ໃນທົ່ວຊຽງໄຮ​.

ໃນ​ເບື້ອງຕົ້ນ, ກາ​ເຟ​ໄດ້​ຖືກ​ນຳ​ໃຊ້​ພຽງ​ແຕ່​ເປັນ​ເຄື່ອງ​ດື່ມ​ທີ່​ຈຳ​ເປັນ​ໃນ​ການ​ເຕົ້າໂຮມຄົນໃນຄອບຄົວຂອງຊາວ​ຕ່າງ​ປະ​ເທດ​ທີ່ຢູ່​ນະຄອນ​ຊຽງ​ໄຮ. ຈົນມາຮອດຕົ້ນສະຕະວັດທີ 20, ກາເຟຈຶ່ງໄດ້ຮັບຄວາມນິຍົມລະຫວ່າງໃນຊາວຈີນ. ຮ້ານ​ກາ​ເຟ​ຊຽງ​ໄຮ​ໃນແຕ່ກ່ອນ ຍັງ​ໄດ້ສັກຂີ​ພິຍານ​ການ​ເກີດ​ຂອງ​ແນວ​ຄິດ​ໃໝ່ ແລະ​ ຜົນງານ​ໃໝ່​ຫຼາຍ​ຢ່າງ​ໃນ​ວົງ​ການ​ວັນນະຄະດີ​ ແລະ​ ສິລະ​ປະ. ນັກຂຽນທີ່ມີຊື່ສຽງ, ນັກສິລະປິນໜຸ່ມ, ນັກສະແດງ ແລະອື່ນໆກໍມັກມາຮ້ານກາເຟເລື້ອຍໆຄືກັນ.

ທ່ານ ຫຼູຊຸ້ນ(Lu Xun)ນັກວັນນະຄະດີຈີນເວົ້າວ່າ: "ຂ້ອຍບໍ່ແມ່ນຄົນທີ່ມີພອນສະຫວັນ, ພຽງແຕ່ແມ່ນໃຊ້ເວລາທີ່ຄົນອື່ນໄປດື່ມກາເຟມາເຮັດວຽກເທົ່ານັ້ນ." ປະ​ໂຫຍກ​ນີ້​ຍັງ​ຖືກ​ເວົ້າ​ເຖິງ​ໂດຍ​ຄົນຊູ່ມື້​ນີ້, ​ມັນກໍໄດ້ສ່ອງແສງໃຫ້​ເຫັນເຖິງ​ຄວາມ​ຮັກ​ຂອງ​ຄົນທີ່​ມີຕໍ່​ກາ​ເຟ​ໃນ​ເວ​ລາ​ນັ້ນ​. ນາງ ຕີ່ງຫຼິງ(Ding Ling) ອະດີດຫົວຫນ້າບັນນາທິການຂອງສິ່ງພິມທີ່ມີຊື່ສຽງໃນເວລານັ້ນ, ກໍມັກແປງບົດຄວາມຢູ່ໃນຮ້ານກາເຟເລື້ອຍໆ. ນັກ​ຂຽນທ່ານ ຖຽນຮັ້ນ(Tian Han)ຍັງ​ໄດ້​ສ້າງ​ບົດ​ລະຄອນ​ເລື່ອງ​ໜຶ່ງ “ຄໍ່າຄືນ​ໃນ​ຮ້ານ​ກາ​ເຟ” ໃຫ້​ແກ່​ກາ​ເຟ, ນີ້​ກໍ​ແມ່ນ​ຜົນງານທຳ​ອິດ​ທີ່ໄດ້ສະ​ແດງ “ບັນຍາກາດ​ຮ້ານ​ກາ​ເຟ” ຢູ່ໃນ​ວັນນະຄະດີ​ແບບໃໝ່. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ທ່ານ ຖຽນຮັ້ນ ຍັງ​ໄດ້​ປະກາດ​ວ່າ​ຈະ​ເປີດຮ້ານກາເຟຢູ່ໃນ​ຮ້ານ​ຂາຍ​ປຶ້ມ, ເຊິ່ງໄດ້ສົ່ງເສີມກະແສນິຍົມຂອງ “ກາເຟວັນນະຄະດີ”.

ຊຽງ​ໄຮ​ໃນ​ທຸກ​ມື້​ນີ້, ຮ້ານ​ກາ​ເຟ​ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ທີ່​ຜູ້​ຄົນ​ມາ​ດື່ມ​ ແລະ ​ເຕົ້າ​ໂຮມ​ກັນ​ເທົ່າ​ນັ້ນ, ມັນຍັງ​ເປັນ​ບ່ອນ​ເຕົ້າ​ໂຮມ​ແຟຊັນ ​ແລະ ວັດທະນະທຳ​ອີກ​ດ້ວຍ. ຮ້ານກາເຟຫຼາຍແຫ່ງຍັງສະເໜີອອກອຸປະກອນເສີມທີ່ມີລັກສະນະວັດທະນະທໍາ, ນໍາພາກະແສນິຍົມແຟຊັນຂອງຄົນໜຸ່ມ ແລະ ສົ່ງເສີມການພັດທະນາອຸດສາຫະກໍາຂອງວັດທະນະທໍາ. ຕາມ​ສະຖິຕິ, ​ໃນ​ປີ 2023 ​ໃນ​ນະຄອນ​ຊຽງ​ໄຮ​ລວມ​ມີ​ຮ້ານ​ກາ​ເຟ​ທັງ​ໝົດ 9.553 ຮ້ານ, ເຊິ່ງເປັນຕົວເມືອງທີ່ມີຮ້ານກາເຟຫຼາຍທີ່ສຸດໃນໂລກ. ທ່ານດື່ມກາເຟຈອກໜຶ່ງ, ສາມາດປະກອບມີລົດຊາດວັດທະນະທຳອັນເຂັ້ມຂຸ້ນໄດ້.

  

 

ນະຄອນຈຽງເໝິນແຂວງກວາງຕຸ້ງ: ຄວາມໂລແມນຕິກ ແລະ ຊີວິດປະຈໍາວັນໃນເຂດທີ່ມີຈີນຕ່າງດ້າວຫຼາຍ

7 ໂມງເຊົ້າ, ຮ້ານເຝີໄສ້(ອາຫານພື້ນເມືອງຂອງແຂວງກວາງຕຸ້ງ ທີ່ມີນົມເຂົ້າເປັນສ່ວນປະກອບຫຼັກ) ທີ່ເຊື່ອງຊ້ອນຢູ່ໃນເຂດຊຸມຊົນເກົ່າກໍເປີດແລ້ວ, ຄົນທີ່ລຸກນອນຕື່ນເຊົ້າເພື່ອໄປເຮັດວຽກກຳລັງເຂົ້າແຖວລໍຖ້າ. ໃນເວລານີ້, ກິ່ນຫອມກາເຟເຂັ້ມຂຸ້ນສົ່ງກິ່ນອອກມາຈາກຮ້ານໃກ້ຄຽງ ແລະ ປະສົມເຂົ້າກັບກິ່ນຫອມເຝີໄສ້.

ນະຄອນຈຽງເໝິນເປັນເຂດທີ່ມີຈີນຕ່າງດ້າວຫຼວງຫຼາຍທີ່ມີຊື່ສຽງຂອງຈີນ, ໃນສະໄໝລາຊະວົງຖາງ (ປີ 618 - ປີ 907) ແລະ ລາຊະວົງຊົ້ງ (ປີ 960 - ປີ 1279) ເປັນຕົ້ນມາ, ເພື່ອການທຳມາຫາກິນ, ມີປະຊາຊົນຍ້າຍຢ້າວຍ້າຍເຮືອນໄປຢູ່ຕ່າງປະເທດຢ່າງຕິດຕໍ່, ໃນຊຸມປີ 1860, ຊາວຈີນຕ່າງດ້າວຈຳນວນຫຼາຍທີ່ບ້ານເກີດດັ້ງເດີມຢູ່ນະຄອນຈຽງເໝິນກັບຄືນບ້ານເກີດຂອງຕົນເພື່ອຮັບໃຊ້ທັງຕອບບຸນແທນຄຸນປະເທດຊາດ. ເຂົາເຈົ້າຍັງໄດ້ນຳເອົາເຄື່ອງເຊັ່ນ: ເມັດກາເຟ, ໝໍ້ກາເຟ, ຈອກກາເຟ, ເຄື່ອງປັ່ນເມັດກາເຟ ແລະອື່ນໆຫຼາຍຢ່າງທີ່ເຂົາເຈົ້າໃຊ້ໃນຊີວິດປະຈຳວັນຢູ່ຕ່າງປະເທດກໍຄື: ອາເມລີກາ, ເມັກຊິໂກ, ເອີຣົບ ແລະ ອາຊີຕາເວັນອອກສ່ຽງໃຕ້ເປັນຕົ້ນ, ປ່ອນໃສ່ໃນກະເປົ໋າຕົນ ແລະ ນໍາກັບຄືນສູ່ນະຄອນຈຽງເໝິນ. ວັດທະນະທໍາກາເຟຂອງນະຄອນນີ້ມີປະຫວັດສາດຫຼາຍກ່ວາ 160 ປີ.

ຫຼັງຈາກປີ 2000, ຍ້ອນວ່າຊາວຈີນຕ່າງດ້າວນັບມື້ນັບຫຼາຍຂຶ້ນໄດ້ກັບຄືນສູ່ບ້ານເກີດຂອງຕົນເພື່ອເລີ່ມຕົ້ນເຮັດທຸລະກິດ, ກະແສນິຍົມກາເຟຄື້ນທີສອງໄດ້ຄ່ອຍໆເກີດຂຶ້ນໃນນະຄອນຈຽງເໝິນ.

ຢູ່ນະຄອນຈຽງເໝິນ, ຫຼາຍຄົນຈະກ່າວເຖິງຮ້ານໜຶ່ງຊື່ວ່າລົດສາມລໍ້ທີ່ເປີດໃນປີ 2016. ມັນໄດ້ເປີດຄັ້ງທຳອິດຢູ່ໃນລົດສາມລໍ້ຢູ່ຕໍ່ໜ້າບາເຫຼົ້າ, ຮ້ານນີ້ກາເຟອາເມລິກາໂນ້ທີ່ຂາຍໃນລາຄາ 8 ຢວນ, ແລະ ກາເຟອາເມລິກາໂນ້ເຢັນເພີ່ມ 1 ຢວນ, ໃນເວລານັ້ນ, ຊາວຈຽງເໝິນເລີ່ມຮູ້ວ່າກາເຟບໍ່ແມ່ນຜະລິດຕະພັນລະດັບສູງ, ເຊິ່ງບໍ່ແມ່ນພຽງແຕ່ທີ່ປະກົດຢູ່ໃນລະຄອນໂທລະພາບ ຫຼື ພາບການເຈລະຈາທຸລະກິດ, ສ່ວນເປັນເຄື່ອງດື່ມປະຈໍາວັນຂອງຄົນຄືດັ່ງກັບນໍ້າເຕົ້າຮູ້ທີ່ຂາຍໃນຮ້ານອາຫານເຊົ້າ.

ກະແສນິຍົມປະດິດສ້າງການງານທີ່ມີຄວາມໂລແມນຕິກໃນເມືອງຈຽງເໝິນເປັນເລື່ອງທຳມະດາທົ່ວໄປ. ກ່ອນທີ່ຈະກາຍເປັນເຈົ້າຂອງຮ້ານກາເຟ, ທ່ານ ເວີນເຊີນ(Wen Sen) ເປັນພະນັກງານສື່ມວນຊົນທີ່ຊຳນານງານຢູ່ໃນຂະແຫນງການລົດຍົນ, ເພາະວ່າບໍ່ຕ້ອງຢູ່ໃນຫ້ອງການທຸກໆມື້, ເວລາເຮັດວຽກລາວມັກເລາະຫຼິ້ນຢູ່ຮ້ານກາເຟຕ່າງໆ. ແທນທີ່ຈະວ່າລາວຕ້ອງການຈອກກາເຟເພື່ອຊ່ວຍເຊີດຊູຈິດໃຈໃຫ້ລາວມີຄວາມຟົດຟື້ນນັ້ນ, ໜ້າຈະເວົ້າວ່າລາວຕ້ອງການສະຖານທີ່ເພື່ອໃຫ້ຄວາມຄິດຂອງລາວທ່ຽວເດີນໄປທຸກແຫ່ງຢ່າງບໍ່ມີເປົ້າໝາຍ, ເຊິ່ງນີ້ເຮັດໃຫ້ລາວເອົາໃຈໃສ່ຄວາມສໍາຄັນອັນໃຫຍ່ຫຼວງຕໍ່ການສ້າງພື້ນທີ່ຫຼັງຈາກເປີດຮ້ານກາເຟ.

“ເດືອນ ພະຈິກ ປີກາຍນີ້, ກ່ອນທີ່ລະດູໃບໄມ້ຫຼົ່ນມາເຖິງ, ທີ່ແຂວງກວາງຕຸ້ງ, ຂ້ອຍກັບແຂກທີ່ຮູ້ຈັກກັນດີຈຳນວນໜຶ່ງໄດ້ຊື້ຕຽງຊາຍຫາດມາວາງໄວ້ນອນຫຼິ້ນຢູ່ໜ້າຮ້ານ, ເມື່ອມີລູກຄ້າມາແລ້ວຈະຕົບຫົວປຸກຂ້ອຍຄ່ອຍໆ, ເພື່ອໃຫ້ຂ້ອຍຕື່ນເຂົ້າມາຮ້ານເຮັດກາເຟໃຫ້.” ທ່ານ ເວີນເຊີນ ເວົ້າວ່າ, ນີ້ແມ່ນສິ່ງທີ່ລາວຄິດວ່າເປັນສະຖານະທີ່ດີທີ່ສຸດຂອງຮ້ານກາເຟ, ບໍ່ມີຄົນດັງໃນອິນເຕີເນັດເຊັກອິນ, ບໍ່ມີລາຄາຕ່ຳເພື່ອດຶງດູດລູກຄ້າເຂົ້າຮ້ານຊົມເບິ່ງ ແລະ ບໍລິໂພກ, ມີພຽງແຕ່ດຶງດູດລູກຄ້າທີ່ມີຈິດໃຈດຽວກັນ.

  

 

ນະຄອນຮາປິນ (Harbin) ແຂວງໄຮຫຼົງຈ່ຽງ (Heilongjiang) : ກິ່ນອາຍຊີວິດຂອງ“ຮ້ານປີ້ງຕອນເຊົ້າ”

ກຸ່ມຜູ້ບໍລິໂພກຕົ້ນຕໍຂອງກາເຟຢູ່ຈີນແມ່ນຊາວໜຸ່ມ, ແຕ່ວ່າໃນເຂດຕາເວັນອອກສ່ຽງເໜືອຂອງປະເທດຈີນ, ມີຊາວໜຸ່ມຈຳນວນບໍ່ໜ້ອຍທີ່ຫຼັ່ງໄຫຼໄປທາງນອກ, ໄປເປີດຮ້ານກາເຟຢູ່ນັ້ນ, ທັງຍັງຍຶດໝັ້ນໃນຄຸນນະພາບ, ເປັນຄວາມແຕກຕ່າງໃນການລ່ອງເຮືອທວນກະແສນ້ຳ. ທ່ານ ຢາງຢູຊິນ(Yang Yuxin)ເຈົ້າຂອງຮ້ານກາເຟແຫ່ງໜຶ່ງໃນຮາປິນມັກໄປຮ້ານກາເຟທີ່ຢູ່ພາກໃຕ້ຂອງປະເທດຈີນເລື້ອຍໆ, ລາວຄົ້ນພົບວ່າ, ຮ້ານກາເຟຂອງພາກໃຕ້, ຕອນເຊົ້າພໍແຕ່ເປີດຮ້ານກໍຕ້ອນຮັບກະແສຂອງລູກຄ້າຄື້ນທຳອິດ, ຄື້ນນີ້ແມ່ນກຸ່ມພະນັກງານທີ່ຊື້ກາເຟຢ່າງຮີບດ່ວນແບບໄສ່ຖົງ. ຢູ່ຮາປິ່ນ, ກະແສລູກຄ້າກຸ່ມພະນັກງານແມ່ນບໍ່ມີ. ກະແສລູກຄ້າຂອງຮ້ານກາເຟຮາປິ່ນແມ່ນຕ້ອງຫຼັງຈາກຕອນທ່ຽງຈຶ່ງເລີ່ມເຂົ້າມາ.

ກາເຟຢູ່ຮາປິນຍັງບໍ່ຖືວ່າແມ່ນການບໍລິໂພກປະຈຳວັນ. ຄວາມເປັນຈິງແລ້ວ ນີ້ເຮັດໃຫ້ກາເຟຂອງຮາປິນທີ່ນອກຈາກກຸ່ມຜູ້ບໍລິໂພກແລ້ວ ຍັງມີອຸປະສັກອັນທີສອງກໍຄື ເມັດກາເຟທີ່ດີ. ສຳນັກງານໃຫຍ່ຂອງຫົວໜ່ວຍທຸລະກິດເມັດກາເຟສົດສ່ວຫຼາຍແມ່ນຢູ່ນະຄອນຊຽງໄຮ. ເມັດກາເຟທີ່ດີເມື່ອອອກມາກໍຖືກບັນດານະຄອນໃຫຍ່ໆທີ່ບໍລິໂພກກາເຟເຊັ່ນ: ຊຽງໄຮ, ຫາງໂຈ່ວ(Hangzhou), ຊູໂຈ່ວ(Suzhou),ໜານຈິ່ງ (Nanjing) ຍາດໄປໝົດຢ່າງວ່ອງໄວ. ໃນສະພາບແວດລ້ອມແບບນີ້, ຄົນຮາປິນທີ່ຮັກກາເຟຢ່າງແທ້ຈິງ, ເມື່ອໄດ້ເມັດກາເຟທີ່ດີກໍຄືກັບໄດ້ຂວັນໃຈ, ການຂົ້ວ ແລະ ດື່ມກາເຟລ້ວນແຕ່ຈິງຈັງ, ບໍ່ຢາກເຮັດໃຫ້ກາເຟດີໆຈອກນີ້ຜິດຫວັງ.

ບັນຍາກາດໃນຮ້ານກາເຟຮາປິນ, ກໍບໍ່ຄ່ອຍຄືກັບເຂດອື່ນ. ຕາມຖະໜົນໃຫຍ່ຂອງຮາປິນເຕັມໄປດ້ວຍຮ້ານປີ້ງ, ຕອນຄ່ຳເກືອບວ່າລ້ວນແຕ່ແມ່ນສະຖານທີ່ດື່ມເຫຼົ້າ, ສ່ວນຮ້ານກາເຟທີ່ເປັນພື້ນທີ່ພັກຜ່ອນຜ່ອນຄາຍແບບນີ້, ພັດຄຶກຄື້ນຄືກັບຮ້ານປີ້ງໃນຍາມເຊົ້າ.

ໃນຮ້ານກາເຟຂອງຮາປິນ, ສາມາດສຳຜັດໄດ້ເຖິງການແກ້ໄຂບັນຫາ ແລະ ອາລົມຕະຫຼົກໃນດ້ານດີທີ່ເປັນທຳມະຊາດຂອງຄົນຢູ່ທີ່ນັ້ນ. ຢູ່ຮາປິນ, ເກືອບວ່າບໍ່ມີພະນັກງານຫ້ອງການໃນຕົວເມືອງທີ່ຖືຈອກກາເຟຢ່າງຮີບຮ້ອນຍ່າງໄປຕາມຖະໜົນ, ຄຳອະທິບາຍຂອງຄົນຮາປິນກໍແມ່ນວ່າ “ຕົວເມືອງແຫ່ງນີ້ບໍ່ມີຄວາມກົດດັນຫຼາຍປານນັ້ນ, ຕ້ອງການພຽງແຕ່ຄວາມສຸກຂອງຊານົມຈອກໜຶ່ງເທົ່ານັ້ນ”.

ຄູ່ເມືອງກາເຟ