ລາຍການພາສາມື | ຂະບວນການ “ໝັກ” ເຕົາຮູ້

2024-09-23 15:50:51

ຕໍ່ກັບການແປຮູບອາຫານ, ຄົນຈີນມີແນວຄິດທີ່ບໍ່ຄືໃຜ. ເຕົາຮູ້ຢີ້, ແມ່ນໜຶ່ງໃນຜະລິດຕະພັນຖົ່ວເຫຼືອງໝັກທີ່ຖືກຄິດຄົ້ນຂຶ້ນຕັ້ງແຕ່ສະໄໝລາຊະວົງເວີ້ຍ ແລະ ລາຊະວົງຈິ້ນຂອງຈີນ (ຄ.ສ. 220 – 420), ມັນແມ່ນເຄື່ອງປຸງລົດ ແລະ ເຄື່ອງຄຽງທີ່ເຮັດມາຈາກຖົ່ວເຫຼືອງ, ໂດຍການນໍາຖົ່ວເຫຼືອງໄປບົດໃຫ້ເປັນນໍ້າແລ້ວເຮັດໃຫ້ເປັນກ້ອນ, ຈາກນັ້ນກໍປ່ອຍໃຫ້ເກີດຈຸລິນຊີ ແລະ ບົ່ມໝັກໄວ້, ນີ້ແມ່ນອາຫານພື້ນບ້ານອັນເລີດລົດຂອງຈີນຕັ້ງແຕ່ໃດມາ.

ໃນຕອນເຊົ້າໆ, ທ້ອງຟ້າຫາກໍມີແສງອໍາໄພ, ຢູ່ຕາແສງສາງເຈ່ຍ (Changjie), ເມືອງຢົງພິງ (Yongping) ແຂວງຢຸນນານ, ຜູ້ມີສີມືໃນການເຮັດເຕົາຮູ້ຢີ້ໄດ້ເລີ່ມຊະລ້າງຖົ່ວເຫຼືອງ ແລະ ບົດຖົ່ວເຫຼືອງໃຫ້ເປັນນໍ້າ, ຈາກນັ້ນກໍນໍາເອົານໍ້າຖົ່ວເຫຼືອງທີ່ບົດໄດ້ໄປຕົ້ມໃນໝໍ້ຈົນຟົດ. ຄວາມຮ້ອນຈະເຮັດໃຫ້ໂພລີເປັບທາຍ (Polypeptide) ໃນໂປຕີນ (Protein) ຖົ່ວເຫຼືອງ ຄາຍຕົວ ແລະ ຢືດອອກ, ເຊິ່ງມັນຈະເກາະກ່າຍກັນເຮັດໃຫ້ໂປຕີນຈັບຕົວກັນເປັນກ້ອນ ແລະ ແຂງຕົວ.

ຕໍ່ຈາກນັ້ນກໍຈະເຂົ້າສູ່ຂັ້ນຕອນການເຮັດເຕົາຮູ້ກ້ອນ. ປະນໍ້າເຕົາຮູ້ໃຫ້ເຢັນ, ຈາກນັ້ນກໍຕື່ມນໍ້າສົ້ມແບບເຮັດພິເສດລົງໄປ, ຫຼັງຈາກຄົນ, ນໍ້າສົ້ມ ແລະ ໂປຕີນໃນນໍ້າເຕົາຮູ້ຈະເກີດປະຕິກິລິຍາ ແລະ ເກີດການແຂງຕົວ, ເປັນຜົນໃຫ້ນໍ້າໃນນໍ້າເຕົາຮູ້ຖືກຫຸ້ມຫໍ່ໄວ້ ແລະ ເກາະກັນເປັນຕ່ອນໆ, ນີ້ກໍຄືຮູບຮ່າງເບື້ອງຕົ້ນຂອງເຕົາຮູ້ຢີ້.

ຈາກນັ້ນກໍນໍາເຕົາຮູ້ທີ່ເກາະກັນເປັນຕ່ອນໆເທລົງໃນແມ່ພິມທີ່ເຮັດຈາກໄມ້, ໃຊ້ກ້ອນຫີນເຕັງ ເພື່ອປີບນໍ້າອອກ, ການໃຊ້ແຮງກົດເຕົາຮູ້ຢ່າງຕໍ່ເນື່ອງຈະເຮັດໃຫ້ເຕົາຮູ້ແໜ້ນຕິດກັນເປັນກ້ອນ. ສຸດທ້າຍໃຫ້ຕັດເຕົາຮູ້ເປັນກ້ອນໆ ໃນຂະໜາດທີ່ພໍດີບໍ່ນ້ອຍບໍ່ໃຫຍ່ຫຼາຍ, ແລ້ວຈັດລຽງກັນເປັນລະບຽບຕາກໄວ້ຢູ່ກາງເຮືອນ, ຫຼັງຈາກອາບແດດໜຶ່ງແດດເຕົາຮູ້ກໍຈະເລີ່ມຂະບວນການ “ບົ່ມ”.

ເຕົາຮູ້ໄດ້ສະໜອງສານອາຫານອັນອຸດົມສົມບູນໃຫ້ແກ່ການບົ່ມຈຸລິນຊີ, ເຊື້ອລາທີ່ຢູ່ພາຍໃນຈະຫຍ່ອຍສະຫຼາຍໂປຕີນ ແລະ ທາດອື່ນໆໃນເຕົາຮູ້, ເຊິ່ງຈະເຮັດໃຫ້ເກີດການປ່ຽນແປງທາງເຄມີ. ໃນຂະບວນການດັ່ງກ່າວ ເຊື້ອລາຈະເກາະກັນເປັນເສັ້ນໄຍ, ມັນຈະດູດຊຶມ ແລະ ປັບປ່ຽນສານອາຫານໃນເຕົາຮູ້, ເຊິ່ງນີ້ຈະກໍເກີດເປັນລົດຊາດ ແລະ ເນື້ອສໍາພັດທີ່ມີເອກະລັດສະເພາະ.

ຫຼັງຈາກບົ່ມແລ້ວໆ, ກໍນໍາເຕົາຮູ້ກ້ອນນ້ອຍໆທີ່ບົ່ມແລ້ວມາປະສົມກັບເກືອ, ໝາກເຜັດຜົງ, ພິກໄທຜົງ, ຢີ້ຫຼາຜົງ, ແຜ່ນຂີງຕາກແຫ້ງ, ນໍ້າມັນຄາໂນລາ ( Canola ), ເຫຼົ້າຂາວ ແລະ ເຄື່ອງປຸ່ງອື່ນໆ, ຫຼັງຈາກຄ່ອຍໆຄົນໃຫ້ເຂົ້າກັນແລ້ວ ກໍນໍາໄປໃສ່ໄວ້ໃນຂວດໂຫຼ, ປິດຝາໃຫ້ແໜ້ນແລ້ວໝັກໄວ້ຢ່າງໜ້ອຍເຄິ່ງປີຈຶ່ງຈະກິນໄດ້. ໃນໄລຍະນີ້, ກົດອະນີໂມ ແລະ ທາດເຫຼົ້າຈະເກີດປະຕິກິລິຍາແລ້ວ ກາຍເປັນແອັດສເທີ (Ester) ລວມເຖິງທາດອື່ນໆ ທີ່ຈະກໍ່ເກີດເປັນລົດຊາດອັນມີເອກະລັກຂອງເຕົາຮູ້ຢີ້.

ຢູ່ເທິງໂຕະອາຫານ, ມີເຂົ້າຮ້ອນໆຖ້ວຍໜຶ່ງກິນກັບເຕົາຮູ້ຢີ້ກ້ອນສີແດງໆທີ່ສົ່ງກິ່ນຫອມເຕະດັງ, ລຽບງ່າຍແຕ່ລົດຊາດເກີນຂະນາ. ໃຊ້ໄມ້ຖູ່ຄ່ອຍໆຄີບເຕົາຮູ້ຢີ້ຂຶ້ນມາກ້ອນໜຶ່ງ, ເນື້ອຕຽນໆລະລາຍໃນປາກ, ສິ່ງທີ່ຕາມມາແມ່ນລົດຊາດເຄັມປົນຫວານໜ້ອຍໜຶ່ງ ແລະ ແຊມດ້ວຍກິ່ນຫອມເຫຼົ້າອັນເປັນເອກະລັກຂອງເຄື່ອງໝັກ, ໃນທັນໃດຕ່ອມຮັບລົດໄດ້ຖືກປຸກໃຫ້ຕື່ນ, ເຮັດໃຫ້ຄົນຈະເລີນອາຫານ. ເຖິງວ່າອາຫານສາມັນປະຈໍາບ້ານແບບນີ້ຈະບໍ່ໂດດເດັ່ນ, ແຕ່ມັນເປັນລົດຊາດທີ່ຄຸ້ນເຄີຍ, ເຮັດໃຫ້ຄົນໄຄ່ຫາ.

ລາຍການພາສາມື | ຂະບວນການ “ໝັກ” ເຕົາຮູ້