ເຖິງລະດູກິນເຫັດປ່າຢຸນນານແລ້ວ
ເດືອນມິຖຸນາທຸກປີ, ລະດູຝົນຢູ່ແຂວງຢຸນນານໄດ້ໝູນວຽນມາເຖິງ. ນ້ຳຝົນໄດ້ຫຼໍ່ລ້ຽງເຫັດປ່າແຂວງຢຸນນານ, ລະດູກິນເຫັດປ່າຂອງຊາວຢຸນນານ ກໍໄດ້ໝູນວຽນມາເຖິງແລ້ວ. ນັກທ່ອງທ່ຽວທົ່ວປະເທດມັກໄປທ່ຽວແຂວງຢຸນນານໃນໄລຍະນີ້ເພື່ອເລີ່ມຂະບວນການທ່ອງທ່ຽວ “ເກັບເຫັດປ່າ, ກິນເຫັດປ່າ ແລະ ສະຫຼອງເທດສະການເຫັດປ່າ” ຢູ່ແຂວງຢຸນນານ.
ກິນເຫັດທີ່ມີຫຼາກຫຼາຍຊະນິດ
ເຫັດຫວາຍ ເປັນເຫັດທຳມະຊາດຊຶ່ງເປັນເຫັດທີ່ຫາຍາກສາມາດກິນໄດ້, ເຫັດ ຊະນິດນີ້ເປັນດອກໃຫຍ່, ເນື້ອອ່ອນ ແລະຂາວ, ມີກິ່ນຫອມຫວນ ແລະ ມີທາດໂປຣຕິນທີ່ອຸດົມສົມບູນ.ເຫັດຫວາຍສົດກິນງ່າຍ, ສາມາດເອົາມາຈືນ, ກິນດິບ, ຕົ້ມແກງ ແລະ ຊົງຊາ, ເຫັດຫວາຍສະຫຼັດ, ເຫັດຫວາຍປາຊາມອນ, ເຫັດຫວາຍນ້ຳຫອຍນາງລົມ ແລະ ປີ້ງເຫັດຫວາຍເປັນຕົ້ນ ລ້ວນແຕ່ເປັນວິທີປຸງແຕ່ງເຫັດຫວາຍທີ່ດີ.
ເຫັດຊີ້ນ ສ່ວນຫຼາຍເກີດຢູ່ເຂດພູພຽງທາງພາກກາງແຂວງຢຸນນານຄື: ນະຄອນຄຸນໝິງ, ນະຄອນຢູ້ຊີ, ນະຄອນສູຈິ້ງ ແລະນະຄອນສູສົງເປັນຕົ້ນ. ເຫັດຊີ້ນມີລົດຊາດພິເສດ ແລະ ລາຄາແພງ, ສາມາດອົບກິນ, ເຮັດເປັນສະຫຼັດ, ຂົ້ວກິນ, ຈືນກິນ, ຕົ້ມກິນເປັນຕົ້ນ. ເຫັດຊີ້ນສາມາດນໍາມາປຸງແຕ່ງດ້ວຍຫຼາຍວິທີເຊັ່ນ:ຂົ້ວແຫ້ງ, ໝາກເຜັດໃຫຍ່ຂົ້ວເຫັດຊີ້ນ, ຊີ້ນໄກ່ຂົ້ວເຫັດຊີ້ນ ແລະເຫັດຊີ້ນສະຫຼັດ ລ້ວນແຕ່ເປັນອາຫານທີ່ແຊບຊ້ອຍທີ່ສຸດ.
ເຫັດຕີນແຮດ ກໍມີຫຼາຍປະເພດ ຊຶ່ງສາມາດແບ່ງເປັນເຫັດຕີນແຮດດຳ, ເຫັດຕີນແຮດເຫຼືອງ ແລະ ເຫັດຕີນແຮດຂາວເປັນຕົ້ນ. ໃນນັ້ນ, ເຫັດຕີນແຮດຂາວ ມີຫຼາຍທີ່ສຸດ, ສ່ວນຫຼາຍຊອຍເປັນແຜ່ນບາງໆ, ຂົ້ວກັບໝາກເຜັດໃຫຍ່ ແລະ ຫົວຜັກທຽມ, ແຊບນົວດີ, ສາມາດຈືນກັບໝາກເຜັດນ້ອຍແຫ້ງ ແລະ ຫົວຜັກທຽມ.ວິທີຂົ້ວເຫັດຕີນແຮດເຫຼືອງ ຄ້າຍຄືກັບເຫັດຕີນແຮດຂາວ, ມີລົດນົວ, ຫອມ, ຫວານ ແລະ ກອບ,ເນື້ອເຫັດທັງອ່ອນ ທັງມີລົດຊາດຂອງເຫັດທີ່ເຂັ້ມຂຸ້ນ.
ເຫັດປວກ ຖືກເອີ້ນວ່າເປັນເຫັດທີ່ດີທີ່ສຸດ. ຍ້ອນເປັນດອກໃຫຍ່, ເນື້ອອ່ອນ, ທັງຂາວທັງນົວ, ແຊບປານຊີ້ນໄກ່. ກິນເຫັດປວກມີຫຼາຍວິທີ, ເອົາເຫັດປວກຕົ້ມໃສ່ກັບຊີ້ນໄກ່ແຊບຫຼາຍ, ເຫັດປວກດອງກໍມີລົດຊາດທີ່ມີເອກະລັກພິເສດສະເພາະຂອງມັນ.ນອກນີ້, ສາມາດນໍາເອົານ້ຳມັນຜັກກາດຈືນເຫັດປວກ, ກິນກັບເຂົ້າປຸ້ນ,ບໍ່ພຽງແຕ່ມີກິ່ນຫອມທີ່ເຂັ້ມຂຸ້ນຂອງເຫັດປວກເທົ່ານັ້ນ, ແຕ່ຫາກຍັງສາມາດເກັບຮັກສາໄວ້ໄດ້ເປັນເວລາດົນນານ.
ໂອກາດການຄ້າກ່ຽວກັບເຫັດປ່າຢຸນນານ
ໃນຊຸມປີຜ່ານມາ, ຕ່ອງໂສ້ອຸດສາຫະກຳເຫັດທີ່ສາມາດກິນໄດ້ຂອງແຂວງຢຸນນານ ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ,ເຫັດປ່າຢຸນນານ ໄດ້ກາຍເປັນຜະລິດຕະພັນກະສິກຳເຂດພູພຽງທີ່ມີຊື່ສຽງຂອງແຂວງຢຸນນານ.ໃນຂະນະທີ່ການຄ້າເຫັດປ່າເພີ່ມຂຶ້ນເລື້ອຍໆ, ອາຊີບໃໝ່ຕ່າງໆເຊັ່ນ: ການເກັບເຫັດ, ການລ້າງເຫັດ ແລະ ການຂາຍເຫັດທາງອອນລາຍ ກໍໄດ້ເຕີບໃຫຍ່ຂະຫຍາຍຕົວເຊັ່ນກັນ.
ຢູ່ເມືອງ ໜານຮວາ ນະຄອນສູສົງ ແຂວງຢຸນນານຈີນ, ນາງຫຼີຮຸ້ຍເຟິນ ຜູ້ເກັບເຫັດກ່າວວ່າ:ຂ້ອຍ ແລະ ຜົວຂອງຂ້ອຍຈະໄປເກັບເຫັດປ່າລະຫວ່າງ ເດືອນ ມິຖຸນາຫາເດືອນກັນຍາທຸກປີ, ປີນີ້ຝົນຕົກຫຼາຍ,ເຫັດປ່າກໍມີຫຼາຍ,ຄາດວ່າ, ປີນີ້, ພວກເຮົາໄປເກັບເຫັດປ່າຈະສາມາດສ້າງລາຍໄດ້ປະມານ 2 ໝື່ນຢວນ. ນາງ ກ່າວດ້ວຍຄວາມຕື່ນເຕັ້ນດີໃຈ ວ່າ: ເຫັດແດງໃຫຍ່ຕາກແຫ້ງ, ຂາຍໄດ້ໂລລະປະມານ 1.000 ກວ່າຢວນ.
ໃນຊຸມປີຜ່ານມາ, ເມືອງໜານຮວາ ຍັງມີຊາວກະສິກອນຫຼາຍຄົນກາຍເປັນ “ນາຍໜ້າເຫັດປ່າ”. ທ່ານ ຮານຈ້ຽນຮວາ ກໍເປັນ “ນາຍໜ້າເຫັດປ່າ”, ເມື່ອເຖິງລະດູເຫັດປ່າ, ທ່ານ ກໍຈະລົງເກັບຊື້ເຫັດປ່າສົດຢູ່ຕາມບ້ານຕ່າງໆ, ພາຍຫຼັງໄດ້ປຸງແຕ່ງແບບງ່າຍໆແລ້ວເອົາໄປຂາຍຕໍ່, ທຸກປີ, ທ່ານ ຈະເກັບຊື້ເຫັດປ່າໄດ້ປະມານ 15 ໂຕນ.ເມື່ອຍ່າງເຂົ້າສູ່ສູນຄ້າຂາຍເຫັດປ່າມູສຸຍຮວາ ຢຸນນານ ທີ່ເປັນຕະຫຼາດເຫັດປ່າທີ່ໃຫຍ່ທີ່ສຸດຂອງຈີນ, ລູກຄ້າຍ່າງເລາະໄປ-ມາຢ່າງບໍ່ຂາດສາຍ, ຮ້ານລ້າງເຫັດໃນຕະຫຼາດກໍໄດ້ດຶງດູດລູກຄ້າເປັນຈຳນວນຫຼວງຫຼາຍ. ທຸກມື້, ບໍລິສັດຂອງທ່ານ ຈຽງ ທີ່ເປັນຜູ້ລ້າງເຫັດມືອາຊີບ ສາມາດຮັບລ້າງເຫັດໄດ້ປະມານ 300 ກິໂລ,ຄ່າບໍລິການລ້າງເຫັດໃນລາຄາໂລລະ 3 ຫາ 4 ຢວນ. ການບໍລິການລ້າງເຫັດ ລວມທັງການເລືອກເຫັດ, ການລ້າງເຫັດ, ການຊອຍເຫັດ ແລະ ການຫຸ້ມຫໍ່ເຫັດເປັນຕົ້ນ.
ນອກຈາກຜູ້ລ້າງເຫັດທີ່ເປັນມືອາຊີບແລ້ວ, ຕະຫຼາດເຫັດປ່າຍັງມີພໍ່ຄ້າຂາຍເຫັດທາງອອນລາຍ. ມີຫຼາຍທີມງານໄລສົດວິຊາການໄດ້ຊ່ວຍພໍ່ຄ້າຕ່າງໆຂາຍເຫັດທາງອອນລາຍ, ສ່ວນພໍ່ຄ້າຈຳນວນໜຶ່ງກໍໄດ້ຂາຍເຫັດທາງອອນລາຍດ້ວຍຕົນເອງ.
ແຫຼ່ງຂ່າວ: ຂ່າວສານຊິນຮວາ, ໜັງສືພິມລາຍວັນຢຸນນານ ແລະອື່ນໆ
ເນື້ອໃນເພີ່ມເຕີມ:
ແຂວງຢຸນນານ ຕັ້ງຢູ່ເຂດເສັ້ນຂະໜານຕ່ຳ, ມີສະພາບດິນຟ້າອາກາດທີ່ດີຫຼາຍຢ່າງ ແລະ ມີສະພາບພູມສັນຖານທີ່ອຸດົມສົມບູນ, ເຮັດໃຫ້ແຂວງຢຸນນານມີເຫັດປ່າຫຼາຍຊະນິດທີ່ກິນໄດ້ ແລະ ມີລົດຊາດທີ່ມີເອກະລັກພິເສດຂອງຕົນ. ເຫັດປ່າທີ່ກິນໄດ້ຂອງແຂວງຢຸນນານ ມີປະມານ 900 ຊະນິດເຊິ່ງໄດ້ກວມ90% ຂອງຍອດຈຳນວນເຫັດທີ່ກິນໄດ້ຂອງຈີນ.