ໄປຢ້ຽມຢາມປ່າຝົນເຂດຮ້ອນຕາມເຂດຊາຍແດນລາວ-ຈີນ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2024-08-16 15:31:17

ໃນລະດູຮ້ອນ, ຄະນະສື່ມວນຊົນລາວ-ຈີນ ໄດ້ເດີນທາງໄປຢ້ຽມຢາມ ສວນພຶກສາສາດເຂດຮ້ອນສິບສອງພັນນາທີ່ຂຶ້ນກັບສະພາບັນດິດວິທະຍາສາດແຫ່ງຊາດຈີນ (ຕໍ່ໄປນີ້ເອີ້ນວ່າ ສວນພຶກສາສາດເຂດຮ້ອນສິບສອງພັນນາ) ແລະ ແຫຼ່ງທ່ອງທ່ຽວຕົ້ນຍາງ, ຕິດຕາມ ທ່ານ ກິດຕິສັກ ພຸດທະວົງ ນັກສຶກສາລາວທີ່ຮຽນຈົບປະລິນຍາເອກຢູ່ ສປ ຈີນ ແລະ ເຮັດວຽກຢູ່ຫ້ອງທົດລອງນິເວດວິທະຍາປ່າໄມ້ເຂດຮ້ອນ ສະພາບັນດິດວິທະຍາສາດແຫ່ງຊາດຈີນ, ເພື່ອໃຫ້ຮັບຮູ້ໝາກຜົນແຫ່ງການຮ່ວມມື ໃນການປົກປ້ອງຊີວະນາໆພັນ ແລະ ປົກປັກຮັກສາປ່າຝົນເຂດຮ້ອນ ລະຫວ່າງລາວ-ຈີນ, ມາຟັງສຽງຂອງປ່າຝົນ.

ດອກຈໍາປາ ທີ່ເປັນສັກ ຂີພິຍານໃຫ້ແກ່ ມິດຕະພາບລາວ-ຈີນ

ສວນພຶກສາສາດເຂດຮ້ອນສິບສອງພັນນາ ເປັນໜຶ່ງໃນສວນພຶກສາສາດຂອງຈີນ ທີ່ມີຊະນິດພືດທີ່ອຸດົມສົມບູນທີ່ສຸດ, ເປັນສວນພືດສະເພາະທີ່ມີຈຳນວນຫຼາຍທີ່ສຸດ ແລະ ມີເນື້ອທີ່ກວ້າງທີ່ສຸດ. ຢູ່ທີ່ນີ້, ດອກໄມ້ ແລະ ຕົ້ນໄມ້ທີ່ຫາຍາກຊະນິດຕ່າງໆເຕີບໃຫຍ່ຂະຫຍາຍຕົວ ແລະ ເບັ່ງບານ.

ທ່ານ ກິດຕິສັກ ພຸດທະວົງ ເປັນນັກວິທະຍາສາດທີ່ຄົ້ນຄວ້າພືດຕະກຸນຜັກກູດ, ຫຼາຍປີຜ່ານມາ, ທ່ານໄດ້ສຸມໃສ່ວຽກງານການປົກປ້ອງຊີວະນານາພັນຂອງປ່າຝົນເຂດຮ້ອນ. ຢູ່ໃນສວນດອກຈໍາປາ, ທ່ານ ກິດຕິສັກ ພຸດທະວົງ ແນະນໍາໃຫ້ຮູ້ວ່າ, ສວນດອກຈໍາປາແຫ່ງນີ້ບໍ່ພຽງແຕ່ໄດ້ປູກຕົ້ນຈໍາປາທີ່ເປັນຂອງປະເທດຈີນເອງເທົ່ານັ້ນ, ແຕ່ຍັງໄດ້ປູກຕົ້ນຈຳປາທີ່ນຳເຂົ້າຈາກຕ່າງປະເທດ. ມີຕົ້ນຈໍາປາຕົ້ນໜຶ່ງຢູ່ໃນສວນນີ້ ກໍແມ່ນຜູ້ນໍາສອງຊາດລາວ-ຈີນ ຮ່ວມກັນປູກໄວ້ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຊາດລາວ-ຈີນ.

ສະພາບດິນຟ້າອາກາດໃນພາກເໜືອຂອງລາວ ມີຄວາມຄ້າຍຄືກັນກັບກິ່ງແຂວງສິບສອງພັນນາ, ຕ່າງກໍມີຊັບພະຍາກອນປ່າໄມ້ເຂດຮ້ອນທີ່ອຸດົມສົມບູນ. ໃນສວນພຶກສາສາດເຂດຮ້ອນສິບສອງພັນນາ, ພວກເຮົາໄດ້ພົບເຫັນພືດຫຼາຍຊະນິດທີ່ປະເທດລາວກໍມີຄືກັນ. ຕົວຢ່າງວ່າໝາກກອກ, ໝາກ ແລະ ໃບຂອງມັນກໍເປັນວັດຖຸດິບສໍາຄັນໃນການປຸງແຕ່ງອາຫານຂອງປະຊາຊົນລາວ. ນອກນັ້ນ, ຍັງມີໄມ້ສັກທີ່ເກີດຢູ່ຫຼາຍແຂວງຂອງປະເທດລາວ, ມັນບໍ່ພຽງແຕ່ເປັນວັດຖຸກໍ່ສ້າງທີ່ສຳຄັນ ເທົ່ານັ້ນ, ແຕ່ໃບຂອງມັນເມື່ອນຳມາບົດເປັນຝຸ່ນແລ້ວ ຈະມີນ້ຳສີແດງຊຶມອອກມາ, ເປັນສີຍ້ອມແບບທໍາມະຊາດ.

ສວນພຶກສາສາດເຂດຮ້ອນສິບສອງພັນນາໄດ້ສ່ອງແສງໃຫ້ເຫັນເຖິງການປະສານງານຢ່າງແໜ້ນແຟ້ນ ແລະ ຄວາມພະຍາຍາມຮ່ວມກັນ ໃນການປົກປັກຮັກສາປ່າຝົນເຂດຮ້ອນລະຫວ່າງສອງຊາດລາວ-ຈີນ. ໃນຊຸມປີຜ່ານມາ, ສວນພຶກສາສາດເຂດຮ້ອນສິບສອງພັນນາ ໄດ້ລົງເລິກການຮ່ວມມືກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ສ້າງຕັ້ງສູນຄົ້ນຄວ້າຊີວະນາໆພັນອາຊີຕາເວັນອອກສ່ຽງໃຕ້ ເພື່ອດຳເນີນການຮ່ວມມືຂ້າມຊາດ ແລະ ດຳເນີນການຄົ້ນຄວ້າວິທະຍາສາດຮ່ວມກັນ.

ທ່ານ ຢາງເຈິ້ນ (Yang Zhen) ຫົວໜ້າໜ່ວຍງານໂຄສະນາ ສວນພຶກສາສາດເຂດຮ້ອນສິບສອງພັນນາ ກ່າວວ່າ: “ພວກເຮົາໄດ້ດຳເນີນການຄົ້ນຄວ້າວິທະຍາສາດຈີນ-ລາວ ເປັນເທື່ອທີ 4 ແລ້ວ, ໄດ້ຊ່ວຍປະເທດລາວຄົ້ນຫາຂໍ້ມູນພື້ນຖານດ້ານຊີວະນາໆພັນ, ເຊິ່ງໄດ້ຄົ້ນພົບພືດຊະນິດໃໝ່ຈໍານວນບໍ່ໜ້ອຍ. ນອກຈາກນັ້ນ, ຍັງໄດ້ອົບຮົມບົ່ມສ້າງນັກວິຊາການອີກດ້ວຍ.”

ທ່ານ ກິດຕິສັກ ພຸດທະວົງ ກ່າວວ່າ: “ປະເທດລາວມີຊະນິດພືດທີ່ອຸດົມສົມບູນ, ແຕ່ມີຫຼາຍຊະນິດຍັງບໍ່ທັນຖືກຄົ້ນພົບ ແລະ ຈັດເຂົ້າບັນຊີ. ການຈັດແບ່ງບັນຊີ ແລະ ການສ້າງຕັ້ງຕະກຸນພືດ ເປັນສິ່ງສຳຄັນຫຼາຍ ເຊິ່ງກໍແມ່ນຂົງເຂດສໍາຄັນ ໃນການຮ່ວມມືລະຫວ່າງສອງຝ່າຍ ລາວ-ຈີນ.”

    

ຖ່າຍທອດຄວາມຮູ້ ໃຫ້ແກ່ຄົນຫຼາຍກວ່າເກົ່າ

ຕອນເຊົ້າ, ນັກທ່ອງທ່ຽວ ແລະ ລົດທ່ອງທ່ຽວໄດ້ສັນຈອນໄປມາຢູ່ໃນສວນພຶກສາສາດເຂດຮ້ອນສິບສອງພັນນາ ຢ່າງບໍ່ຂາດສາຍ. ນັກທ່ອງທ່ຽວບາງຄົນຖ່າຍຮູບຢູ່ກ້ອງຮົ່ມໄມ້; ບາງຄົນຮ້ອງເພງຢູ່ຂ້າງຫຍ້າຊ້ອຍນາງລໍາ ແລະ ສັງເກດການປະພຶດຂອງໃບຫຍ້າ; ບາງຄົນກໍຕິດຕາມພະນັກງານອະທິບາຍ ເພື່ອຮັບຮູ້ຄວາມລຶກລັບຂອງພືດ ແລະ ຂີ່ບານລູນຊົມທິວທັດທີ່ສວຍງາມຂອງສວນພຶກສາສາດຈາກທາງອາກາດ.

ທ່ານ ຢາງເຈິ້ນ ກ່າວຕື່ມວ່າ: “ສວນພຶກສາສາດເຂດຮ້ອນສິບສອງພັນນາແຕກຕ່າງກັບສວນສາທາລະນະ, ສວນປູກພືດ ແລະ ສະຖາບັນຄົ້ນຄວ້າວິທະຍາສາດອື່ນໆ, ມັນບໍ່ພຽງແຕ່ເຮັດໃຫ້ປະຊາຊົນໄດ້ຊົມທິວທັດທີ່ສວຍງາມໃນສວນເທົ່ານັ້ນ, ຫາກຍັງໄດ້ເຜີຍແຜ່ຄວາມຮູ້ດ້ານວິທະຍາສາດອີກດ້ວຍ. ສຳລັບການປົກປ້ອງຊີວະນານາພັນ, ມີຄວາມເຂົ້າໃຈຕໍ່ທໍາມະຊາດແມ່ນບາດກ້າວທໍາອິດ ແລະ ກໍແມ່ນບາດກ້າວທີ່ສໍາຄັນທີ່ສຸດ. ສວນພຶກສາສາດເຂດຮ້ອນສິບສອງພັນນາມີພາລະໜ້າທີ່ 3 ຢ່າງ ນັ້ນກໍຄື: ການຄົ້ນຄວ້າວິທະຍາສາດ,ການສະສົມຊະນິດພືດ ແລະ ການເຜີຍແຜ່ຄວາມຮູ້ວິທະຍາສາດ ເຊິ່ງລ້ວນແຕ່ເປັນພາລະໜ້າທີ່ທີ່ສໍາຄັນຫຼາຍ.” ທ່ານ ຢາງເຈິ້ນ ແລະ ທ່ານ ກິດຕິສັກ ພຸດທະວົງ ລ້ວນແຕ່ເຫັນວ່າ: ມີແຕ່ໃຫ້ປະຊາຊົນໄດ້ຢູ່ໃກ້ຊິດກັບພືດ ແລະ ຮັບຮູພືດຊະນິດຕ່າງໆ, ຈຶ່ງຈະມີການເຄື່ອນໄຫວຕົວຈິງໃນການປົກປັກຮັກສາພືດຫຼາຍກວ່າເກົ່າ.

ໃນຊຸມປີຜ່ານມາ, ສວນພຶກສາສາດເຂດຮ້ອນສິບສອງພັນນາ ໄດ້ດໍາເນີນຫຼາຍກິດຈະກໍາ ທີ່ເຊີນຊວນປະຊາຊົນເຂົ້າຮ່ວມ, ເພື່ອຮຽກໂຮມຜູ້ຮັກຫອມທໍາມະຊາດ ເຊັ່ນ: ການທ່ຽວຊົມສວນພຶກສາສາດໃນຕອນກາງຄືນ, ຄ້າຍຝຶກອົບຮົມຊ່ຽວຊານພືດແບບສະໝັກຫຼິ້ນ, ຄ້າຍຖ່າຍທອດຄວາມຮູ້ກ່ຽວກັບປ່າຝົນ ແລະ ອື່ນໆ, ໃນຂະນະດຽວກັນ, ຍັງໄດ້ເຊີນຊວນນັກວິຊາການ ແລະ ຜູ້ຊ່ຽວຊານດ້ານການເຜີຍແຜ່ຄວາມຮູ້ວິທະຍາສາດ ໃນຂະແໜງການພືດ, ແມງໄມ້ ແລະ ນົກ, ເພື່ອເຜີຍແຜ່ຄວາມຮູ້ ແລະ ຂໍ້ມູນຂ່າວສານຕ່າງໆໃຫ້ແກ່ປະຊາຊົນນັບມື້ນັບຫຼາຍຂຶ້ນ.

ທ່ານ ກິດຕິສັກ ພຸດທະວົງ ໄດ້ແບ່ງປັນແນວຄິດ ແລະ ຄວາມຫວັງຂອງຕົນວ່າ: “ຊາວໜຸ່ມຮຸ່ນ​ໃໝ່ທີ່ດຳລົງຊີວິດຢູ່ໃນຕົວເມືອງບໍ່ຄ່ອຍມີໂອກາດໄປສຳຜັດກັບທຳມະຊາດຢ່າງແທ້ຈິງ, ຫວັງວ່າພວກເຮົາຈະສາມາດສ້າງເງື່ອນໄຂໃຫ້ຊາວໜຸ່ມໃນອານາຄົດ ໃຫ້ເຂົາເຈົ້າຮັບຮູ້ພືດຊະນິດຕ່າງໆຢູ່ເທິງໜ່ວຍໂລກ, ຮັບຮູ້ບົດບາດສໍາຄັນຂອງພືດໃນລະບົບນິເວດ, ກາຍເປັນຄູ່ຮ່ວມຂອງທຳມະຊາດ, ເພື່ອຮ່ວມກັນປົກປັກຮັກສາປ່າຝົນ ແລະ ປົກປ້ອງຊີວະນາໆພັນ.”
ບົດໂດຍ: Huang Yixian, Han Chengyuan, Yang Chunmei (ວິມົນ)

ໄປຢ້ຽມຢາມປ່າຝົນເຂດຮ້ອນຕາມເຂດຊາຍແດນລາວ-ຈີນ