ສວນອຸທິຍານແຫ່ງຊາດຈີນປົກປັກຮັກສາສາຍພັນເຮືອທຸງ

ແຫຼ່ງຂ່າວ:CHAMPA   |    2024-02-20 15:14:30

ເອົາສິ່ງແວດລ້ອມທາງນິເວດທີ່ມີຄຸນນະພາບສູງມາຄໍ້າຊູການພັດທະນາທີ່ມີຄຸນນະພາບສູງ, ເລັ່ງລັດຊຸກຍູ້ຄວາມທັນ ສະໄໝແບບ ມະນຸດ ກັບ ທຳມະຊາດຢູ່ຮ່ວມກັນຢ່າງສະຫງົບກົມກຽວກັນ.

——ທ່ານ ປະທານປະເທດຈີນ ສີຈິ້ນຜິງ

ຍາມລະດູຮ້ອນຈະກາຍຜ່ານໄປ ລະດູໃບໄມ້ຫຼົ່ນຈະມາເຖິງ, ນົກ ແລະ ສັດຕ່າງໆ ລ້ວນແຕ່ເຄື່ອນໄຫວອອກມາຢ່າງຫ້າວຫັນ, ສວນອຸທິຍານແຫ່ງຊາດຈີນສ່ອງແສງຄວາມງາມທາງນິເວດ ແລະ ທຳມະຊາດອອກມາຢ່າງເຕັມທີ່.

ໃນວັນທີ 12 ຕຸລາ 2021, ປະເທດຈີນສ້າງຕັ້ງສວນອຸທິຍານລະດັບຊາດຊຸດໃໝ່ອອກມາ, ເຊັ່ນ: ສວນອຸທິຍານແຫຼ່ງກຳເນີດແມ່ນໍ້າສາມສາຍ (Three-River-Source National Park), ສວນໝີແພນດາ (Giant Panda National Park), ສວນເສືອ ແລະ ເສືອດາວພາກຕາເວັນອອກສຽງເໜືອ (Northeast China Tiger And Leopard National Park), ສວນປ່າໄມ້ແຖບຮ້ອນ (National Park of Hainan Tropical Rainforest), ສວນພູອູຢີຊານ (Wuyishan National Park) ເປັນຕົ້ນ, ພື້ນທີ່ການຮັກສາມີເຖິງ 230 ພັນກິໂລຕາແມັດ, ກວມເອົາເກືອບ 30% ຂອງສາຍພັນສັດປ່າ ແລະ ສາຍພັນພຶກສາສາດທີ່ຖືກປົກປັກຮັກສາເປັນສຳຄັນຂອງເຂດແຜ່ນດິນບົກ.

ທ່ານ ກວນຈືອໍ (Guan Zhiou) ຫົວໜ້າກົມປ່າໄມ້ ແລະ ທົ່ງຫຍ້າປະເທດຈີນ(ທັງເປັນກົມການຄຸ້ມຄອງສວນອຸທິຍານແຫ່ງຊາດຈີນ) ກ່າວວ່າ:“ ພວກເຮົາເພີ່ມທະວີຮັກສາລັກສະນະດັ້ງເດີມ ແລະ ລັກສະນະຄົບຖ້ວນຂອງລະບົບນິເວດໃຫ້ເຂັ້ມແຂງດ້ວຍມາດຕະການອັນເຂັ້ມງວດທີ່ສຸດ, ສວນອຸທິຍານລະດັບຊາດກໍາລັງກາຍເປັນສວນສະຫງົບສຸກໃນອຸດົມການຂອງບັນດາສັດປ່າທີ່ຫາຍາກ.”

ໃນປັດຈຸບັນ, ສວນອຸທິຍານແຫຼ່ງກຳເນີດແມ່ນໍ້າສາມສາຍບັນລຸການປົກປັກຮັກສາແບບສົມບູນຕໍ່ແມ່ນໍ້າຢາງຊີ ແມ່ນໍ້າເຫຼືອງ ແລະ ແມ່ນໍ້າລ້ານຊ້າງ, ຈຳນວນແກະທິເບດ (Tibetan Antelope) ໄດ້ຟື້ນຟູມາເປັນ 70 ພັນກວ່າໂຕ; ສວນໝີແພນດາແຫ່ງຊາດໄດ້ປົກປັກຮັກສາໝີແພນດາປ່າ 70% ຂຶ້ນໄປ; ສວນເສືອ ແລະ ເສືອດາວພາກຕາເວັນອອກສຽງເໜືອໄດ້ສ້າງຄວາມສະດວກແກ່ຊ່ອງທາງການຂ້າມຊາຍແດນ, ຈຳນວນເສືອພາກຕາເວັນອອກສຽງເໜືອໄດ້ລື່ນກາຍ 50 ໂຕ, ເສືອດາວຫຼາຍກວ່າ 60 ໂຕ; ຈຳນວນຝຸງສາຍພັນລີງແຂນຍາວຟື້ນຟູມາເປັນ 6 ຝຸງທີ່ມີ 37 ໂຕ.

“ພວກເຮົາຍິ່ງເອົາໃຈໃສ່ຕໍ່ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທ່າມກາງການປົກປັກຮັກສາ.” ໃນປັດຈຸບັນ, ສວນອຸທິຍານລະດັບຊາດຂອງຈີນເລັ່ງລັດການພັດທະນາການຫັນປ່ຽນຮູບແບບເປັນສີຂຽວ, ຄົ້ນຫາກົນໄກການບັນລຸຄຸນຄ່າຂອງຜົນຜະລິດຕະພັນທາງນິເວດ, ດຳເນີນການສຳປະທານ ການທ່ອງທ່ຽວທາງນິເວດ ການສຶກສາທຳມະຊາດ ແລະ ກິດຈະກຳການຫຼິ້ນຍາມເວລາວ່າງເປັນຕົ້ນ.

ທ່ານ ຖາງສຽວຜິງ (Tang Xiaoping) ຫົວໜ້າສະຖາບັນຄົ້ນຄວ້າສວນອຸທິຍານລະດັບຊາດປະເທດຈີນກ່າວວ່າ:“ ການພັດທະນາ ແລະ ການປະດິດສ້າງຍີ່ຫໍ້ໃນອີກກ້າວໜຶ່ງຂອງສວນອຸທິຍານລະດັບຊາດ, ຈະເຮັດໃຫ້ປະຊາຊົນຍິ່ງຫຼາຍກວ່າໄດ້ຊົມໃຊ້ຜົນງານຂອງການພັດທະນາແບບສີຂຽວ.”

ສວນອຸທິຍານແຫ່ງຊາດຈີນປົກປັກຮັກສາສາຍພັນເຮືອທຸງ