ຊຸດຈີນແບບໃໝ່ ພັດທະນາເຄື່ອງນຸ່ງຂອງຖື ແລະ ໄດ້ຂະຫຍາຍໄປສູ່ຂົງເຂດອື່ນໆ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2024-05-20 10:56:00

ເຄື່ອງ​ນຸ່ງ​ແບບ​ສະ​ບາຍ​ໄດ້​ເພີ່ມ​ຮູບ​ແສ່ວ​ມັງ​ກອນ ແລະ ນົກ​ຫົງ, ເສື້ອ​ແບບ​ຈີນ​ບູ​ຮານ​​ບວກ​ກັບ​ໂສ້ງ​ຄາວບອຍ, ເສື້ອ​ຖັກ​ແສ່ວບວກ​ກັບ​ກະ​ໂປ່ງ​ໝ້າ​ມ້ຽນ​ຂອງ​ຈີນ. ປີ 2024, “ຊຸດ​ຈີນ​ແບບ​ໃໝ່” ໄດ້​ກາຍ​ເປັນ​ແຟ​ຊັນ​ໃໝ່​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ຂອງ​ຈີນ. ການ​ອອກ​ແບບ​ເຄື່ອງ​ນຸ່ງ​ຖື ເອົາ​ປັດ​ໄຈ​ແບບ​ຈີນ​ປະ​ສົມ​ກັບ ​ຄວາມແຟ​ຊັນ​ຍຸກ​ປັດ​ຈຸ​ບັນໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ລູກ​ຄ້າ​ນັບ​ມື້​ນັບຫຼາຍ​ຂຶ້ນ. ຕົວ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2023, ຂະ​ໜາດຕະຫຼາດ​ເຄື່ອງ​ນຸ່ງ “ຊຸດ​ຈີນ​ແບບ​ໃໝ່” ມີ​​ເຖິງ 1 ຕື້ຢວນ.

 

“ຊຸດ​ຈີນ​ແບບ​ໃໝ່” ແມ່ນ​ຫຍັງ?

ອັນ​ທີ່​ເອີ້ນ​ວ່າ “ຊຸດ​ຈີນ​ແບບ​ໃໝ່”, ທີ່​ຈິງ​ແລ້ວ​ບໍ່​ມີ​ຄວາມ​ໝາຍ​ຈະ​ແຈ້ງ. ໃນ​ສາຍຕາຂອງ​ລູກ​ຄ້າ​ຊາວ​ໜຸ່ມ​ຍຸກ​ໃໝ່, ເຄື່ອງ​ນຸ່ງ​ທີ່ຖືເອົາ​ປັດໄຈ​ທີ່​ມີ​ມູນ​ເຊື້ອ​ແບບ​ຈີນ​ປະ​ສົມ​ເຂົ້າກັບ​ຄວາມ​ແຟ​ຊັນ​ຍຸກ​ປັດ​ຈຸ​ບັນ, ​ລ້ວນ​ແຕ່​ຖືກ​ເອີ້ນ​ວ່າ:​ “ຊຸດ​ຈີນ​ແບບ​ໃໝ່”. ມັນບໍ່​ໄດ້ຫຼູຫຼາ​ປານ​ໃດ, ແຕ່​ໄດ້​ເນັ້ນ​ໃສ່​ຄວາມ​ລຽບ​ງ່າຍ ແລະ ຄວາມ​ຕ້ອງ​ການ​ໃນ​ຊີ​ວິດ​ປະ​ຈຳ​ວັນ.

“ເປັນ​ຫຍັງ​ຈິ່ງ​ເອີ້ນ​ວ່າ ​ເປັນ​ຊຸດ​ຈີນ​ແບບ​ໃໝ່, ເລື່ອງ​ “ໃໝ່” ນີ້​ຕົ້ນ​ຕໍ​ແມ່ນ​ຍ້ອນ​ວ່າ, ໄດ້​ເພີ່ມ​ການ​ອອກ​ແບບ ທີ່​ທັນ​ສະ​ໄໝບົນ​ພື້ນ​ຖານ​ປັດ​ໄຈ​ທີ່​ມີ​ມູນ​ເຊື້ອ​ແບບ​ຈີນ.” ທ່ານ ​ເຫີ​ຜິງ ທີ່​ໄດ້​ດຳ​ເນີນ​ວຽກ​ງານ​ການ​ອອກ​ແບບ​ໃຫ້​ຍີ່​ຫໍ້​ເຄື່ອງ​ນຸ່ງ​ທີ່​ມີ​ຊື່​ສຽງ​ເວົ້າ​ວ່າ: “ເມື່ອ​ສັງ​ເກດ​ຈາກ​ປັດ​ໄຈ​ການ​ອອກ​ແບບ​ແລ້ວ​ເຫັນ​ວ່າ, ຈະ​ເພີ່ມ​ປັດ​ໄຈ​ມູນ​ເຊື້ອ​ຂອງ​ຈີນ​ຕ່າງໆ ເຊັ່ນ: ກະ​ດຸມ​ແບບ​ຈີນແລະ ຜ້າ​ຄຸມ​ແບບ​ຈີນ​ເປັນ​ຕົ້ນ; ເມື່ອ​ສັງ​ເກດ​ຈາກ​ສະ​ຕາຍ​ແລ້ວ​ເຫັນ​ວ່າ, ສາ​ມາດ​ປະ​ສົມ​ກັບ​ສະ​ຕາຍ​ຊຸດ​ກີ​ເຜົາ​ຂອງ​ຈີນ; ເມື່ອ​ສັງ​ເກດ​ຈາກ​ແຜ່ນ​ແພ​ແລ້ວ​ເຫັນ​ວ່າ, ຈະ​ເພີ່ມ​ການ​ອອກ​ແບບ​ທີ່​ມີ​ສີ​ສັນ​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ຖັກ​ແສ່ວ ​ຕາມ​ແຜ່ນ​ແພ, ໃນ​ທີ່​ສຸດ, ຈະຜະລິດແບບມີສະຕາຍ ​ທັງ​ພິ​ຖີ​ພິ​ຖັນ ທັງ​ສອດ​ຄ່ອງ​ກັບ​ສາຍ​ຕາ​ຂອງ​ຄົນ​ຍຸກ​ປັດ​ຈຸ​ບັນ.”

 

  

“ຊຸດ​ຈີນ​ແບບ​ໃໝ່” ບໍ່​ເປັນ​ພຽງ​ເຄື່ອງ​ນຸ່ງ​ເທົ່າ​ນັ້ນ

ຄຽງ​ຄູ່​ກັບ “ຊຸດ​ຈີນ​ແບບ​ໃໝ່” ແລະ “ຄວາມ​ແຟ​ຊັນ​ຈີນ” ໄດ້​ພັດ​ທະ​ນາ​ຂຶ້ນ​ມາ, ສີ​ມື​ດັ້ງ​ເດີມຫຼາຍ​ຢ່າງ​ໄດ້​ຖືກ​ນຳ​ໃຊ້​ເຂົ້າໃນ​ການ​ຜະ​ລິດ​ຫີບ ແລະ ເຄື່ອງ​ເອ້​ຕ່າງໆ, ເຄື່ອງ​ຫັດ​ຖະ​ກຳ​ຕ່າງໆ​ ໄດ້​ປະ​ກົດ​ມີ​ຊີ​ວິດ​ຊີ​ວາໃໝ່ ພາຍ​ໃຕ້​ການ​ປະ​ສົມ​ປະ​ສານ​ຂອງ​ສີ​ມື​ດັ້ງ​ເດີມ ແລະ ສີ​ມື​ຍຸກ​ປັດ​ຈຸ​ບັນ.

ໃນ​ຂະ​ແໜງ​ການ​ແຜ່ນ​ແພ​ດັ້ງ​ເດີມ, ເຄື່ອງ​ນຸ່ງ​ຈີນ​ແບບ​ໃໝ່​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ທຸກ​ຂັ້ນ​ຕອນ​ໃນ​ການ​ຜະ​ລິດ​ເສື້ອ​ຜ້າ​ອາ​ພອນ, ເມືອງ​ສາວ ​ແຂວງ​ຊານ​ຕຸ່ງ ແລະ ບ້ານ​ສູ​ຊຸນ ​ແຂວງ​ເຈີ້​ຈ່ຽງ​ ມີ​ຊື່​ສຽງ​ນັບ​ມື້​ນັບ​ໂດ່ງ​ດັງ​ຂຶ້ນ ​ຍ້ອນ​ເລື່ອງ​ນີ້; ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ “ຊຸດ​ຈີນ​ແບບ​ໃໝ່” ກໍ​ໄດ້​ຊຸກ​ຍູ້​ໃຫ້​ມີ​ການ​ທ່ອງ​ທ່ຽວ​ແບບ​ໃໝ່ ເຊັ່ນ: ໄປ​ທ່ຽວ​ຊົມຖະ​ໜົນ​ເກົ່າ​ໃນ​ເມືອງ​ເກົ່າ, ເຂົ້າ​ພັກ​ໃນ​ໂຮງ​ແຮມ​ແບບ​ບູ​ຮານ, ໄປ​ທ່ຽວ​ຊົມ​ດອກ​ໄມ້​ໃນ​ລະ​ດູ​ບານ​ໃໝ່ ແລະ ໄປ​ກິນ​ນ້ຳ​ຊາ ​ຢູ່​ຕາມ​ພູ​ປູກ​ຕົ້ນ​ຊາ ເຊິ່ງ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຊາວ​ໜຸ່ມ​ເປັນ​ຈຳ​ນວນຫຼວງຫຼາຍ.

ບໍ່​ພຽງ​ແຕ່​ເປັນ​ເຄື່ອງ​ນຸ່ງ​ເທົ່າ​ນັ້ນ, ໃນ​ຊຸມ​ປີ​ຜ່​ານມາ, ໃນ​ການ​ປະ​ດັບ​ເຮືອນ, ຮ້ານ​ຊາ​ນົມ, ເຄື່ອງ​ສຳ​ອາງ, ເຄື່ອງ​ແຟ​ຊັນ ແລະ ຂົງ​ເຂດ​ອື່ນໆ, ກໍ​ໄດ້​ເພີ່ມສີ​ສັນ “ຊຸດ​ຈີນ​ແບບ​ໃໝ່” ເຂົ້າ​ໄປເລື້ອຍໆ.

ເຈົ້າ​ໜ້າ​ທີ່​ຂອງ​ໂຮງ​ງານ​ຜະ​ລິດ​ເຄື່ອງ​ເຟີ​ນີ​ເຈີ​ແຫ່ງ​ໜຶ່ງ ​ຂອງ​ເມືອງ​ສີ​ຕຸ່ງ​ ແຂວງ​ຈ່ຽງ​ຊູກ່າວ​ວ່າ: ແຕ່​ກ່ອນ, ການ​ຜະ​ລິດ​ເຄື່ອງ​ເຟີ​ນີ​ເຈີ​ຂອງ​ຕົນ​ ສ່ວນຫຼາຍ​ຈະ​ເປັນ​ເຄື່ອງ​ເຟີ​ນີ​ເຈີ​ແບບ​ທັ​ນ​ສະ​ໄໝ. ນັບ​ແຕ່​ປີ​ກາຍ​ເປັນ​ຕົ້ນ​ມາ, ການ​ຈຳ​ໜ່າຍເຄື່ອງ​ເຟີ​ນີ​ເຈີ ​“ຊຸດ​ຈີນ​ແບບ​ໃໝ່” ໄດ້​ເພີ່ມຂຶ້ນ​ຢ່າງ​ຕໍ່​ເນື່ອງ, ພວ​ກ​ເຂົາ​ເຈົ້າ​ກໍ​ເລີ່ມ​ເພີ່ມ​ການ​ຜະ​ລິດ​ຜະ​ລິດ​ຕະ​ພັນ “ຊຸດ​ຈີນ​ແບບ​ໃໝ່​”.

 

      

ເປັນ​ຫຍັງ “ຊຸດ​ຈີນ​ແບບ​ໃໝ່” ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຄົນ​ທັງຫຼາຍ?

“ຊຸດ​ຈີນ​ແບບ​ໃໝ່” ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຄົນ​ທັງຫຼາຍ​ ແມ່ນ​ຍ້ອນ​ວ່າ​ໄດ້​ສືບ​ທອດ​ວັດ​ທະ​ນະ​ທຳ​ຈີນ​ ທີ່​ໄດ້​ສະ​ສົມ​ມາ​ເປັນ​ເວ​ລາ​ພັນ​ປີ, ໄດ້​ສືບ​ທອດ​ສີ​ສື​ດັ້ງ​ເດີມ​ຂອງ​ຈີນ ແລະ ຊາວ​ໜຸ່ມ​ຍຸກ​ປັດ​ຈຸ​ບັນ​ມີ​ຄວາມ​ໝັ້ນ​ໃຈ​ຕົນ​ເອງຫຼາຍກວ່າ​ເກົ່າ.

ເຄື່ອງ​ນຸ່ງ​ຕ່າງໆ​ ທີ່​ໄດ້​ເພີ່ມ​ປັດ​ໄຈ​ອໍາມະ​ຕະ​ຂອງ​ຈີນ​ຕ່າງໆເຊັ່ນ: ຮູບ​ຖັກ​ແສ່ວ, ກະ​ດຸມແບບ​ດັ້ງ​ເດີມ ແລະ ຮູບ​ແຕ້ມນ້ຳ​ໝຶກ​ເປັນ​ຕົ້ນ, ເຄື່ອງ​ຫັດ​ຖະ​ກຳ​ທີ່​ໄດ້​ນຳ​ໃຊ້​ສີ​ມື​ດັ້ງ​ເດີມ​ຕ່າງໆແລະ ເຄື່ອງ​ປະ​ດັບ​ເຮືອນ​ທີ່ “ເປັນ​ແບບ​ທຳ​ມະ​ຊາດ” ເຫຼົ່າ​ນີ້ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ, ຊາວຈີນ​ຍຸກ​ປັດ​ຈຸ​ບັນ​ ມີ​ການຍອມຮັບ ແລະ ມີ​ຄວາມ​ຮູ້​ສຶກ​ພາກ​ພູມ​ໃຈ​ຕໍ່​ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ຂອງ​ຈີນ.

ເມື່ອ​ພວກ​ເຮົາ​ ໄດ້ຊົມ​ ໄດ້ເຫັນ ​ຜະ​ລິດ​ຕະ​ພັນ​ປະ​ດິດ​ສ້າງ​ໃໝ່ ດ້ານ​ວັດ​ທະ​ນະ​ທຳ​ທີ່​ມີ​ຄວາມ​ພິ​ຖີ​ພິ​ຖັນ, ຊົມ​ງານ​ວັດ​ທະ​ນ​ະ​ທຳ​ດັ້​ງ​ເດີມ​ທີ່​ມີ​ສີ​ສັນ​ພິ​ເສດ​ຕ່າງໆ, “ຊຸດ​ຈີນ​ແບບ​ໃໝ່” ໄດ້​ເພີ່ມ​ພະ​ລັງ​ຊີ​ວິດ​ໃໝ່​ໃຫ້​ແກ່​ວັດ​ທະ​ນະ​ທຳ​ດັ້ງ​ເດີມ, ຄົນ​ທັງ ຫຼາຍ​ຈະ​ສາ​ມາດ​ສຳ​ຜັດ​ກັບ​ປະ​ຫວັດ​ສາດ, ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ ແລະ ສຳ​ຜັດ​ກັ​ບ​ຄວາມ​ແຟ​ຊັນ​ຈາກ​ຜະ​ລິດຕະ​ພັນ ຫຼື ​ວັດ​ທະ​ນະ​ທຳ​ເຫຼົ່າ​ນີ້.

ແຫຼ່ງຂ່າວ: ສໍານັກຂ່າວສານຈີນ, ໜັງສືພິມການຄ້າຈີນ ແລະ ອື່ນໆ;

ຊຸດຈີນແບບໃໝ່ ພັດທະນາເຄື່ອງນຸ່ງຂອງຖື ແລະ ໄດ້ຂະຫຍາຍໄປສູ່ຂົງເຂດອື່ນໆ