ກ້າວເຂົ້າສູ່ແຂວງຢຸນນານ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2024-06-29 09:28:21

ໃນ​ລະ​ດູ​ຮ້ອນ​ປີ​ນີ້, ມີ​ຊາວ​ໜຸ່ມຫຼາຍ​ຄົນ​ ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ ​ຕາມ​ລ້ອງ​ແມ່​ນ້ຳ​ຂອງ​ ໄດ້​ເດີນ​ທາງ​ມາ​ເຖິງ​ ຮ່ອມ​ໄດ​ໂນ​ເສົາ​ລູ​ເຟີງ​ ກິ່ງ​ແຂວງ​ປົກ​ຄອ​ງ​ຕົນ​ເອງ ​ເຜົ່າ​ຢີ​ ສູ​ສົງ (Chuxiong) ​ແຂວງ​ຢຸ​ນນານ ເພື່ອ​ເລີ່ມ​ການ​ທ່ອງ​ທ່ຽວ​ອັດ​ສະ​ຈັນ​ທີ່​ຄົ້ນພົບ​ ສະ​ໄໝ​ດຶກ​ດຳ​ບັນ ແລະສະ​ໄໝ​ປັດ​ຈຸ​ບັນ.

“ສະ​ບາຍ​ດີ! ຍິນ​ດີ​ຕ້ອນ​ຮັບ​ທ່ານ​ເຂົ້າ​ສູ່​ໂລກ​ໄດ​ໂນ​ເສົາ.” ທ້າວ​ ວາງ​ເວີຍ​ ທີ່​ມາ​ຈາກ​ມຽນ​ມາ​ ໄດ້​ສົນ​ທະ​ນາ​ກັບ​ຕຸກ​ກະ​ຕາ​ໄດ​ໂນ​ເສົາ​ ທີ່​ສາມາດ​ເວົ້າ​ໄດ້​ແບບ​ມ່​ວນໆ. ລາວ​ກ່າວ​ວ່າ: ຕົນ​ໄດ້​ເຫັນ​ ຟອດຊິວໄດ​ໂນ​ເສົາ​ເປັນ​ຄັ້ງ​ທຳ​ອິດ, ຮູ້​ສຶກວ່າ​ສະ​ເທືອນ​ໃຈ​ທີ່​ສຸດ.

ທ້າວ ​ວາງ​ເວີຍ ໄດ້​ເຂົ້າ​ຮ່ວມ​ຄ້າຍ​ຖ່າຍ​ທຳ​ວິ​ດີ​ໂອ​ສັ້ນ​ຊາວ​ໜຸ່ມ ເຊິ່ງ​ເປັນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ໃນ​ສັບ​ປະ​ດາ​ພາບ​ ແລະ​ ສຽງ ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ ຄັ້ງ​ທີ 5 ທີ່​ຈັດ​ຂຶ້ນ​ຢູ່ແຂວງ​ຢຸນ​ນານ​ ໃນ​ຫວ່າງມໍ່ໆ​ມາ​ນີ້, ງານສັບ​ປະ​ດາພາບ​ ແລະ​ ສຽງ​ ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ນີ້​ ເນັ້ນ​ໃສ່​ຫົວ​ຂໍ້ “ຖ່າຍ​ທຳ​ທິວ​ທັດ​ພູ​ຜາ​ແມ່​ນ້ຳ​ທີ່​ສວຍ​ງາມ”ໂດຍ​ມີ​ຜູ້​ຕາງ​ໜ້າ 400 ກວ່າ​ຄົນ ​ຈາກ​ພາກ​ສ່ວນ​ວິ​ທະ​ຍຸ​ໂທ​ລະ​ພາບ ແລະ ອົງ​ການ​ສື່ມວນ​ຊົນທາງການ ຂອ​ງ​ບັນ​ດາ​ປະ​ເທດ​ ຕາມ​ລ້​ອງ​ແມ່​ນ້ຳ​ຂອງ ແລະ ອາ​ຊີ​ໃຕ້​ເຂົ້າ​ຮ່ວມ.

ທ້າວ​ ວາງ​ເວີຍ ​ແລະ ຊາວ​ໜຸ່ມ​ທັງ​ຫຼາຍ​ ໄດ້​ເດີນ​ທາງ​ໄປເຖິງ​ແຫຼ່ງ​ທ່ອງ​ທ່ຽວ​ຜູ​ເຈີ​ເຮີຍ​ຂອງ​ກິ່ງ​ແຂວ​ງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງ - ເຜົ່າ​ມົ້ງ​ ເວີນ​ຊານ,ນ້ຳ​ໜອງ​ທີ່​ໃສ​ເຢັນ ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ​ທີ່​ສຸດ.

ຢູ່​ສວນດອກ​ກຸຫຼາບ​ຜູ​ເຈີ​ເຮີຍ (Puzhehei) ທີ່​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ໂລ​ແມນ​ຕິກ, ນາງ​ ອູ​ສຸຍ​ຊຽນ ທີ່​ມາ​ຈາກ​ຫວຽດ​ນາມ​ ໄດ້​ນຸ່ງ​ຊຸດ​ໂອ​ໄຕ​ທີ່​ສວຍ​ສົດ​ງົດ​ງາມ ໄດ້​ຍ່າງ​ເຂົ້າ​ສວນດອກ​ກຸຫຼາບ​ແດງ, ງາມ​ປານນາງ​ຟ້າ.

  

ນາງ​ ອູ​ສຸຍ​ຊຽນ ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ຢຸນ​ນານ ແລະ ນາງ ​ມັກ​ດອກ​ໄມ້​ສົດ​ຂອງ​ແຂວງ​ຢຸນ​ນານ​ເປັນ​ພິ​ເສດ. ຍ້ອນ​ແນວ​ນີ້, ເຮັດ​ໃຫ້​ນາງ ​ຮູ້​ຈັກ​ກັບ​ໝູ່​ເພື່ອນ​ທີ່​ດີ​ຢູ່​ຕະຫຼາດດອກ​ໄມ້​ໂຕ​ໜານ​ນະ​ຄອນ​ຄຸນ​ໝິງ, ນັ້ນ​ກໍ​ຄື ນ້ອງ​ສາວ​ໜຸ່ມ​ຜູ້​ໜຶ່ງ​ທີ່​ມາ​ຈາກ​ຫວຽດ​ນາມ​ຄື​ກັນ ແລະ ເຮັດ​ການ​ຄ້າ​ຂາ​ເຂົ້າ​-ຂາ​ອອກດອກ​ໄມ້​ສົດ​ຢູ່​ຕະຫຼາດດອກ​ໄມ້​ໂຕ​ໜານ.ໃນ​ຂະ​ນະ​ດຽວ​ກັນ, ຜູ້​ຕາງ​ໜ້າ​ທີ່​ມາ​ຈາກ​ພາກ​ສ່ວນ​ຖະ​ແຫຼງ​ຂ່າວ ແລະ ອົງ​ການ​ສື່ມວນ​ຊົນ​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ກໍ​ໄດ້​ສຳ​ຜັດ​ກັບ “ປະ​ເທດ​ຈີນທີ່​ສວຍ​ງາມ​ທີ່​ສຸດ - ວິ​ຖີ​ຊີ​ວິດແບບ​ຢຸນ​ນານ” ຢູ່​ນະ​ຄອນ​ຄຸນ​ໝິງ​ ແລະ ນະ​ຄອນ​ຢູ້​ຊີ​ແຂວງ​ຢຸນ​ນານ.

  

ທ່ານ ​ຊາ​ມິນ ອັບ​ດຸນ​ລາ ຈາ​ເຮີ​ດີ ຮອງ​ບັນ​ນາ​ທິ​ການໃຫຍ່ ​ໂທ​ລະ​ພາບ​ອິດ​ສະຫຼະບັງ​ກ​ລາ​ເດັດໄດ້​ເດີນ​ທາງ​ມາ​ເຖິງ​ແຂວງ​ຢຸນ​ນານ ​ເປັນ​ຄັ້ງ​ທຳ​ອິດ, ທ່ານ​ກ່າວ​ວ່າ: ຫໍ​ພິ​ພິ​ທະ​ພັນ​ທຳ​ມະ​ຊາດຟອດຊິວ​ເສິງ​ຈ່ຽງ​ ເຮັດ​ໃຫ້​ຄົນ​ທັງຫຼາຍ​ຮູ້​ສຶກ​ປະ​ທັບໃຈຫຼາຍ, ຫວັງ​ວ່າ: ສາ​ມາດ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ສື່ມວນ​ຊົນ​ແຂວງ​ຢຸນ​ນານ​ ໃນ​ການ​ຖ່າຍ​ທຳ​ຟີມ​ສາ​ລະ​ຄະ​ດີ​ທຳ​ມະ​ຊາດ​ ແລ​ະ​ ພູມ​ສາດ ພ້ອມ​ທັງ​ຮ່ວມ​ກັນ​ຄົ້ນ​ຄວ້າແລະ ບັນ​ທຶກ​ທິວ​ທັດ​ທຳ​ມະ​ຊາດ, ຄວາມຫຼາກຫຼາຍ​ດ້ານ​ລະ​ບົບ​ນິ​ເວດ.

ໃນ​ການ​​ທັດ​ສະ​ນະ​ສຶກ​ສາ​ຄັ້ງ​ນີ້, ​ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ແຂວງ​ຢຸນ​ນານເຊັ່ນ: ດອກ​ໄມ້​ສົດ, ແພດ​ແຜນ​ຊີ​ວະ​ຊາດ ແລະ ການ​ແປ​ພາ​ສາ​ດ້ວຍ​ປັນ​ຍາ​ປະ​ດິດ​ ເປັນ​ຕົ້ນ ພ້ອມ​ທັງ​ໝາກ​ຜົນ​ດ້ານ​ການອ​ະ​ນຸ​ລັກ​ລະ​ບົບ​ນິ​ເວດ ແລະ ໂສມ​ໜ້າ​ໃໝ່ ​ໃນ​ການ​ສ້າງ​ຄວາມ​ຈະ​ເລີນ​ຢູ່​ຊົນ​ນະ​ບົດ​ເປັນ​ຕົ້ນ ລ້ວນ​ແຕ່​ໄດ້​ສ້າງ​ພາບປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​ເພື່ອນ​ມິດ​ປະ​ເທດ​ຕ່າງໆ, ພວກ​ເຂົາ​ເຈົ້າ​ກໍ​ໄດ້​ສຳ​ຜັດ​ກັບ “ວິ​ຖີ​ຊີ​ວິດ​ແບບ​ຢຸນ​ນານ” ໂດຍ​ກົງ​ທີ່​ສຸດ.

ບົດ/ພາບໂດຍ: ໜັງສືພິມລາຍວັນຢຸນນານ

 

ເນື້ອ​ໃນ​ເພີ່ມ​ເຕີມ:
ນັບ​ແຕ່​ວັນ​ທີ 17 ຫາ 22 ມິ​ຖຸ​ນາ​ຜ່ານມານີ້, ງານສັບ​ປະ​ດາ​ພາບ ​ແລະ​ ສຽງ​ ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ ຄັ້ງ​ທີ 5 ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ​ຢຸນ​ນານ. ສັບ​ປະ​ດາ​ຄັ້ງ​ນີ້ ​ໄດ້​ຈັດ​ກິດ​ຈະ​ກຳ​ສາຍ​ ລາຍ​ການ​ພາບ ​ແລະ ​ສຽງດີ​ເດັ່ນ, ຄ້າຍ​ຖ່າຍ​ທຳ​ວິ​ດີ​ໂອ​ສັ້ນ​ຊາວ​ໜຸ່ມ​ຄັ້ງ​ທີ 3, ການ​ແລກ​ປ່ຽນ​ ແລະ​ ສົນ​ທະ​ນາ​ກ່ຽວ​ກັບພາບ ​ແລະ​ ສຽງ, ການ​ທັດ​ສະ​ນະ​ສຶກ​ສາ​ “ປະ​ເທດ​ຈີນ​ທີ່​ສວຍ​ງາມທີ່​ສຸດ-ວິ​ຖີ​ຊີ​ວິດ​ແບບ​ຢຸນ​ນານ”, ກິດ​ຈະ​ກຳ​ສາຍ​ລະ​ຄອນ​ໂທ​ລະ​ພາບ​ທີ່​ດີ​ເດັ່ນ​ຂອງ​ຈີນ​ຢູ່​ຫວຽດ​ນາມ ແລະ ກິດ​ຈະ​ກຳ​ອື່ນໆ.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ

ກ້າວເຂົ້າສູ່ແຂວງຢຸນນານ