ລາຍການພາສາມື | ສິລະປະເຕັກນິກການຕີເຄື່ອງເງິນ ເມືອງເຮີ້ຊິ້ງ ກິ່ງແຂວງຕ້າຫຼີ
ແຂວງຢຸນນານ (Yunnan) ແມ່ນໜຶ່ງໃນເຂດທຳອິດທີ່ສຸດທີ່ມີການຂຸດ ແລະ ຫຼອມແຮ່ທາດເງິນໃນຈີນ, ຜ່ານການພັດທະນາມາພັນກວ່າປີ, ຝີມືສິລະປະຫັດຖະກຳເຄື່ອງເງິນຂອງຢຸນນານນັບມື້ນັບຊຳນານ. ໃນເຄື່ອງເງິນຂອງຢຸນນານ, ເຄື່ອງເງິນເຮີ້ຊິ້ງ (Heqing) ແມ່ນມີຊື່ສຽງມາຢ່າງຍາວນານ.
ບ້ານຊິນຮວາ (Xinhua) ເມືອງເຮີ້ຊິ້ງ, ມີນາມມະຍົດເປັນ “ບ້ານເຄື່ອງເງິນແຫ່ງທຳອິດຂອງຈີນ”, ຝີມືການຜະລິດເຄື່ອງເງິນຢູ່ບ່ອນນີ້ຖ່າຍທອດມາເປັນພັນກວ່າປີ. ເຄື່ອງເງິນເຮີ້ຊິ້ງ ບໍ່ພຽງແຕ່ໄດ້ຮັບຄວາມນິຍົມໃນປະເທດຈີນ, ຍັງຈຳໜ່າຍໄປຫຼາຍປະເທດ ເຊັ່ນ: ຍີ່ປຸ່ນ, ອິນເດຍ, ມຽນມາ, ເນປານ ແລະ ອື່ນໆ, ມູນຄ່າການຜະລິດໃນປີມີຮອດ 2,6 ຕື້ຢວນ. ປີ 2014, ເຕັກນິກການຕີຫຼອມເຄື່ອງເງິນຂອງເຮີ້ຊິ້ງ ຖືກບັນຈຸເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທໍາລະດັບຊາດຂອງຈີນ.
ຍ່າງເຂົ້າໄປ ບ້ານຊິນຮວາ, ຈະໄດ້ຍິນສຽງຄ້ອນຕີ “ຕິ່ງ ຕິ່ງ ຕັ່ງ ຕັ່ງ” ທີ່ດັງບໍ່ຢຸດເຊົາ, ຢູ່ບ່ອນນີ້ “ທຸກຄອບຄົວມີຝີມື, ທຸກຄອບຄົວມີຫ້ອງເຮັດວຽກຫັດຖະກຳ”. ຊ່າງແຕ່ລະຄົນໃນບ້ານມີວີທີການ ແລະ ເຕັກນິກໃນການເຮັດເຄື່ອງເງິນຂອງຕົນເອງ, ຜະລິດຕະພັນເຄື່ອງເງິນທີ່ພວກເຂົາຜະລິດ ແມ່ນມີເຄື່ອງໃຊ້ໃນຊີວິດປະຈຳວັນ ແລະ ເຄື່ອງປະດັບ ເປັນຕົ້ນຕໍ, ໃນສິລະປະຫັດຖະກຳການຜະລິດແມ່ນນຳໃຊ້ເງິນສົດເປັນວັດສະດຸຕົ້ນຕໍ, ເຄື່ອງເງິນແຕ່ລະອັນຕ້ອງໄດ້ຜ່ານການຜະລິດທາງຫັດຖະກຳ 14 ຂັ້ນຕອນ.
ບັນດາຊ່າງເງິນ ນຳໃຊ້ແຮງງານ ແລະ ຈິດໃຈ ມື ທີ່ເໝາະສົມຂອງຕົນເອງໃນການຕີ, ນຳເອົາຮູບພາບແຕ່ລະແບບແກະສະຫຼັກເທິງເຄື່ອງເງິນ, ຜະລິດຖ້ວຍ, ການ້ຳ, ຈອກ, ກ້ອງແຂນ, ອຸປະກອນຊົງຊາ, ຮູບພາບເງິນ, ສາກກັ້ນຫ້ອງ ແລະຜະລິດຕະພັນສິລະປະອື່ນໆທີ່ມີເອກະລັກ ແລະ ຄວາມສວຍງາມ.
ຢູ່ບ້ານຊິນຮວາ, ຍັງມີພິພິທະພັນເຄື່ອງເງິນສະເພາະແຫ່ງທຳອິດຂອງຈີນ ກໍຄືພິພິທະພັນເຄື່ອງເງິນຢຸນນານ. ໃນຫໍໄດ້ ເກັບຮັກສາ ເຄື່ອງສິລະປະຫັດຖະກຳທີ່ເປັນເຄື່ອງເງິນທີ່ລ້ຳຄ່າຂອງປະຊາຊົນ ກວ່າ 2000 ລາຍການ, ເປັນເຄື່ອງໝາຍວັດທະນະທຳອັນມີເອກະລັກຂອງເຮີ້ຊິ້ງ. ເພື່ອໃຫ້ເຄື່ອງເງິນທີ່ເປັນມໍລະດົກວັດທະນະທຳທີ່ເປັນເອກະລັກນີ້ໄດ້ຮັບການສົ່ງຕໍ່ ແລະ ສືບທອດໄດ້ດີຍິ່ງຂຶ້ນ, ບ້ານຊິນຮວາ ໄດ້ຈັດງານສັບປະດາສິລະປະວັດທະນະທຳເຄື່ອງເງິນ ເປັນປະຈຳ, ເພື່ອວາງສະແດງຜະລິດຕະພັນສິລະປະ ແລະ ເຕັກນິກການຜະລິດເຄື່ອງເງິນໃຫ້ນັກທ່ອງທ່ຽວທີ່ມາໄດ້ຊື່ນຊົມ, ເຮັດໃຫ້ພວກເຂົາໄດ້ຮູ້ສຶກເຖິງຈິດວິນຍານຂອງຊ່າງຫັດຖະກຳທີ່ຢູ່ເບື້ອງຫຼັງຂອງເຄື່ອງເງິນ.
ການແຂ່ງຂັນຫຼອມຕີເຄື່ອງເງິນແມ່ນ ພາກສ່ວນສຳຄັນຂອງສັບປະດາສິລະປະ, ເປັນເວທີໃຫ້ບັນດາຊ່າງເງິນທີ່ມີຝີມືສູງໄດ້ສະແດງຕົນເອງ ແລະ ແລກປ່ຽນຮຽນຮູ້ນຳກັນ, ພວກເຂົາແຂ່ງຂັນຝີມືກັນຢູ່ບ່ອນນີ້, ນຳເອົາສິລະປະຫັດຖະກຳດັ້ງເດີມ ແລະ ແນວຄິດການສ້າງສັນຂອງສະໄໝໃໝ່ມາປະສານກັນໄດ້ຢ່າງອັດສະຈັນ, ຮ່ວມກັນ ຊຸກຍູ້ການສືບທອດ ແລະ ການປະດິດສ້າງໃໝ່ຝີມືການຜະລິດເຄື່ອງເງິນ.
ງານວາງສະແດງຈີນ- ອາຊີໃຕ້ ຄັ້ງທີ 8 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້, ເຂດວາງສະແດງເຮີ້ຊິ້ງ ໄດ້ນຳເອົາ ຜະລິດຕະພັນສິລະປະຫັດຖະກຳເຄື່ອງເງິນທີ່ສວຍງາມ ມາວາງສະແດງຢ່າງໂດດເດັ່ນ, ດຶງດູດໃຫ້ບັນດາຜູ້ເຂົ້າຊົມເຂົ້າມາທຳຄວາມເຂົ້າໃຈ, ຮູ້ສຶກສຳຜັດກັບມົນສະເໜ່ຂອງເຕັກນິກດັ້ງເດີມນີ້.
ສະໜອງບົດໂດຍ: ສູນສື່ປະສົມປະສານ ເມືອງເຮີ້ຊິ້ງ