ມະຫັດສະຈັນຫຼາຍ!ກຸ້ງມັງກອນອົດສະຕຣາລີຜະລິດຈາກຢຸນນານ
2024-10-24 17:07:42
ຊ່ວງນີ້, ເມື່ອຍ່າງເຂົ້າໄປໃນຖານລ້ຽງກຸ້ງມັງກອນອົສຕຣາລີຢູ່ຕາແສງກວນໄຈເມືອງເວີນຊານແຂວງຢຸນນານ, ຄົນງານພວມຕຶກ ແລະ ຄັດເລືອກກຸ້ງສົດຢູ່ໃນບໍ່, ຄັດແຍກຫຸ້ມຫໍ່ເພື່ອຈໍາໜ່າຍໄປທົ່ວປະເທດຈີນ. ກຸ້ງມັງກອນອົດສະຕຣາລີ ທີ່ວາງຂາຍຢູ່ຕະຫຼາດໃນຈໍານວນຫຼວງຫຼາຍ ໄດ້ກາຍເປັນສິນຄ້າຍອດນິຍົມໃນຕະຫຼາດ ເນື່ອງຈາກຊີ້ນກຸ້ງທີ່ອ່ອນນຸ້ມ ແລະ ແຊບສົດ.
ຕາມຂ່າວແຈ້ງວ່າ, ປີນີ້ຕາແສງກວນໄຈໄດ້ລ້ຽງກຸ້ງ 10 ກວ່າເຮັກຕາ ແລະ ລ້ຽງກຸ້ງໃນນາ 13 ກວ່າເຮັກຕາ. ປະຈຸບັນ, ກຸ້ງໃຫຍ່ທີ່ສຸດມີນໍ້າໜັກຫຼາຍກວ່າ 160 ກຣາມ ແລະ ໄດ້ບັນລຸມາດຕະຖານເຂົ້າຕະຫຼາດ, ຄາດວ່າຈະບັນລຸມູນຄ່າການຜະລິດຫຼາຍກວ່າ 2,6 ລ້ານຢວນໃນປີນີ້.