“ຜູ້ນໍາທ່ຽວຊົມນົກ” ຂອງແຂວງຢຸນນານ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2024-08-30 18:47:47

ວັນ​ທີ 15 ສິງ​ຫາ​ນີ້, ເປັນວັນຄົບຮອບ 2 ປີຂອງວັນນິ​ເວດ​ທົ່ວ​ປະ​ເທດ​ຈີນ. ແຂວງ​ຢຸນ​ນານ​ ຖືກ​ເອີ້ນ​ວ່າ​ເປັນ “ອາ​ນາ​ຈັກ​ສັດ” ແລະ “ອາ​ນາ​ຈັກ​ພືດ” ຂອງ​ຈີນ, ເປັນ​ໜຶ່ງ​ໃນ​ເຂດ​ແຂວງ​ທີ່​ມີ​ສັດ ແລະ ພືດຫຼາຍ​ທີ່​ສຸດ​ຂອງ​ຈີນ, ພ້ອມທັງມີຊັບ​ພະ​ຍາ​ກອນ​ນົກ​ທີ່ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ​ຈີນ. ຄຽງ​ຄູ່​ກັບ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອ​ງ​ແຂວງ​ຢຸນ​ນານ ໄດ້​ຮັບ​ກາ​ນ​ປົກ​ປັກ​ຮັກ​ສາ ແລະ ຟື້ນ​ຟູ​ຄືນ​ເປັນ​ຢ່າງ​ດີ. ແຂວງ​ຢຸນ​ນານ ​ໄດ້​ດຶງ​ດູດ​ນົກ​ປະ​ເພດ​ຕ່າງໆ​ມາ​ພັກ​ເຊົາ​ຢູ່​ນີ້​ນັບ​ມື້​ນັບຫຼາຍ​ຂຶ້ນ ຊຶ່ງ​ໄດ້​ຊຸ​ກ​ຍູ້​ການ​ທ່ອງ​ທ່ຽວ​ທາງລະ​ບົບ​ນິ​ເວດ​ຂອງ​ແຂວງ​ຢຸນ​ນານ.

ໃນ​ລາຍ​ການ​ພາກ​ນີ້, ພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ທ່ຽວຊົມພູ​ກ່າວຫຼີ​ກຸ້ງ​ຊານ ແລະ ພູຫຼາວ​ຈຸ່ນ​ຊານ​ ຂອງ​ແຂວງ​ຢຸນ​ນານ, ຟັງ “ຜູ້ນຳ​ທ່ຽວ​ຊົມ​ນົກ” ຂອງ​ທ້ອງ​ຖິ່ນ​ນັ້ນ​ ເລົ່າ​ເລື່ອງກ່ຽວກັບການປົກ​ປັກ​ຮັກ​ສາ​ພູ​ຂຽວ​ນ້ຳ​ໃສ, ຄົນ ​ແລະ​ ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ​ຂອງ​ທ້ອງ​ຖິ່ນ​ນັ້ນ.

​ພໍ່​ຕາ​ກັບ​ລູກ​ເຂີຍ​ເປັນ “ຜູ້ນຳ​ທ່ຽວ​ຊົມ​ນົກ” ເຊັ່ນ​​ດຽວກັນ

ບ້ານ​ປາຍ​ຮ​ວາ​ລິງ​ ນະ​ຄອນ​ປາວ​ຊານ​ ແຂວງ​ຢຸນ​ນານ ທີ່​ຕັ້ງ​ຢູ່​ທາງ​ພາກ​ຕ​າ​ເວັນ​ອອກ​ຂອງ​ພູ​ກ່າວຫຼີ​ກຸ້ງ​ຊານ​ ມີ​ຊັບ​ພະ​ຍາ​ກອນ​ນົກ​ທີ່​ອຸ​ດົມ​ສົມ​ບູນ. ມ​າ​ຮອດ​ປັດ​ຈຸ​ບັນ, ເຂດ​ບ້ານ​ປາຍ​ຮ​ວາ​ລິງ​ ໄດ້​ມີ​ນົກຫຼາຍກວ່າ 340 ຊະ​ນິດ ຖືກ​ບັນ​ທຶກ​ໄວ້​ໃນ​ປຶ້ມ​ບັນ​ຊີ​ນົກ ຊຶ່ງ​ໄດ້​ດຶງ​ດູດ​ຜູ້​ມັກ​ຊົມ​ນົກ​ ທັງ​ພາຍ​ໃນ ​ແລະ ​ຕ່າງ​ປະ​ເທດ​ ມາ​ທ່ຽວຊົມ​ນົກ ແລະ ຖ່າຍ​ຮູບ​ນົກ​ຢູ່​ບ້ານ​ນີ້​ຕະຫຼອດ​ປີ.

​ຢູ່​ບ້ານ​ປາຍ​ຮ​ວາ​ລິງ, ເມື່ອ​ເວົ້າ​ເຖິງ​ພໍ່​ຕາ​ ໂຫ​ຖີ​ໂກ ແລະ ທ່ານ​ ເກີ​ປາວ​ຈື ທີ່​ເປັນ​ລູກ​ເຂີຍ, ໝົດ​ທຸກ​ຄົນ​ຈະ​ຍົກ​ນິ້ວ​ໂປ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ: “ພໍ່​ຕາ​ໂຫ​ຖີ​ໂກ​ເປັນ “ຜູ້ນຳ​ທ່ຽວ​ຊົມ​ນົກ” ຜູ້​ທຳ​ອິດ​ຂອງ​ບ້ານ​ເຮົາ, ເພິ່ນຮູ້​ຈັກນົກ​ຮ້ອຍກວ່າ​ຊະ​ນິດ ເກັ່ງ​ອີ່ຫຼີ!” “ທ່ານ​ ເກີ​ປາວ​​ຈື້ ຜູ້​ເປັນ​ລູກ​ເຂີຍ​ ຂອງ​ພໍ່​ຕາ​ ໂຫ​ຖີ​ໂກ​ ກໍ​ຄື​ກັນ, ເມື່ອ​ຮອດ​ຍາມ​ພັກ​ຮຽນ, ຈະ​ພາ​ເດັກ​ນ້ອຍ​ທີ່​ມາ​ຈາກ​ແຫ່ງ​ຕ່າງ​ໆ​ໃນ​ທົ່ວ​ປະ​ເທດ ​ເຂົ້າ​ໄປ​ຄົ້ນ​ຄວ້າ​ນົກ​ໃນ​ປ່າ.”ປີ 1989, ທ່ານ ​ໂຫ​ຖີ​ໂກ​ ໄດ້​ຕ້ອນ​ຮັບ​ຄູ່​ຜົວ​ເມຍ​ທີ່​ມາ​ຈາກ​ເຂດ​ໄຕ້​ຫວັນ​ ຈີນ ທີ່​ມາ​ຊົມ​ນົກ, ເລີຍ​ກາຍ​ເປັນ “ຜູ້ນຳ​ທ່ຽວ​ຊົມ​ນົກ” ຜູ້​ທຳ​ອິດ​ໃນ​ບ້ານ. ຍ້ອນ​ວ່າ​ ທ່ານ​ຮູ້​ດີ​ຕໍ່​ສະ​ພາບ​ພູມ​ສັນ​ຖານ ແລະ ຮູ້​ນິດ​ໄສ​ຂອງ​ນົກ, ທ່ານ ​ໂຫ​ຖີ​ໂກ​ ກໍເລີຍກາຍເປັນຜູ້ທີ່ມີ​ຊື່​ສຽງ​ໃນ​ວົງ​ການ​ຊົມ​ນົກ ຊຶ່ງ​ໄດ້​ນຳ​ພາ​ບ້ານ​ປາຍ​ຮ​ວາ​ລິງ​ ພັດ​ທະ​ນາ​ເສດ​ຖະ​ກິດ ​ຊົມ​ນົກ ແລະ ນຳ​ພາ​ຊາວ​ບ້ານ​ທັງຫຼາຍ ​ກາຍ​ເປັນ​ຜູ້​ປົກ​ປ້ອງ​ນົກ.

ໃນ​ໄລ​ຍະ​ທີ່​ເປັນ “ຜູ້ນຳ​ທ່ຽວ​ຊົມ​ນົກ”, ທ່ານ​ ໂຫ​ຖີ​ໂກ​ ຮັບ​ຮູ້​ເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ປົກ​ປ້ອງ​ຊີ​ວະ​ນາໆ​ພັນ. ທ່ານ ​ກ່າວ​ວ່າ: “ພວກ​ເຮົາ​ປົກ​ປ້ອງ​ປ່າ​ໄມ້​ໄດ້​ດີ​ແລ້ວ, ນົກ​ກໍ​ຈະຫຼາຍ​ຂຶ້ນ ແລະ ນັກ​ທ່ອງ​ທ່ຽວ​ທີ່​ມາ​ຊົມ​ນົກ​ກໍຫຼາຍ​ຂຶ້ນ​ເຊັ່ນ​ດຽວ​ກັນ”. ປີ 1995, ບ້ານ​ປາຍ​ຮ​ວາ​ລິງ ​ໄດ້​ສ້າງ​ຕັ້ງ​ສະ​ມາ​ຄົມ​ປົກ​ປ້ອງ​ຊີ​ວະ​ນາໆ​ພັນ​ຊາວ​ນາ​ແຫ່ງ​ທຳ​ອິດ​ຂອງ​ຈີນ, ທ່ານ ​ໂຫ​ຖີ​ໂກ​ ເວົ້າ​ດ້ວຍ​ຄວາມ​ພາກ​ພູມ​ໃຈ​ວ່າ: “ປັດ​ຈຸ​ບັນ, ພວກ​ເຮົາ​ໄດ້​ຈາກ “ຜູ້​ເພິ່ງ​ພາ​ອາ​ໄສ​ແຕ່​ພູ” ກາຍ​ມາ​ເປັນ “ຄົນ ​ແລະ ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ.”

ທ່ານ ​ເກີ​ປາວ​ຈື້ ທີ່​ເປັນ​ຜູ້ນຳ​ທ່ຽວ​ຊົມ​ນົກ ​ເກີດຫຼັງ​ປີ 1990 ເປັນ​ຜົວ​ຂອງ​ລູກ​ສາວ​ຜູ້​ທີ​ສອງ​ຂອງ ​ທ່ານ​ ໂຫ​ຖີ​ໂກ, ປີ 2015 ທ່ານ​ ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ງານ​ໃນ​ເມືອງ, ມາ​ດຳ​ລົງ​ຊີ​ວິດ​ຢູ່​ບ້ານ​ປາ​ຍ​ຮ​ວາ​ລິງ ​ກັບ​ເມຍ ເພື່ອ​ຮຽນ​ຄວາມ​ຮູ້​ການຊົມ​ນົກ​ກັບ​ພໍ່​ຕາ. ທ່ານ ​ເກີ​ປາວ​ຈື້ ​ສາ​ມາດ​ເວົ້າ​ພາ​ສາ​ອັງ​ກິດ ​ໄດ້​ຢ່າງຫຼ່ຽນ​ໄຫຼ ແລະ ຊ່ວຍ​ພໍ່​ຕາ​ ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ. ທ່ານ​ ບໍ່​ພຽງ​ແຕ່​ເປັນ “ຜູ້ນຳ​ທ່ຽວ​ຊົມ​ນົກ” ທີ່​ເກັ່ງ​ກ້າ​ສາ​ມາດ​ເທົ່າ​ນັ້ນ, ແຕ່ຍັງໄດ້​ຈັດ​ໃຫ້​ມີ​ການ​ບໍ​ລິ​ການ​ຕ່າງໆ ເຊັ່ນ: ການ​ສຶກ​ສາຫຼັກ​ສູດ​ທຳ​ມະ​ຊາດ, ການ​ບໍ​ລິ​ການ​ກ່ຽວ​ກັບ​ການ​ຄົ້ນ​ຄວ້າ​ສັດ​ ແລະ​ ພືດ, ການ​ຈັດ​ວາງ​ເສັ້ນ​ທາງ​ທ່ອງ​ທ່ຽວ​ຢູ່​ພູ​ກ່າວຫຼີ​ກຸ້ງ​ຊານ ແລະ ອື່ນໆ ພ້ອມ​ທັງ​ໄດ້​ໂຄ​ສະ​ນາ​ເຜີຍ​ແຜ່​ທັດ​ສະ​ນະ​ຄະ​ຕິ​ປົກ​ປ້ອງ​ຊີ​ວະ​ນາໆ​ພັນ ໂດຍ​ຜ່ານ​ຮູບ​ການ​ຖ່າຍທຳ​ວິ​ດີ​ໂອ​ສັ້ນ ​ໃນ​ການ​ເຜີຍ​ແຜ່​ຄວາມ​ຮູ້​ທົ່ວ​ໄປ​ດ້ານ​ວິ​ທະຍາ​ສາດ.

    

ຄົນ​ທີ່​ຮູ້ “ພາ​ສາ​ນົກ”

ໃນຕອນ​ເຊົ້າ, ທ່ານ ​ສຽວ​ລີ​ຮ​ວາ ທີ່​ຖືກ​ຄົນ​ທັງຫຼາຍ​ເອີ້ນ​ວ່າ​: “ອ້າຍ​ນົກ” ໄດ້​ມຸ່ງ​ໜ້າ​ເຂົ້າ​ປ່າ, ເລີ່ມປະຕິບັດ​ວຽກ​ງານປະ​ຈຳ​ວັນ​ຂອງ​ຕົນ ​ກໍ​ຄືການຖ່າຍພາບ​ນົກ.

ຢູ່​ເຂດ​ປ່າ​ຕຶບ​ດົງ​ໜາ, ທ່ານ ​ສຽວ​ລີ​ຮ​ວາ​ ໄດ້​ເອົາ​ນິ້ວ​ມື​ຈຸ​ປາກ ແລ້ວ​ຜັນ​ເປັນ​ສຽງ​ນົກ​ຮ້ອງ, ບໍ່​ດົນ, ນົກ​ນ້ອຍ​ສີ​ນ້ຳ​ຕານ​ມີ​ແຕ້ມ​ສີ​ຂາວ​ໂຕ​ໜຶ່ງ​ ກໍ​ໄດ້​ເຕັ້ນ​ອອກ​ມາ, ເຕັ້ນ ແລະ ບິນ​ອ້ອມ ​ທ່ານ ​ສຽວ​ລີ​ຮ​ວາ. ທີ່​ຈິງ​ແລ້ວ, ນົກ​ນ້ອຍ​ໂຕ​ນີ້​ ແມ່ນ​ນົກ​ເໝີຍ​ແຕ້ມ​ຂາວ, ເປັນ​ນົກ​ປະ​ເພດ​ອ່ອນ​ໄຫວ ແລະ ນົກ​ທີ່​ພິ​ເສດ​ຢູ່​ຈີນ, ມີຮູບຮ່າງໜ້າຕາ ເປັນ​ຕາ​ໜ້າ​ຮັກ​ຂອງ​ນົກ ​ຊຶ່ງເປັນການສ້າງບັນຍາກາດ ໃຫ້​ຄົນ​ທັງຫຼາຍ​ຫົວ​ນຳ.

ທ່ານ​ ສຽວ​ລີ​ຮ​ວາ ເປັນ​ຊາວ​ບ້ານ​ ບ້ານ​ຊານ​ຊາ​ເຫີ ​ເມືອງ​ຢຸ້ຍ​ລົງ​ ນະ​ຄອນ​ລີ​ຈ່ຽງແຂວງ​ຢຸນ​ນານ​. ສ່ວນບ້ານຊານ​ຊາ​ເຫີ​ ຕັ້ງ​ຢູ່​ເຂດ​ຈິ່ນ​ຊື​ສາງ ​ພູ​ຫຼາວ​ຈຸ່ນ​ຊານ ທີ່​ເປັນ​ເຂດ​ໃຈ​ກາງ​ຂອງ​​ເຂດແມ່​ນ້ຳ 3 ສາຍ ​ໄຫຼ​ຕາມ​ທິດ​ດຽວ​ກັນ ທີ່​ເປັນ​ມໍ​ລະ​ດົກ​ທຳ​ມະ​ຊາດ​ຂອງ​ໂລກ. ແຫ່ງ​ນີ້​ປ່າ​ຕຶບ​ດົງ​ໜາ, ມີ​ສັດ ແລະ ພືດຫຼາກຫຼາຍ​ຊະ​ນິດ, ມີຫຼາຍ​ຊະ​ນິດ​ແມ່ນ​ຫາ​ຍາກ ແລະ ສ່ຽງ​ຈະ​ສູນ​ພັນ.

ປີ 2020, ທ່ານ​ ສ​ຽວ​ລີ​ຮ​ວາ ​ໄດ້​ຊ່ວຍ​ນັກ​ສຶກ​ສາ​ຊັ້ນ​ປະ​ລິນ​ຍາ​ໂທ​ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ ຂະ​ແໜງ​ການ​ປ່າ​ໄມ້ ​ພາກ​ຕາ​ເວັນ​ຕົກສ່ຽງໃຕ້​ຂອງ​ຈີນ ພົບ​ເຫັນ​ນົກ​ເໝີຍ​ແຕ້ມ​ຂາວທີ່​ຫາ​ຍາກ​ຢູ່​ເຂດ​ໃກ້​ບ້ານ​ຕົນ ຊຶ່ງເຮັດ​ໃຫ້​ທ່ານ ​ເກີດ​ມີ​ຄວາມ​ສົນ​ໃຈຫຼາຍ​ຕໍ່​ນົກ. ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຂອງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ແລະ ຜູ້​ຊ່ຽວ​ຊານ​ຊົມ​ນົກ, ທ່ານ​ ສຽວ​ລີ​ຮ​ວາ​ ໄດ້​ສ້າງ​ຕັ້ງ​ຈຸດ​ຕິດ​ຕາມ​ຊົມ​ນົກ ຢູ່​ພູຫຼາວ​ຈຸ່ນ​ຊານ ເພື່ອ​ເປັນ​ສະ​ຖານ​ທີ່​ຖ່າຍ​ພາບ​ນົກ​ທີ່​ດີ​ໃຫ້​ແກ່​ມື​ກ້ອງ​ຜູ້​ມັກ​ຊົມ​ນົກ.

ໂດຍ​ຜ່ານ​ການ​ຝຶກ​ຝົນ​ເປັນ​ໄລ​ຍະ​ເວລາດົນ​ນານ, ທ່ານ​ ສຽວ​ລີ​ຮ​ວາ ​ສາ​ມາດ​ຝຶກ​ຮ້ອງ​ສຽງ​ນົກ​ໄດ້ 9 ປະ​ເພດ ເພື່ອ​ດຶງ​ດູດ​ນົກ​ບິນ​ໃກ້​ເຂົ້າ​ມາ. ທ່ານ ​ໄດ້​ຢຶດໝັ້ນຫຼັກ​ການ “ຖ່າຍ​ພາບ​ແບບ​ທຳ​ມະ​ຊາດ” ເພື່ອ​ນຳ​ພາ​ມື​ກ້ອງ​ຖ່າຍ​ພາບ​ນົກແບບ​ບໍ່​ໄດ້​ລົບ​ກວນ​ນົກ, ໃນ​ຂະ​ນະ​ດຽວ​ກັນ, ທ່ານ​ ກໍ​ໄດ້ ສະກັດ​ກັ້ນ​ການ​ປະ​ພຶດ​ທີ່​ບໍ່​ດີ​ຂອງ​ມື​ກ້ອງ​ຢ່າງ​ເຂັ້ມ​ງວດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ນົກ​ຖືກ​ທຳ​ລາຍ.

ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ ສຽວ​ລີ​ຮ​ວາ​ ໄດ້​ເຮັດ​ໃຫ້​ບ້ານ​ຂອງ​ທ່ານ ​ກາຍ​ເປັນ​ສະ​ຖານ​ທີ່​ສຳ​ຄັນ ສຳ​ລັບ​ການ​ຖ່າຍ​ພາບ​ນົກ​ຫາ​ຍາກຫຼາຍ​ຊະ​ນິດ. ພາຍ​ໃຕ້​ກາ​ນ​ນຳ​ພາ​ຂອງ​ທ່ານ, ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ມາ​ທ່ຽວ​ນັບ​ມື້​ນັບຫຼາຍ​ຂຶ້ນ, ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງ​ຊາວ​ບ້ານ​ ກໍຂາຍ​ດິບ​ຂາຍ​ດີເຊັ່ນ​ດຽວ​ກັນ.

  

ຊາວ​ບ້ານ​ທຸກ​ຄົນ​ລ້ວນ​ແຕ່​ກາຍ​ເປັນຜູ້​ປົກ​ປ້ອງ​ນົກ

ທ່ານ​ ໄຊ້​ອູ ຊາວ​ບ້ານບ້ານ​ສື​ຖີ່​ ເມືອງ​ຢິງ​ຈ່ຽງ​ແຂວງ​ຢຸນນານ​ຈີນ ຮູ້​ດີ​ຕໍ່​ຄວາມ​ຊິນ​ເຄີຍ​ຂອງ​ນົກ 200 ກວ່າ​ຊະ​ນິດ ແລະ ເປັນ “ຜູ້​ຊ່ຽວ​ຊານ​ນົກ” ທີ່​ມີ​ຊື່​ສຽງ​ຂອງ​ທ້ອງ​ຖິ່ນ​ນັ້ນ.

ທ່ານ ໄຊ້​ອູ​ ເລີ່ມ​ເປັນ “ຜູ້ນຳ​ທ່ຽວ​ຊົມ​ນົກ” ແຕ່​ປີ 2015. ປີ​ນັ້ນ, ​ຄະ​ນະ​ຄົ້ນ​ຄວ້າ​ວິ​ທະ​ຍາສາດ​ ໄດ້​ເດີນ​ທາງ​ມາ​ເຖິງ​ບ້ານສື​ຖີ່, ທ່ານ​ ໄຊ້​ອູ​ ໄດ້ນໍາພາຄະນະທ່ຽວຊົມນົກ ເພື່ອ​ແນະ​ນຳນົກ​ຊະ​ນິດ​ຕ່າງໆ​ຂອງ​ທ້ອງ​ຖິ່ນ. ປະ​ສົບ​ການ​ດັ່ງ​ກ່າວ​, ເຮັດ​ໃຫ້​ທ່ານ ​ໄຊ້​ອູ​ ຮູ້​ສຶກວ່າ: ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ ຈະ​ສ້າງ​ຄວາມ​ຮັ່ງ​ມີ​ ໃຫ້​ແກ່​ຊາວ​ບ້ານ.

ໃນ​ຂະ​ນະ​ດຽວ​ກັນ, ເມືອງ​ຢິງ​ຈ່ຽງ​ ເລີ່ມ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ່າງໆ ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊົມ​ນົກ ແລະ ທ່ານ ​ໄຊ້​ອູ ​ກໍ​ໄດ້​ກຳ​ໂອ​ກາດ​ດັ່ງ​ກ່າວ ເພື່ອເປັນ “ຜູ້ນຳ​ທ່ຽວ​ຊົມ​ນົກ”, ນຳ​ພາ​ຊ່າງ​ຖ່າຍ​ຮູບ ແລະ ຜູ້​ມັກ​ຊົມ​ນົກ​ ໄປ​ຕິດ​ຕາມ​ຊົມ ແລະ ຖ່າຍ​ພາບ​ນົກ ພ້ອມ​ທັງ​ອະ​ທິ​ບາຍ​ຄວາມ​ຮູ້​ກ່ຽວ​ກັບ​ນົກ​ໄປ​ພ້ອມ. ປີ​ທຳ​ອິດ, ທ່ານ​ ໄຊ້​ອູ​ ສ້າງ​ລາຍ​ຮັບ​ໄດ້​ເຖິງ 30.000 ຢວນ, ທ່ານ ​ກໍ​ໄດ້​ຖອດ​ຖອນ​ບົດ​ຮຽນ​ຂອງ​ຕົນ​ ໃຫ້​ແກ່​ຊາວ​ບ້ານ​ທັງຫຼາຍ ແລະ ນຳ​ພາ​ຊາວ​ບ້ານ​ເປັນ “ຜູ້ນຳ​ທ່ຽວ​ຊົມ​ນົກ” ເຊັ່ນ​ດຽວກັນ.

ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊົມ​ນົກ, ຊາວ​ບ້ານ​ທັງຫຼາຍ​ ກໍ​ມີຄວາມຮັບຜິດຊອບ ໃນການອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ ແລະ ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ຂອງ​ບ້ານ​ໃຫ້​ດີ​ຂຶ້ນ.

ບ້ານ​ສື​ຖີ່​ ໄດ້​ສ້າງ​ຕັ້ງ​ຈຸດຕິດ​ຕາມ​ຊົມ​ນົກຫຼາຍ​ແຫ່ງ, ຊາວ​ບ້ານຫຼາຍ​ສິບ​ຄົນ ​ໄດ້​ກາຍ​ເປັນ“ຜູ້ນຳ​ທ່ຽວ​ຊົມ​ນົກ”, ຫຼາຍ​ຄອບ​ຄົວ​ໄດ້​ເປີດ​ຣີ​ສອດ ເພື່ອຮັບໃຊ້ໃນການບໍລິການທ່ອງທ່ຽວແບບທໍາມະຊາດ. ພູ​ຂອງ​ບ້ານ​ສື​ຖີ່​ ມີຄວາມຂຽວ​ງາມກວ່າ​ເກົ່າ, ຊະນິດນົກ​ກໍ​ມີຫຼາຍກວ່າ​ເກົ່າ ແລະ ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ທ່ຽວ​ບ້ານ​ສື​ຖີ່ ​ກໍ​ນັບ​ມື້​ນັບຫຼາຍ​ຂຶ້ນ.

ແຫຼ່ງຂ່າວ: ສໍານັກຂ່າວສານຈີນ, ໜັງສືພິມລາຍວັນລີ້ຈ່ຽງເປັນຕົ້ນ; ພາບໂດຍ: ສໍານັກຂ່າວສານຊິນຮວາ, ໜັງສືພິມລາຍວັນຢຸນນານ ແລະ ອື່ນໆ


ເນື້ອ​ໃນ​ເພີ່ມ​ເຕີມ:

ແຂວງ​ຢຸນ​ນານ​ ມີ​ນົກຫຼາຍກວ່າ 1.000 ຊະ​ນິດ ຊຶ່ງ​ໄດ້​ກວມ​ປະ​ມານ 9% ຂອງ​ລວມຍອດ​ຊະ​ນິດ​ນົກ​ຂອງໂລກ.ນອກ​ນີ້, ແຂວງ​ຢຸນ​ນານ​ ກໍ​ແມ່ນ​ໜຶ່ງ​ໃນ​ຕົ້ນ​ກຳ​ເນີດ ແລະ ສູນ​ຂະ​ຫຍາຍ​ພັນ​ຂອງ​ນົກ; ໃນ​ຂະ​ນະດຽວ​ກັນ, ແຂວງ​ຢຸນ​ນານ​ ຍັງ​ແມ່ນ​ຊ່ອງ​ທາງທີ່​ສຳ​ຄັນ​ສຳ​ລັບ​ນົກ​​ອົບ​ພະ​ຍົບ ແລະ ມີ​ສະຖານທີ່ອົບ​ພະ​ຍົບ​ທີ່​ສຳ​ຄັນ 40 ກວ່າ​ແຫ່ງ ສຳ​ລັບ​ນົກ​ອົບ​ພະ​ຍົບ.
ແຫຼ່ງຂ່າວ: ໜັງສືພິມຄໍ່າເມືອງລະດູບານໃໝ່

“ຜູ້ນໍາທ່ຽວຊົມນົກ” ຂອງແຂວງຢຸນນານ