ຜູ້ສານໂຄງໄຟທີ່ປາຍລູ້ຢວນ

ແຫຼ່ງຂ່າວ:CHAMPA   |    2024-03-14 16:40:01

ບ້ານຊຸນເຈຍໂກ່ (Sunjiagou) ຂອງພູພຽງປ໋າຍລູ້ຢວນ (Bailuyuan) ນະຄອນຊີອານ (Xi’an) ແຂວງສານຊີ (Shaanxi) ແມ່ນ “ບ້ານໂຄມໄຟ” ທີ່ມີຊື່ສຽງໂດ່ງດັງໄປໄກ, ເປັນເວລາກວ່າ 300 ປີແລ້ວທີ່ທຸກຄົວເຮືອນຢູ່ທີ່ນີ້ລ້ວນແຕ່ ສານໂຄມໄຟໄມ້ໄຜ່, ກາຍເປັນເຄື່ອງໝາຍວັດທະນະທຳ ອັນ ເປັນເອກະລັກຂອງພູພຽງປ໋າຍລູ້ຢວນ. ທ່ານ ຫວາງໂສວຄຸນ (Wang Xuekun) ປີນີ້ອາຍຸ 82 ປີ ລາວໄດ້ຮຽນການສານໂຄມໄຟນຳລຸ້ນພໍ່ຕັ້ງແຕ່ຕອນ ຍັງນ້ອຍ. ການເຮັດໂຄມໄຟຂະໜາດນ້ອຍມີ 14 ຂັ້ນຕອນ, ໃຊ້ເຕັກນິກຝີມືທີ່ສະຫຼັບຊັບຊ້ອນ, ເປືອງແຮງເປືຶອງເວລາ, ແຕ່ວ່າ ຫວາງໂສວຄຸນ ເຮັດຂຶ້ນມາໄດ້ຢ່າງຄ່ອງແຄ້ວ. ປີ 2007, “ຝີມືເຕັກນິກການສານໂຄມໄຟໄມ້ໄຜ່” ທີ່ລາວຖະ ໜັດ ໄດ້ຖືກບັນຈຸເຂົ້າໃນລາຍຊື່ ມໍລະດົກວັດທະນະທຳທີ່ບໍ່ ເປັນວັດຖຸຊຸດທຳອິດຂອງແຂວງສານຊີ. ໃນປັດຈຸບັນ, ບ້ານຊຸນເຈຍໂກ່ ມີພຽງນັກສິລະປະບໍ່ ຮອດ 10 ຄົນທີ່ຍັງສືບຕໍ່ສານໂຄມໄຟ, ເພື່ອຕອບສະໜອງ ຄວາມຕ້ອງການຂອງຕະຫຼາດໃຫ້ພຽງພໍ, ຫວາງໂສວຄຸນ ນອກຈາກສານໂຄມໄຟພື້ນເມືອງແລ້ວ, ຍັງຜະລິດກະຕ່າ ໄມ້ໄຜ່, ອຸປະກອນກະສິກຳທີ່ເຮັດຈາກໄມ້ໄຜ່, ເຄື່ອງຫັດຖະ ກຳຂະໜາດນ້ອຍ ແລະອື່ນໆ. ປີມໍ່ໆມານີ້, ພາຍໃຕ້ການສະໜັບສະໜູນຂອງໜ່ວຍ ງານວັດທະນະທຳທ້ອງຖິ່ນ, ຫວາງໂສວຄຸນ ໄດ້ກໍ່ສ້າງ “ສູນ ຝຶກອົບຮົມການສືບທອດຝີມືເຕັກນິກການສານໂຄມໄຟ ຈາກໄມ້ໄຜ່”, ພ້ອມທັງເຂົ້າຮ່ວມການວາງສະແດງມໍລະດົກ ວັດທະນະທຳທີ່ບໍ່ເປັນວັດຖຸ ແບບສາທາລະນະປະໂຫຍດ ຫຼາຍຄັ້ງ, ເຮັດໃຫ້ໂຄມໄຟໄມ້ໄຜ່ບູຮານໄດ້ເປັ່ງສະເໜ່ອັນໃໝ່.

ຜູ້ສານໂຄງໄຟທີ່ປາຍລູ້ຢວນ