ສີມືການມັດຜ້າຍ້ອມສີໄດ້ກາຍເປັນຂົວຕໍ່ທີ່ເພີ່ມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2024-06-03 18:08:57

“ຂ້ອຍ​ບໍ່​ເຄີຍ​ຄິດ​ວ່າ ຈະ​ສາ​ມາດ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຊາວ​ຕ່າງ​ປະ​ເທດຫຼາຍ​ປານ​ນີ້ ໂດຍ​ອີງ​ໃສ່​ຄວາມ​ສາ​ມາດ​ຂອງ​ຕົນ, ຈົນ​ວ່າ​ມີຊາວ​ຕ່າງ​ປະ​ເທດ 9 ທ່ານ​ ໄດ້​ເດີນ​ທາງ 8.000 ກວ່າ​ກິ​ໂລ​ແມັດແລ້ວ ​ມາ​ເຖິງ​ນະ​ຄອນ​ຕ້າຫຼີ ທີ່​ເປັນ​ບ້ານ​ເກີດ​ຂອງ​ຂ້ອຍ, ໄປ​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ດັ້ງ​ເດີມ​ຢ່າງ​ເລິກ​ເຊິງ.” ເມື່ອ​ຫວນ​ຄືນ​ປະ​ສົບ​ການ​ສ້າງ​ພາ​ລະ​ກິດ​ຂອງ​ຕົນ, ນາງ​ ຕ້ວນ​​ຢີ​ຣານ (Duan Yiran) ​ຊົນເຜົ່າ​ປາຍ​ນະ​ຄອນ​ຕ້າຫຼີ ​ແຂວງ​ຢຸນ​ນານ​ກ່າວ​ວ່າ: “ການ​ຢຶດໝັ້ນ​ມາ​ເປັນ​ເວ​ລາ 5 ປີ ເປັນ​ປະ​ສົບ​ການ​ທີ່​ລ້ຳຄ່າ​ທີ່​ສຸດ.”

ຂົວເຊື່ອມຕໍ່ຄົນກັບຄົນ

ນາງ​ ຕ້ວນ​​ຢີຣານ ​ໄດ້​ເຕີບ​ໃຫຍ່​ຢູ່​ຕາມ​ຖະ​ໜົນ​ຊາວ​ຕ່າງ​ປະ​ເທດ​ ນະ​ຄອນ​ຕ້າຫຼີ​ ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ປາຍ ​ຕ້າຫຼີ, ນາງ ​ມີຫຼາຍ​ໂອ​ກາດ​ໄດ້​ແລກ​ປ່ຽນ​ກັບ​ນັກ​ທ່ອ​ງ​ທ່ຽວ​ຕ່າງ​ປະ​ເທດ​ຕັ້ງ​ແຕ່​ນ້ອຍ. ພີ່​ນ້ອງ​ຂອງ​ນາງ​ ໄດ້​ເປີດ​ໂຮງ​ຍ້ອມ​ສີ​ຢູ່​ນະ​ຄອນ​ຕ້າຫຼີ ເຊິ່ງ​ໄດ້​ສ້າງ​ໂອກາດ​ໃຫ້​ແກ່​ນາງ​ໃນ​ການ​ສຳ​ຜັດ​ກັບ​ສີ​ມື​ຊົນ​ເຜົ່າບໍ່​ໜ້ອຍ.

ປີ 2015, ນາງ​ ຕ້ວນ​​ຢີ​ຣານ ໄປ​ຮຽນ​ຂະ​ແໜງວິ​ຊາ​ອອກ​ແບບ​ຊຸດ​ສະ​ແດງ​ຢູ່​ອັງ​ກິດ ແລະ ເຄີຍ​ໄປ​ຝຶກ​ງານ​ຢູ່​ໂຮງ​ລະ​ຄອນ​ແຫ່ງ​ຊາດ​ອັງ​ກິດ. ພາຍຫຼັງ​ຮຽນ​ຈົບ​ໃນ​ປີ 2019, ນາງ ​ຕ້ວນ​​ຢີ​ຣານ ເລີ່ມ​ເປີດ​ຫ້ອງ​ສະ​ຕູດີໂອ​ ມັດ​ຜ້າ​ຍ້ອມ​ສີ YiCrafts ຢູ່ນະ​ຄອນຫຼວງ​ລອນດອນ​ຂອງ​ອັງ​ກິດ ແລະ ເລີ່ມ​ເສັ້ນ​ທາງ​ສືບ​ທອດ​ສີ​ມື​ການມັດ​ຜ້າ​ຍ້ອມ​ສີ​ເຜົ່າ​ປາຍ​ຂອງ​ຕົນ ພາຍ​ໃຕ້​ການ​ສົ່ງ​ເສີມ​ຂອງ​ຄອບ​ຄົວ ແລະ ຄູ​ອາ​ຈານ. ເພື່ອ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ຮັບ​ຮູ້​ເຖິງ​ສີ​ມື​ການມັດ​ຜ້າ​ຍ້ອມ​ສີເຜົ່າ​ປາຍຫຼາຍກວ່າ​ເກົ່າ, ນາງ ​ໄດ້​ກັບ​ຄືນ​ບ້ານ​ເກີດ​ຂອງ​ຕົນ, ຖ່າຍ​ທຳ​​ສາ​ລະ​ຄະ​ດີ​ສິ​ລະ​ປະ​ມັດ​ຜ້າ​ຍ້ອມ​ສີ​ເຜົ່າ​ປາຍ​ ດ້ວຍ​ຕົນ​ເອງ. ຫຼັງ​ຈາກ​ນັ້ນ, ນາງ ​ບໍ່​ພຽງ​ແຕ່​ໄດ້​ເປີດຫຼັກ​ສູດ​ຮຽນ​ທີ່​ເປັນ​ລະ​ບົບ​ທາງ​ອອນ​ລາຍ ແລະ ເຜີຍ​ແຜ່​ຢູ່​ຕາມ​ສື່​ສັງ​ຄົມ​ອອນ​ລາຍ​ຂອງ​ປະ​ເທດ​ອັງ​ກິດ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ສ້າງ​ກຸ່ມ​ສື່​ສານ​ກັນ​ທາງ​ອອນ​ລາຍ. ຫຼັງ​ຈາກ​ນັ້ນ​ປີ​ປາຍ, ຫ້ອງ​ສະ​ຕູດີໂອ​ໄດ້​ດຳ​ເນີນ​ງານ​ເປັນ​ປົກ​ກະ​ຕິ ແລະ ໄດ້​ດຶງ​ດູດ​ລູກ​ຄ້າ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ.

ທ້າຍ​ເດືອນ​ມີ​ນາ​ປີ​ນີ້, ນາງ​ ຕ້ວນ​​ຢີ​ຣານ ໄດ້​ນຳ​ພານັກ​ສຳ​ມະ​ນາ​ກອນຂອງ​ຕົນ​ກັບ​ເມືອ​ນະ​ຄອ​ນ​ຕ້າຫຼີ ທີ່​ເປັນ​ບ້ານ​ເກີດ​ຂອງ​ຕົນ​ເປັນ​ຄັ້ງ​ທຳ​ອິດ ແລະ ດຳ​ເນີນ​ການ​ສຶກ​ສາ​ຄົ້ນ​ຄວ້າ​ເປັນ​ເວ​ລາ 11 ວັນ. ​ນັກ​ສຳ​ມະ​ນາ​ກອນ​ເຫຼົ່າ​ນີ້ ​ມາ​ຈາກຫຼາຍ​ປະ​ເທດ ເຊັ່ນ: ຝ​ຣັ່ງ, ເຢຍ​ລະ​ມັນ, ອັງ​ກິດ ແລະ ອົດສະ​ຕ​ຣາ​ລີ, ມີຫຼາຍ​ຄົນ​ເຄີຍ​ຮຽນ​ສິ​ລະ​ປະ​ມາ​ກ່ອນ​ແລ້ວ.

ທ່ານ ​ດຽນ ໂລ​ເກວ ຊ່າງ​ອອກ​ແບບ​ຊຸດ​ສະ​ແດງ​ຮູບ​ເງົາ ແລະ ລະ​ຄອນ​ໂທ​ລະ​ພາບ​ອັງ​ກິດ ທີ່​ເດີນ​ທາງ​ມາ​ຈີນ ​ເປັນ​ຄັ້ງ​ທຳ​ອິດ​ ກ່າວ​ວ່າ: “ການ​ຮຽນ​ສີ​ມື​ມັດ​ຜ້າ​ຍ້ອມ​ສີ, ຖັກ​ແສ່ວ ແລະ ຕ່ຳ​ຜ້າ ​ເປັນ​ວຽກງານ​ທີ່​ສຸດຍອດ​ທຸກ​ຢ່າງ. ໃນນັ້ນ, ຂ້າ​ພະ​ເຈົ້າ​ມັກ​ສີ​ມື​​ການມັດ​ຜ້າ​ຍ້ອມ​ສີຂອງ​ເຜົ່າ​ປາຍ​ທີ່​ສຸດ, ເປັນ​ສີ​ມື​ລຽບ​ງ່າຍ ແຕ່​ກໍ​ສາ​ມາດ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ທີ່​ສວຍ​ສົດ​ງົດ​ງາມ​ທີ່​ສຸດ.” ທ່ານ​ ກ່າວ​ຕື່ມ​ວ່າ: ຕົນ​ຮູ້​ສຶກ​ຊາບ​ຊຶ້ງ​ໃຈ​ທີ່​ສີ​ມື​ເຫຼົ່າ​ນີ້​ຍັງ​ມີ​ຢູ່​ນະ​ຄອນ​ຕ້າຫຼີ ແລະ ຫວັງ​ວ່າ, ຊາວ​ໜຸ່ມ​ທັງຫຼາຍ ​ຈະ​ສືບ​ທອດ​ສີ​ມື​ເຫຼົ່າ​ນີ້ ​ໄດ້​ນັບ​ມື້​ນັບຫຼາ​ຍ​ຂຶ້ນ.

    

“ວັດ​ທະ​ນະ​ທຳ​ຕ້າຫຼີ ​ມີຫຼາກຫຼາຍ​ສີ​ສັນ ແລະ ມີ​ຄວາມກວມ​ລວມ ເຮັດ​ໃຫ້​ນະ​ຄອນຕ້າຫຼີ ​ເຕັມ​ໄປ​ດ້ວຍ​ຄວາມ​ຕື່ນ​ເຕັ້ນດີ​ໃຈ ແລະ ມີຫຼາຍ​ເລື່ອງ​ທີ່​ມ່ວນໆ​ເກີດ​ຂຶ້​ນ​ຢູ່​ທີ່​ນີ້.” ນາງ ​ຕ້ວນ​​ຢີ​ຣານ ມັກ​ພັນ​ລະ​ນາ​ຕົນ​ເປັນ​ຂົວຕໍ່. ນາງ ​ກ່າວ​ວ່າ:“ພວກ​ເຮົາ​ເປັນ​ພຽງ​ຂົວຕໍ່​ເທົ່າ​ນັ້ນ, ແຕ່ສິ່ງ​ທີ່​ສຳ​ຄັນ​ກວ່າ​ນັ້ນ ​ແມ່ນ​ຄົນ​ທີ່​ຢູ່​ສອງ​ຟາກ​ຝັ່ງ​ຂອງ​ຂົວ.” ໂດຍ​ຜ່ານ​ຈາກ​ສີ​ມື​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ສະ​ເໜ່, ເຮັດ​ໃຫ້​ຊາວ​ຕ່າງ​ປະ​ເທດ​ ສາ​ມາດ​​ຮັບ​ຮູ້​ເຖິງ​ສີ​ໄມ້ລາຍມື​ ຫັດ​ຖະ​ກຳ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ຈີນ ໃນ​ຂະ​ນະ​ທີ່ເວົ້າ​ເຖິງວັດ​ທະ​ນະ​ທຳ​ຈີນ, ຫາກ​ບໍ່​ແມ່ນ​ມີ​ພຽງ​ແຕ່​ຮ້ານ​ອາ​ຫານ​ຈີນ ແລະ ຫໍ​ພິ​ພິ​ທະ​ພັນ​ເທົ່າ​ນັ້ນ ພ້ອມ​ທັງ​ຈະ​ສາ​ມາດ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ ໃນ​ເວ​ລາ​ສຳ​ຜັດ​ກັບ​ສີ​ມື​ຫັດ​ຖະ​ກຳ​ເຫຼົ່າ​ນີ້.

ປັດ​ຈຸ​ບັນ, ນາງ​ ຕ້ວນ​​ຢີ​ຣານ ໄດ້​ຈັດ​ຊຸດ​ຝຶກ​ອົບ​ຮົມແລ້ວ ປະ​ມານ 500 ຄັ້ງ​ ແລະ ມີ​ນັກ​ສຳ​ມະ​ນາ​ກອນຫຼາຍກວ່າ​ໝື່ນ​ຄົນເຂົ້າຮ່ວມ. ນາງ ກ່າວ​ວ່າ: “ກ່ອນ​ຮຽນ​ສີ​ມືການ​ມັດ​ຜ້າ​ຍ້ອມ​ສີຂອງ​ເຜົ່າ​ປາຍ, ຊາວ​ຕ່າງ​ປະ​ເທດຫຼາຍ​ຄົນ​ຍັງ​ບໍ່​ຮູ້​ວ່າ ຈີນ​ ມີ​ຊົນເຜົ່າ​ສ່ວນ​ໜ້ອຍ. ໂຮງ​​ງານມັດ​ຜ້າ​ຍ້ອມ​ສີຂອງ​ພວກ​ເຮົາ​ ອາດ​ຈະ​ສາ​ມາດ​ກາຍ​ເປັນ​ປ່ອງ​ຢ້ຽມ​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ​ໃນ​ການ​ເຂົ້າ​ໃຈ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຂອງ​ຈີນ.”

      


ຫ້ອງ​ສະ​ຕູດີໂອ​ທີ່​ແລກ​ປ່ຽນ​ກັບ​ທົ່ວ​ໂລກ“ຂ້ອຍ​ຫວັງ​ວ່າ, ຂ້ອຍ​ຈະສາ​ມາດ​ນຳ​ສົ່ງ​ເຄື່ອງ​ຫັດ​ຖະ​ກຳ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ອື່ນໆ​ຂອງ​ຈີນ ​ໄປ​ສູ່​ຕ່າງ​ປະ​ເທດ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທ້ອງ​ຖິ່ນ.” ຢູ່​ອັງ​ກິດ, ນາງ​ ຕ້ວນ​ຢີ​ຣານ​ ໄດ້​ຕິດ​ໂປສເຕີ ໂຄ​ສະ​ນາ​ເຄື່ອງ​ນຸ່ງ​ທີ່ເຮັດ​ດ້ວຍ​ມື​ຂອງ​ຊາວ​ບ້ານ​ທັງຫຼາຍ​ຢູ່​ໃນ​ຫ້ອງ​​ສະ​ຕູດີໂອ ​ຂອງ​ຕົນ ເພື່​ອ​ຊຸກ​ຍູ້​ການ​ສົ່ງ​ອອກ​ເຄື່ອງ​ນຸ່ງ​ຊົນ​ເຜົ່າ​ເຫຼົ່າ​ນີ້ ​ໄປ​ຕ່າງ​ປະ​ເທດ.ນາງ​ ຕ້ວນ​ຢີ​ຣານ​ ມັກວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ແບບອ້ອຍ​ຕ້ອຍ​ຂອງ​ຊາວ​ບ້​ານ​ທັງຫຼາຍ ແລະ ສົ່ງ​ເສີມ​ໃຫ້​ລູກ​ຄ້າ​ອອກ​ແບບ​ຊຸດ​ເຄື່ອງ​ນຸ່ງ​ຂອງ​ຕົນ​ດ້ວຍ​ຕົນ​ເອງ ເພື່ອ​ເຮັດ​ໃຫ້​ເສື້ອ​ໄມ​ໂຍ ແລະ ໂສ້ງ​ຂອງ​ເຜົ່າ​ປາຍ​ແບບ​ດັ້ງ​ເດີມ​ປະ​ສົມ​ເຂົ້າ​ກັນ​ແລ້ວ​ກາຍ​ເປັນ​ເຄື່ອງ​ນຸ່ງ​ແຟ​ຊັນ​ແບບ​ໃໝ່.

ຍີ່​ຫໍ້ຊຸດເຄື່ອງນຸ່ງ​ຂອງ​ນາງ​ ຕ້ວນ​ຢີ​ຣານ​ ດຽວ​ນີ້​ມີ​ຊື່​ສຽງ​ໂດ່ງ​ດັງ​ແລ້ວ, ທຸກ​ເດືອນ​ຈະ​ມີ​ໃບ​ສັ່ງ​ຊື້ 200 ຫາ 300 ໃບ. ນາງ ​ເວົ້າ​ວ່າ: “ມີ​ແມ່​ຍິງ ​ບາງ​ຄົນ​ ໄດ້​ເອົາ​ຊຸດ​ເຈົ້າ​ສາວ​ທີ່​ຕົນ​ຕັດ​ຫຍິບ​ມາ​ເປັນ​ເວ​ລາໜຶ່ງ​ປີ​ຫາ​ສອງ​ປີ​ມາ​ໃຫ້​ຂ້ອຍ​ຂາຍ ເພື່ອ​ເປັນ​ຄ່າ​ຄອງ​ຊີບ, ຂ້ອຍ​ກໍ​ຍິນ​ດີ​ຂາຍ​ຊ່ວຍ​ເຂົາ​ເຈົ້າ. ຂາຍ​ໄປ​ຕ່າງ​ປະ​ເທດ​ເປັນ​ການ​ສືບສານ ເຄື່ອງ​ນຸ່ງ ແລະ ກໍ​ເປັນ​ຂະ​ບວນ​ການ​ທີ່​ສ້າງ​ສາຍ​ພົວ​ພັນ​ລະ​ຫວ່າງວັດ​ທະ​ນະ​ທຳ​ຕ່າງ​ກັນ.”

        

ນັກ​ສຳ​ມະ​ນາ​ກອນ​ຜູ້​ໜຶ່ງ ​ທີ່​ມາ​ຈາກ​ປະ​ເທດ​ຕ​ຣີ​ນີແດດ ແລະ ໂຕບາໂກ​ ມັກ​ຊຸດທີ່​ມີ​ຮູບຖັກ​ແສ່ວດອກ​ໄມ້ຫຼາຍ, ຊື້​ໄປ​ບໍ່​ດົນ ກໍ​ໄດ້​ນຸ່ງ​ຊຸດ​ນີ້​ໄປ​ເຂົ້າ​ຮ່ວມ​ງານດອງ​ຂອງ​ເພື່ອນ​ອິນ​ເດຍ​ຜູ້​ໜຶ່ງ, ສີ​ມື​ຖັກ​ແສ່ວ​ປາ​ນີດ​ຂອງ​ຊຸດ​ນີ້ ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ຄົນ​ທັງ​ຫຼາຍ, ການ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່​ໃນ​ງານດອງ ທີ່​ເປັນ​ສະ​ຖານ​ທີ່​ສຳ​ຄັນ​ແບບ​ນີ້ ເຮັດ​ໃຫ້ ​ນາງ​ ຕ້ວນ​ຢີ​ຣານ ​ຮູ້​ສຶກ​ດີ​ໃຈ​ທີ່​ສຸດ.

ບໍ່​ພຽງ​ແຕ່​ສີ​ມື​ມັດ​ຜ້າ​ຍ້ອມ​ສີ​ເທົ່າ​ນັ້ນ, ນາງ ​ຕ້ວນ​ຢີ​ຣານ ແລະ ທີມ​ງານ​ ຍັງ​ໄດ້​ຄົ້ນ​ຄວ້າພັດ​ທະ​ນາຫຼັກ​ສູດ​ກ່ຽວ​ກັບ​ສີ​ມື​ຖັກ​ແສ່ວ, ສີ​ມື​ຍ້ອມ​ສີ​ແບບ​ເກັບ​ລາຍ​ແຕ້ມ​ດ້ວຍ​ຂີ້​ເຜິ້ງ, ວິ​ທີ​ຂຽນ​ງາມ, ໂຄມ​ໄຟ, ການ​ສານ​ໄມ້​ໃຜ່ ແລະ ແກະ​ສະຫຼັກ​ຕົວ​ໜັງ​ສື​ເປັນ​ຕົ້ນ. ປັດ​ຈຸ​ບັນ, ຫ້ອງ​ສະ​ຕູດີ​ໂອ YiCrafts ໄດ້ໂຮມ​ສູນ​ສີ​ມື​ຫັດ​ຖະ​ກຳ​ດັ້ງ​ເດີມ​ຈີນຫຼາຍ​ຢ່າງ. “ພວກ​ເຮົາ​ໄດ້​ຕິດ​ຕໍ່​ຫາ​ນາຍ​ຊ່າງ​ຫັດ​ຖະ​ກຳຫຼາຍ​ຄົນ ແລະ ສະ​ຕູ​ດີໂອ ຫຼາຍ​ແຫ່ງ​​ຢູ່​ແຂວງ​ຢຸນ​ນານ, ແຂວງ​ກຸ້ຍ​ໂຈ່ວ ແລະ ນະ​ຄອນ​ລຽງ​ຊານ​ແຂວງເສ​ສວນ, ໄດ້​ເຮັດ​ວຽກ​ງານຫຼາຍ​ຢ່າງ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂອງ​ສີ​ມື​ຫັດ​ຖະ​ກຳ​ພາກ​ຕາ​ເວັນ​ຕົກສ່ຽງ ​ໃຕ້​ຂອງ​ຈີນ.” ໃນ​ອະ​ນາ​ຄົດ, ນາງ​ ຫວັງ​ວ່າ: “ຂ້ອຍ​ຢາກ​ນຳ​ພາ​ນາຍ​ຊ່າງ​ຫັດ​ຖະ​ກຳ ທີ່​ສືບ​ທອດ​ສີ​ມື​ບູ​ຮານ​ຢ່າງ​ແທ້​ຈິງ​ນັ້ນ​ໄປ​ແລກ​ປ່ຽນ​ກັບ ​ນາຍ​ຊ່າງ​ຕ່າງ​ປະ​ເທດ​ຢູ່ນະຄອນຫຼວງ​ລອນດອນ​ຂອງ​ອັງ​ກິດ, ໃຫ້​ເຂົາ​ເຈົ້າ​ມີ​ໂອ​ກາດ​ເຜີຍ​ແຜ່​ສິ​ລະ​ປະ​ຊົນ​ເຜົ່າ​ທີ່​ຕົນ​ສືບ​ທອດ​ມາ​ ທີ່ໃຊ້ເວລາເກືອບ​ຊາດ​ໜຶ່ງ​ ສູ່​ຊາວ​ຕ່າງປະ​ເທດ.”

ແຫຼ່ງຂ່າວ: ເວັບໄຊຢຸນານ,App ໜັງສືພິມລາຍວັນປະຊາຊົນ ຈີນ ບັນນາທິການ: Yang Chunmei

ສີມືການມັດຜ້າຍ້ອມສີໄດ້ກາຍເປັນຂົວຕໍ່ທີ່ເພີ່ມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ