ບັນລຸຄວາມຝັນຢູ່ບໍ່ຫານ
ນັບແຕ່ ວັນທີ 15 ຫາ 18 ກໍລະກົດນີ້, ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ສະໄໝທີ XX ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ. ມີຫຼາຍຄຳສັບທີ່ສຳຄັນໄດ້ປະກົດຕົວຫຼາຍຄັ້ງ ໃນຖະແຫຼງການຂອງກອງປະຊຸມດັ່ງກ່າວ ເຊັ່ນ: "ການປະຕິຮູບ" "ການພັດທະນາ" "ການເປີດປະຕູສູ່ພາຍນອກ" ແລະ "ຄວາມທັນສະໄໝແບບຈີນ", ຄໍາສັບເຫຼົ່ານີ້ ໄດ້ສົ່ງສັນຍານທີ່ສຳຄັນ ຕໍ່ການພັດທະນາໃນອະນາຄົດຂອງຈີນ.
ໃນຄໍລຳ "ຢຸນນານ - ຈີນ" ໃນໜ້າໜັງສືພິມປະຊາຊົນສະບັບນີ້, ພວກເຮົາຈະສຸມໃສ່ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ສະໄໝທີ XX, ຈັດຄໍລໍາ "Lancang-Mekong OUTLOOK" ໂດຍມີຫົວຂໍ້ວ່າ "ພະລັງແຫ່ງການປະຕິຮູບ", ຜ່ານການເລົ່າເລື່ອງ ນັກທຸລະກິດ ແລະ ຊາວໜຸ່ມ ທີ່ກັບໄປສ້າງພາລະກິດ ຢູ່ບ້ານເກີດເມືອງນອນຂອງຕົນ ໂດຍພາຍໃຕ້ສະພາບການປະຕິຮູບ ແລະ ການເປີດປະຕູສູ່ພາຍນອກຂອງຈີນ. ຈາກສິ່ງເຫຼົ່ານີ້ ສາມາດສ່ອງແສງໃຫ້ເຫັນເຖິງການປະຕິຮູບ ແລະ ການເປີດປະຕູສູ່ພາຍນອກຂອງຈີນ ໄດ້ກະຕຸ້ນເສດຖະກິດທ້ອງຖິ່ນຢ່າງມີຊີວິດຊີວາ, ຊຸກຍູ້ການຮ່ວມມື ແລະ ການເປີດປະຕູສູ່ພາຍນອກ ລະຫວ່າງ ບໍ່ຫານ ກັບ ປະເທດລາວ ພ້ອມທັງປະເທດອ້ອມຂ້າງ ສປ ຈີນ ເພື່ອບັນລຸການພັດທະນາຮ່ວມກັນໄດ້ແນວໃດ.
ເຕີບໃຫຍ່ຂະຫຍາຍຕົວ ກັບ ບໍ່ຫານ
ໃນປີ 1993, ນາງ ຮວງຊູຮວາ (Huang Shuhua) ອາຍຸ 19 ປີ ກັບພໍ່ແມ່ຂອງຕົນ ໄດ້ເດີນທາງມາຮອດບໍ່ຫານ ເພື່ອສ້າງພາລະກິດ, ດ່ານບໍ່ຫານ ໃນເວລານັ້ນ ສາມາດເວົ້າໄດ້ວ່າ ເປັນຄື “ດິນເຮື້ອ”, ເງື່ອນໄຂດ້ານພື້ນຖານໂຄງລ່າງຫຼ້າຫຼັງຫຼາຍ. ເຖິງຢ່າງໃດກໍຕາມ, ນາງ ຮວງຊູຮວາ ບໍ່ໄດ້ທໍ້ຖອຍຕໍ່ສະພາບແວດລ້ອມທີ່ຫຍຸ້ງຍາກລໍາບາກ, ນາງ ແລະ ຄອບຄົວ ໄດ້ເປີດຮ້ານຂາຍເຄື່ອງໂລຫະ, ຮ້ານຂາຍຊິ້ນສ່ວນລົດຍົນ, ໄດ້ເຮັດທຸລະກິດໄມ້, ວັດສະດຸກໍ່ສ້າງ ແລະ ທຸລະກິດອື່ນໆ. ພວກເຂົາເຈົ້າໄດ້ບາກບັ່ນສູ້ຊົນຢ່າງເດັດດ່ຽວໜຽວແໜ້ນ, ສຸດທ້າຍກໍສາມາດ ຕັ້ງຫຼັກປັກຖານຢູ່ບໍ່ຫານ ໄດ້ເປັນຢ່າງດີ.
ໄປຄຽງຄູ່ກັບ ຈີນໄດ້ລົງເລິກນະໂຍບາຍການເປີດປະຕູສູ່ພາຍນອກ ລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ຕາແສງບໍ່ຫານ ໄດ້ຮັບໂອກາດ ການພັດທະນາທີ່ບໍ່ເຄີຍມີມາກ່ອນ. ປີ 2015, ຈີນຕົກລົງສ້າງຕັ້ງເຂດທົດລອງການພັດທະນາ ບໍ່ຫານ ຢ່າງເປັນຈຸດສຸມ, ໂດຍຖືເອົາກາລະໂອກາດດັ່ງກ່າວນີ້, ນາງ ຮວງຊູຮວາ ສ້າງຕັ້ງບໍລິສັດຂາເຂົ້າ-ຂາອອກ ຈົ້ງຮາວ ສິບສອງພັນນາ ຈໍາກັດ, ຂອບເຂດການດໍາເນີນທຸລະກິດຕົ້ນຕໍແມ່ນ ການຄ້າຂາເຂົ້າ-ຂາອອກ ແລະ ການຈໍລະຈອນສິນຄ້າ.
ການເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ໃນປີ 2021 ແລະ ການຕົກລົງໃຫ້ນະຄອນຄຸນໝິງ ປົກຄອງຕາແສງບໍ່ຫານ ໃນປີ 2022, ໄດ້ເຮັດໃຫ້ ບໍ່ຫານ ໄດ້ຮັບການພັດທະນາ ຢ່າງວ່ອງໄວ. ປະລິມານການຂົນສົ່ງສິນຄ້າຂອງບໍລິສັດ ນາງ ຮວງຊູຮວາ ກໍໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ, ນາງ ຮວງຊູຮວາ ແລະ ຄູ່ຮ່ວມມືຂອງຕົນ ໄດ້ສ້າງຕັ້ງບໍລິສັດການຄ້າສາກົນ ນາສຸນານ ແລະ ບໍລິສັດຕ່ອງໂສ້ການສະໜອງຕົງໄທ ຈຳກັດ, ຂອບເຂດການດໍາເນີນທຸລະກິດກວມເອົາການບໍລິການແຈ້ງພາຊີ, ການນຳເຂົ້າໝາກໄມ້, ການສົ່ງອອກຜັກ ແລະ ໝາກໄມ້ສົດຂອງຈີນ ເປັນຕົ້ນ.
ປັດຈຸບັນ, ນາງ ຮວງຊູຮວາ ໄດ້ກາຍເປັນຜູ້ອໍານວຍການໃຫຍ່ຂອງບໍລິສັດ 3 ແຫ່ງ, ນາງ ມີຄວາມໝັ້ນໃຈຕໍ່ອະນາຄົດຢ່າງເຕັມປ່ຽມ.
ຊອກຫາເວທີການສ້າງພາລະກິດ
ຕອນເຊົ້າໆ, ຕະຫຼາດໝາກໄມ້ ໂຢນົງ ຂອງຕາແສງບໍ່ຫານ ກໍມີຄວາມຟົດຟື້ນ ເປັນພິເສດ, ມີລົດທີ່ບັນທຸກໝາກໂມຂອງລາວ ໄດ້ແລ່ນເຂົ້າອອກຕະຫຼາດຢ່າງບໍ່ຂາດສາຍ. ໃນຖານະເປັນຜູ້ຮັບຜິດຊອບຂອງຕະຫຼາດດັ່ງກ່າວ, ທ່ານ ໄລຈູນ (Lai Jun) ອາຍຸ 54 ປີ ຮູ້ສຶກມີຄວາມປິຕິຊົມຊື່ນດີ. ທ່ານ ເປັນຄົນນະຄອນນານຊົງ (Nanchong) ແຂວງເສສວນ, ພາຍຫຼັງໄປເຮັດວຽກຢູ່ນະຄອນກວາງໂຈ່ວ ເປັນເວລາ 20 ປີແລ້ວ, ທ່ານ ໄດ້ໄປຄົ້ນຄວ້າເລື່ອງກະສິກຳຢູ່ປະເທດລາວ, ໃນທີ່ສຸດ ທ່ານ ໄລຈູນ ໄດ້ສ້າງພາລະກິດຂອງຕົນຢູ່ບໍ່ຫານ.
ໃນປີ 2011, ທ່ານ ໄລຈຸນ ໄດ້ມີຄວາມສົນໃຈຕໍ່ຄວາມສາມາດບົ່ມຊ້ອນຂອງຂະແໜງການກະສິກຳ ຢູ່ປະເທດລາວ ແລະ ໄດ້ເດີນທາງໄປຮອດບໍ່ຫານ ເປັນຄັ້ງທຳອິດ. ໃນເວລານັ້ນ, ບໍ່ຫານ ເປັນພຽງແຕ່ບ້ານນ້ອຍໆແຫ່ງໜຶ່ງເທົ່ານັ້ນ, ມັນຕ່າງກັນກັບຄວາມຈະເລີນຮຸ່ງເຮືອງໃນປັດຈຸບັນນີ້ຫຼາຍ. ປີ 2020, ເນື່ອງຈາກປັດໃຈຕ່າງໆໄດ້ກີດຂວາງການດໍາເນີນທຸລະກິດ ລະຫວ່າງ ລາວ ກັບ ບໍ່ຫານ, ໝາກໂມ ທີ່ທ່ານ ໄລຈຸນ ປູກນັ້ນໄດ້ພົບກັບຄວາມຫຍຸ້ງຍາກໃນການຈໍາໜ່າຍ. ແຕ່ ທ່ານ ພັດສາມາດຄົ້ນພົບໂອກາດທຸລະກິດ ຢ່າງມີໄຫວພິບ ແລະຕັດສິນໃຈສ້າງຕະຫຼາດຢູ່ຕາມຊາຍແດນ.
ໂດຍພາຍໃຕ້ການສະໜັບສະໜູນຂອງພາກສ່ວນທີ່ກ່ຽວຂ້ອງໃນທ້ອງຖິ່ນ, ທ່ານ ໄລຈຸນໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນາໆ ແລະ ຕະຫຼາດທີ່ທ່ານ ສ້າງຕັ້ງຂຶ້ນນັ້ນ ກໍຄ່ອຍໆເປັນຮູບເປັນຮ່າງຂຶ້ນ. ໃນເດືອນສິງຫາ 2022, ຕະຫຼາດໄດ້ດໍາເນີນໃນຮູບແບບບໍລິສັດຢ່າງເປັນທາງການ ແລະ ກໍສາມາດຂໍເອົາໃບທະບຽນທຸລະກິດພາຍໃນເວລາ 2 ວັນເທົ່ານັ້ນ ເຊິ່ງເຮັດໃຫ້ ທ່ານ ໄລຈຸນ ຮູ້ສຶກຕື່ນເຕັ້ນດີໃຈຫຼາຍ. ການສ້າງຕັ້ງຕະຫຼາດດັ່ງກ່າວ ບໍ່ພຽງແຕ່ໄດ້ແກ້ໄຂບັນຫາການຈໍາໜ່າຍໝາກໂມຂອງ ທ່ານ ໄລຈຸນ ເທົ່ານັ້ນ, ແຕ່ຫາກຍັງເພີ່ມລາຍຮັບໃຫ້ຊາວກະສິກອນທ້ອງຖິ່ນອີກດ້ວຍ.
ຫຼັງຈາກນະຄອນຄຸນໝິງ ປົກຄອງຕາແສງບໍ່ຫານແລ້ວ, ທ່ານ ໄລຈຸນ ໄດ້ຄົ້ນພົບໂອກາດການພັດທະນາ ແລະ ໄດ້ຮັບການສະໜັບສະໜູນ ດ້ານນະໂຍບາຍນັບມື້ນັບຫຼາຍຂຶ້ນ. ໃນປີ 2023, ທ່ານ ໄດ້ລົງທຶນສິບລ້ານຢວນ ເຂົ້າໃນການປັບປຸງ ແລະ ຍົກລະດັບຂອງຕະຫຼາດ, ພະຍາຍາມເຮັດໃຫ້ຕະຫຼາດໄດ້ຕາມມາດຕະຖານ ແລະ ມີກຳລັງແຂ່ງຂັນຫຼາຍຂຶ້ນກວ່າເກົ່າ.
ເຖິງວ່າບໍ່ຫານ ບໍ່ມີຄວາມຈະເລີນຮຸ່ງເຮືອງເທົ່າກັບ ນະຄອນກວາງໂຈ່ວ, ແຕ່ຢູ່ທີ່ນີ້ ທ່ານ ໄລຈຸນ ໄດ້ສ້າງພາລະກິດຂອງຕົນ ແລະ ສ້າງຄອບຄົວທີ່ມີຄວາມສຸກຢູ່ແຫ່ງນີ້. ທ່ານ ກ່າວດ້ວຍຄວາມດີໃຈວ່າ, ຢູ່ທີ່ນີ້ ອາກາດສົດຊື່ນດີ ແລະ ມີສະພາບແວດລ້ອມທີ່ງຽບສະຫງົບເຊິ່ງເຮັດໃຫ້ຕົນ ຮູ້ສຶກມີຄວາມສະຫງົບສຸກ ແບບບໍ່ເຄີຍມີມາກ່ອນ.
ກັບບ້ານເກີດບັນລຸຄວາມຝັນຂອງຕົນ
ພາຍຫຼັງນະຄອນຄຸນໝິງປົກຄອງບໍ່ຫານແລ້ວ, ຕາແສງນ້ອຍໆຢູ່ຕາມຊາຍແດນລາວ-ຈີນ ໄດ້ປະກົດຄວາມມີຊີວິດຊີວາໃໝ່, ບ້ານຊາງກາງ ຕາແສງບໍ່ຫານ ກໍໄດ້ຕັ້ງໜ້າຊຸກຍູ້ການສ້າງສາບ້ານແຫ່ງຄວາມສຸກຕາມຊາຍແດນ ທີ່ທັນສະໄໝ. ທ່ານ ເສິນຈົ່ງ (Chen Zhong) ເປັນຜູ້ທີ່ມີຄວາມຫວັງຢ່າງແຮງກ້າ ໃນການສ້າງພາລະກິດຢູ່ບ້ານເກີດຂອງຕົນ, ທ່ານ ໄດ້ກັບເມືອບ້ານຊາງກາງ ໃນໜຶ່ງປີປາຍ, ໄດ້ສ້າງ “ຢົ້ວຖິງໜານເສີ” ທີ່ເປັນຣີສອດແຟຊັນແຫ່ງທຳອິດ ຂອງບ້ານຊາງກາງ ເຊິ່ງໄດ້ເລີ່ມສ້າງພາລະກິດຂອງຕົນ.
ປີ 2022, ຍ້ອນວ່າບ້ານຊາງກາງ ມີທີ່ຕັ້ງພູມສາດທີ່ດີ ແລະ ໄດ້ຊຸກຍູ້ການສ້າງສາບ້ານແຫ່ງຄວາມສຸກ, ບ້ານຊາງກາງ ມີໂສມໜ້າໃໝ່ອ່ຽມ ແລະ ໄດ້ດຶງດູດນັກທ່ອງທ່ຽວມາທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ເມື່ອໄດ້ເຫັນບ້ານເກີດຂອງຕົນ ເກີດມີການປ່ຽນແປງຢ່າງໃຫຍ່ຫຼວງ, ທ່ານ ເສິນຈົ່ງ ຕັດສິນໃຈສ້າງເຮືອນແບບແຟຊັນຢູ່ບ້ານເກີດຂອງຕົນ.
ຕົ້ນປີ 2023, ທ່ານ ເສິນຈົ່ງ ໄດ້ອອກແບບ ແລະ ສ້າງເຮືອນແບບແຟຊັນ ດ້ວຍຕົນເອງ. ພາຍໃຕ້ຄວາມພະຍາຍາມຂອງທ່ານ ເສິນຈົ່ງ ແລະ ພໍ່ເຖົ້າ, ດິນເຮື້ອໃນເມື່ອກ່ອນ ເລີ່ມປະກົດຄວາມມີຊີວິດຊີວາຂຶ້ນ. ເດືອນກໍລະກົດ 2023, ເຮືອນແຟຊັນ “ຢົ້ວຖິງໜານເສີ” ໄດ້ເປີດບໍລິການຢ່າງເປັນທາງການ. ໃນໄລຍະພັກບຸນວັນຊາດ ແລະ ບຸນກຸດຈີນ, ມີນັກທ່ອງທ່ຽວມາທ່ຽວຫຼິ້ນເຮືອນແບບແຟຊັນຫຼັງນີ້ ເປັນຈຳນວນຫຼວງຫຼາຍ, ສະເລ່ຍແລ້ວ, ລາຍຮັບຕໍ່ເດືອນໄດ້ບັນລຸເຖິງ 4 ຫາ 5 ໝື່ນຢວນ.
ເດືອນກໍລະກົດ 2024, ທ່ານ ເສິນຈົ່ງ ໄດ້ເປີດບໍລິການຣີສອດ ຢູ່ເຮືອນແຟຊັນຫຼັງນີ້ ແລະ ຍົກຄຸນນະພາບດ້ານການບໍລິການຂອງຣີສອດແຫ່ງນີ້ ໃຫ້ສູງຂຶ້ນຕື່ມອີກ. ທ່ານ ກ່າວວ່າ: ເຖິງແມ່ນວ່າດຽວນີ້ີມີວຽກຫຼາຍກໍຕາມ, ແຕ່ພັດແມ່ນຊີວິດທີ່ຕົນໃຝ່ຝັນມາໂດຍຕະຫຼອດ. ທ່ານ ມີຄວາມໝັ້ນໃຈອັນເຕັມປ່ຽມ ຕໍ່ອະນາຄົດຂອງຣີສອດຫຼັງນີ້ ທ່ານ ຫວັງວ່າ: ຈະສາມາດນຳພາຊາວບ້ານເຂົ້າຮ່ວມການສ້າງສາຂະແໜງການທ່ອງທ່ຽວຊົນນະບົດໃຫ້ຫຼາຍຂຶ້ນຕື່ມອີກ, ຊົມໃຊ້ຜົນປະໂຫຍດແຫ່ງການພັດທະນາແລະ ເປີດປະຕູສູ່ພາຍນອກຂອງຕາແສງບໍ່ຫານຮ່ວມກັນ.
ແຫຼ່ງຂ່າວ: ZHANGSHANG CHUNCHENG; ພາບໂດຍ: ໜັງສືພິມລາຍວັນຢຸນນານ, ສໍານັກຂ່າວຊິນຮວາ ແລະ ອື່ນໆ