ໄປທຽນສຸຍກິນໝາລ້າທ້າງ

ແຫຼ່ງຂ່າວ:CHAMPA   |    2024-04-24 18:06:52

ຊາວເນັດຜູ້ໜຶ່ງທີ່ຂີ່ລົດໄຟຄວາມໄວສູງ 6 ຊົ່ວໂມງໄປນະຄອນທຽນສຸຍ (Tianshui) ແຂວງການຊູ(Gansu) ເພື່ອຊິມລົດຊາດຂອງໝາລ້າທ້າງ (Malatang, ໝໍ້ໄຟລົດຊາດເຜັດຮຶນ)ກ່າວວ່າ “ຢາກກິນໝາລ້າທ້າງ, ຍັງຕ້ອງລຽນແຖວ 2 ຊົ່ວໂມງ.

“ພວກເຮົາເປີດຮ້ານ 11 ໂມງ, ປະມານ 10 ໂມງເຄິ່ງຢູ່ໜ້າປະຕູກໍເລີ່ມລຽນແຖວແລ້ວ. ມື້ແບບນີ້ຈົນໝົດມື້, ມືຂອງພວກເຮົາກໍຖືກໝັກຈົນມີລົດຊາດແລ້ວ.” ເຈົ້າຂອງຮ້ານໝາລ້າທ້າງແຫ່ງໜຶ່ງໃນນະຄອນທຽນສຸຍໄດ້ກ່າວວ່າ, ຊ່ວງມໍ່ໆນີ້ມີແຂກມາຢ່າງຫຼວງຫຼາຍຈົນຮັບບໍ່ທັນ, ທຸລະກິດກໍດີຫຼາຍຢ່າງບໍ່ເຄີຍມີມາກ່ອນ.

ໃນລະດູບານໃໝ່ນີ້, ໝາລ້າທ້າງໜຶ່ງຖ້ວຍກໍໄດ້ພາໂຕເມືອງແຫ່ງໜຶ່ງຮ້ອນແຮງຂຶ້ນມາ, ຄຽງຄູ່ກັບວິດີໂອສັ້ນທີ່ຖືກສົ່ງຕໍ່ຊ້ຳແລ້ວຊ້ຳອີກ, ນະຄອນທຽນສຸຍແຂວງການຊູແມ່ນໂຕລະຄອນເອກຂອງການຄົ້ນຫາທີ່ມາແຮງໃນຊ່ວງມໍ່ໆນີ້ຢ່າງແນ່ນອນ.

ໄປທຽນສຸຍກິນໝາລ້າທ້າງ