ລາຍການພາສາມື: ຮູບແຕ້ມຕົງປາເຜົ່ານ້າຊີ: ສິລະປະທີ່ຢູ່ເທິງປາຍປາກກາ
ຮູບຕົງປາ ແມ່ນພາກສ່ວນປະກອບອັນສຳຄັນຂອງ ສິລະປະວັດທະນະທຳ ຕົງປາ (Dongba) ເຜົ່ານ້າຊີ (Naxi) , ຕົ້ນຕໍແມ່ນກະຈາຍຢູ່ໃນເຂດທີ່ພັກອາໄສ ຂອງເຜົ່ານ້າຊີ ນະຄອນລີ້ຈ່ຽງ (Lijiang) ແຂວງຢຸນນານ (Yunnan). ຮູບແຕ້ມຕົງປາ ຕົ້ນຕໍແມ່ນໃຊ້ວັດສະດຸ ເຊັ່ນໃຊ້ແຜ່ນໄມ້, ເຈ້ຍຕົງປາ, ຜ້າປ່ານ ເປັນຕົ້ນ, ໃຊ້ປາກກາໄມ້ໄຜ່ທີ່ເຮັດເອງ ຈຸ່ມນ້ຳໝຶກທີ່ເຮັດຈາກຄວັນຕົ້ນສົນ ແຕ້ມຮ່າງອອກມາ, ຈາກນັ້ນໃຊ້ສີທຳມະຊາດຕ່າງໆ. ຜົນງານຮູບແຕ້ມແບບນີ້ ສາມາດຢູ່ໄດ້ຫຼາຍຮ້ອຍປີໂດຍທີ່ສີບໍ່ຈືດຈາງ. ເດືອນພຶດສະພາ 2006, ຮູບຕົງປາ ຂອງເຜົ່ານ້າຊີ ໄດຖືກບັນຈຸເຂົ້າໃນລາຍຊື່ ມໍລະດົກທາງວັດທະນະທຳທີ່ບໍ່ເປັນວັດຖຸແຫ່ງຊາດຊຸດທຳອິດຂອງຈີນ.
ວັດສະດຸສີທີ່ໃຊ້ເຮັດແຕ້ມຮູບຕົງປາແມ່ນມາຈາກທຳມະຊາດ. ກ່ອນການແຕ້ມຮູບ, ບັນດາຈິດຕະກອນຮູບຕົງປາ ຈະຄົ້ນຫາແຮ່ທາດ ແລະ ພືດຈາກທຳມະຊາດ, ມາຜະລິດປຸງແຕ່ງເປັນສີສັນທີ່ເຂັ້ມຂຸ້ນສົດໃສ. ສິລະປະການປຸງແຕ່ງວັດສະດຸສີຈາກພືດຂ້ອນຂ້າງງ່າຍ, ໂດຍປົກກະຕິແລ່ວຈະໃຊ້ໃບໄມ້, ກີບດອກໄມ້ ແລະ ອື່ນໆທີ່ເກັບໄດ້ມາບົດໃຫ້ມຸ່ນ, ແລ້ວໃຊ້ຜ້າຝ້າຍທີ່ເປັນຕາໜ່າງປັ້ນອອກມາເປັນສີນ້ຳຕ່າງໆກໍໄດ້ແລ້ວ. ການຜະລິດປຸງແຕ່ງສີຈາກແຮ່ທາດຈະສັບຊ້ອນໜ້ອຍໜຶ່ງ, ຕ້ອງຜ່ານຫຼາຍໆຂັ້ນຕອນເຊັ່ນ ການບົດ, ການລ້າງ, ການຂັດວັດສະດຸ ແລະ ອື່ນໆ, ຈາກນັ້ນຈຶ່ງຕື່ມນ້ຳສະອາດຕາມອັດຕາສ່ວນທີ່ກຳນົດແລ້ວບົດຊ້ຳໄປຊ້ຳມາໃຫ້ມຸ່ນ
ຫຼັງຈາກສິ້ນສຸດການສະກັດວັດສະດຸສີ, ບັນດາຈິດຕະກອນຮູບຕົງປາ ກໍເລີ່ມຂຶ້ນສີຮູບແຕ້ມ, ຮູບແຕ້ມຕົງປາ ມີຮູບແບບຕົ້ນຕໍເຊັ່ນ ຮູບແຕ້ມມ້ວນຄຳພີ, ຮູບແຕ້ມປ້າຍໄມ້, ຮູບແຕ້ມປ້າຍເຈ້ຍ, ຮູບແຕ້ມປາກກາໄມ້ໄຜ່ ແລະ ຮູບແຕ້ມແບບມ້ວນ ເປັນຕົ້ນ, ຜົນງານຮູບແຕ້ມຕົ້ນຕໍແມ່ນນຳໃຊ້ໃນກິດຈະກຳ ພິທີຕົງປາຕ່າງໆ.
ຮູບແຕ້ມຕົງປາ ບໍ່ພຽງແຕ່ປະສົມປະສານການເຄົາລົບບູຊາແບບດັ້ງເດີມຂອງບັນພະບູລຸດເຜົ່ານ້າຊີ ທີ່ມີຕໍ່ ທຳມະຊາດ, ບັນທຶກເນື້ອໃນການດຳລົງຊີວິດ ການຜະລິດທີ່ອຸດົມສົມບູນຂອງພວກເຂົາ, ຍັງໄດ້ສະແດງໃຫ້ເຫັນແນວຄິດການການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງຄົນ ແລະ ທຳມະຊາດ. ຫົວຂໍ້ຕົ້ນຕໍຂອງຜົນງານຮູບແຕ້ມ ໄດ້ກວມເອົາ ເທວະດາ ແລະ ວິນຍານຜີສາງ, ສັດຕ່າງໆນົກໜູປູປາ, ຕົ້ນໄມ້ໃບຫຍ້າ, ຮູບລັກສະນະຂອງບຸກຄົນ ແລະ ອື່ນໆ. ຮູບແຕ້ມຕົງປາສ່ວນຫຼາຍ ມີທັງຮູບ ທັງໂຕອັກສອນ, ຮູບແຕ້ມມີຊີວິດຊີວາເໝືອນຈິງ, ຍັງຄົງຮັກສາເອກະລັກການຂຽນອັກສອນຮູບພາບໄວ້ຢ່າງເຂັ້ມຂຸ້ນ, ເປັນ“ຊາກດຶກດຳບັນທີ່ມີຊີວິດ” (living fossil) ສຳລັບການຄົ້ນຄວ້າສິລະປະຮູບແຕ້ມດັ້ງເດີມຂອງມະນຸດ.
ໃນປັດຈຸບັນ, ສິລະປະຝີມືການແຕ້ມຮູບຕົງປາພັດທະນາຜ່ານການສົ່ງຕໍ່ ແລະ ສືບທອດ. ຢູ່ລີ້ຈ່ຽງ, ທຸກຄັ້ງເມື່ອຍາມພັກລະດູຮ້ອນມາເຖິງ, ບັນດາເດັກນ້ອຍທີ່ມັກຮັກການແຕ້ມຮູບ ແລະ ວັດທະນະທຳຕົງປາ, ພາຍໃຕ້ການນຳພາຂອງຈິດຕະກອນຕົງປາ, ໄດ້ຮ່ຳຮຽນວິທີ ແລະ ເຕັກນິກພື້ນຖານຂອງການແຕ້ມຕົງປາ, ຮຽນຮູ້ເນື້ອໃນທີ່ແຝງຢູ່ຢ່າງເລິກເຊິ່ງຂອງວັດທະນະທຳດົງປາ ແລະ ສະເໜ່ທີ່ເປັນເອກະລັກ. ຈາກຄວາມງົດງາມຂອງຮູບລັກສະນະໂຕອັກສອນຕົງປາ, ຈົນຮອດຮູບແຕ້ມຕົງປາທີ່ກວມເອົາເລື່ອງເລົ່າ ແລະ ເນື້ອໃນແຝງທີ່ມີຄວາມອຸດົມສົມບູນ, ທຸກໆລາຍລະອຽດລ້ວນແຕ່ເຮັດໃຫ້ບັນດາເດັກນ້ອຍຮູ້ສຶກຫຼົງໄຫຼ.