ບັນທຶກການເຂົ້າຮຽນຂອງລູກແຮງງານຕ່າງຖິ່ນ

ແຫຼ່ງຂ່າວ:CHAMPA   |    2024-03-15 19:12:50

ປີ 1997, ນາງ ມີໂສວເໝີຍ(Mi Xuemei) ເດີນທາງຈາກບ້ານຊົນນະບົດແຫ່ງໜຶ່ງໃນແຂວງການຊູ(Gansu) ໄປທາງໃຕ້ ເພື່ອໄປເຮັດວຽກຢູ່ນະຄອນຈົງຊານ(Zhongshan) ແຂວງກວາງຕຸ້ງ(Guangdong). 20 ກວ່າປີມານີ້, ມີໂສວເໝີຍ ຜ່ານການສູ້ຊົນຂອງຕົນເອງ, ກ້າວຂຶ້ນໄປເທື່ອລະຂັ້ນ ຈາກນັກສະຖິຕິໃນໂຮງງານ, ພະນັກງານຕິດຕາມເອກະສານ, ຜູ້ຊ່ວຍຜູ້ອຳນວຍການໂຮງງານ, ຫົວໜ້າຄຸ້ມຄອງຄຸນນະພາບໃນສະໜາມ, ຜູ້ຈັດການພະແນກບໍລິການລູກຄ້າ, ຈົນກາຍເປັນຫົວໜ້າພະແນກບໍລິການລູກຄ້າ. ລາວຍັງຕັ້ງຫຼັກປັກຖານຢູ່ຈົງຊານ, ຮັບລູກມາຢູ່ນຳ.

ປີ 2007, ນະຄອນຈົງຊານໄດ້ນຳສະເໜີນະໂຍບາຍການເຂົ້າຮຽນສະສົມຄະແນນຂອງລູກແຮງງານຕ່າງຖິ່ນ ເປັນຄັ້ງທຳອິດຂອງຈີນ, ດ້ວຍເຫດນີ້ ລູກຂອງມີໂສວເໝີຍກໍໄດ້ເຂົ້າຮຽນໂຮງຮຽນປະຖົມໃນທ້ອງຖິ່ນ. “ຂ້ອຍມາກວາງຕຸ້ງໄດ້ຊາວກວ່າປີແລ້ວ, ນັບຕັ້ງແຕ່ຂ້ອຍເປັນສາວຈົນເປັນແມ່ຄົນ, ລູກຂອງຂ້ອຍແມ່ນຢູ່ນຳຂ້ອຍໃຊ້ຊີວິດນຳກັນສະເໝີມາ, ຂ້ອຍຮູ້ສຶກໄດ້ເຖິງຄວາມຕ້ອງການຂອງແຮງງານຕ່າງຖິ່ນທີ່ສຸດ.”

ປີ 2013, ມີໂສວເໝີຍ ທີ່ມາຈາກແນວໜ້າຂອງຂັ້ນຮາກຖານ ໄດ້ກາຍເປັນຜູ້ແທນປະຊາຊົນແຂວງກວາງຕຸ້ງ, ປີ 2018 ໄດ້ເປັນ ຜູ້ແທນປະຊາຊົນທົ່ວປະເທດຈີນ, ປີ 2023 ຍັງສືບຕໍ່ຮັບຕຳແໜ່ງ. ໃນໄລຍະ 10 ປີ, ລາວໄດ້ຮຽກຮ້ອງຕໍ່ບັນຫາການເຂົ້າຮຽນຂອງລູກແຮງງານຕ່າງຖິ່ນສະເໝີມາ.

ມີໂສວເໝີຍ ຮູ້ສຶກຢ່າງຈະແຈ້ງວ່າ ກຳລັງແຮງຂອງການສະໜັບສະໜູນດ້ານການສຶກສາຂອງຈີນນັບມື້ນັບເພີ່ມຂຶ້ນ. ລາວເວົ້າວ່າ “ເອົານະຄອນຈົງຊານເປັນຕົວຢ່າງ, ໃນຕອນເລີ່ມຕົ້ນແມ່ນນຳໃຊ້ລະບົບການຮັບເຂົ້າຮຽນແບບສະສົມຄະແນນ,ຕົວຢ່າງວ່າ ໄດ້ຮັບການຍ້ອງຍໍ, ທີ່ຢູ່ອາໄສ, ປະກັນສັງຄົມ, ອາຍຸການເຮັດວຽກ ແລະ ດ້ານອື່ນໆລ້ວນແຕ່ສາມາດສະສົມຄະແນນໄດ້, ຕໍ່ມາກໍປ່ຽນເປັນເຂົ້າສຳມະໂນຄົວຈົງຊານ”, ລະບົບການເຂົ້າຮຽນສະສົມຄະແນນຂອງຈົງຊານໄດຂະຫຍາຍຊ່ອງທາງສະເໝີມາ ເຊັ່ນ: ການຮຽນຮູ້ເຕັກໂນໂລຊີ, ການເຮັດວຽກອາສາສະໝັກ, ການບໍລິຈາກເລືອດເປັນຕົ້ນ, ລ້ວນແຕ່ສາມາດສະສົມຄະແນນໄດ້.

ມາຮອດທ້າຍປີ 2022, ນະຄອນຈົງຊານສຳເລັດການປັບປຸງ ແລະ ຂະຫຍາຍໂຮງຮຽນປະຖົມ ແລະ ມັດທະຍົມລັດ 85 ແຫ່ງ, ວຸດທິການສຶກສາທີ່ອອກໂດຍລັດເພີ່ມຂຶ້ນ7 ຫົວໝື່ນໜ່ວຍ. ພາກສ່ວນການສຶກສາພາກບັງຄັບ ສົກ
ປີ 2022-2023, ຢູ່ຈົງຊານ ລູກຂອງຜູ້ທີ່ມາຈາກຕ່າງຖິ່ນທີ່ມາຢູ່ກັບພໍ່ແມ່ພວກເຂົາກວມເອົາ 43,6% ຂອງຈຳນວນນັກຮຽນທັງໝົດ, ຮັບປະກັນອັດຕາການເຂົ້າຮຽນຂອງລູກຜູ້ຍ້າຍຖິ່ນຖານເກີນ 95%.

ມີໂສວເໝີຍ ເວົ້າວ່າ “ຂ້ອຍໄດ້ເປັນສັກຂີພິຍານວ່າລະດັບລາຍໄດ້ຂອງພະນັກງານວິສາຫະກິດອ້ອມຂ້າງ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ພາຫະນະຂອງພະນັກງານໄດ້ປ່ຽນຈາກລົດຖີບໃນເມື່ອກ່ອນ ມາເປັນລົດຈັກໄຟຟ້າ, ແລ້ວມາເປັນລົດເກັງນ້ອຍ.” ແຮງງານຕ່າງຖິ່ນທີ່ຢູ່ຈົງຊານ ໄດ້ຮັບຄວາມໂອບອ້ອມອາລີຫຼາຍ.

ໃນບົດລາຍງານຂອງລັດຖະບານ ໄດ້ສະເໜີວຽກງານຈຸດສຸມຂອງປີ 2023 ດັ່ງນີ້: ເລັ່ງລັດການກໍ່ສ້າງລະບົບການສຶກສາຄຸນນະພາບສູງ, ສົ່ງເສີມການພັດທະນາທີ່ດຸນດ່ຽງໃນດ້ານຄຸນນະພາບອັນດີເລີດຂອງການສຶກສາພາກບັງຄັບ ໃນຕົວເມືອງ ແລະ ຊົນນະບົດໃຫ້ເປັນເອກະພາບກັນ, ຊຸກຍູ້ການພັດທະນາຂອງການສຶກສາກ່ອນໄວຮຽນ ແລະ ການສຶກສາພິເສດ, ອອກແຮງພັດທະນາການສຶກສາວິຊາຊີບ, ສົ່ງເສີມການປະດິດສ້າງໃໝ່ຂອງການສຶກສາຊັ້ນສູງ, ສະໜັບສະໜູນການພັດທະນາຂອງສະຖາບັນການສຶກສາຊັ້ນສູງ ໃນເຂດພາກກາງ ແລະ ພາກ
ຕາເວັນຕົກຂອງຈີນ, ລົງເລິກການປະສານເຊື່ອມໂຍງຂອງກິລາ ແລະ ການສຶກສາ.

ບັນທຶກການເຂົ້າຮຽນຂອງລູກແຮງງານຕ່າງຖິ່ນ