ເຝົ້າຮັກສາລີງຂົນຄໍາຢຸນນານ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2024-06-14 19:17:15

ເຂດ​ສ​ະ​ຫງວນ​ທຳ​ມະ​ຊາດ​ແຫ່ງ​ຊາດ​ພູ​ຫິ​ມະ​ປາຍ​ມາ ຕັ້ງ​ຢູ່​ໃຈ​ກາງ​ຂອງ​ເຂດມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ “ແມ່​ນ້ຳ 3 ສາຍ​ໄຫຼ​ຕາມ​ທິ​ດຽວດ​ກັນ” ແລະ ​ມີ​ລີງ​ຂົນຄໍາ​ຢຸນ​ນານ​ປະ​ມານ 60% ໄດ້​ພັກ​ອາໄສຢູ່​ແຫ່ງ​ນີ້. ປັດ​ຈຸ​ບັນ, ມີ​ຜູ້​ປ້ອງກັນປ່າ​ໄມ້ ແລະ ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຊຸດ​ໜຶ່ງ​ໄດ້​ເຝົ້າ​ຮັກ​ສາ “ພູຫິ​ມະສັກສິດ” ເຫຼົ່າ​ນີ້. ພວກ​ເພິ່ນ ​ໄດ້​ລາດ​ຕະ​ເວນ​ຕາມ​ພູ​ຫິ​ມະ ເພື່ອເບິ່ງ​ແຍງ​ດູ​ແລ “ພູຫິ​ມະສັກສັດ” ເຫຼົ່າ​ນີ້.

ລີງ​ຂົນຄໍາ​ຢຸນ​ນານ ​ເປັນ​ລີງ​ທີ່​ມີ​ສະ​ເພາະ​ຢູ່​ຈີນ, ຊຶ່ງ​ດຳລົງ​ຊີ​ວິດ​ຢູ່​ເຂດ​ພູ​ດອຍ​ສູງ​ທີ່​ມີອາ​ກາດ​ໜາວ ແລະ ສູງ​ຈາກ​ລະ​ດັບໜ້າ​ນ້ຳ​ທະ​ເລ 3.000 ແມັດ​ຂຶ້ນ​ໄປ ຢູ່​ເຂດ​ລະ​ຫວ່າງ​ແຂວງ​ເສ​ສວນ, ແຂວງ​ຢຸນ​ນານ ແລະ ເຂດ​ປົກຄອງຕົນເອງ ຊີຈ້າງ ຂອງ​ຈີນ. ເຂດ​ສຽງ​ກູ​ຈິງ ທີ່​ຕັ້ງ​ຢູ່​ໃນ​ຂອບ​ເຂດ​ເຂດສະ​ຫງວນ​ທຳ​ມະ​ຊາດ​ແຫ່ງ​ຊາດ​ພູ​ຫິ​ມະ​ປາຍ​ມາ​ຢຸນ​ນານ, ມີ​ລີ​ງ​ຂົນຄໍາ​ຢຸນ​ນານຈຳ​ນວນ 60 ກວ່າ​ໂຕ​ໃນ 10 “ຄອບ​ຄົວ” ດຳລົງ​ຊີ​ວິດ​ຢູ່​ແຫ່ງ​ນີ້ ຊຶ່ງ​ເປັນ​ເຂດ​ທີ່​ສາມາດ​ໃຫ້​ຄົນ​ທັງຫຼາຍ ​ຕິດຕາມ​ສັງ​ເກດ​ລີງ​ຂົນຄໍາ​ຢຸນ​ນານ ຈາກ​ທາງ​ໃກ້​ພຽງແຫ່ງ​ດຽວ​ໃນ​ໂລກ​ເທົ່າ​ນັ້ນ.

ເພາະ​ວ່າ​ໄດ້​ພົບ​ກັນ​ທຸກ​ມື້, ເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ ​ໄດ້​ສ້າງ​ສາຍ​ພົວ​ພັນ​ພິ​ເສດ​ກັບ​ລີງ​ຂົນຄໍາ​ຢຸນ​ນານ​ເຫຼົ່າ​ນີ້: ຂໍ​ພຽງ​ແຕ່​ເຈົ້າ​ໜ້າ​ທີ່​ເຫຼົ່າ​ນີ້​ ຮ້ອງ​ໂຮ​ຂຶ້ນ​ມາ, ລີ​ງ​ຂົນຄໍາ​ ຈຶ່ງ​ປະ​ກົດ​ຕົວ​ອອກຈາກ​ປ່າ​ໄມ້​ຕຶບ​ໜາ ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້​ສຶກ​ໜ້າ​ງຶດ​ງໍ້​ທີ່​ສຸດ. ຕອນ​ຮຸ່ງ​ເຊົ້າ, ທ່ານ ​ຢູ​ຈ້ຽນ​ຮ​ວາ (Yu Jianhua) ຜູ້​ເຝົ້າ​ຮັກ​ສາ​ລີງ​ຂົນຄໍາ​ ທີ່​ມີ​ອາ​ຍຸ 72 ປີ​ ກໍ​ໄດ້​ອອກ​ເດີນ​ທາງເຂົ້າ​ປ່າ ເພື່ອ​ຊອກ​ຫາ​ສະ​ຖານ​ທີ່​ຂອງ​ຝູງລີງ, ຕິດ​ຕາມ​ຝູງ​ລີງ​​ ໝົດມື້ ແລ້ວ​ຈຶ່ງ​ກັບ​ເມືອ.

ທ່ານ ​ຢູ​ຈ້ຽນ​ຮ​ວາ​ ກ່າວ​ວ່າ: “ພວກ​ເຮົາ​ ຕື່ນ​ກ່ອນ​ລີງ ແລະ ນອນຫຼັງ​ລີງ”. ໜ່ວຍ​ເຝົ້າຮັກ​ສາ​ລີງ​ເຂດ​ນີ້​ແບ່ງ​ເປັນ​ 2​ ຈຸ, ຈຸ​ໜຶ່ງ 10 ຄົນ, ແຕ່​ລະ​ຈຸ​ຮັບ​ຜິດ​ຊອບ​ ເຝົ້າເປັນ​ມື້​ໜຶ່ງ ແລະ ຕ້ອງ​ເພີ່ມ​ອາ​ຫານ​ການ​ກິນ​ໃຫ້​ແກ່​ລີງ. ເມື່ອ​ພົບ​ນັກ​ທ່ອງ​ທ່ຽວ ຫຼື ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ເຂົ້າ​ມາ, ພວກ​ເພິ່ນ ​ສາ​ມາດ​ນຳ​ພາ​ຄົນ​ທັງຫຼາຍ​ເຂົ້າ​ໄປ ​ເບິ່ງຝູງ​ລີງ​ໄດ້.

 

ທ່ານ​ ຢູ​ຈ້ຽນ​ຮ​ວາ ​ເປັນ​ຜູ້​ເຝົ້າ​ຮັກ​ສາ​ລີງ​ຂອງ​ເຂດ​ສຽງ​ກູ​ຈິງ​ ໃນ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ແຫ່ງ​ຊາດ​ ພູ​ຫິ​ມະ​ປາຍ​ມາ. ພາຍຫຼັງ​ເຂດ​ສະ​ຫງວນ​ແຫ່ງ​ນີ້ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1983, ທ່ານ​ ກໍ​ໄດ້​ເຂົ້າ​ເປັນ​ສະມາ​ຊິກ​ຂອງ​ໜ່ວຍ​ເຝົ້າ​ຮັກ​ສາ​ລີງ.

ເວ​ລາ 6 ໂມ​ງ​ເຊົ້າ​ ຫາ 8 ໂມງ​ແລງ​ທຸກ​ມື້, ທ່ານ ​ລ້ວນ​ແຕ່​ໄດ້​ເຝົ້າ​ຮັກ​ສາ​ຝູງ​ລີງ ​ໃນ​ເຂດ​ສຽງ​ກູ​ຈິງ. ມາ​ຮອ​ດ​ປັດ​ຈຸ​ບັນ, ທ່ານ​ ໄດ້​ເຝົ້າ​ຮັກ​ສາ​ຝູງ​ລີງ​ເປັນ​ເວ​ລາ 28 ປີ​ແລ້ວ. ທ່ານ ​ຢູ​ຈ້ຽນ​ຮ​ວາ​ ທັງ​ຍິ້ມ​ທັງ​ເວົ້າ​ວ່າ: “ປັດ​ຈຸ​ບັນ, ຖ້າ​ຂ້ອຍ​ບໍ່​ໄດ້​ເບິ່ງ​ຝູງ​ລີງ​ມື້​ໜຶ່ງ, ຂ້ອຍ​ກໍ​ຄິດ​ຮອດຫຼາຍ.” ເຈົ້າ​ໜ້າ​ທີ່​ເຂດ​ສະ​ຫງວນ​ທຳ​ມະ​ຊາດ ​ກໍ​ໄດ້​ຮັກ​ແພງ​ຝູງ​ລີງຫຼາຍ, ທ່ານ​ ເຫີ​ຊິນ​ມິງ (He Xinming) ອະ​ດີດ​ຫົວ​ໜ້າ​​ສະ​ຖາ​ນີຊ່ວຍ​ເຫຼືອ​ສັດ​ປ່າ ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ ​ແຫ່ງ​ຊາດ​ພູ​ຫິ​ມະ​ປາຍ​ມາ​ ໄດ້​ຕັ້ງ​ຊື່​ໃຫ້​ລີງ​ທຸກ​ໂຕ: “ຈິວ​ເກີ່”, “ເມັດ​ເຂົ້າ” “ໜ້າ​ຂາວ” “ແຕ້ມ​ແດງ” ເຫຼົ່າ​ນີ້​ເປັນ​ຕົ້ນ. ໂດຍ​ໄດ້​ຮັບ​ຜົນ​ສະ​ທ້ອນ​ຈາກ ​ທ່ານ ​ຢູ​ຈ້ຽນ​ຮ​ວາ, ທ່ານ​ ຢູ​ຈົ່ງ​ຮ​ວາ (Yu Zhonghua) ລູກ​ຊາຍ​ຂອງ​ທ່ານ​ ຢູ​ຈ້ຽນ​ຮ​ວາ ກໍ​ໄດ້​ດຳ​ເນີນ​ວຽກ​ງານ​ລາດ​ຕະ​ເວນ​ຢູ່​ເຂດ​ສະ​ຫງວນ​ທຳ​ມະ​ຊາດແຫ່ງ​ຊາດພູ​ຫິ​ມະ​ປາຍ​ມາ​ ເປັນ​ເວ​ລາ​ເກືອບ 17 ປີ​ ລ້ວນ​ແຕ່​ຮູ້​ດີ​ກັບ​ວຽກ​ງານ​ປ້ອງ​ກັນ​ລີງ​ຂົນຄໍາ​ເຊັ່ນ​ກັນ.

 

ລີງ​ຂົນຄໍາ​ຢຸນ​ນານ ​ທີ່​ມີ​ໃບ​ໜ້າ​ຄ້າຍ​ຄື​ມະ​ນຸດ ​ເປັນ​ສັດ​ສະ​ຫງວນ​ລະ​ດັບ 1 ລະດັບຊາດ​ຂອງ​ຈີນ ແລະ ກໍ​ເປັນ​ສັດ​ປະ​ເພດ​ໃກ້​ຈະ​ສູນ​ພັນ​ ໃນ​ບັນ​ຊີ​ລາຍ​ຊື່​ສີ​ແດງ​ ຂອງ​ສະ​ຫະ​ພັນ​ປົກ​ປ້ອງ​ທຳ​ມະ​ຊາດ​ໂລກ ຫຼື IUCN. ການ​ສ້າງໜ່ວຍງານ ເຝົ້າ​ຮັກ​ສາ​ລີງ​ຂົນຄໍາ​ຢຸນ​ນານ ແມ່ນ​ໜຶ່ງ​ໃນ​ມາດ​ຕະການ​ໃນ​ການ​ປົກ​ປ້ອງ​ລີງ​ຂົນຄໍາ​ຢຸນ​ນານຂອງ​ເຂດ​ສະ​ຫງວນ​ທຳມະ​ຊາດແຫ່ງ​ຊາດ​ພູ​ຫິມະປາຍ​ມາ.

ຢູ່​ເຂດ​ສຽງ​ກູ​ຈິງ, ເຮືອນ​ໄມ້​ແບບ​ດັ້ງ​ເດີມຫຼັງ​ໜຶ່ງ ​ເປັນ​ຫ້ອງ​ຕິດ​ຕາມ​ຄວບ​ຄຸມ​ການ​ສັງ​ເກດ​ລີງ. ທ່ານ​ ລ້າຍ​ຈ້ຽນ​ຕົ່ງ ຫົວ​ໜ້າ​ສະ​ຖາ​ນີ​ຊ່ວຍ​ເຫຼືອ​ສັດ​ປ່າ​ເຂດ​ສະ​ຫງວນ​ທຳ​ມ​ະ​ຊາດ​ ແຫ່ງ​ຊາດ​ພູ​ຫິ​ມະ​ປາຍ​ມາ​ ກ່າວ​ວ່າ: ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ແຫ່ງ​ນີ້​ ແມ່ນ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ ແຫ່ງ​ຊາດ​ຝູງ​ລີງຂົນຄໍາ​ຢຸນ​ນານ ທີ່​ມີ​ເນື້ອ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ. ປີ 2019, ແຂວງ​ຢຸນ​ນານ ​ໄດ້​ສ້າງ​ເຄືອ​ຂ່າຍ​ປົກ​ປ້ອງ​ລີງ​ຂົນຄໍາ​ຢຸນ​ນານ​ໃນ​ຂອບເຂດທົ່ວ​ແຂວງ​ຢຸນ​ນານ, ເຂດ​ສະ​ຫງວນ​ທຳ​ມະ​ຊາດແຫ່ງ​ຊາດ​ພູ​ຫິ​ມະ​ປາຍ​ມາ ໄດ້​ດຳ​ເນີນ​ວຽກ​ງານ​ຕິດ​ຕາມ​ຝູງ​ລີງ​ຂົນຄໍາ​ຢຸນ​ນານ, ການ​ລາດ​ຕະ​ເວນ, ການ​ບົວ​ລະ​ບັດ​ຮັກ​ສາ​ສະ​ຖານ​ທີ່​ພັກ​ເຊົາ​ຂອງ​ລີງ, ການ​ປົກ​ປ້ອງ​ຢູ່​ຕາມ​ເຂດ​ຊຸມ​ຊົນ, ການ​ສຶກ​ສາທຳ​ມະ​ຊາດ ແລະ ອື່ນໆ.

  

ທ່ານ​ ລ້າຍ​ຈ້ຽນ​ຕົ່ງ​ (Lai Jiandong) ກ່າວ​ຕື່ມ​ວ່າ: “ພວກ​ເຮົາ​ ຍັງ​ໄດ້​ນຳ​ໃຊ້​ກ້ອງ​ຖ່າຍອິນ​ຟ​ຣາ​ເຣດ, ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ, ເຕັກ​ນິກ​ບັນ​ຊາ​ທາງ​ໄກ ແລະເຕັກ​ນິກ​ອື່ນໆ ເພື່ອ​ຄຸ້ມ​ຄອງ ປົກ​ປ້ອງ​ລີງ​ຂົນຄໍາ​ຢຸນ​ນານ, ໄດ້ຄົ້ນ​ຄວ້າ ແລະ ນຳ​ໃຊ້​ເຕັກ​ນິກ​ຈຳ​ແນກ​ໃບ​ໜ້າ​ຂອງ​ລີງ​ຢ່າງ​ອັດຕະ​ໂນ​ມັດ ແລະ ເຕັກ​ນິກ​ຕິດ​ຕາມ​ລີງ​ຢ່າງ​ອັດ​ຕະ​ໂນ​ມັດ ຊຶ່ງ​ໄດ້​ບັນ​ລຸ​ການ​ຕິດ​ຕາມ​ຝູງ​ລີງ​ຂົນຄໍາ​ຢຸນນານ ໃນ​ທຸກ​ເວ​ລາ.”ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງວົງ​ການ​ຕ່າງໆ​ໃນ​ສັງ​ຄົມ, ເຂດ​ສະ​ຫງວນ​ທຳ​ມະ​ຊາດແຫ່ງຊາດພູ​ຫິ​ມະ​ປາຍ​ມາໄດ້​ກາຍເປັນສວນສະໜຸກ​ຂອງ​ລີງ​ຂົນຄໍາ​ຢຸນນານ.

ຕາມ​ສະ​ຖິ​ຕິ​ເບື້ອງ​ຕົ້ນ, ຈຳ​ນວນ​ລີງ​ຂົນຄໍາ​ຢຸນ​ນານ ​ໃນ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ ​ແຫ່ງ​ຊາດ​ພູ​ຫິ​ມະ​ປາຍ​ມາ ​ໄດ້ເພີ່ມ​ຈາກປະ​ມານ 540 ໂຕ​ ຈໍານວນ 7 ຝູງ​ໃນ​ປີ 1985, ​ເປັນປະ​ມານ 2.500 ໂຕ​ ຈໍານວນ 14 ຝູງ​ ໃນ​ປັດ​ຈຸ​ບັນ ກວມ 65% ຂອງຍອດ​ຈຳ​ນວນ​ລີງຂົນຄໍາ​ຢຸນ​ນານ​ໃນ​ທົ່ວ​ປະ​ເທດ​ຈີນ.

ແຫຼ່ງຂ່າວ: ສໍານັກຂ່າວຊິນຮວາ, ໜັງສືພິມປະຊາຊົນລາຍວັນ ຈີນ ແລະ ອື່ນໆ ບັນນາທິການ: Yang Chunmei

ເຝົ້າຮັກສາລີງຂົນຄໍາຢຸນນານ