ຫຼາຍກວ່າ 90% ຂອງໝາກມັງຄຸດໄທ ສົ່ງອອກໄປຈີນ
2024-10-24 17:06:41
ໃນ 8 ເດືອນຕົ້ນປີນີ້, ໄທໄດ້ສົ່ງອອກໝາກມັງຄຸດ 247,200 ໂຕນ, ເຊິ່ງໄດ້ເພີ່ມຂຶ້ນ 25,6% ເມື່ອປຽບທຽບກັບໄລຍະດຽວກັນ, ໂດຍມີມູນຄ່າຫຼາຍກວ່າ 15,4 ຕື້ບາດ, ເພີ່ມຂຶ້ນ 2%. ຂໍ້ມູນສະແດງໃຫ້ເຫັນວ່າ, ປະລິມານການສົ່ງອອກໝາກມັງຄຸດຂອງໄທຈັດຢູ່ໃນອັນດັບໜຶ່ງໃນໂລກ, ມີຫຼາຍກວ່າ 90% ຂອງປະລິມານການສົ່ງອອກແມ່ນສົ່ງໄປຈີນ.