ຊີວິດທີ່ຖືກປ່ຽນແປງດ້ວຍກິລາຊົນນະບົດ

ແຫຼ່ງຂ່າວ:CHAMPA   |    2024-04-23 18:12:14

ແຕ່ເດືອນ ພຶດສະພາ ຫາເດືອນ ກໍລະກົດ 2023, “ການແຂ່ງຂັນບານເຕະຊົນນະບົດ” ທີ່ຈັດຂຶ້ນຢູ່ເມືອງຢົງຈ່ຽງກິ່ງແຂວງປົກຄອງຕົນເອງເຜົ່າມົ້ງ-ເຜົ່າຕຸ້ງ ສຽນຕົ່ງໜານ ແຂວງກຸ້ຍໂຈ່ວ (Rongjiang County, Qiandongnan Miao and Dong Autonomous Prefecture, Guizhou Province) ໄດ້ຮັບຄວາມນິຍົມຢ່າງກະຕືລືລົ້ນ. ທ່ານ ຕົງຢົງເຫີງ (Dong Yongheng) ທີ່ເປັນຕົວແທນຂອງທີມບານເຕະບ້ານຈົ່ງເສີງ(Zhongcheng) ເມືອງຢົງຈ່ຽງໄດ້ຊະນະຄະແນນສູງສຸດໃນ “ການແຂ່ງຂັນບານເຕະຊົນນະບົດ” ກໍຄື ລາວໄດ້ຍິງເຂົ້າ 15 ປະຕູໃນ 13 ຮອບ ແລະ ໄດ້ຮັບລາງວັນເກີບຄຳ, ເຊິ່ງມີຊື່ສຽງອັນໂດ່ງດັງ.

ເວລາຜ່ານໄປໄລຍະໜຶ່ງ, ທ່ານ ຕົງຢົງເຫີງ ທີ່ຖືກໝູ່ເນັດເອີ້ນວ່າ“ ລາຊາບານເຕະຕົງ”ນັ້ນ ເຄີຍຜັດປ່ຽນຮັບແຕ່ງຕັ້ງເປັນທີ່ປຶກສາດ້ານບານເຕະຂອງຫຼາຍໂຮງຮຽນຂອງເມືອງຢົງຈ່ຽງ, ລາວຍັງໄດ້ເປີດຫ້ອງຮຽນການຝຶກບານເຕະຂອງຕົນ, ເພື່ອສິດສອນທັກສະບານເຕະໃຫ້ແກ່ນັກຮຽນທ້ອງຖິ່ນໂດຍຜ່ານຮູບແບບການສິດສອນ.

ແຕ່ກ່ອນ, ທ່ານຕົງຢົງເຫີງເປັນເຈົ້າຂອງຮ້ານເຝີຮ້ານໜຶ່ງ. ລາວບໍ່ເຄີຍຄາດຄິດເຖິງວ່າ ຊີວິດຂອງຕົນຈະຖືກປ່ຽນແປງດ້ວຍ “ການແຂ່ງຂັນບານເຕະຊົນນະບົດ”. ໃນປັດຈຸບັນ, ທ່ານຕົງຢົງເຫີງກໍາລັງພະຍາຍາມບໍາລຸງກໍ່ສ້າງລຸ້ນໃໝ່ທີ່ມັກຮັກບານເຕະໃຫ້ຫຼາຍຂຶ້ນ. ໃນອະນາຄົດ, ລາວຫວັງວ່າຈະສາມາດປະກອບສ່ວນກຳລັງຕົນເອງເຂົ້າໃນການພັດທະນາບານເຕະເມືອງຢົງຈ່ຽງໄດ້.

ຊີວິດທີ່ຖືກປ່ຽນແປງດ້ວຍກິລາຊົນນະບົດ