ບຸນຕ່ວນອູ: ສືບທອດມູນເຊື້ອວັດທະນະທໍາ ແລະ ກິນອາຫານທີ່ແຊບຊ້ອຍ
ມື້ຂຶ້ນ 5 ຄໍ່າເດືອນ 5 ຕາມຈັນທະຄະຕິຈີນຂອງທຸກປີ ແມ່ນບຸນຕ່ວນອູ ເຊິ່ງເປັນໜຶ່ງໃນບຸນປະເພນີທີ່ສຳຄັນຂອງຈີນ. ບຸນຕ່ວນອູ ທີ່ສືບທອດມາເປັນເວລາ 2.000 ກວ່າປີ ເປັນມື້ບຸນທຳອິດຂອງຈີນ ທີ່ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳໂລກ ຂອງອົງການອຸຍເນັດສໂກ ສະຫະປະຊາຊາດ. ບຸນຕ່ວນອູ ປີນີ້ ກົງກັບວັນທີ 10 ມິຖຸນານີ້. ເຖິງວ່າຮີດຄອງປະເພນີໃນການສະຫຼອງບຸນຕ່ວນອູ ໃນທ້ອງຖິ່ນຕ່າງໆຂອງຈີນ ມີຄວາມແຕກຕ່າງກັນ, ແຕ່ສ່ວນຫຼາຍຈະມີເນື້ອໃນດັ່ງນີ້: ຫ້ອຍງ່ານໝາດ, ຊ່ວງເຮືອມັງກອນ, ກິນເຂົ້າຕົ້ມ, ກິນເຫຼົ້າເຫຼືອງ, ຫ້ອຍກະເປົາຢາສະໝູນໄພເປັນຕົ້ນ.
ການກິນເຂົ້າຕົ້ມໃນມື້ບຸນຕ່ວນອູ ເປັນຮີດຄອງປະເພນີ ທີ່ສືບທອດກັນ ມາເປັນເວລາພັນກວ່າປີແລ້ວ ເຊິ່ງໄດ້ກາຍເປັນຮີດຄອງປະເພນີ ທີ່ມີອິດທິພົນຫຼາຍທີ່ສຸດ ແລະ ໄດ້ຂະຫຍາຍອອກຢ່າງກວ້າງຂວາງທີ່ສຸດຂອງຈີນ. ເຂົ້າຕົ້ມ ແມ່ນເອົາໃບໄມ້ໄຜ່ຫໍ່ເຂົ້າໜຽວ, ຊີ້ນ ແລະ ໝາກແຂ່ນປະເພດຕ່າງໆປະສົມເຂົ້າກັນ, ເວລາໜຶ້ງສຸກແລ້ວ ຈະມີລົດຫວານ ຫຼື ລົດເຄັມ ແລະ ແຊບທີ່ສຸດ.
ຕາມການເລົ່າລືກັນວ່າ, ເຂົ້າຕົ້ມ ມີຂຶ້ນໃນສະໄໝຈ້ານໂກ (ປີ 475 - 221 ກ່ອນ ຄ.ສ). ທ່ານ ສູຢວນ ນັກກະວີຜູ້ຮັກຊາດຂອງແຄວ້ນສູ ໄດ້ຍິນວ່າ: ເມືອງເອກ ຂອງແຄວ້ນຕົນ ຖືກສັດຕູແຄວ້ນອື່ນຢຶດຄອງແລ້ວ, ໄດ້ໂດດລົງນ້ຳຂ້າໂຕຕາຍໃນວັນທີ 5 ເດືອນ 5 ປີ 278 ກ່ອນ ຄ.ສ ເພື່ອສະຫຼະຊີບຮັກຊາດ. ຊາວແຄວ້ນສູ ໄດ້ພາກັນພາຍເຮືອໄປກູ້ຊີວິດສູຢວນ ແລະ ໄດ້ ໂຍນເຂົ້າຕົ້ມລົງ ໃນນ້ຳ ເພື່ອບໍ່ໃຫ້ປາ ແລະກຸ້ງໃນນ້ຳກິນສົບສູຢວນ. ພາຍຫຼັງມາ, ໃນວັນທີ 5 ເດືອນ 5 ຂອງທຸກປີ, ຄົນທັງຫຼາຍ ກໍໄດ້ພາກັນກິນເຂົ້າຕົ້ມ ເພື່ອສະແດງຄວາມລະນຶກເຖິງ ທ່ານ ສູຢວນ (Qu Yuan).
ວັດຖຸດິບທີ່ເອົາມາຫໍ່ເຂົ້າຕົ້ມ ມີຄວາມແຕກຕ່າງກັນຢູ່ທ້ອງຖິ່ນຕ່າງໆ, ສ່ວນຫຼາຍຈະໃຊ້ເຂົ້າໜຽວ ແລະ ເຂົ້າຂ້ວງເປັນຕົ້ນຕໍ, ລົດຊາດ ແລະ ຮູບຮ່າງກໍຕ່າງກັນຫຼາຍ. ເຂົ້າຕົ້ມພາກເໜືອ ສ່ວນຫຼາຍ ມີລົດຫວານ, ປະສົມດ້ວຍນ້ຳຕານ, ແປ້ງຖົ່ວແດງ ແລະ ໝາກກະທັນ. ເຂົ້າຕົ້ມພາກໃຕ້ ແມ່ນນໍາເອົາຖົ່ວຂຽວ, ໝູສາມຊັ້ນ, ແປ້ງຖົ່ວ, ໝູແຮມ, ເຫັດຫອມ ແລະ ໄຂ່ເຫຼືອງມາເຮັດໄສ້, ສ່ວນຫຼາຍ ມີລົດເຄັມ, ເຂົ້າຕົ້ມເຈ່ຍຊິງ ແຂວງເຈີ້ຈ່ຽງ ແລະ ເຂົ້າຕົ້ມຊີ້ນເຄັມ ແຂວງກວາງຕຸ້ງ ເປັນເຂົ້າຕົ້ມທີ່ ມີລັກສະນະແຕກຕ່າງ ຈາກ ພາກໃຕ້.
ນະຄອນເຈ່ຍຊິງ ເປັນເຂດຜະລິດ ເຂົ້າຫຼານຊະນິດ ໃນປະຫວັດສາດຂອງຈີນ. ຍ້ອນມີເງື່ອນໄຂທຳມະຊາດທີ່ດີ, ນະຄອນເຈ່ຍຊິງ ຈຶ່ງມີເຂົ້າໜຽວ 30 ກວ່າຊະນິດ, ນີ້ກໍແມ່ນສາເຫດຕົ້ນຕໍ ທີ່ເຮັດໃຫ້ເຂົ້າຕົ້ມພາກໃຕ້ມີຫຼາກຫຼາຍຊະນິດ.ເຂົ້າຕົ້ມຊີ້ນໝູສົດ ເຈ່ຍຊິງ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ ໂດຍນໍາເອົາຂາຫຼັງໝູ ທີ່ໝັກໄວ້ແລ້ວ ປະສົມກັບເຂົ້າສານໜຽວ, ຫໍ່ດ້ວຍໃບໄມ້ໄຜ່. ການເຮັດເຂົ້າຕົ້ມແບບນີ້ ເວລາຕົ້ມສຸກແລ້ວ ຈະເຮັດໃຫ້ມີສີງາມ,ນ້ຳຊີ້ນໄດ້ຊຶມເຂົ້າໄປໃນເຂົ້າເຮັດໃຫ້ມີກິ່ນຫອມ, ໜຽວນຸ້ມດີ, ກິນແຊບແຕ່ບໍ່ມັນ.
ເຂົ້າຕົ້ມເຈ່ຍຊິງ ໄດ້ກາຍເປັນອາຫານທີ່ເປັນສັນຍະລັກຂອງທ້ອງຖິ່ນ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກຊາວເຈ່ຍຊິງ ແລະ ນັກທ່ອງທ່ຽວທັງຫຼາຍ. ຍ້ອນວ່າຖື ໄປນຳໄດ້ງ່າຍ, ເຊິ່ງມັກຖືກເອີ້ນວ່າເປັນ “ອາຫານດ່ວນ ພາກຕາເວັນອອກ”. ອີງຕາມຕົວເລກຂໍ້ມູນຂອງພາກສ່ວນຕະຫຼາດທ້ອງຖິ່ນ, ມູນຄ່າການຜະລິດໃນອຸດສາຫະກຳເຂົ້າຕົ້ມຂອງນະຄອນເຈ່ຍຊິງ ໃນປີກາຍນີ້ ມີເຖິງ 5 ຕື້ຢວນ ເຊິ່ງໄດ້ກວມປະມານ 50% ຂອງຍອດມູນຄ່າການຜະລິດເຂົ້າຕົ້ມ ໃນທົ່ວປະເທດຈີນ.
ໃນໄລຍະບຸນຕ່ວນອູ, ເຂົ້າຕົ້ມ ໄດ້ຮັບຄວາມນິຍົມຊົມຊອບຈາກຄົນທັງຫຼາຍ ຍ້ອນມີລົດຊາດທີ່ແຊບນົວ ແລະ ມີຄວາມໝາຍວັດທະນະທຳອັນເລິກເຊິ່ງ. ຄອບຄົວ ແລະ ໝູ່ເພື່ອນຫໍ່ເຂົ້າຕົ້ມ ແລະ ກິນເຂົ້າຕົ້ມນຳກັນ, ມີຄວາມຄຶກຄື້ນມ່ວນຊື່ນຫຼາຍ ເຊິ່ງໄດ້ສະແດງໃຫ້ເຫັນວ່າ: ຄົນຈີນເອົາໃຈໃສ່ຕໍ່ຄວາມສາມັກຄີຄອບຄົວຫຼາຍ.
ນອກນີ້, ການກິນເຂົ້າຕົ້ມ ໃນບຸນຕ່ວນອູ ຍັງຖືກຖືເປັນການປາສະຈາກໂຣກ ໄພໄຂ້ເຈັບ ແລະ ມີໂຊກມີໄຊ ເຊິ່ງເຮັດໃຫ້ການກິນເຂົ້າຕົ້ມກາຍເປັນພາກສ່ວນສຳຄັນໃນການສະຫຼອງບຸນ.
ແຫຼ່ງຂ່າວ: ສໍານັກຂ່າວຊິນຮວາ, ເວັບໄຊປະຊາ ຊົນຈີນ, ໜັງສືພິມແມ່ຍິງ ຈີນ ບັນນາທິການ: Yang Chunmei