ໄດ້ເຫັນຊີວິດອັນສຸກສັນຢູ່ຕາມ ເຂດຊາຍແດນລາວ-ຈີນ
ເດືອນເມສາປີ 2019, ຜູ້ນຳສູງສຸດສອງພັກ, ສອງລັດ ລາວ ແລະ ຈີນ ໄດ້ລົງນາມ “ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ລະຫວ່າງ ພັກກອມມູນິດຈີນ ແລະ ພັກປະຊາຊົນ ປະຕິວັດລາວ”. 5 ປີຜ່ານມາ, ປະຊາຊົນສອງຊາດລາວ ແລະ ຈີນໄດ້ຂຽນປະຫວັດສາດແຫ່ງມິດຕະພາບ ແລະ ຄວາມສຸກລະຫວ່າງສອງຊາດທີ່ນັບບໍ່ຖ້ວນ.
ຫວ່າງມໍ່ໆມານີ້, ສື່ມວນຊົນຈີນ ແລະ ລາວ ໄດ້ໄປເກັບກຳຂ່າວຢູ່ຕາມເມືອງຫຼ້າ ກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັນນາ ແຂວງຢຸນນານ ເພື່ອສຳຜັດກັບມິດຕະພາບອັນເລິກເຊິ່ງ ແລະ ຊີວິດອັນດີງາມຂອງປະຊາຊົນສອງຊາດ ລາວ-ຈີນ. ນັບແຕ່ສະບັບນີ້ ເປັນຕົ້ນໄປ, ພວກເຮົາ ຮ່ວມກັນເດີນຕາມເສັ້ນຊາຍແດນ ລາວ-ຈີນ ເພື່ອສຳຜັດກັບຊີວິດອັນສຸກສັນຂອງປະຊາຊົນທີ່ດໍາລົງຊີວິດຢູ່ຕາມເຂດຊາຍແດນລະຫວ່າງສອງປະເທດ.
ຢ້ຽມຢາມຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ
ວັນທີ 21 ມິຖຸນາຜ່ານມານີ້, ບ້ານມານເລ ເມືອງຫຼ້າ ຈີນ ທີ່ໄກຈາກເມືອງສິງ ປະເທດລາວປະມານ 5 ກິໂລແມັດ ມີຄວາມຄຶກຄື້ນທີ່ສຸດ, ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ ໄດ້ເຂົ້າຮ່ວມ ຕະຫຼາດນັດ “ສ່ຽວສາກົນ” ລະຫວ່າງ ປະຊາຊົນ ຊາຍແດນ ລາວ-ຈີນ ເປັນຈຳນວນຫຼວງຫຼາຍ.
ໃນພາສາລື້, ງານຕະຫຼາດນັດນີ້ ມີ ຄວາມໝາຍວ່າຢາມ ຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ. ຢູ່ຕະຫຼາດນັດ, ກໍມີບັນຍາກາດເໝືອນກັນກັບ ການຢ້ຽມຢາມຍາດຕິພີ່ນ້ອງ.
ເມື່ອຍ່າງເຂົ້າບ້ານມານເລ, ຫ້າງຮ້ານຕ່າງໆ ໄດ້ຈັດເປັນລະບຽບຮຽບຮ້ອຍ. ອາຫານແຊບນົວຂອງສອງປະເທດລາວ ແລະ ຈີນ ເຊັ່ນ: ຊີ້ນປີ້ງເຜົ່າລື້, ກາເຟລາວ ແລະ ຂອງຫວານຕ່າງໆ ໄດ້ດຶງດູດສາຍຕາຂອງຄົນທັງຫຼາຍ; ເຄື່ອງຈັກສານດ້ວຍໄມ້ໃຜ່ລາວ, ຜະລິດຕະພັນສະບູ ແລະ ສິນຄ້າອື່ນໆ ໄດ້ຈັດວາງຂາຍໃນຮ້ານເປັນຈຳນວນຫຼວງຫຼາຍ. ຢູ່ສະໜາມຫຼວງ, ລາຍການສິລະປະການຟ້ອນລຳທຳເພງ ໄດ້ສະແດງຂຶ້ນມາຢ່າງບໍ່ຂາດສາຍ; ປະຊາຊົນເຂດຊາຍແດນ ໄດ້ນຸ່ງຊຸດຊົນເຜົ່າທີ່ເປັນເອກະລັກສະເພາະທີ່ງົດງາມມາເຂົ້າຮ່ວມຕະຫຼາດນັດທີ່ໃຫຍ່ໂຕມະໂຫລານ, ຕ່າງກໍໄດ້ວາງຂາຍສິນຄ້າຂອງຕົນ ຫຼື ໄປຊື້ສິນຄ້າໃນຕະຫຼາດນັດ ຕາມຄວາມຕ້ອງການຂອງຕົນ.
ໃນຕະຫຼາດນັດທີ່ມີບັນຍາກາດຄຶກຄື້ນ, ນາງ ອີ່ຈິນຄາຍ (Yi Jinkai) ຊາວບ້ານບ້ານມານເລ ເວລາໃດກໍຫຍຸ້ງຢູ່ນຳວຽກງານ, ນາງ ມີພີ່ນ້ອງ ແລະ ໝູ່ເພື່ອນຫຼາຍຄົນມາຈາກເມືອງສິງປະເທດລາວ, ພີ່ນ້ອງ ແລະ ໝູ່ເພື່ອນເຫຼົ່ານີ້ມີຫຼາຍຄົນ ຈະມາຂາຍອາຫານພື້ນເມືອງລາວ ຢູ່ບ້ານມານເລ ທຸກເດືອນ. ນາງ ອີ່ຈິນຄາຍ ກ່າວວ່າ: “ພວກເຮົາຂາຍຊີ້ນປີ້ງ ແລະ ເຂົ້າປຸ້ນຢູ່ຕະຫຼາດນັດ, ຂາຍໄດ້ດີມາໂດຍຕະຫຼອດ. ມາເຂົ້າຮ່ວມຕະຫຼາດນັດຄັ້ງໜຶ່ງ ຈະໄດ້ກຳໄລ 2.000 ຫາ 3.000 ຢວນ.”
ເພື່ອມາເຂົ້າຮ່ວມຕະຫຼາດນັດຄັ້ງນີ້, ຕອນເຊົ້າ 3 ຫາ 4 ໂມງ, ມີພໍ່ຄ້າລາວຈຳນວນບໍ່ໜ້ອຍ ກໍໄດ້ອອກເດີນທາງແລ້ວແຈ້ງຜ່ານດ່ານມາເຂົ້າຮ່ວມງານ. ພວກເຂົາເຈົ້າ ໄດ້ວາງຂາຍອາຫານພື້ນເມືອງ, ເຄື່ອງຫັດຖະກຳ ແລະ ຜະລິດຕະພັນ ທີ່ມີເອກະລັກພິເສດຂອງຕົນ. ນາງ ອີ່ຈ້າວ ທີ່ມາຈາກເມືອງສິງ ປະເທດລາວ ແລະ ຄອບຄົວຕົນໄດ້ກຽມໝາກຫຸ່ງສົດໄວ້ ເພື່ອຂາຍຕຳໝາກຫຸ່ງ, ນາງ ກ່າວວ່າ: “ດຽວນີ້ເດີນທາງມາບ້ານມານເລ ສະດວກສະບາຍຫຼາຍ,ຂີ່ລົດຈັກ ກໍໄດ້ແລ້ວ. ສະນັ້ນ, ພວກເຮົາ ມັກມາເຂົ້າຮ່ວມງານຕະຫຼາດນັດບ້ານມານເລ, ຮູ້ສຶກດີໃຈທີ່ສຸດທີ່ມາຄ້າຂາຍອາຫານພື້ນເມືອງລາວຢູ່ຈີນ.”
ຖ້າມີເວລາຫວ່າງ, ພໍ່ຄ້າທີ່ມາຈາກປະເທດລາວ ຈະນັ່ງລົມກັນກັບຊາວບ້ານທ້ອງຖິ່ນ ຢ່າງມ່ວນຊື່ນ, ສຽງເວົ້າສຽງຫົວດັງຂຶ້ນຢູ່ບໍ່ຂາດໄປຕາມສາຍລົມ, ພວກເຂົາເຈົ້າ ໄດ້ນັດພົບກັນໃນຕະຫຼາດນັດທີ່ຈະຈັດຂຶ້ນໃນເດືອນໜ້າ.
ໄປຢ້ຽມຢາມບ້ານສຸກສັນ
ທ່ານ ເອກະສັນ ທິບພະຈັກ ໂຄສົກຂ່າວໂທລະພາບແຫ່ງຊາດ ກ່າວວ່າ: “ຄັ້ງທຳອິດທີ່ມາບ່ອນນີ້ ບໍ່ພຽງແຕ່ເປັນການເກັບກຳຂ່າວເທົ່ານັ້ນ, ແຕ່ຮູ້ສຶກວ່າ ເໝືອນກັບການມາຢ້ຽມຢາມພີ່ນ້ອງ.”
ພາຍຫຼັງ ທ່ານ ເອກະສັນ ທິບພະຈັກ ໄດ້ເຂົ້າຮ່ວມງານຕະຫຼາດນັດ “ສ່ຽວສາກົນ” ແລ້ວ, ທ່ານ ອຸທານວ່າ: “ອາຫານທີ່ຂາຍໃນຕະຫຼາດນັດ ບໍ່ຕ່າງກັບຕະຫຼາດຢູ່ລາວ, ພວກເຮົາຮູ້ອາຫານທຸກຢ່າງ. ຄົນທັງຫຼາຍທີ່ໃສ່ຊຸດຊົນເຜົ່າ ໄດ້ຊື້ເຄື່ອງຢູ່ຕາມຮ້ານຂ້າງທາງ, ໄດ້ກິນເຂົ້າສາມັກຄີ ແລະ ຫຼິ້ນຢູ່ຕາມເຮືອນຮ້ານ. ເມື່ອເຫັນໃບໜ້າຍິ້ມແຍ້ມແຈ່ມໃສຂອງພວກເຂົາເຈົ້າ, ຂ້ອຍກໍຢາກທັກທາຍດ້ວຍສະບາຍດີນຳພວກເຂົາເຈົ້າ.”
ທ່ານ ຄຳກອງ ກິດຕິຄຸນຈາກວິທະຍຸແຫ່ງຊາດລາວ ເຄີຍເດີນທາງມາຢ້ຽມຢາມເມືອງຫຼ້າ ໃນ 40 ປີກ່ອນ, ທ່ານ ຮູ້ສຶກວ່າ: ເອກະລັກພິເສດຂອງເຜົ່າລື້ ແລະ ຄວາມຮັກແພງຂອງປະຊາຊົນທ້ອງຖິ່ນ ຍັງຄືເກົ່າ. ຢູ່ “ຄອບຄົວມິດຕະພາບຕົວແບບ”, ຜູ້ຕາງໜ້າສື່ມວນຊົນໄດ້ສຳພາດ ອາວບົວຄຳເຟີງ(Bo Kanfeng), ອາວ ເປັນສັດຕະວະແພດຂອງບ້ານມານເລ, ລາວໄດ້ເລົ່າເລື່ອງກ່ຽວກັບຕົນທີ່ໄດ້ໃຫ້ການຊ່ວຍເຫຼືອພີ່ນ້ອງຝ່າຍລາວ ຢ່າງພາກພູມໃຈ.
ແມ່ຂອງອາວບົວຄຳເຟີງ ເປັນຄົນລາວ ໄດ້ແຕ່ງງານກັບພໍ່ຂອງອາວ ທີ່ເປັນຄົນຈີນ. ແມ່ໄດ້ເຊີນຄົນທັງຫຼາຍມາກິນເຂົ້າສວຍນຳກັນ ແລະ ຈັດພິທີສູ່ຂວັນແກ່ຄົນທັງຫຼາຍ.
ເມື່ອໄດ້ເຫັນຊີວິດທີ່ສຸກສັນຢູ່ບ້ານມານເລ, ທ່ານ ເອກະສັນທິບພະຈັກ ໄດ້ຄິດເຖິງກຸ່ມບ້ານທີ່ຢູ່ອ້ອມຂ້າງບໍລິສັດອາຊີ-ໂປຕາສ ແຂວງຄຳມ່ວນ ທາງພາກກາງຂອງປະເທດລາວ.
ບໍລິສັດອາຊີ-ໂປຕາສແມ່ນວິສາຫະກິດຈີນ ເປັນຜູ້ລົງທຶນ. ບໍລິສັດດັ່ງກ່າວໄດ້ນຳເຂົ້າເຕັກນິກການຜະລິດອຸດສາຫະກຳ, ເຕັກນິກການປູກຝັງກ່ຽວກັບ ກະສິກຳ ແລະ ບົດຮຽນຄຸ້ມຄອງທີ່ທັນສະໄໝ ເພື່ອຊ່ວຍເຫຼືອສ້າງສາພັດທະນາກຸ່ມບ້ານຢູ່ອ້ອມຂ້າງ, ເຊິ່ງບໍ່ພຽງແຕ່ໄດ້ຍົກຜົນຜະລິດດ້ານກະສິກຳຂອງທ້ອງຖິ່ນ ໃຫ້ສູງຂຶ້ນເທົ່ານັ້ນ, ແຕ່ຫາກຍັງໄດ້ເຮັດໃຫ້ປະຊາຊົນທ້ອງຖິ່ນມີວຽກເຮັດງານທຳ.
ທ່ານ ເອກະສັນ ທິບພະຈັກ ກ່າວວ່າ: “ຂ້າພະເຈົ້າຫວັງຢ່າງຍິ່ງວ່າ, ບ້ານສຸກສັນ ແບບນີ້ຂອງ ຈີນ ແລະລາວ ນັບມື້ນັບຫຼາຍຂຶ້ນ, ມິດຕະພາບ ລະຫວ່າງ ປະຊາຊົນສອງຊາດ ລາວ ແລະ ຈີນ ກໍນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.”
ບົດໂດຍ: Han Chengyuan, Huang Yixian, Yang Chunmei; ພາບໂດຍ: ໜັງສືພິມລາຍວັນຢຸນນານ, ສູນຖະແຫຼງຂ່າວສື່ປະສົມປະສານ ເມືອງຫຼ້າ