ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ຕາມທາງລົດໄຟ ລາວ-ຈີນ ໄດ້ຂະຫຍາຍຕົວຢ່າງວ່ອງໄວ
ເວລາ 7:30 ຕອນເຊົ້າ, ຂະບວນລົດໄຟ ທີ່ໄດ້ບັນທຸກໝາກຖົ່ວລຽນ ແລະ ໝາກມັງຄຸດຂອງໄທໄດ້ຄ່ອຍໆແລ່ນເຂົ້າສະຖານີລົດໄຟ. ຫຼັງຈາກລົດໄຟຢຸດນິ້ງແລ້ວ, ລົດເຄນທີ່ລໍຖ້າຢູ່ຕາມສະຖານີ ກໍໄດ້ເລີ່ມປະຕິບັດງານຢ່າງໄວວາ. ຫຼັງຈາກນັ້ນ 2 ຫາ 3 ນາທີ, ຕູ້ຄອນເທນເນີຕູ້ທຳອິດ ກໍຖືກຄ່ຽນຖ່າຍໄປໃສ່ລົດບັນທຸກ ແລະ ແລ່ນອອກຈາກສະຖານີ, ເພື່ອສົ່ງຕໍ່ໄປຕົວເມືອງຕ່າງໆ.
ເວລາ 7:30 ຕອນແລງ, ຂະບວນລົດໄຟ ທີ່ໄດ້ບັນທຸກຜັກສົດ, ດອກໄມ້ສົດ, ຜະລິດຕະພັນເອເລັກໂຕຼນິກ, ຊິ້ນສ່ວນການຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນ ແລະ ສິນຄ້າອື່ນໆ ໄດ້ອອກເດີນທາງຈາກສະຖານີ ແລະ ແລ່ນໄປທາງທິດໃຕ້ຕາມທາງລົດໄຟ ລາວ-ຈີນ, ມື້ລຸນມາກໍຈະສາມາດເດີນທາງໄປຮອດສະຖານີລົດໄຟນະຄອນຫຼວງວຽງຈັນໃຕ້.
ຫວ່າງມໍ່ໆມານີ້, ຢູ່ສະຖານີສູນກາງຂອງບໍລິສັດຕູ້ຄອນເທນເນີສາກົນທາງລົດໄຟຈີນ ສາຂາຄຸນໝິງ, ທ່ານ ຈ່າງເຕີຮວນ (Zhang Dehuan) ຮອງຜູ້ອໍານວຍການໃຫຍ່ຂອງບໍລິສັດຂົນສົ່ງສິນຄ້າ ສາກົນທ່ານາແລ້ງສາຂາຢຸນນານ ກ່າວວ່າ: “ໝາກຖົ່ວລຽນທີ່ສົ່ງມາຈາກປະເທດໄທ ຖືກຈັດແບ່ງປະເພດ ແລະ ຖືກຂົນສົ່ງໄປຮອດນະຄອນຫຼວງວຽງຈັນຂອງປະເທດລາວ ໂດຍຜ່ານທາງຫຼວງ, ຫຼັງຈາກນັ້ນ, ກໍຖືກຂົນສົ່ງໂດຍ “ຂະບວນລົດໄຟຂົນສົ່ງສິນຄ້າສາກົນສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ທີ່ໃຊ້ລະບົບແຊ່ເຢັນຕະຫຼອດທາງໄປຮອດນະຄອນຄຸນໝິງ, ໄວສຸດຈະໃຊ້ ເວລາພຽງ 4 ວັນເທົ່ານັ້ນ, ຊຶ່ງໄວກວ່າການຂົນສົ່ງດ້ວຍທາງຫຼວງ 1 ເທົ່າ ແລະ ສາມາດຮັບປະກັນຄຸນນະພາບຂອງສິນຄ້າ.
ເພື່ອເຮັດໃຫ້ການຂົນສົ່ງສິນຄ້າມີຄວາມສະດວກຫຼາຍຂຶ້ນ, ພາກສ່ວນທາງລົດໄຟໄດ້ເປີດຮູບແບບການຂົນສົ່ງໃໝ່ພາຍໃຕ້ຂອບ “ຂະບວນສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ເຊັ່ນ: “ຂະບວນແມ່ນ້ຳລ້ານລ້າງ-ແມ່ນ້ຳຂອງຈາກນະຄອນຊຽງໄຮ້-ນະຄອນຄຸນໝິງ” “ຂະບວນລົດໄຟ ລາວ-ຈີນ + ຂະບວນລົດໄຟ ຈີນ-ເອີຣົບ”, ໂດຍສະເພາະແມ່ນຮູບແບບການຂົນສົ່ງສາກົນ ແບບ “ຂະບວນລົດໄຟ ລາວ-ຈີນ + ຂະບວນລົດໄຟ ຈີນ-ເອີຣົບ” ໄດ້ເຮັດໃຫ້ເວລາການຂົນສົ່ງສິນຄ້າຕາມທາງລົດໄຟຈາກປະເທດລາວ, ໄທ ແລະ ປະເທດອື່ນໆ ໄປຫາເອີຣົບ ຈະໃຊ້ເວລາພຽງ 15 ວັນເທົ່ານັ້ນ. ການຂົນສົ່ງຕາມທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ມີສິນຄ້າທີ່ມີນໍ້າໜັກຫຼາຍລ້ານໂຕນເທົ່ານັ້ນ, ແຕ່ຍັງມີປະຊາຊົນຫຼາຍໝື່ນຄົນທີ່ຢູ່ລຽບຕາມເສັ້ນທາງລົດໄຟອີກດ້ວຍ. ໃນເດືອນເມສາປີກາຍນີ້, ຂະບວນລົດໄຟໂດຍສານສາກົນ ຕາມທາງລົດໄຟ ລາວ-ຈີນ ໄດ້ເປີດການນໍາໃຊ້ຢ່າງເປັນທາງການ, ຂີ່ລົດໄຟຈາກນະຄອນຄຸນໝິງແຕ່ຕອນເຊົ້າ, ກໍຈະສາມາດເດີນທາງໄປເຖິງນະຄອນຫຼວງວຽງຈັນໃນຕອນແລງມື້ດຽວກັນ, ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດ ຍິ່ງມີຄວາມສະດວກສະບາຍກວ່າເກົ່າ. ຜູ້ໂດຍສານສາມາດກິນເຂົ້າປຸ້ນຢູ່ນະຄອນຄຸນໝິງ ສປ ຈີນ ໃນຕອນເຊົ້າ ແລະ ຂີ່ລົດໄຟໄປດື່ມກາເຟຢູ່ນະຄອນຫຼວງວຽງຈັນ ສປປລາວ ໃນຕອນບ່າຍ ຊຶ່ງໄດ້ກາຍເປັນວິຖີຊີວິດແບບໃໝ່.
ຫວ່າງມໍ່ໆມານີ້, ນາງ ສຽວໂມ ນັກທ່ອງທ່ຽວຈາກແຂວງເຈີ້ຈ່ຽງ ສປ ຈີນ ທີ່ໄປທ່ຽວຫຼິ້ນຢູ່ປະເທດລາວແລ້ວກັບຄືນປະເທດຈີນ ກ່າວວ່າ: “ຫຼັງຈາກທ່ຽວຫຼິ້ນຢູ່ປະເທດລາວ ເປັນເວລາ 2-3 ມື້, ຂ້ອຍໄດ້ເລືອກຂີ່ຂະບວນລົດໄຟໂດຍສານສາກົນ ຕາມທາງລົດໄຟ ລາວ-ຈີນ ກັບຄືນປະເທດຈີນ. ການເດີນທາງຈາກນະຄອນຫຼວງວຽງຈັນ ຫາ ນະຄອນຄຸນໝິງ ໃຊ້ເວລາພຽງ 9 ຊົ່ວໂມງປາຍເທົ່ານັ້ນ, ສະດວກວ່ອງໄວທີ່ສຸດ!”
ນາງ ຫຼີສືຫຼິງ (Li Shiling) ຜູ້ນຳທ່ຽວຂອງບໍລິສັດທ່ອງທ່ຽວສາກົນສິບສອງພັນນາຢຸນນານ ກ່າວວ່າ, ຍ້ອນວ່າຂະບວນລົດໄຟໂດຍສານສາກົນ ຕາມທາງລົດໄຟ ລາວ-ຈີນ ແລ່ນໄດ້ໄວ ແລະ ມີໄລຍະທາງສັ້ນ, ຈຶ່ງເຮັດໃຫ້ຈຳນວນນັກທ່ອງທ່ຽວທີ່ໄປທ່ຽວປະເທດລາວ ຫຼື ເຂົ້າມາທ່ຽວປະເທດຈີນ ນັບມື້ນັບຫຼາຍຂຶ້ນ.
ຫວ່າງມໍ່ໆມານີ້, ນາງ ຫຼີເຈ່ຍຮຸ້ຍ (Li Jiahui) ນັກຂ່າວໜັງສືພິມ ຊິນໂຈ່ວລາຍວັນຂອງມາເລເຊຍ ທີ່ໄດ້ເຂົ້າຮ່ວມກິດຈະກຳ “ການເດີນທາງຕາມທາງລົດໄຟ ລາວ-ຈີນ” ຂອງຄະນະສື່ມວນຊົນອາຊຽນ, ຄະນະສື່ມວນຊົນອາຊຽນ ໄດ້ຂີ່ຂະບວນລົດໄຟ ລາວ-ຈີນ ເດິນທາງມາຮອດກິ່ງແຂວງສິບສອງພັນນາ, ເພື່ອຊອກຮູ້ວັດທະນະທໍາຊົນເຜົ່າ ແລະ ຮີດຄອງປະເພນີຂອງທ້ອງຖິ່ນ, ພວກເຂົາເຈົ້າໄດ້ໄປທັດສະນະສຶກສາການເຮັດເຄື່ອງປັ້ນດິນເຜົາ ແລະ ການສານໄມ້ໄຜ່ຢູ່ບ້ານຊົນເຜົ່າສ່ວນໜ້ອຍ. ນາງ ຫຼີເຈ່ຍຮຸ້ຍ ກ່າວວ່າ: “ນີ້ແມ່ນຄັ້ງທໍາອິດທີ່ຂ້ອຍມາສິບສອງພັນນາ. ຫຼັງຈາກຂີ່ລົດໄຟມາຮອດສິບສອງພັນນາແລ້ວ, ຂ້ອຍຮູ້ສຶກວ່າ ສະພາບອາກາດຢູ່ທີ່ນີ້ ຄ້າຍຄືກັບ ມາເລເຊຍ ຫຼາຍ. ຊົນເຜົ່າສ່ວນໜ້ອຍເຊັ່ນ: ເຜົ່າລື້ເປັນຕົ້ນ ກໍມີເອກະລັກພິເສດຂອງຕົນຢ່າງຈະແຈ້ງ.”
ທ່ານ ລິນຢູຫຼົງ ເນັດໄອດໍ ທີ່ຖ່າຍທອດເນື້ອໃນຕາມຕິກຕ໊ອກ ແລະ Instagram ຈາກ ອິນໂດເນເຊຍ ໃນຄະນະສື່ມວນຊົນອາຊຽນ ກ່າວວ່າ: “ພວກເຮົາໄດ້ໄປເລາະຕະຫຼາດກາງຄືນແສງດາວ, ຕະຫຼາດກາງຄືນໄດ້ຕັ້ງຮ້ານຫຼາຍກວ່າ 5.000 ແຫ່ງ ແລະ ມີເນື້ອທີ່ກວ້າງຫຼາຍ ຊຶ່ງໄດ້ສ້າງແຮງບັນດານໃຈຫຼາຍ ແລະ ສະໜອງຄວາມຄິດຫຼາຍຢ່າງໃຫ້ແກ່ຂ້ອຍ ໃນການສ້າງຜົນງານຕ່າງໆໃນອະນາຄົດ.”
ໄປຄຽງຄູ່ກັບຈໍານວນຜູ້ໂດຍສານ ທີ່ຂີ່ລົດໄຟຕາມທາງລົດໄຟ ລາວ-ຈີນ ໄດ້ເພີ່ມຂຶ້ນເລື້ອຍໆ, ພາກສ່ວນຕ່າງໆຂອງປະເທດຈີນ ເຊັ່ນ: ທາງລົດໄຟ, ດ່ານພາສີ ແລະ ຕໍາຫຼວດກວດກາຄົນ ເຂົ້າ-ອອກ ເມືອງຕາມຊາຍແດນ ໄດ້ວາງມາດຕະການທີ່ສະດວກສະບາຍຫຼາຍປະການ ເຊັ່ນ: ການນັດໝາຍຜ່ານດ່ານ ໂດຍຜ່ານທາງອິນເຕີເນັດ, ໃຫ້ການບໍລິການການແຈ້ງຜ່ານດ່ານຕະຫຼອດ 24 ຊົ່ວໂມງ. ນັບແຕ່ວັນທີ 1 ເດືອນກໍລະກົດນີ້ ເປັນຕົ້ນມາ, ປະເທດລາວ ໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາ ເປັນເວລາ 15 ວັນ ຕໍ່ນັກທ່ອງທ່ຽວຈີນ(ຕ້ອງໄດ້ຮັບການຈັດຕັ້ງຈາກບໍລິສັດທ່ອງທ່ຽວລາວ ແລະ ໄດ້ຮັບການອະນຸມັດຈາກຝ່າຍທາງການປະເທດລາວ), ນະໂຍບາຍດັ່ງກ່າວ ຈະມີຜົນບັງຄັບໃຊ້ຈົນຮອດວັນທີ 31 ທັນວາ 2024.
ມາດຕະການເຫຼົ່ານີ້ ໄດ້ເຮັດໃຫ້ທາງລົດໄຟ ລາວ-ຈີນ ທີ່ເປັນເສັ້ນທາງຄຳດ້ານການຂົນສົ່ງ ມີຄວາມສະດວກວ່ອງໄວຍິ່ງຂຶ້ນ. ມາຮອດປັດຈຸບັນນີ້,ເຄືອຂ່າຍການບໍລິການດ້ານການຂົນສົ່ງຂອງທາງລົດໄຟລາວ-ຈີນ ໄດ້ຂະຫຍາຍໄປເຖິງ 12 ປະເທດ ໃນການຮ່ວນກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ, ຫວຽດນາມ,ມຽນມາ ເປັນຕົ້ນ ແລະ ຕົວເມືອງສຳຄັນຕ່າງໆໃນທົ່ວປະເທດຈີນ.
ແຫຼ່ງຂ່າວ: ເວັບໄຊປະຊາຊົນຈີນ, ສຳນັກຂ່າວຊິນຮວາ ແລະ ອື່ນໆ
ຜູ້ແປ/ບັນນາທິການ: Yang Chunmei