ວິສາຫະກິດລາວໃນງານວາງສະແດງສິນຄ້າ ຈີນ - ອາຊີໃຕ້
ລະຫວ່າງ ວັນທີ 23 ຫາ28 ກໍລະກົດຜ່ານມານີ້, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 8 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານຈີນ, ວິສາຫະກິດລາວ ໄດ້ນຳເອົາຊາ, ກາເຟ ແລະ ເຂົ້າຫອມທີ່ມີຄຸນນະພາບດີ ພ້ອມທັງ ເຕັກນິກປະດິດສ້າງໃໝ່ໃນຂົງເຂດທຸລະກິດເອເລັກໂຕຣນິກ ເພື່ອມາຊອກຫາໂອກາດຮ່ວມມື ແລະ ການພັດທະນາໃນງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງນີ້. ພວກເຮົາໄດ້ໄປສຳພາດວິສາຫະກິດລາວ ທີ່ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງນີ້, ໄປຮູ້ຈັກກັບຄວາມພະຍາຍາມ ແລະ ຜົນງານຂອງວິສາຫະກິດເຫຼົ່ານີ້ ພ້ອມທັງສໍາຜັດກັບ “ວິຖີຊີວິດແບບຢຸນນານ”.
ເຂົ້າຮ່ວມງານວາງສະແດງແບບ “ສົມບູນ”
“ນີ້ແມ່ນກາເຟຂອງບໍລິສັດເຮົາ, ຂໍໃຫ້ທ່ານລອງຊິມເບິ່ງ.” “ນີ້ແມ່ນເຂດສວນໂລຈິສຕິກຂອງບໍລິສັດເຮົາ, ຫວັງວ່າ ຈະສາມາດຊອກໄດ້ຄູ່ຮ່ວມມືໃນງານວາງສະແດງຄັ້ງນີ້.” ໃນງານວາງສະແດງສິນຄ້າຈີນ-ອາຊີໃຕ້, ກຸ່ມບໍລິສັດ PTL ພາບັນດາລູກບໍລິສັດມາເຂົ້າຮ່ວມງານວາງສະແດງຄັ້ງນີ້ແບບ “ສົມບູນ” ເຊິ່ງໄດ້ດຶງດູດ ສາຍຕາຂອງນັກລົງທຶນທັງຫຼາຍ.
ຜ່ານຈາກການເຂົ້າຮ່ວມງານວາງສະແດງຄັ້ງນີ້, ກຸ່ມບໍລິສັດ PTL ບໍ່ພຽງແຕ່ໄດ້ວາງສະແດງຫຼາຍທຸລະກິດໃນຫຼາຍຂົງເຂດຂອງບໍລິສັດຕົນ ເຊັ່ນ:ເຂດສວນໂລຈິສຕິກ, ການຄ້າຂາເຂົ້າ-ຂາອອກ, ທ່າບົກ, ການຂົນສົ່ງ, ການແຈ້ງຜ່ານດ່ານແລະ ຮ້ານກາເຟເປັນຕົ້ນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມປາຖະໜາອັນແຮງກ້າທີ່ຢາກຕັ້ງໜ້າເປີດປະຕູສູ່ພາຍນອກແລະ ສະແຫວງຫາການຮ່ວມມື ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຂອງລັດຖະບານ ແລະ ວິສາຫະກິດລາວ ຕໍ່ນັກທຸລະກິດທົ່ວໂລກ.
ວັນທີ 23 ກໍລະກົດຜ່ານມານີ້, ກຸ່ມບໍລິສັດພັດທະນາອຸດສາຫະກຳຕ່ຽນຈົ່ງຂອງຈີນ ໄດ້ຈັດກອງປະຊຸມສຳມະນາກັບກຸ່ມບໍລິສັດ PTL, ວິສາຫະກິດສາຂາຂອງສອງກຸ່ມບໍລິສັດດັ່ງກ່າວໄດ້ເຊັນ “ບົດບັນທຶກຄວາມເຂົ້າໃຈ” ໃນພິທີລົງລາຍເຊັນລວມໝູ່ໃນກອງປະຊຸມເວທີປຶກສາຫາລືວ່າດ້ວຍການຮ່ວມມືດ້ານການຄ້າ ແລະ ການລົງທຶນສາກົນ RCEP (ຢຸນນານ) ຄັ້ງທີ 3 ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ສອງຝ່າຍຈະດຳເນີນການຮ່ວມມືທີ່ແໜ້ນແຟ້ນກວ່າເກົ່າ ໃນຂົງເຂດໂລຈິສຕິກ, ການຄ້າ ແລະ ອື່ນໆ.
ໄດ້ຮັບໃບສັ່ງຊື້ຈາກງານວາງສະແດງສິນຄ້າຈີນ-ອາຊີໃຕ້
“ນີ້ເປັນຄັ້ງທຳອິດທີ່ຂ້ອຍດື່ມຊາລາວ, ຮູ້ສຶກແຊບທີ່ສຸດ.” ຢູ່ເຂດວາງສະແດງລາວ ຫໍວາງສະແດງອາຊີຕາເວັນອອກສ່ຽງໃຕ້ໃນງານວາງສະແດງສິນຄ້າຈີນ-ອາຊີໃຕ້, ຜະລິດຕະພັນຊາຂອງບໍລິສັດພັດທະນາກະສິກຳຫຼິນສຸ້ຍລາວຈຳກັດ ໄດ້ດຶງດູດຄວາມສົນໃຈຈາກຜູ້ເຂົ້າຊົມທັງຫຼາຍຄົນ.
ນັບແຕ່ປີ 2000 ຜູ້ສ້າງຕັ້ງບໍລິສັດພັດທະນາກະສິກຳຫຼິນສຸ້ຍລາວ ຈຳກັດ ທີ່ມາຈາກສິບສອງພັນນາ ກໍໄດ້ມາສ້າງທຸລະກິດພັດທະນາຜະລິດຕະພັນກະສິກຳຢູ່ນະຄອນຫຼວງວຽງຈັນ ສປປ ລາວ. ປີ 2020, ບໍລິສັດດັ່ງກ່າວ ໄດ້ຮັບເໝົາຊາປ່າທີ່ມີເນື້ອທີ່ 68 ເຮັກຕາ ຢູ່ແຂວງຊຽງຂວາງ, ໄດ້ສ້າງໂຮງງານຜະລິດຊາ ເພື່ອເກັບ ແລະ ປຸງແຕ່ງຊາພັນປີແບບທຳມະຊາດ.
ບໍລິສັດດັ່ງກ່າວ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ເປັນຄັ້ງທີ 4 ແລ້ວ. ນາງ ໄອ້ສີເຈີນ (Ai Qizhen) ຜູ້ຮັບຜິດຊອບທຸລະກິດຊາຂອງບໍລິສັດ ໄດ້ເອົາໃຈໃສ່ທ່ວງທ່າປະດິດສ້າງໃໝ່ ໃນຕະຫຼາດໃບຊາຂອງຈີນເປັນພິເສດ,ໂດຍສະເພາະແມ່ນຄວາມນິຍົມຊາຂອງຊາວໜຸ່ມລຸ້ນໃໝ່. ນາງໄອ້ສີເຈີນ ກ່າວວ່າ: ພວກເຮົາຄວນປະດິດສ້າງເຄື່ອງດື່ມຊາໄໝ່ເພື່ອເຮັດໃຫ້ຊາວໜຸ່ມ ທັງຫຼາຍນິຍົມຊື້ຜະລິດຕະພັນຊາຂອງພວກເຮົາ.”
ນາງ ໄດ້ເຊີນຊວນເພື່ອນມິດທັງຫຼາຍເປັນການສະເພາະວ່າ: “ຍິນດີຕ້ອນຮັບເພື່ອນມິດທົ່ວໂລກ ເດີນທາງມາປະເທດລາວ ເພື່ອສຳຜັດກັບວັດທະນະທຳຊາຂອງພວກເຮົາ ແລະ ສຳຜັດກັບມົນສະເໜ່ຂອງດິນແດນແຫ່ງນີ້.”
ຈະມີອະນາຄົດທີ່ດີງາມກວ່າເກົ່າ
ຢູ່ເຂດວາງສະແດງລາວ ໃນຫໍວາງສະແດງອາຊີຕາເວັນອອກສ່ຽງໃຕ້ ຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້, ພະນັກງານບໍລິສັດ ALO ກ່າວວ່າ: “ຢູ່ໃນແອັບ JD.COM ທີ່ເປັນແອັບການຄ້າເອເລັກໂຕຣນິກຈີນ, ທ່ານ ສາມາດກົດເຂົ້າ “ຫໍລະດັບຊາດ·ຫໍຜະລິດຕະພັນລາວ”, ທ່ານ ກໍສາມາດເລືອກຊື້ຜະລິດຕະພັນທີ່ມີເອກະລັກພິເສດຂອງລາວ. ໃນເດືອນ ພຶດສະພາປີນີ້, ລາວແລະ ຈີນ ໄດ້ຮ່ວມກັນເປີດແອັບ MADE IN LAOS, ສ່ວນແອັບການຄ້າເອເລັກໂຕຣນິກສຳລັບຜະລິດຕະພັນກະສິກຳລາວ ທີ່ເປີດສະເພາະຕໍ່ຜູ້ບໍລິໂພກຈີນ ກໍຈະເປີດບໍລິການທາງອອນລາຍໃນໄວໆນີ້.”
ທ່ານ ວາງເຟີຍ (Wang Fei) ຫົວໜ້ານັກງານຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ປະຈຳ ນະຄອນຫຼວງປັກກິ່ງ ສປ ຈີນກ່າວວ່າ, ການຫັນເປັນດີຈີຕອນພວມເລັ່ງຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້. “ດຳເນີນການຮ່ວມມືດ້ານດີຈີຕອນກັບຈີນ ໂດຍສະເພາະ ແມ່ນກັບແຂວງຢຸນນານ, ຈະມີຜົນດີຊ່ວຍຊຸກຍູ້ການພັດທະນາຂະບວນການຫັນເປັນແບບດີຈີຕອນ ຂອງທຸກຂະແໜງການຂອງລາວ.”
ທ່ານ ວາງເຟີຍ ກ່າວວ່າ, ປີນີ້ແມ່ນປີທ່ອງທ່ຽວລາວ, ປະເທດລາວ ກັບ ແຂວງຢຸນນານ ລ້ວນແຕ່ມີຊັບພະຍາກອນວັດທະນະທຳ ແລະ ທ່ອງທ່ຽວ ທີ່ອຸດົມສົມບູນ, ມີທີ່ຕັ້ງພູມສາດທີ່ດີ ແລະ ມີທາງລົດໄຟລາວ-ຈີນ, ເຊິ່ງໄດ້ສ້າງພື້ນທີ່ ອັນກວ້າງຂວາງໃຫ້ແກ່ ການຮ່ວມມືດ້ານດີຈີຕອນ ໃນຂົງເຂດວັດທະນະທຳ ແລະ ທ່ອງທ່ຽວ ລະຫວ່າງ ສອງຝ່າຍ.
ບົດ-ພາບ: ໜັງສືພິມລາຍວັນຢຸນນານ