ຜູ້ເຝົ້າຮັກສາຄວາມສຸກຢູ່ຕາມເຂດ ຊາຍແດນ ລາວ-ຈີນ
ຫວ່າງມໍ່ໆມານີ້, ສື່ມວນຊົນລາວ ແລະ ຈີນ ໄດ້ໄປໂຮງໝໍ ແລະ ໂຮງຮຽນຂອງເມືອງຫຼ້າ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ສິບສອງພັນນາແຂວງຢຸນນານ, ພວກເຂົາເຈົ້າ ໄດ້ໄປສໍາພາດນາຍພາສາຈີນ ທີ່ໃຫ້ການບໍລິການຄົນເຈັບຈາກປະເທດລາວ ແລະ “ແມ່ມ໊າ” ທີ່ເບິ່ງແຍງດູແລນັກຮຽນລາວ. ເພາະວ່າພວກເຂົາເຈົ້າໄດ້ອໍານວຍຄວາມສະດວກ ແລະ ສ້າງຄວາມໄວ້ວາງໃຈ ໃຫ້ແກ່ຄົນເຈັບ ແລະ ນັກຮຽນຈາກປະເທດລາວ, ເຮັດໃຫ້ຄົນທັງຫຼາຍ ໄດ້ຮັບຮູ້ເຖິງມິດຕະພາບ ລະຫວ່າງສອງຊາດລາວ-ຈີນ ທີ່ໝັ້ນຄົງຂະໜົງແກ່ນ ແລະ ຊີວິດອັນດີງາມຂອງປະຊາຊົນ ທີ່ດໍາລົງຊີວິດຢູ່ຕາມເຂດຊາຍແດນລາວ-ຈີນ.
ການເຝົ້າຮັກສາຂຸຂະພາບຂອງປະຊາຊົນແບບໄຮ້ພົມແດນ
ຢູ່ໂຮງໝໍປະຊາຊົນເມືອງຫຼ້າ, ທ່ານ ຊົ່ງຈ້າງເວິນ (Song Zhangwen) ທີ່ມາຈາກແຂວງຫູໜານ ສປ ຈີນ ໄດ້ກາຍເປັນນາຍພາສາ ແລະ ທ່ານໝໍ ຊຶ່ງຄົນເຈັບທີ່ມາຈາກປະເທດລາວ ເຊື່ອໝັ້ນທີ່ສຸດ. ໜ້າທີ່ວຽງງານຂອງ ທ່ານ ຊົ່ງຈ້າງເວິນ ບໍພຽງແຕ່ເປັນຜູ້ສື່ສານ ທາງພາສາເທົ່ານັ້ນ, ແຕ່ຫາກຍັງເປັນຜູ້ຮັກສາຂຸຂະພາບ ຂອງປະຊາຊົນອີກດ້ວຍ.
ປີ 2013 ກິ່ງແຂວງປົກຄອງຕົນເອງເຜົ່ລື້ ສິບສອງພັນນາ ແລະ ໜ່ວຍງານການແພດຂອງ ສປປ ລາວ ໄດ້ເລີ່ມສ້າງຕັ້ງສະຫະພັນບໍລິການທາງການແພດ ແລະ ສາທາລະນະສຸກ ເຮັດໃຫ້ກົນໄກການຮ່ວມມືທາງການແພດຂ້າມຊາດ ລາວ-ຈີນ ຄ່ອຍໆເປັນຮູບເປັນຮ່າງຂຶ້ນ. ໂຮງໝໍປະຊາຊົນເມືອງຫຼ້າ ທີ່ຕັ້ງຢູ່ໃນເຂດຊາຍແດນລາວ-ຈີນ ໄດ້ແບກຫາບພາລະໜ້າທີ່ ເພື່ອ ຕອບສະໜອງຄວາມຕ້ອງການທາງການແພດ ໃຫ້ແກ່ປະຊາຊົນທ້ອງຖິ່ນ ແລະ ອໍານວຍຄວາມສະດວກໃຫ້ແກ່ການປິ່ນປົວພະຍາດຂອງປະຊາຊົນປະເທດເພື່ອນບ້ານ ໃນເຂດຊາຍແດນ. ເພື່ອເລື່ອງນີ້, ທາງໂຮງໝໍ ໄດ້ຮັບສະໝັກນາຍພາສາ ແລະ ຍັງໄດ້ເປີດຊ່ອງທາງບຸລິມະສິດໃຫ້ແກ່ລົດສຸກເສີນຂອງລາວ ສາມາດນໍາສົ່ງຄົນເຈັບເຂົ້າຈີນໂດຍກົງ ໃນປີ 2015.
ໃນປີ 2013, ທ່ານ ຊົ່ງຈ້າງເວິນ ໄດ້ມາເຮັດວຽກຢູ່ໂຮງໝໍປະຊາຊົນເມືອງຫຼ້າ ແລະ ຮັບໃຊ້ຄົນເຈັບຈາກປະເທດລາວ. ລາວເຄີຍດຳລົງຊີວິດຢູ່ປະເທດລາວ ຕັ້ງແຕ່ນ້ອຍ ແລະ ໄດ້ກັບຄືນປະເທດຈີນ ເມື່ອຕອນອາຍຸ 10 ປາຍປີ, ປະສົບການດັ່ງກ່າວເຮັດໃຫ້ລາວ ມີຄວາມຮັກເປັນພິເສດຕໍ່ປະເທດລາວ. ທ່ານ ຊົ່ງຈ້າງເວິນ ກ່າວວ່າ: “ຂ້ອຍຮູ້ເຂົາເຈົ້າດີກວ່າ ແລະ ຫວັງວ່າ, ຈະສາມາດເສີມຂະຫຍາຍທ່າແຮງຂອງຕົນ ເພື່ອຮັບໃຊ້ຄົນເຈັບລາວ ໄດ້ດີກວ່າເກົ່າ.”
ເພື່ອໃຫ້ສາມາດສື່ສານກັບຄົນເຈັບ ລາວໄດ້ຢ່າງລ່ຽນໄຫຼ, ທ່ານ ຊົ່ງຈ້າງເວິນ ໄດ້ຮຽນສໍານຽງທ້ອງຖິ່ນຂອງລາວດ້ວຍຕົນເອງຫຼາຍກວ່າ 20 ສໍານຽງ. ບໍ່ພຽງແຕ່ໄດ້ຫຍຸ້ງວຽກຫຼາຍຢ່າງຢູ່ໃນໂຮງໝໍເທົ່ານັ້ນ, ລາວເອງຍັງສະໝັກໄປສົ່ງຄົນເຈັບໄປເຖິງເສັ້ນຊາຍແດນ ແລະ ຊ່ວຍປະກອບເອກະສານໃຫ້ຄົນເຈັບ ແລະ ແພດພະຍາບານຄົນລາວທີ່ຕິດຕາມນໍາສົ່ງຄົນເຈັບ.
ບາງເທື່ອວຽກຂອງ ທ່ານຊົ່ງຈ້າງເວິນ ຫຍຸ້ງຫຼາຍ. ທ່ານ ກໍາລັງແປພາສາໃຫ້ແກ່ຜູ້ປ່ວຍຄົນໜຶ່ງ, ແຕ່ໂທລະສັບມືຖືຍັງຕ້ອງຖືສາຍຂອງຜູ້ປ່ວຍອີກຄົນໜຶ່ງຄ້າງໄວ້ ຮັບປະກັນວ່າຜູ້ປ່ວຍທຸກຄົນ ຈະໄດ້ຮັບການປິ່ນປົວຢ່າງທັນການ. ທ່ານ ຊົ່ງຈ້າງເວິນ ກ່າວວ່າ: “ບໍ່ວ່າເວລາໃດ, ແມ່ນແຕ່ສີ່ຫ້າໂມງເຊົ້າ, ກໍປະຈໍາການ ເພື່ອມາໂຮງໝໍຊ່ວຍປິ່ນປົວຄົນເຈັບໄດ້ໃນທຸກເວລາ. ຕະຫຼອດ 11 ປີມານີ້, ທ່ານ ຊົ່ງຈ້າງເວິນ ເຫຼົ້າເບຍບໍ່ແຕະ, ເກືອບວ່າບໍ່ເຄີຍໄປທ່ອງທ່ຽວ ຫຼື ເດີນທາງໄກ. ລາວກ່າວວ່າ: “ໜ້າທີ່ຫຼັກຂອງຂ້ອຍແມ່ນ ຕ້ອງຮັບປະກັນວ່າ ຄົນເຈັບຈາກລາວໄດ້ຮັບການປິ່ນປົວທີ່ດີ.”
ທ່ານ ຊົ່ງຈ້າງເວິນ ຮູ້ດີວ່າ, ການແປພາສາຢູ່ໂຮງໝໍມີຄວາມສໍາຄັນຫຼາຍ, ສະນັ້ນ ລາວຫວັງວ່າ ໂດຍຜ່ານການຮ່ວມມືກັບ ຄະນະພາສາຕ່າງປະເທດ ມະຫາວິທະຍາໄລຢຸນນານ ເພື່ອສ້າງຫຼັກສູດການແພດສະບັບພາສາລາວ-ຈີນ ເປັນການເຜີຍແຜ່ຄວາມຮູ້ ແລະ ຂໍ້ມູນຂອງຕົນຢ່າງກວ້າງຂວາງ, ເຮັດໃຫ້ຄົນທັງຫຼາຍສາມາດເຂົ້າຮ່ວມວຽກງານເບິ່ງແຍງດູແລຄົນເຈັບຕ່າງປະເທດໄດ້ຫຼາຍກວ່າເກົ່າ.
ໂຮງໝໍປະຊາຊົນເມືອງຫຼ້າ ກັບ ປະເທດລາວ ໄດ້ລົງເລິກການຮ່ວມມືດ້ານການແພດຢ່າງບໍ່ຢຸດຢັ້ງ. ໃນປີ 2023, ໂຮງໝໍປະຊາຊົນເມືອງຫຼ້າ ໄດ້ປິ່ນປົວຄົນເຈັບຈາກປະເທດລາວ ຈໍານວນ 3.220 ເທື່ອຄົນ, ໃນນັ້ນ, ລວມທັງຄົນເຈັບນອນໂຮງໝໍ 351 ເທື່ອຄົນ. ນອກນັ້ນ, ທາງໂຮງໝໍຍັງໄດ້ເຊັນສັນຍາຮ່ວມມືກັບໂຮງໝໍແຂວງຫຼວງນໍ້າທາ, ໂຮງໝໍແຂວງຜົ້ງສາລີ ແລະ ອື່ນໆ, ໂດຍໄດ້ດຳເນີນການຮ່ວມມື ແລະ ແລກປຽນກັບຝ່າຍລາວໃນດ້ານນໍາສົ່ງຄົນເຈັບ, ການຄຸ້ມຄອງບໍລິຫານໂຮງໝໍ, ການແລກປ່ຽນບຸກຄະລາກອນ, ການເສີມສ້າງຄວາມສາມາດດ້ານການແພດ, ການອົບຮົມບົ່ມສ້າງບຸກຄະລາກອນ ແລະ ດ້ານອື່ນໆ ອີກຫຼາຍຢ່າງ.
ຮ້ອງເພງດຽວກັນ
ຢູ່ໃນໂຮງຮຽນວິຊາຊີບເມືອງຫຼ້າ, ອາກາດຮ້ອນເອົ້າແລະ ສຽງແມງຈັກຈັ່ນດັງຢູ່ບໍ່ເຊົາ, ແຕ່ກໍບໍ່ສາມາດປົກປິດຄວາມມີຊີວິດຊີວາຂອງຊາວໜຸ່ມທີ່ຢູ່ໃນຫ້ອງຮຽນ ແລະ ເດີ່ນບານ. ຢູ່ໃນຫ້ອງ 48, ມີນັກຮຽນລາວຫຼາຍສິບຄົນກໍາລັງຕັ້ງໃຈຮຽນກາບກອນຮູຮານຈີນຢ່າງຈິງຈັງ.
ໃນຕົ້ນປີ 2023, ນັກຮຽນລາວຊຸດນີ້ ໄດ້ມາຮຽນພາສາຈີນ, ຄອມພິວເຕີ, ວັດທະນະທຳຈີນ, ທັກສະດ້ານການແຕ່ງຊາ ແລະ ການແປງລົດຢູ່ເມືອງຫຼ້າ, ໂດຍພາຍໃຕ້ການສິດສອນ ດ້ວຍຄວາມຕັ້ງໃຈ ແລະ ການໃຫ້ກໍາລັງໃຈຂອງຄູອາຈານ, ລະດັບພາສາຈີນຂອງນັກຮຽນລາວທັງຫຼາຍໄດ້ມີຄວາມກ້າວໜ້າຢ່າງວ່ອງໄວ. ນາງ ພຽງຟ້າ ທອງຄໍາມີ ມີຄວາມຮູ້ສຶກ ຄືກັນກັບ ນັກຮຽນຫຼາຍຄົນ. ເຖິງແມ່ນວ່າ ມາຮຽນຢູ່ຈີນທີ່ຫ່າງໄກຈາກບ້ານເປັນຄັ້ງທຳອິດ, ແຕ່ຢູ່ເມືອງຫຼ້າ, ລາວຮູ້ສຶກມີຄວາມອົບ ອຸ່ນຄ້າຍຄືກັບຢູ່ບ້ານ ແລະ ຕິດໃຈນຳວັດທະນະທຳຈີນ.
ນາງ ພຽງຟ້າ ທອງຄໍາມີ ມັກຕົ້ນໂພທີ່ຂຽວອຸ່ມທຸ່ມ ໃນສະໜາມກິລາຂອງໂຮງຮຽນ ແລະ ຮ້ານຂາຍປຶ້ມຮ້ານໜຶ່ງຢູ່ເມືອງຫຼ້າ, ຄົນທີ່ລາວມັກທີ່ສຸດ ແມ່ນ ອາຈານມ໊າ ຊຶ່ງເປັນອາຈານປະຈໍາຫ້ອງ, ລາວຍິ່ງໄດ້ຕັ້ງຊື່ໃຫ້ອາຈານມ໊າ ເປັນ“ແມ່ມ໊າ” ຢູ່ໃນວິແຊັດຂອງຕົນ.ເພາະວ່າທຸກຄັ້ງ ທີ່ລາວເຈັບເປັນ ຫຼື ບໍ່ສະບາຍ, ອາຈານມ໊າ ຈະຊ່ວຍລາວໃນທັນທີ, ເຮັດໃຫ້ລາວຮູ້ສຶກມີຄວາມອົບອຸ່ນ ແລະ ມີຄວາມປອດໄພດີ.ນາງ ພຽງຟ້າ ທອງຄໍາມີ ມີຄວາມໃຜ່ຝັນຂອງຕົນ. ລາວຫວັງວ່າ ຫຼັງຈາກຮຽນຈົບມະຫາວິທະຍາໄລແລ້ວ, ລາວຈະກັບໄປເຮັດວຽກຢູ່ບໍລິສັດທາງລົດໄຟ ລາວ-ຈີນ ຄືເອື້ອຍຂອງຕົນ.
ມີນັກສຶກສາລາວຫຼາຍກວ່າ 100 ຄົນ ທີ່ໄດ້ເຂົ້າຮຽນພ້ອມກັບນາງ ພຽງຟ້າ ທອງຄໍາມີ, ພາຍຫຼັງຮຽນຈົບຈາກໂຮງຮຽນວິຊາຊີບເມືອງຫຼ້າແລ້ວ, ອ້າຍເອື້ອຍຂອງນັກຮຽນບາງຄົນ ໄປຮຽນຕໍ່ຢູ່ມະຫາວິທະຍາໄລ, ບາງຄົນກັບຄືນປະເທດລາວ ແລ້ກາຍ ເປັນນາຍພາສາ, ຕຳຫຼວດ, ຜູ້ນຳທ່ຽວ ແລະອື່ນໆ. ນັກຮຽນທັງຫຼາຍກ່າວວ່າ: “ພາຍຫຼັງມາຮຽນຢູ່ແຂວງຢຸນນານແລ້ວ, ຊີວິດຂອງຕົນມີທາງເລືອກຫຼາຍກວ່າເກົ່າ.”
ເນື່ອງໃນໂອກາດທີ່ນັກຂ່າວສື່ມວນຊົນໃກ້ຈະເດີນທາງອອກຈາກໂຮງຮຽນວິຊາຊີບເມືອງຫຼ້າ, ຄະນະຮ້ອງເພງນັກຮຽນລາວໄດ້ຮ່ວມກັນຮ້ອງເພງຈີນທີ່ພາດຫົວຂໍ້ວ່າ “ເພງດຽວກັນ” ຢູ່ຕາມສະໜາມກິລາຂອງໂຮງຮຽນ ໂດຍມີເນື້ອເພງດັ່ງນີ້: “ພວກເຮົາໄດ້ຍ່າງຜ່ານແມ່ນ້ຳນັບພັນສາຍ ແລະ ພູເຂົານັບພັນແຫ່ງ, ພວກເຮົາໄດ້ຈື່ຈຳການພົບໜ້າພໍ້ຕາກັນທຸກຄັ້ງ ແລະ ໃບໜ້າທີ່ຍິ້ມແຍ້ມແຈ່ມໃສເຊິ່ງກັນແລະກັນ”ຢູ່ທີ່ນີ້, ນັກຮຽນ ລາວ ແລະ ຈີນ ໄດ້ຈັບມືກັນ ແລະ ເຂົ້າໃຈເຊິ່ງກັນແລະກັນ ພ້ອມທັງໄດ້ຜູກມິດສຳພັນໃນການຮ້ອງເພງດຽວກັນຄັ້ງນີ້. ນີ້ບໍ່ພຽງແຕ່ເປັນການແລກປ່ຽນທາງວັດທະນະທໍາເທົ່ານັ້ນ, ແຕ່ຫາກຍັງໄດ້ທຳຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງນັກຮຽນສອງຊາດລາວ-ຈີນອີກດ້ວຍ.
ບົດໂດຍ: Han Chengyuan, Huang Yixian, ວິມົນ ພາບໂດຍ: ໜັງສືພິມລາຍວັນຢຸນນານ, ສູນຖະແຫຼງຂ່າວສື່ປະສົມປະສານເມືອງຫຼ້າ ແປໂດຍ: Yang Chunmei