ລາຍການພາສາມື | “ລວມເລື່ອງລາວໄວໜຸ່ມຈີນ - ອາຊຽນ” ໄດ້ເລີ່ມບັນຍາຍຢູ່ ສປປ ລາວ
ວັນທີ 24 ເດືອນສິງຫານີ້, ກິດຈະກໍາລວມເລື່ອງລາວໄວໜຸ່ມຈີນ - ອາຊຽນ “I Show ASEAN” ແລະ ກິດຈະກໍາລົງຢ້ຽມຢາມ ທັດສະນະສຶກສາໂຄງການຕ່າງປະເທດຂອງລັດວິສາຫະກິດຈີນໄດ້ຈັດຂຶ້ນທີ່ແຂວງຫຼວງພະບາງ ສປປ ລາວ. ກິດຈະກໍາດັ່ງກ່າວລິເລີ່ມໂດຍສູນໂຄສະນາວັດທະນະທໍາຂອງກຸ່ມການສື່ສານສາກົນຈີນ (China International Communications Group, CICG), ຈັດຕັ້ງປະຕິບັດໂດຍ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ (CSG). ແລະ ມີເນັດໄອດໍ ແລະ ນັກຂ່າວຈາກສື່ຕ່າງປະເທດເຂົ້າຮ່ວມງານ, ຈຸດປະສົງກໍເພື່ອນໍາໃຊ້ການທັດສະນະຢ້ຽມຢາມໜ່ວຍງານ ແລະ ໂຄງການຕ່າງໆ, ເພື່ອລົງເລິກສໍາຫຼວດການປະກອບສ່ວນທີ່ພົ້ນເດັ່ນຂອງລັດວິສາຫະກິດຈີນຕໍ່ການພັດທະນາເສດຖະກິດ - ສັງຄົມໃນທ້ອງຖິ່ນ ແລະ ປຸກລະດົມໃຫ້ໄວໜຸ່ມກະຕືລືລົ້ນເຂົ້າຮ່ວມການແລກປ່ຽນ ແລະ ຖອດຖອນບົດຮຽນດ້ານວັດທະນະທໍາລະຫວ່າງຈີນ - ອາຊຽນ.
ທ່ານ ຢູທ່າວ (Yu Tao) ຮອງຫົວໜ້າກຸ່ມການສື່ສານສາກົນຈີນ ໄດ້ກ່າວ ປາໄສຜ່ານທາງວິດີໂອ. ທ່ານ ລຽງຕ້າຈົ່ງ (Liang Dazong), ອັກຄະລັດຖະທູດທີ່ປຶກສາປະຈໍາສະຖານທູດແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ເຈົ້າໜ້າທີ່ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ, ນັກວິຊາການຈາກ ມະຫາວິທະຍາໄລແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງ ໄດ້ໃຫ້ກຽດເຂົ້າຮ່ວມກິດຈະກໍາ. ຈຸດຢ້ຽມຢາມແຫ່ງທໍາອິດ ແມ່ນ ໂຄງການຂອງບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນທີ່ຢູ່ລາວ,ພະນັກງານລາວມີສ່ວນຮ່ວມໃນການແບ່ງປັນເລື່ອງລາວໃນຖານະຕົວແທນໄວໜຸ່ມອາຊຽນ.
ກ່ອນໜ້ານີ້ນັກຂ່າວຈາກສໍານັກຂ່າວຊິນຮວາ, ເວັບໄຊປະຊາຊົນຈີນ ໜັງສືພິມປະຊາຊົນລາວ ແລະ ສື່ມວນຊົນຈາກພາກສ່ວນອື່ນໆຂອງລາວ; ນັກຂ່າວຈາກສໍານັກຂ່າວຊິນຮວາ, ເວັບໄຊປະຊາຊົນຈີນ ແລະ ສື່ມວນຊົນທາງການອື່ນໆຂອງຈີນ; ນັກວິຊາການຂອງມະຫາວິທະຍາໄລແຫ່ງຊາດລາວ ແລະ ອື່ນໆ ໄດ້ເດີນທາງໄປຢ້ຽມຢາມສໍາພາດສະຖານີໄຟຟ້າແສນສຸກ 115kV ທີ່ແຂວງຫຼວງພະບາງ. ກິດຈະກໍາຄັ້ງນີ້ ຈະຄອບຄຸມຢູ່ຕົວເມືອງ 4 ແຫ່ງ ຂອງປະເທດລາວ ແລະ ຫວຽດນາມ, ຈຸດໝາຍປາຍທາງຕໍ່ໄປແມ່ນ ບໍລິສັດລົງທຶນພະລັງງານໄຟຟ້າ ຫວຽດນານ-ຈີນ ແລະ ເຂື່ອນໄຟຟ້ານໍ້າຕົກສຽວຈົ່ງເຫີ ຫວຽດນາມ.