ລາຍການພາສາມື: ລະດູຝົນມາຮອດ, ຄົນຢຸນນານກໍເລີ່ມສະຫຼອງຄວາມມ່ວນຊື່ນກ່ຽວ ກັບເຫັດ

2024-08-21 18:04:28

ແຂວງຢຸນນານຕັ້ງຢູ່ໃນເຂດເສັ້ນຮຸ້ງຕ່ຳ, ມີທີ່ຕັ້ງພູມສາດ ແລະ ເງື່ອນໄຂດ້ານສະພາບອາກາດທີ່ທຳມະຊາດມອບໃຫ້ເປັນເອກະລັກພິເສດ ກໍ່ໃຫ້ເກີດຊັບພະຍາກອນເຫັດທີ່ອຸດົມສົມບູນ. ຢຸນນານແມ່ນແຂວງທີ່ມີປະລິມານການຜະລິດ ແລະ ປະລິມານການຄ້າຂາຍເຫັດປ່າທຳມະຊາດທີ່ຫຼາຍທີ່ສຸດໃນທົ່ວປະເທດຈີນ, ທັງແມ່ນສະຖານທີ່ຜະລິດຕົ້ນຕໍຂອງທຸລະກິດເຫັດປ່າໃນໂລກ, ເຫັດປ່າທີ່ສາມາດກິນໄດ້ມີ 2500 ກວ່າຊະນິດທີ່ເປັນທີ່ຮູ້ຈັກໃນໂລກ, ຢຸນນານມີ 900 ກວ່າຊະນິດ, ກວມເອົາ 36% ຂອງຊະນິດປະເພດເຫັດທີ່ມີໃນທົ່ວໂລກ, ກວມເອົາ 90% ຂອງຊະນິດປະເພດເຫັດທີ່ມີໃນຈີນ, ໄດ້ຊົມໃຊ້ຊື່ສຽງທີ່ເປັນນາມມະຍົດ ເຊັ່ນ “ບ້ານເກີດເຫັດປ່າຈີນ” “ເມືອງແຫ່ງອາຫານເຫັດປ່າຈີນ” ເປັນຕົ້ນ.

ເມື່ອເຂົ້າສູ່ລະດູຮ້ອນ, ເຫັດປ່າທີ່ຢູ່ທົ່ວພູຜາ ແລະ ພື້ນດິນກໍມາຄຽງຄູ່ກັບນ້ຳຝົນ, ພວກມັນຜຸດອອກມາຈາກດິນຢ່າງງຽບໆທ່າມກາງສຽງຮ້ອງຂອງຝົນຟ້າຄະນອງ. ໃນຕອນເຊົ້າເດິກ, ຜູ້ຄົນຈະແບກກະຕ່າໄມ້ໄຜ່ໃຫຍ່, ໃນມືຖືທ່ອນໄມ້ ຫຼື ກ່ຽວ, ຂຶ້ນພູໄປເກັບເຫັດ, ເຫັດປ່າເຫຼົ່ານີ້ບາງອັນກໍເກີດຢູ່ເທິງຕົ້ນໄມ້, ຍັງມີທີ່ເກີດໃນປ່າຫຍ້າ ແລະ ໃນດິນ, ທຸກຄົນກົ້ມແອວ ກົ້ມຫົວ, ຈັບຫຍ້າແຍກອອກຈາກກັນ, ຄົ້ນຫາເງົາຂອງ “ວິນຍານນ້ອຍ” ເຫຼົ່ານີ້ຢ່າງລະອຽດ. ເຫັດບົວ (ຊື່ສາກົນ: Collybia albuminosa) , ເຫັດພໍຊີນີ (porcino), ເຫັດໄຄຂຽວ (Russula virescens) , ເຫັດມັດຊຶຕາເກະ (matsutake)… ແຕ່ລະດອກປານີດຄືກັບຄັນຮົ່ມນ້ອຍ, ລ້ວນແຕ່ແມ່ນການມອບຂອງຂວັນຈາກທຳມະຊາດອັນກວ້າງໃຫຍ່, ເຮັດໃຫ້ຄົນຮັກຍາກຈະວາງລົງ. ບໍ່ດົນ, ກະຕ່າໄມ້ໄຜ່ຂອງທຸກຄົນກໍຖືກບັນຈຸຈົນເຕັມດ້ວຍເຫັດປ່າດອກໃຫຍ່ໆນ້ອຍໆ, ເກັບໄດ້ເຕັມແລ້ວກໍກັບເມືອ.

ໃນຕະຫຼາດຄ້າຂາຍແລກປ່ຽນເຫັດປ່າ, ຄົນຊື້ເຫັດປ່າກໍຫຼັ່ງໄຫຼໄປມາຢ່າງຕໍ່ເນື່ອງ, ຮ້ານທີ່ໃຫ້ບໍລິການລ້າງເຫັດກໍຄາຈົນໄປໃສບໍ່ໄດ້, ພວກເຂົາຕົ້ນຕໍກໍແມ່ນຊ່ວຍລູກຄ້າໃນການຄັດເລືອກເຫັດປ່າ, ຂັດດິນຕົມອອກຈາກມຸມຕ່າງໆຂອງເຫັດ, ລ້າງອະນາໄມ, ຕັດເປັນແຜ່ນ, ຫໍ່ບັນຈຸ ແລະ ອື່ນໆ, ໃຫ້ລູກຄ້າສາມາດນຳກັບບ້ານແລ້ວກໍເອົາໄປຂົ້ວໃນໝໍ້ໄດ້ໂດຍກົງ, ທັງສະດວກທັງ ຫຼຸດຂັ້ນຕອນ.

ເຫັດປ່າ ໄດ້ຈາກພູຜາປ່າໄມ້ເຂົ້າມາໃນໂຕະອາຫານ, ປ່ຽນເປັນ ອາຫານແຊບທີ່ມີທັງກິ່ນຫອມ ລົດຊາດ ແລະ ສີສັນ - ຂົ້ວເຫັດປ່າໄຟແຮງ, ໝໍ້ຮ້ອນເຫັດປ່າ, ຊາຊິມິ (sashimi) ເຫັດມັດຊຶຕາເກະ, ຕຸ໋ນໄກ່ເຫັດປ່າ… ຍັງມີຮ້ານອາຫານບາງແຫ່ງນຳເອົາເຫັດປ່າ ແລະ ອາຫານທະເລມາປະສົມປະສານກັນໄດ້ຢ່າງອັດສະຈັນ, ນຳສະເໜີປະເພດອາຫານປະດິດສ້າງໃໝ່, ເຊັ່ນ ຊາຊິມິຄູ່ອາຫານທະເລກັບເຫັດປ່າ, ໜຶ້ງຊີ້ນຫອຍເຊວເຫັດປ່າ ເປັນຕົ້ນ, ແມ່ນ “ອາຫານລົດຊາດດີຈາກທະເລ ແລະ ພູເຂົາ” ທີ່ສົມກັບຊື່ສຽງແທ້ໆ.

ນອກຈາກນີ້, ນອກຈາກທີ່ເປັນອາຫານສົດທີ່ເໝາະສົມກັບການຊິມໃນລະດູການແລ້ວ, ເຫັດປ່າຍັງຖືກປຸງແຕ່ງເປັນແຜ່ນແຫ້ງ ເຊັ່ນ ແຜ່ນອາຫານ, ແຜ່ນແປ້ງເຫັດປ່າ, ເຫຼົ້າເຫັດປ່າ, ຊາເຫັດປ່າ, ເຄື່ອງປຸງເຫັດປ່າ ແລະ ອື່ນໆ, ຜະລິດຕະພັນທີ່ມີຂັ້ນຕອນການປຸງແຕ່ງເລິກເຊິ່ງທີ່ຫຼາກຫຼາຍ, ບໍ່ພຽງແຕ່ເຮັດໃຫ້ວິທີການກິນເຫັດປ່າມີຄວາມອຸດົມສົມບູນ, ທັງເຮັດໃຫ້ຄົນຫຼາຍຍິ່ງຂຶ້ນສາມາດເຊີຍຊົມກັບຂອງຂວັນອັນນີ້ທີ່ຖືກມອບມາຈາກທຳມະຊາດອັນກວ້າງໃຫຍ່.

ລາຍການພາສາມື: ລະດູຝົນມາຮອດ, ຄົນຢຸນນານກໍເລີ່ມສະຫຼອງຄວາມມ່ວນຊື່ນກ່ຽວ ກັບເຫັດ