ວິດີໂອ AI | “ວິທີຫຼິ້ນແບບໃໝ່” ຂອງຊາວໜຸ່ມໃນບຸນຕ່ວນອູ
ວັນທີ 10 ມິຖຸນາປີນີ້, ແມ່ນມື້ 5 ຄ່ຳເດືອນ 5 ຕາມປະຕິທິນຈັນທະຄະຕິຈີນ, ທັງແມ່ນ 1 ໃນວັນບຸນພື້ນເມືອງໃຫຍ່ທັງ 4 ບຸນຂອງຈີນ ກໍຄືບຸນຕ່ວນອູ. ກິດຈະກຳ ແລະ ປະເພນີໃນການສະເຫຼີມສະຫຼອງບຸນຕ່ວນອູທີ່ຜູ້ຄົນລຶ້ງເຄີຍ, ເຊັ່ນ: ການແຂ່ງຂັນເຮືອມັງກອນ, ການກິນເຂົ້າຕົ້ມສາມຫຼ່ຽມ, ການຫ້ອຍຕົ້ນອ້າຍສາວ, ການຫ້ອຍຖົງຫອມ ແລະອື່ນໆ, ສ່ວນຫຼາຍກໍມີມາແຕ່ສະໄໝບູຮານ.
ໃນປັດຈຸບັນ, ການແຂ່ງຂັນເຮືອມັງກອນທີ່ເບິ່ງຄືເປັນລາຍການບັນເທີງທີ່ມີການແຂ່ງຂັນໃນສະໄໝບູຮານ, ກຳລັງມີການປ່ຽນແປງເປັນໄວໜຸ່ມທີ່ມີຊີວິດຊີວາ, ການແຂ່ງເຮືອມັງກອນກາຍເປັນລາຍການຍອດນິຍົມຂອງກິດຈະກຳ“ການສ້າງທິມ” ຂອງຄົນງານໜຸ່ມ. ກິດຈະກຳເຮືອມັງກອນຂອງແຕ່ລະແຫ່ງ ມັກຖືກຂຶ້ນເປັນຄຳຄົ້ນຫາຍອດນິຍົມຢູ່ເລື້ອຍໆ, ຊາວໜຸ່ມຝຶກແອບທັງກາງເວັນທັງຄືນ, ນຳເອົາການແຂ່ງເຮືອມັງກອນມາຫຼິ້ນເປັນຂະໜາດຂອງງານໂອລິມປິກ, “ສາວນ້ອຍເຮືອມັງກອນ” ກໍກາຍເປັນພາບວິວໃໝ່ໃນສະໜາມແຂ່ງຂັນ, ຊາວໜຸ່ມທີ່ເຂົ້າຮ່ວມເຮືອມັງກອນ ຍິງກໍນັບມື້ນັບຫຼາຍຂຶ້ນ. ຍັງມີເຮືອມັງກອນຈຳນວນບໍ່ໜ້ອຍທີ່ໄດ້ປະສົມປະສານເຂົ້າກັບການປະດິດສ້າງໃໝ່ທີ່ທັນສະໄໝ ແລະ ສຸນທະລີຍະສາດຮູບແບບໃໝ່, ກໍກາຍເປັນງານສິລະປະທີ່ໜ້າຊື່ນຊົມປະເພດໜຶ່ງ.
ເຂົ້າຕົ້ມສາມຫຼ່ຽມ, ແມ່ນອາຫານທີ່ເຮັດມາຈາກເຂົ້າໜຽວທີ່ຫໍ່ດ້ວຍໃບແຂມແລ້ວໜຶ້ງ, ແມ່ນໜຶ່ງໃນອາຫານສະຫຼອງບຸນພື້ນເມືອງຂອງບຸນຕ່ວນອູ. ທີ່ຜ່ານມາ, ເນື່ອງຈາກຄວາມແຕກຕ່າງໃນດ້ານລົດຊາດຂອງພາກໃຕ້ ແລະ ພາກເໜືອຈີນ, ຈຶ່ງປະກົດມີການແຂ່ງຂັນວ່າເຂົ້າຕົ້ມສາມຫຼ່ຽມຄວນເປັນ “ລົດຊາດຫວານ” ຫຼື “ລົດຊາດເຄັມ”, ໃນປັດຈຸບັນກໍບໍ່ແມ່ນຈຸດທີ່ຕ້ອງເອົາໃຈໃສ່ແຕ່ດົນແລ້ວ. ຮູບຊົງຂອງເຂົ້າຕົ້ມສາມຫຼ່ຽມກໍບຸກທະລຸ “ຮູບສາມຫຼ່ຽມ”, ປະກົດມີຮູບຊົງຂອງສັດ, ຮູບຊົງໂຕກາຕູນຊະນິດຕ່າງໆ. ນອກຈາກໄສ້ທີ່ “ເຄັມໄດ້ຫວານໄດ້”, ເຊັ່ນ: ເຜືອກ, ມັດຊະ, ເກືອທະເລ, ຄັສຕາດ ແລະອື່ນໆ, ປະເພດຂອງໄສ້ທີ່ອຸດົມສົມບູນ ລ້ວນແຕ່ເລີ່ມປະກົດອອກມາ. ໃນມື້ຕ່ວນອູ, ການຫ້ອຍຕົ້ນອ້າຍສາວ, ຫ້ອຍຖົງຫອມ, ສາມາດຂັບໄລ່ແມງໄມ້ ແລະ ວິນຍານຮ້າຍ, ຄາດຫວັງວ່າຊີວິດຈະສະບາຍໄຮ້ກັງວົນ ແລະ ປອດໄພ. ປັດຈຸບັນ, ຕົ້ນອ້າຍສາວໄດ້ແປງກາຍເປັນເຄື່ອງຕົບແຕ່ງທີ່ທັນ, ສະໄໝປານີດບໍ່ພຽງແຕ່ໃຫ້ຄວາມສຳຄັນໃນການຈັບຄູ່ ແລະ ຊະນິດເທົ່ານັ້ນ, ຍັງຖືກເຮັດເປັນຮູບຊົງຊໍ່ດອກໄມ້ ແລະ ພວງດອກໄມ້, ໃນສື່ສັງຄົມອອນລາຍກໍມີການສົ່ງຕໍ່ວິທີເຮັດເຄື່ອງຫ້ອຍຕົ້ນອ້າຍສາວແບບ DIY, ໃບອ້າຍສາວກໍມາເຮັດເປັນເຄື່ອງປະດັບ ເຊັ່ນ: ເຄື່ອງຫ້ອຍຖົງຫອມ, ເປັນຮູບຊົງຈົ້ງຈຶ (ເຂົ້າຕົ້ມສາມຫຼ່ຽມ), ເຄື່ອງປະດັບຮູບວ່າວ, ລ້ວນແຕ່ກາຍເປັນຂອງຂວັນເລັກໆນ້ອຍໆ ທີ່ຊາວໜຸ່ມມອບໃຫ້ກັນ.
ຖືເອົາປະເພນີພື້ນເມືອງເປັນແຮງບັນດານໃຈ, ກິດຈະກຳວັນບຸນແບບໃໝ່ ເມື່ອຢູ່ໃນມືຂອງຊາວໜຸ່ມ ກໍມັກອອກມາ. ໃນຮູບຮ່າງຫຼາຍຮ້ອຍຫຼາຍພັນແບບ, ວັນບຸນບໍ່ພຽງແຕ່ສົ່ງຕໍ່ ແລະ ສືບທອດ, ທັງແມ່ນຈຸດທີ່ພວກເຂົາສາມາດຜ່ອນຄາຍຮ່າງກາຍຈິດໃຈ ແລະ ສະແດງຕົວຕົນຂອງຕົນ. ນອກຈາກນີ້, ຜູ້ຄົນຍັງຕ້ອນຮັບວັນພັກສັ້ນເປັນ 3 ມື້ຂອງບຸນຕ່ວນອູ, ທຸກຄົນທະຍອຍອອກໄປທ່ຽວຫຼິ້ນທາງນອກ, ພັກຜ່ອນຢ່ອນໃຈຊື່ນຊົມກັບຊີວິດໃນວັນພັກ.