ຜ້າແພຢຸນນານທີ່ມີຫຼາຍສີສັນ
ຈີນ ມີຊົນເຜົ່າສ່ວນໜ້ອຍທີ່ຕັ້ງພູມລຳເນົາຢູ່ແຂວງຢຸນນານ 25 ຊົນເຜົ່າ ຕັ້ງແຕ່ສະໄໝບູຮານ, ໃນນັ້ນ, ມີ 15 ຊົນເຜົ່າ ແມ່ນຕັ້ງພູມລຳເນົາຢູ່ແຂວງຢຸນນານ ພຽງແຂວງດຽວເທົ່ານັ້ນ. ຊົນເຜົ່າຕ່າງໆ ຢູ່ຮ່ວມກັນຢ່າງກົມກຽວກັນ, ຮັກແພງກັນ, ສ້າງຊີວິດການເປັນຢູ່ທີ່ດີງາມ ດ້ວຍຄວາມດຸໝັ່ນຂະຫຍັນພຽນ ແລະ ໄດ້ຕ່ຳຜ້າແພ ທີ່ມີຫຼາກຫຼາຍສີສັນຂອງໃຜລາວ. ໃນລາຍການພາກນີ້, ພວກເຮົາ ຈະແນະນຳຜ້າແພ ທີ່ມີເອກະລັກພິເສດຂອງຊົນເຜົ່າຕ່າງໆຂອງແຂວງຢຸນນານ, ຕິດຕາມສະພາບສືບທອດມໍລະດົກວັດທະນະທຳນາມມະທຳ ແລະ ການປະດິດສ້າງໃໝ່ ກ່ຽວກັບ ຜ້າແພຂອງແຂວງຢຸນນານ.
ນຸ່ງຊຸດກາເຟ
ໃນງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 8 ທີ່ຈັດຂຶ້ນຢູ່ນະຄອນຄຸນໝິງໃນຫວ່າງກ່ອນນີ້ບໍ່ດົນ, ຢູ່ຕາມຮ້ານວາງສະແດງຜ້າແພເຜົ່າວາແຂວງຢຸນນານ ທີ່ີມີຫົວຂໍ້ວ່າ “ນຸ່ງຊຸດກາເຟ” ໄດ້ດຶງດູດສາຍຕາຂອງຄົນທັງຫຼາຍ. ຮ້ານວາງສະແດງແຫ່ງນີ້ ຕັ້ງຢູ່ຫໍວາງສະແດງອຸດສາຫະກຳກາເຟ, ມີຜະລິດຕະພັນຜ້າແພເຜົ່າວາຕ່າງໆ ເຊັ່ນ: ຕຸກກະຕາ, ກາລະວັດ, ເຄື່ອງນຸ່ງແຟຊັນ, ຜ້າສະໂລ່ງ ແລະ ອື່ນໆ ທີ່ເຮັດດ້ວຍເສັ້ນຝ້າຍກາເຟ ໄດ້ດຶງດູດສາຍຕາຂອງຄົນທັງຫຼາຍ, ມີຜະລິດຕະພັນຫຼາຍຢ່າງຖືກຕິດປ້າຍ “ຂາຍແລ້ວ” ພາຍຫຼັງເຈົ້າຂອງຮ້ານເອົາມາວາງສະແດງບໍ່ດົນ.
ທ່ານ ເສິນທາວ (ChenTao) ເຈົ້າຂອງຮ້ານ ໄດ້ເວົ້າດ້ວຍຄວາມດີໃຈວ່າ: “ເປີດຮ້ານພຽງ 3 ຊົ່ວໂມງ, ຜ້າພັນຄໍ 11ຜືນ ແລະ ຜ້າສະໂລ່ງ 8 ຜືນກໍ ໄດ້ຂາຍໝົດແລ້ວ. ການເປີດງານວາງສະແດງເປັນເວລາ 3ມື້, ພວກເຮົາ ໄດ້ຮັບໃບສັ່ງຊື້ສິນຄ້າທີ່ມີມູນຄ່າ 160.000 ຢວນ.” ທ່ານ ເສິນທາວ ກ່າວຕື່ມວ່າ: ທີມງານເຂົ້າຮ່ວມງານວາງສະແດງ ຍັງບໍ່ທັນໄດ້ກັບບ້ານ, ໃບສັ່ງຊື້ສິນຄ້າ ກໍໄດ້ສົ່ງກັບຄືນເຖິງທຸກບ້ານແລ້ວ.
ທ່ານ ເສິນທາວ ແມ່ນເລຂາຜູ້ທີ 1 ທີ່ພະແນກກະສິກຳ ແລະ ຊົນນະບົດແຂວງຢຸນນານໄປປະຈຳການ ຢູ່ບ້ານປານມູ (Banmu) ເມືອງຊີເມິງ(Ximeng), ທ່ານ ກ່າວວ່າ: ໂດຍຜ່ານການປະດິດສ້າງໃໝ່, ພວກເຮົາໄດ້ເອົາກາກກາເຟ ມາຜະລິດເປັນເສັ້ນຝ້າຍກາເຟ, ບໍ່ພຽງແຕ່ໄດ້ອະນຸລັກສິ່ງແວດລ້ອມເທົ່ານັ້ນ, ແຕ່ຫາກຍັງສອດຄ່ອງກັບຄວາມຕ້ອງການຂອງຊີວິດການເປັນຢູ່ແບບທັນສະໄໝ. ຜ່ານຈາກການປະດິດສ້າງໃໝ່ແບບນີ້, ພວກເຮົາ ບໍ່ພຽງແຕ່ໄດ້ຊ່ວຍຜ້າແພເຜົ່າວາກ້າວເດີນອອກຈາກບ້ານເຜົ່າວາທີ່ຢູ່ເຂດຫ່າງໄກສອກຫຼີກເທົ່ານັ້ນ, ແຕ່ຫາກຍັງເຮັດໃຫ້ມູນເຊື້ອວັດທະນະທຳ ຕິດພັນກັບຊີວິດການເປັນຢູ່ທີ່ທັນສະໄໝອີກດ້ວຍ. ທ່ານ ເສິນທາວ ກ່າວຕື່ມວ່າ: ໃນອະນາຄົດ, ຂ້າພະເຈົ້າຫວັງວ່າ, ຈະສາມາດພັດທະນາໄປຕາມທິດທາງທີ່ກຳນົດໄວ້, ຈະພະຍາຍາມຮ່ວມກັບສະຫະກອນ ເພື່ອເຮັດໃຫ້ຜະລິດຕະພັນຜ້າແພກາເຟ ໄດ້ກາຍເປັນເຄື່ອງໃຊ້ປະຈຳວັນຫຼາຍກວ່າເກົ່າ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກຊາວໜຸ່ມທັງຫຼາຍ.
ສີມືຜ້າແພເຜົ່າວາ ແມ່ນສີມືມູນເຊື້ອຂອງເມືອງປົກຄອງຕົນເອງເຜົ່າວາຊີເມິງແຂວງຢຸນນານ ແລະ ເປັນໜຶ່ງໃນມໍລະດົກວັດທະນະທຳນາມມະທຳ ລະດັບຊາດຂອງຈີນ. ໂດຍຜ່ານການສືບທອດ ແລະ ພັດທະນາມາເປັນເວລາພັນປີ, ເສັ້ນຫຼາຍສີເຫຼົ່ານີ້ ບໍ່ພຽງແຕ່ໄດ້ຕ່ຳເປັນຮູບທີ່ສວຍງາມເທົ່ານັ້ນ, ແຕ່ຫາກຍັງກາຍເປັນສີມືສຳຄັນ ທີ່ເຮັດໃຫ້ປະຊາຊົນເຜົ່າວາ ມີລາຍໄດ້ເພີ່ມຂຶ້ນອີກດ້ວຍ.
ສີມືຍ້ອມຜ້າທີ່ຍອດຢ້ຽມ
ສີມືຍ້ອມຜ້າແບບເກັບດອກດ້ວຍຂີ້ເຜິ້ງຂອງເຜົ່າມົ້ງແມ່ນສີມືຍ້ອມຜ້າທີ່ຍອດຢ້ຽມຂອງຈີນ. ຢູ່ບ້ານເຜົ່າມົ້ງເຜົ່າຢີ ຂອງເມືອງຢົງຊານ (Yongshan)ແຂວງຢຸນນານ, ແມ່ຍິງເຜົ່າມົ້ງ ໄດ້ຍ້ອມສີຕາມຜ້າແພດ້ວຍນ້ຳສີທຳມະຊາດ ແລະ ຂີ້ເຜິ້ງ ຊຶ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມປາຖະໜາຕໍ່ຊີວິດການເປັນຢູ່ທີ່ດີງາມໃນອະນາຄົດ.
ແມ່ເຖົ້າ ວາງຊິວເຟິນ (Wang Xiufen) ອາຍຸ 61 ປີ, ແມ່ນຜູ້ສືບທອດສີມືຍ້ອມສີຕາແສງໝ້າໜານ ທີ່ເປັນມໍລະດົກວັດທະນະທຳນາມມະທຳແຂວງຢຸນນານ. ເພິ່ນໄດ້ຮຽນສີມືຕ່ຳຜ້າກັບຍາດພີ່ນ້ອງຕັ້ງແຕ່ຕອນມີອາຍຸ 12 ປີ, ຈົນມາເຖິງປັດຈຸບັນ, ແມ່ເຖົ້າ ວາງຊິວເຟິນ ໄດ້ຍ້ອມຜ້າຫຼາຍກວ່າ 1.000 ຜືນແລ້ວ. ແມ່ເຖົ້າກ່າວວ່າ: “ຜ້າຍ້ອມຜືນທີ່ຂາຍແພງທີ່ສຸດແມ່ນຂາຍໄດ້ເຖິງ 7.000 ຢວນ.”
10 ກວ່າປີຜ່ານມາ, ແມ່ເຖົ້າ ວາງຊິວເຟິນ ໄດ້ຈັດຊຸດຝຶກອົບຮົມສີມືຍ້ອມສີ ທີ່ເກັບດອກດ້ວຍຂີ້ເຜິ້ງ, ລູກສິດທີ່ຮຽນນຳແມ່ເຖົ້າມາຈາກແຫ່ງຕ່າງໆໃນທົ່ວປະເທດຈີນ. ແມ່ເຖົ້າກ່າວວ່າ: “ໃນຍາມພັກຮຽນຂອງທຸກປີ, ຈະມີນັກຮຽນມາຮຽນສີມືຍ້ອມສີ ແບບບໍ່ເສຍຄ່າ, ຊຸດອົບຮົມແຕ່ລະຊຸດຈະມີ 30 ຫາ 50 ຄົນ.
ນາງ ຢາງຊືຊຸຍ (Yang Shicui) ແມ່ນລູກສາວຂອງແມ່ເຖົ້າ ວາງຊິວເຟິນ, ນາງມັກສີມືຍ້ອມຜ້າ ທີ່ເກັບດອກດ້ວຍຂີ້ເຜິ້ງມາແຕ່ນ້ອຍ, ປັດຈຸບັນ,ແມ່ນຜູ້ສືບທອດມໍລະດົກວັດທະນະທຳນາມມະທຳ ຂັ້ນນະຄອນຈ່າວທົງ (Zhaotong). ເມື່ອທຽບໃສ່ແມ່ຂອງຕົນແລ້ວ, ນາງ ຢາງຊືຊຸຍ ມັກເອົາປັດໄຈຊີວິດການເປັນຢູ່ແບບທັນສະໄໝ ປະສານສົມທົບກັບເອກະລັກພິເສດຂອງທ້ອງຖິ່ນ ພ້ອມທັງເອົາ ປັດໄຈແຟຊັນ ເຂົ້າໃນການຍ້ອມຜ້າ. ລາວມັກເອົາຜ້າຍ້ອມສີເຫຼົ່ານີ້ ມາເຮັດເປັນກະໂປ່ງ, ເຄື່ອງປະດັບ ແລະ ຜ້າພັນຄໍສຳລັບແມ່ຍິງ ພ້ອມທັງແສ່ວຮູບເຫຼົ່ານີ້ຢູ່ຕາມໝອນ ແລະ ກະເປົາເປັນຕົ້ນ ຊຶ່ງໄດ້ເພີ່ມຄວາມມີຊີວິດຊີວາໃໝ່ໃຫ້ແກ່ສີມືບູຮານດັ່ງກ່າວ.
ປີ 2022, ນາງ ໄດ້ເປີດຮ້ານຍ້ອມສີແຫ່ງໜຶ່ງຢູ່ເມືອງຢົງຊານແຂວງຢຸນນານ ໂດຍໄດ້ເຜີຍແຜ່ສີມືຍ້ອມສີເຜົ່າມົ້ງ ດ້ວຍສື່ສັງຄົມອອນລາຍຕ່າງໆ ຊຶ່ງໄດ້ເຮັດໃຫ້ສີມືຍ້ອມສີເຜົ່າມົ້ງ ກ້າວໄປສູ່ຕະຫຼາດໃຫຍ່ ແລະ ຜະລິດຕະພັນຕ່າງໆ ໄດ້ຂາຍໄປທົ່ວປະເທດຈີນ.
ຊາຍໜຸ່ມຜູ້ສືບທອດສີມືຖັກແສ່ວຊານີ
ສີມືຖັກແສ່ວ ແມ່ນສີມືດັ້ງເດີມຂອງຈີນ. ໃນສາຍຕາຂອງຄົນທັງຫຼາຍ, ສ່ວນຫຼາຍຈະແມ່ນນາງສາວທີ່ອ່ອນຫວານ ນັ່ງຖັກແສ່ວແບບມິດງຽບ, ຖືເຂັມເປັນສໍ, ຖືເສັ້ນເປັນນ້ຳໝຶກ ແລະ ແຕ້ມຮູບພູຜາແມ່ນ້ຳ, ຄົນ, ດອກໄມ້ ແລະ ນົກ ທີ່ມີຊີວິດຊີວາໃສ່ຜ້າ. ແຕ່ວ່າ, ຢູ່ເມືອງສືລິນ (Shilin)ແຂວງຢຸນນານຈີນ, ພັດມີຜູ້ຊາຍຜູ້ໜຶ່ງ ທີ່ມັກສີມືຖັກແສ່ວທີ່ສຸດ ກໍຄື ທ້າວ ວາງຈື້ອູ (Wang Zhiwu) ຜູ້ສືບທອດມໍລະດົກວັດທະນະທຳນາມມະທຳຖັກແສ່ວຊານີເມືອງສືລິນ.
ພາຍຫຼັງຮຽນຈົບຈາກມັດທະຍົມຕົ້ນແລ້ວ, ທ້າວ ວາງຈື້ອູທີ່ມັກຮຽນແຕ້ມຮູບແຕ່ນ້ອຍ ກໍເລີ່ມຮຽນສີມືຖັກແສ່ວ. ພາຍຫຼັງຮຽນສີມືຖັກແສ່ວເປັນເວລາ 16 ປີແລ້ວ, ທ້າວ ວາງຈື້ອູ ກໍກຳໄດ້ສີມືຖັກແສ່ວທີ່ມີຊື່ສຽງ 4 ຢ່າງຂອງຈີນ ແລະ ສີມືຖັກແສ່ວຊານີເມືອງສືລິນ, ພ້ອມທັງໄດ້ເອົາສີມືຖັກແສ່ວດັ້ງເດີມປະສານສົມທົບກັບວິຈິດຕະສາດທັນສະໄໝ ຊຶ່ງໄດ້ຜະລິດ ຜະລິດຕະພັນຖັກແສ່ວທີ່ມີສີສັນສົດໃສ ແລະ ເປັນຮູບສາມມິຕິ ໄດ້ຮັບຄວາມນິຍົມຊົມຊອບຈາກຕະຫຼາດຫຼາຍ.
ປັດຈຸບັນ, ທ້າວ ວາງຈື້ອູ ໄດ້ສ້າງສະຕູດີໂອເປັນຂອງຕົນເອງ ຢູ່ຕາແສງອາຊືມາເມືອງສືລິນ, ຜະລິດຕະພັນຮ້ອຍກວ່າຜືນຂອງລາວ ໄດ້ຂາຍດິບຂາຍດີໃນຕະຫຼາດ, ໃບສັ່ງຊື້ຜະລິດຕະພັນຂອງລາວ ໄດ້ຖືກຈອງໄວ້ແລ້ວເຖິງ 6 ເດືອນທ້າຍປີນີ້. ຄຽງຄູ່ກັບໃບສັ່ງຈອງນັບມື້ນັບເພີ່ມຂຶ້ນ, ທ້າວ ວາງຈື້ອູ ໄດ້ນຳພາຜູ້ມັກສີມືຖັກແສ່ວຢູ່ອ້ອມຂ້າງຕົນ ສ້າງທຸລະກິດຮ່ວມກັນ.
ໃນຫຼາຍປີຜ່ານມາ, ທ້າວ ວາງຈື້ອູ ໄດ້ຕັ້ງໜ້າເຂົ້າຮ່ວມການປະກວດຜົນງານຖັກແສ່ວ ໃນແຂວງຢຸນນານ ແລະ ທົ່ວປະເທດຈີນ ພ້ອມທັງໄດ້ຮັບລາງວັນເລື້ອຍໆ ເຮັດໃຫ້ສີມືຖັກແສ່ວຊານີເມືອງສືລິນ ໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງ. ນອກນີ້, ທຸກປີ ທ້າວ ວາງຈື້ອູ ຍັງເດີນທາງໄປເມືອງລູຊວນ (Luquan) ແລະ ເມືອງຈິ້ນໜິງ (Jinning) ເປັນຕົ້ນ ເພື່ອຝຶກອົບຮົມຜູ້ມັກສີມືຖັກແສ່ວພັນກວ່າຄົນ ເພື່ອຊຸກຍູ້ການສືບທອດ ແລະ ພັດທະນາຂອງສີມືຖັກແສ່ວຊານີ.
ແຫຼ່ງຂ່າວ: App ຂ່າວຢຸນນານ, ໜັງສືິພິມລາຍວັນຢຸນນານ ແລະ ອື່ນໆ; ພາບໂດຍ: ສູນສື່ປະສົມປະສານເມືອງສືລິນ