ລາຍການພາສາມື | ເຄື່ອງດົນຕີບູຮານ ຫຼຽວໜິງ
ແຂວງຫຼຽວໜິງ (Liaoning) ທີ່ຕັ້ງຢູ່ໃນພາກຕາເວັນອອກສ່ຽງເໜືອຂອງຈີນ, ມີປະຫວັດສາດອັນຍາວນານ, ກິດຈະກໍາຂອງມະນຸດໄດ້ມີຢູ່ທີ່ນີ້ຕັ້ງແຕ່ສະໄໝບູຮານ. ເຄື່ອງດົນຕີບູຮານຈໍານວນໜຶ່ງ ຫຼັງການຊໍາລະລ້າງບາບມາເປັນເວລາຫຼາຍພັນປີ ຖືກຄົ້ນພົບຢູ່ບ່ອນນີ້, ຫຼັງຈາກໄດ້ຮັບການບູລະນະຢ່າງລະມັດລະວັງໂດຍຜູ້ຊ່ຽວຊານ ຍັງຄົງສາມາດສ້າງສຽງດົນຕີທີ່ຟົດຟື້ນ ແລະ ສວຍສົດງົດງາມໄດ້. ໃນສະບັບນີ້, ພວກເຮົາຂໍເຊີນທ່ານໄປຢ້ຽມຢາມແຂວງຫຼຽວໜິງ ແລະ ຟັງທ່ວງທໍານອງທີ່ລຶກລັບ ແລະ ຫ່າງໄກຂອງສະໄໝບູຮານຢູ່ຫໍພິພິທະພັນ.
ນະຄອນສາວຢາງ (Chaoyang) ແຂວງຫຼຽວໜິງ ເປັນເມືອງປະຫວັດສາດທີ່ມີຊື່ສຽງຂອງປະເທດຈີນ, ຫໍພິພິທະພັນ ເຕີຝູ (Defu) ນະຄອນສາວຢາງ ເປັນສະຖານທີ່ເກັບຮັກສາເຄື່ອງດົນຕີບູຮານ ເຊັ່ນ: ກອງເຄື່ອງປັ້ນດິນເຜົາທີ່ມີອາຍຸນັບ 10.000 ປີ, ຂຸ່ຍກະດູກທີ່ມີອາຍຸຫຼາຍກວ່າ 8.000 ປີ, ເຄື່ອງປັ້ນດິນເຜົາດົນຕີ Taoxun ມີອາຍຸຫຼາຍກວ່າ 5.000 ປີ ແລະ ລະຄັງຫີນ (Shiqing) ທີ່ມີອາຍຸເຖິງ 4.000 ປີ. ເມື່ອຍ່າງເຂົ້າໄປໃນຫໍພິພິທະພັນ, ທ່ານຈະເຫັນຊິ້ນສ່ວນກ້ອນຫີນຮຽງເປັນແຖວທີ່ຫ້ອຍຢູ່ເທິງກໍາແພງ, ກໍແມ່ນສຽງລະຄັງຫີນໃນເວລາ 4.000 ປີກ່ອນ, ເມື່ອເຄາະຫີນແຕ່ລະກ້ອນຈະມີສຽງແຕກຕ່າງກັນ ທ່ານສາມາດເຄາະເພງທີ່ສວຍງາມຕາມໂນດເພງໄດ້. ຂຸ່ຍກະດູກທີ່ມີອາຍຸຫຼາຍກວ່າ 8.000 ປີ ສາມາດຫຼິ້ນໄດ້ 12 ພະຍາງ ສິລະປິນທີ່ສະແດງໃນວົງດົນຕີໄດ້ນໍາໃຊ້ຂຸ່ຍກະດູກຈໍາລອງນີ້ ເພື່ອບັນເລງເປັນສຽງເພງໃນສາຍລົມຢ່າງມ່ວນຊື່ນ ທໍາໃຫ້ຜູ້ຄົນຮູ້ສຶກຄືກັບໄດ້ເດີນທາງມາໃນສະໄໝບູຮານ.
ພິພິທະພັນແຂວງຫຼຽວໜິງ ຕັ້ງຢູ່ນະຄອນເສິນຢາງ(Shenyang) ເມືອງເອກຂອງແຂວງ, ເປັນຫໍພິພິທະພັນແຫ່ງທໍາອິດທີ່ສ້າງຕັ້ງຂຶ້ນໃນຍຸກສາທາລະນະລັດປະຊາຊົນຈີນ(ປະເທດຈີນໃໝ່), ມີການເກັບກໍາຢ່າງອຸດົມສົມບູນ ແລະ ມີບູຮານວັດຖຸທາງວັດທະນະທໍາຫຼາຍກວ່າ 110.000 ລາຍການ. ຫວ່າງມໍ່ໆມານີ້, ຫໍພິພິທະພັນໄດ້ຈັດ "ງານວາງສະແດງວັດທະນະທຳພິນ ກູສິນ ". ງານວາງສະແດງດັ່ງກ່າວປະກອບດ້ວຍພິນກູສິນ (Guqin) ເຊິ່ງເປັນສົມບັດລະດັບຊາດຈໍານວນຫຼາຍຫຼາກຈາກຍຸກສົງຄາມ (ປີ 476 - 221 ກ່ອນ ຄ.ສ ) ແລະ ສະໄໝລາດຊະວົງຖັງ (ຄ.ສ 618 - 907) ສະແດງໃຫ້ຜູ້ຄົນເຫັນເຖິງສະເໜ່ຂອງເຄື່ອງດົນຕີບູຮານທີ່ມີຊື່ສຽງຂອງຈີນ.
ພິນກູສິນຂອງຈີນແມ່ນໜຶ່ງໃນເຄື່ອງດົນຕີດີດພິນທີ່ເກົ່າແກ່ທີ່ສຸດໃນໂລກ, ໂດຍມີປະຫວັດຍາວນານຫຼາຍກວ່າ 3.000 ປີ. ພິນກູສິນ ມີຄວາມຍາວປະມານສາມຟຸດຫົກນິ້ວ, ເຊິ່ງແມ່ນປະມານ 120 - 125 ຊມ ໃນການວັດແທກແບບສະໄໝໃໝ່. ວັດສະດຸທີ່ໃຊ້ໃນການເຮັດພິນກູສິນມີຄວາມສະເພາະເຈາະຈົງເປັນພິເສດ ໂດຍສະເພາະແມ່ນພື້ນຜິວຂອງພິນກູສິນ ສ່ວນຫຼາຍແມ່ນເຮັດດ້ວຍໄມ້ເພົາໂລເນຍ (Paulownia), ໄມ້ຂອງຕົ້ນສົນ (Fir wood) ແລະ ໄມ້ປະເພດອື່ນໆທີ່ມີເນື້ອສໍາຜັດທີ່ນຸ້ມນວນ ແລະ ໂທນສຽງທີ່ດີ ເພື່ອຮັບປະກັນຄຸນນະພາບສຽງທີ່ມ່ວນ ແລະ ເສາະໃສ. ຮູບຮ່າງໂດຍລວມຂອງພິນກູສິນ ແມ່ນປະດັບດ້ວຍສັນຍະລັກຂອງມະນຸດ, ເຊິ່ງສະທ້ອນເຖິງໂຄງສ້າງຮ່າງກາຍຂອງມະນຸດ: ຫົວຂອງພິນກູສິນ ຄ້າຍຄືຫົວຂອງມະນຸດ, ຄໍແມ່ນຮຽວຄ້າຍຄືຄໍຂອງມະນຸດ ແລະ ບ່າໄຫຼ່ທີ່ກົມແມ່ນຮຽນແບບຕາມຮູບຮ່າງບ່າໄຫຼ່ຂອງມະນຸດ, ແອວຈະຂ້ອນຂ້າງນ້ອຍເພື່ອຮຽນແບບສ່ວນໂຄ້ງຂອງແອວມະນຸດ, ສ່ວນຫາງນັ້ນຂະຫຍາຍອອກຢ່າງເປັນທໍາມະຊາດ ແລະ ຕີນຂອງເຄື່ອງດົນຕີພິນກູສິນໄດ້ຮັບການຮອງຮັບຢ່າງໝັ້ນຄົງ ເຊັ່ນດຽວກັນກັບຕີນຂອງມະນຸດ, ການອອກແບບນີ້ບໍ່ພຽງແຕ່ສວຍງາມເທົ່ານັ້ນ, ແຕ່ຍັງປະກອບດ້ວຍປັດຊະຍາບູຮານຂອງຈີນທີ່ວ່າ "ຄວາມກົມກຽວກັນລະຫວ່າງມະນຸດກັບທຳມະຊາດ", ເຮັດໃຫ້ພິນກູສິນກາຍເປັນຊັບສົມບັດດ້ານວັດທະນະທໍາທີ່ເຊື່ອມໂຍງດົນຕີ, ສິລະປະ ແລະ ປັດຊະຍາ ເຂົ້າດ້ວຍກັນ. ໃນປີ 2003, ອົງການ UNESCO ໄດ້ປະກາດວ່າສິລະປະພິນກູສິນຂອງຈີນໄດ້ຖືກຄັດເລືອກໃຫ້ເປັນ "ຜົນງານຊິ້ນເອກຂອງມໍລະດົກທາງປາກ ແລະ ມໍລະດົກວັດທະນະທໍານາມມະທໍາ ຂອງມວນມະນຸດຊາດ" ຊຸດທີສອງ.
ມີຜູ້ຫຼີ້ນພິນກູສິນ ແລະ ຜູ້ສົນໃຈພິນກູສິນຈໍານວນຫຼາຍຄົນໃນແຂວງຫຼຽວໜິງ ເຂົາເຈົ້າເຜີຍແຜ່ ແລະ ສືບທອດສິລະປະພິນກູສິນດ້ວຍການຈັດງານເທດສະການສິລະປະພິນກູສິນ, ຫ້ອງຮຽນຝຶກຊ້ອມພິນກູສິນ ແລະ ກິດຈະກຳອື່ນໆ; ນອກຈາກນີ້ ສະຖາບັນດົນຕີເສິນຢາງ ຍັງໄດ້ເປີດສາຂາວິຊາ ການສະແດງພິນກູສິນ ເພື່ອເປັນເວທີ ແລະ ການສະໜັບສະໜູນທາງວິຊາການສໍາລັບການອົບຮົມບົ່ມເພາະຜູ້ມີຄວາມສາມາດດ້ານການສະແດງພິນກູສິນລຸ້ນໃໝ່.
ບໍ່ວ່າຈະເປັນການສຶກສາ ແລະ ບຳລຸງສ້າງຢູ່ມະຫາວິທະຍາໄລວິຊາຊີບ ຫຼື ການສືບທອດໂດຍອົງກອນພັດທະນາເອກະຊົນ ພວກເຂົາລ້ວນແຕ່ຍຶດໝັ້ນໃນການປົກປັກຮັກສາ ແລະ ສືບທອດສິລະປະພິນກູສິນຂອງຈີນໂດຍຜ່ານຊ່ອງທາງຕ່າງໆ, ເພື່ອໃຫ້ມໍລະດົກທາງວັດທະນະທຳບູຮານນີ້ປະກາຍແສງເຈີດຈ້າຍິ່ງຂຶ້ນໃນຍຸກໃໝ່.
(ຂອບໃຈສູນການສື່ສານສາກົນຫຼຽວໜິງທີ່ໄດ້ສະໜອງຄລິບວິດີໂອ ແລະ ເອກະສານຕ່າງໆ.)