ຂ້າພະເຈົ້າສະຫຼອງບຸນໄຫວ້ພະຈັນຢູ່ຈີນ
ມື້ເພັງເດືອນ 8 ຕາມຈັນທະຄະຕິຈີນຂອງທຸກປີ ແມ່ນບຸນໄຫວ້ພະຈັນ ທີ່ເປັນບຸນປະເພນີຂອງຈີນ. ບຸນໄຫວ້ພະຈັນ ກໍເອີ້ນວ່າ: ເປັນບຸນດວງຈັນ ຫຼື ບຸນສາມັກຄີ ຊຶ່ງມີຄວາມມຸ່ງມາດປາຖະໜາໃຫ້ຄວາມສາມັກຄີ ແລະ ຄວາມຈົບງາມຂອງຊາວຈີນ. ບຸນໄຫວ້ພະຈັນປີນີ້ ພໍດີກົງກັບວັນທີ 17 ກັນຍາຕາມປະຕິທິນສາກົນ, ເນື່ອງໃນໂອກາດບຸນໄຫວ້ພະຈັນ ໄດ້ໝູນວຽນມາເຖິງ, ຊາວໜຸ່ມຕ່າງປະເທດທີ່ຢູ່ຈີນ ໄດ້ສຳຜັດກັບວັດທະນະທຳທີ່ເປັນມູນເຊື້ອຂອງຈີນ ພ້ອມທັງໄດ້ຮັບຮູ້ເຖິງຄວາມສາມັກຄີ ແລະ ຄວາມອົບອຸ່ນຢູ່ຈີນເຊັ່ນດຽວກັນ.
ເຮັດເຂົ້າໜົມໄຫວ້ພະຈັນ ທັງງາມທັງແຊບ
ເຮັດໜັງ, ຫໍ່ໄສ້, ປັ້ນເປັນກ້ອນ, ບີບເປັນລວດລາຍງາມຕາ. ຫວ່າງມໍ່ໆມານີ້, ນັກສຶກສາຕ່າງປະເທດ ທີ່ຮຽນຢູ່ມະຫາວິທະຍາໄລພາກຕາເວັນຕົກສ່ຽງໃຕ້ຂອງຈີນ ທີ່ຕັ້ງຢູ່ນະຄອນຈົ່ງກິ້ງ ໄດ້ເຮັດເຂົ້າໜົມໄຫວ້ພະຈັນດ້ວຍຕົນເອງ ໂດຍພາຍໃຕ້ການຊີ້ນຳຂອງຊ່ຽວຊານວິຊາການດ້ານເຂົ້າໜົມ. ຂະໜົມໄຫວ້ພະຈັນເຮັດສຳເລັດແລ້ວ, ທັງງາມທັງຫອມ.
ໃນມື້ບຸນໄຫວ້ພະຈັນ, ການກິນເຂົ້າໜົມໄຫວ້ພະຈັນ ເປັນໜຶ່ງໃນຮີດຄອງປະເພນີທີ່ມີມູນເຊື້ອອັນຍາວນານຂອງຈີນ. ເຂົ້າໜົມໄຫວ້ພະຈັນ ທີ່ເປັນຮູບວົງມົນ ເໝືອນດັ່ງດວງເດືອນເຕັມດວງເທິງຟ້າ. ນັບແຕ່ບູຮານນະການເປັນຕົ້ນມາ, ຊາວຈີນ ກໍຖືເອົາເຂົ້າໜົມໄຫວ້ພະຈັນ ເປັນສັນຍາລັກ ໃຫ້ແກ່ຄວາມສີລິມຸງຄຸນ ແລະ ຄວາມສາມັກຄີ. “ທ້າວ ສືຢີ້ ນັກສຶກສາຕ່າງປະເທດທີ່ຮຽນຂະແໜງວິຊາການສຶກສາ ສາກົນພາສາຈີນຂອງມະຫາວິທະຍາໄລພາກຕາເວັນຕົກສ່ຽງໃຕ້ຈີນ ກ່າວວ່າ: ນີ້ແມ່ນຂ້າພະເຈົ້າເຮັດເຂົ້າໜົມໄຫວ້ພະຈັນເປັນຄັ້ງທຳອິດ. ຂ້າພະເຈົ້າຮູ້ສຶກວ່າ: ມັນເປັນຕາແຊບ ແລະ ງາມອີ່ຫຼີ. ຂ້າພະເຈົ້າຫວັງວ່າ: ພໍ່ແມ່ຂ້າພະເຈົ້າ ຈະມີໂອກາດໄດ້ ຊິມເຂົ້າໜົມໄຫວ້ພະຈັນ ທີ່ຂ້າພະເຈົ້າເຮັດ.
ຢູ່ວິທະຍາໄລວິທະຍາສາດ ອິສຣາແອນ ແຂວງກວາງຕຸ້ງຈີນ, ທ່ານ ມາເຊໂລ ສາສະດາຈານພະແນກຟີຊິກສາດ ທີ່ມາຈາກອາກຊັງຕິນໄດ້ເຂົ້າຮ່ວມກິດຈະກຳສຳຜັດວັດທະນະທຳບຸນໄຫວ້ພະຈັນ ຂອງທາງມະຫາວິທະຍາໄລ. ທ່ານ ກ່າວວ່າ: “ຂ້ອຍມັກເຂົ້າຮ່ວມກິດຈະກຳແບບນີ້ຫຼາຍ, ພວກເຮົາຮຽນວິທີເຮັດເຂົ້າໜົມໄຫວ້ພະຈັນ ທີ່ເປັນມູນເຊື້ອຂອງເຂດເຕຈິວ ແລະ ຊົວທາວ, ຂ້ອຍມັກເຂົ້າໜົມໄຫວ້ພະຈັນຫຼາຍ.” ທ່ານ ກ່າວຕື່ມວ່າ: ຕົນມາຈີນໄດ້ 4 ປີແລ້ວ, ນີ້ແມ່ນເທື່ອທຳອິດທີ່ມີໂອກາດເຂົ້າຮ່ວມກິດຈະກຳເຮັດເຂົ້າໜົມໄຫວ້ພະຈັນ, ຕົນມັກວັດທະນະທຳຈີນ ແລະ ວັດທະນະທຳເຕຈິວ ແລະ ຊາວທາວຫຼາຍ.
ຢູ່ຈີນ, ເຂົ້າໜົມໄຫວ້ພະຈັນມີແບບກວາງຕຸ້ງ, ແບບຈ່ຽງຊູ, ແບບປັກກິ່ງ, ແບບເຕຈິວ, ແບບຢຸນນານ ແລະ ແບບຮົງກົງ. ໃນໄລຍະບຸນໄຫວ້ພະຈັນ, ຢູ່ທ້ອງຖິ່ນຕ່າງໆຂອງຈີນ, ຊາວໜຸ່ມຕ່າງປະເທດທີ່ຢູ່ຈີນທັງໄດ້ຊິມເຂົ້າໜົມໄຫວ້ພະຈັນແບບຕ່າງໆ ທີ່ຕົນເຮັດ, ທັງໄດ້ຟັງສຽງດົນຕີພິນບູຮານຈີນ ແລະ ມອບຖົງຫອມນ້ອຍໃຫ້ກັນແລະກັນນຳອາຈານ ແລະ ໝູ່ເພື່ອນຈີນ ພ້ອມທັງຮັບຮູ້ວັດທະນະທຳບຸນໄຫວ້ພະຈັນ ແລະ ສົ່ງຄຳອວຍພອນໃນມື້ບຸນພ້ອມກັນ.
ສຳຜັດກັບຮີດຄອງປະເພນີບຸນໄຫວ້ພະຈັນ ທັງມ່ວນທັງຄຶກຄັກ
ຫວ່າງມໍ່ໆມານີ້, ໃນກິດຈະກຳແລກປ່ຽນວັດທະນະທຳບຸນໄຫວ້ພະຈັນຊາວໜຸ່ມຈີນ ແລະ ຕ່າງປະເທດ ທີ່ຈັດຂຶ້ນຢູ່ນະຄອນຄຸນໝິງ ແຂວງຢຸນນານຈີນ, ທ່ານ ລົງເວີຍ ທີ່ເປັນຊາວໜຸ່ມຈາກມຽນມາ ໄດ້ຈັບເອົາເຈ້ຍຄຳທວາຍໃບໜຶ່ງ, ມັນໄດ້ຂຽນຄຳທວາຍໂຄມໄຟວ່າ: “ດອກໄມ້ຕ່າງໆຫ່ຽວແລ້ວມັນຈຶ່ງເບັ່ງບານ, ມັນຈະໄປເຖິງຄອບຄົວຕ່າງໆໃນໄລຍະບຸນໄຫວ້ພະຈັນ. ກີບດອກໄມ້ຄ້າຍຄືເສັ້ນຜົມກູດ, ມັນບໍ່ຢ້ານລົມເຢັນ ຝົນເຢັນ ຈັກເທື່ອ. ທ່ານ ລົງເວີຍ ໄດ້ທວາຍອອກມາໂລດ, ມັນແມ່ນດອກເກັກຮວຍ.
ມື້ດຽວກັນ, ມີນັກສຶກສາຕ່າງປະເທດ ທີ່ຮຽນຢູ່ແຂວງຢຸນນານ 80 ກວ່າຄົນຈາກລາວ, ຫວຽດນາມ, ມຽນມາ, ຣັດເຊຍ ແລະ ນິເຊຣີ ເປັນຕົ້ນ ໄດ້ເຂົ້າຮ່ວມກິດຈະກຳດັ່ງກ່່າວ. ພວກເຂົາເຈົ້າໄດ້ເຂົ້າຮ່ວມກິດຈະກຳຕ່າງໆ ເຊັ່ນ: ແຕ້ມຮູບດ້ວຍນ້ຳຕານ, ແກວ່ງທະນູເຂົ້າເຕົ້ານ້ຳ, ຂຽນຕົວໜັງສືຈີນ, ແຕ້ມຮູບເທິງວີ ແລະ ທວາຍຄຳທວາຍ. ໃນນັ້ນ, ແຕ້ມຮູບເທິງວີ ທີ່ເປັນມໍລະດົກວັດທະນະທຳນາມມະທຳ ໄດ້ຮັບຄວາມນິຍົມຊົມຊອບຈາກຊາວໜຸ່ມທັງຫຼາຍ, ພວກເຂົາເຈົ້າໄດ້ຖືວີ ທີ່ຕົນສັ່ງຜະລິດອອກມາ, ເຊີນຊວນຜູ້ສືບທອດວັດທະນະທຳນາມມະທຳ ໄດ້ແຕ້ມຮູບ ແລະ ຍ້ອມສີຢູ່ຕາມວີຂອງຕົນ. ບໍ່ດົນ, ວີທີ່ມີລວດລາຍປານີດກໍໄດ້ “ກຳເນີດເກີດຂຶ້ນ” ແລ້ວ. ທ່ານ ລົງເວີຍ ກ່າວວ່າ: “ຈັ່ງແມ່ນເລື່ອງທີ່ອັດສະຈັນຫຼາຍ.”
ຜູ້ທີ່ຕິດໃຈນຳຮີດຄອງປະເພນີບຸນໄຫວ້ພະຈັນ ຍັງມີ ທ້າວໄທເລີ ຊາວໜຸ່ມອາເມຣິກາ. ໃນງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ທີ່ຈັດຂຶ້ນຢູ່ນະຄອນກ້ານ ໂຈ່ວ ແຂວງຈ່ຽງຊີ ຈີນ, ລາວ ໄດ້ໃສ່ຊຸດບູຮານຈີນ ແລະ ສະແດງລາຍການຟ້ອນທີ່ພາດຫົວຂໍ້ວ່າ; “ຊິງສືອູຢຸ້ນ” ກັບເພື່ອນຂອງຕົນ. ລາວ ກ່າວວ່າ: ນີ້ເປັນປະສົບການທີ່ດີທີ່ສຸດ, ຂ້າພະເຈົ້າມັກເຂົ້າຮ່ວມກິດຈະກຳນຳໝູ່ເພື່ອນທີ່ມີຮີດຄອງປະເພນີ ວັດທະນະທຳ ທີ່ຕ່າງກັນ, ຄົນທັງຫຼາຍຢູ່ຮ່ວມກັນເໝືອນອ້າຍເອື້ອຍນ້ອງດຽວກັນ.”
ຮັບຮູ້ເຖິງ “ຄວາມສາມັກຄີ” ຢູ່ຕ່າງປະເທດ
ບຸນໄຫວ້ພະຈັນ ເປັນມື້ບຸນສາມັກຄີ, ກໍໄດ້ເຮັດໃຫ້ຊາວໜຸ່ມປະເທດຕ່າງໆຮັບຮູ້ເຖິງເລື່ອງກ່ຽວກັບຄວາມຊົງຈຳຂອງຄອບຄົວ ແລະ ເລື່ອງຄວາມຮັກ, ໃນບັນຍາກາດມື້ບຸນທີ່ເຂັ້ມຂຸ້ນ, ທຸກຄົນລ້ວນແຕ່ໄດ້ຮັບຮູ້ເຖິງເລື່ອງຄວາມຮັກແພງລະຫວ່າງໝູ່ເພື່ອນທີ່ຈິງໃຈ.
ພາຍຫຼັງ ໄດ້ສຳຜັດກັບສີມືຜະລິດຊາກ້ອນທີ່ມີປະຫວັດສາດມາເປັນເວລາຮ້ອຍປີ ທີ່ເປັນມໍລະດົກວັດທະນະທຳນາມມະທຳຂອງນະຄອນຕ້າຫຼີ ແລະ ວັດທະນະທຳຂົນສົ່ງຊາດ້ວຍມ້າຕ່າງທີ່ເຂັ້ມຂຸ້ນຂອງທ້ອງຖິ່ນນັ້ນແລ້ວ, ທ້າວ ລິນລາຍຊຽງ ນັກສຶກສາກຳປູເຈຍ ກ່າວວ່າ: ບຸນໄຫວ້ພະຈັນຂອງກຳປູເຈຍ ຄ້າຍຄືກັນກັບບຸນໄຫວ້ພະຈັນຈີນ, ສະມາຊິກຄອບຄົວກິນເຂົ້າໜົມໄຫວ້ພະຈັນ, ດື່ມຊາ, ເຮັດໂຄມໄຟ ແລະ ຊົມໂຄມໄຟນຳກັນ, ມີຄວາມສຸກ ແລະ ຄວາມມ່ວນຊື່ນຫຼາຍ.
ນັກສຶກສາຍິງ ຫວຽດນາມ ທີ່ພວມຮຽນຢູ່ວິທະຍາໄລພາສາຕ່າງປະເທດກວາງຊີ ກ່າວວ່າ: ພວກເຮົາ ໄກບ້ານເກີດຂອງຕົນແລະ ຄອບຄົວຂອງຕົນຫຼາຍ, ແຕ່ຄວາມຮັກແພງຂອງ ໝູ່ເພື່ອນ, ຄູອາຈານ ແລະ ໂຮງຮຽນ ເຮັດໃຫ້ພວກເຮົາຮູ້ສຶກມີຄວາມອົບອຸ່ນຫຼາຍ, ປານໄດ້ກັບເມືອບ້ານເກີດ ແລະ ສະຫຼອງບຸນກັບຄອບຄົວ. ນາງ ກ່າວຕື່ມອີກວ່າ: ໃນມື້ບຸນແຫ່ງຄວາມສາມັກຄີນີ້, ນາງ ໄດ້ຮັບຮູ້ເຖິງຄວາມຮັກແພງ ເໝືອນກັບຢູ່ນໍາຄອບຄົວ.
ທ່ານ ກົງສຸນໃຫຍ່ ມຽນມາ ປະຈຳນະຄອນຄຸນໝິງ ກ່າວວ່າ: ຕາມທີ່ຂ້າພະເຈົ້າຮູ້, ບຸນໄຫວ້ພະຈັນ ມີຄວາມໝາຍສາມັກຄີ. ເໝືອນດັ່ງບຸນໄຕ້ໄຟຂອງມຽນມາ, ເປັນມື້ບຸນທີ່ສະມາຊິກໃນຄອບຄົວເຕົ້າໂຮມສາມັກຄີກັນ. ເນື່ອງໃນໂອກາດທີ່ບຸນໄຫວ້ພະຈັນໝູນວຽນມາເຖິງ, ທ່ານ ໄດ້ອວຍພອນໃຫ້ໝົດທຸກຄົນຈົ່ງມີຄວາມເບີກບານມ່ວນຊື່ນ ແລະ ເຕົ້າໂຮມສາມັກຄີກັບສະມາຊິກຄອບຄົວຂອງຕົນ.