ພືດອວບນໍ້າຂອງແຂວງຢຸນນານຈໍາໜ່າຍໄປທົ່ວໂລກ
2024-07-22 18:31:41
ໃນສວນປູກພືດອວບນໍ້າ ທີ່ເມືອງຮຸຍເຈີ (Huize) ແຂວງຢຸນນານ, ກະຖາງພືດອວບນໍ້າຖືກຈັດລຽງຢ່າງເປັນລະບຽບ. ຜູ້ຮັບຜິດຊອບກ່າວວ່າ, “ປັດຈຸບັນພວກຂ້າພະເຈົ້າໄດ້ປູກພືດອວບນໍ້າຫຼາຍກວ່າ 300 ຊະນິດ, ເຊິ່ງບໍ່ພຽງແຕ່ຈໍາໜ່າຍຢູ່ພາຍໃນປະເທດຈີນເທົ່ານັ້ນ, ຫາກຍັງຈໍາໜ່າຍໄປຍັງ ສ.ເກົາຫຼີ, ສິງກະໂປ, ຫວຽດນາມ, ມຽນມາ ລວມເຖິງບັນດາປະເທດ ແລະເຂດແຄວ້ນອື່ນໆອີກດ້ວຍ.”
ນາງ ຊຸຍທາວລານ (Cui Taolan), ຜູ້ທີ່ເຮັດວຽກຢູ່ທີ່ນີ້, ເວົ້າວ່າປັດຈຸບັນນາງ ແລະ ສາມີຂອງຕົນເຮັດວຽກຢູ່ສວນນີ້, ນາງກ່າວວ່າຢ່າງມີຄວາມສຸກ :"ທັງສອງຄົນມີລາຍຮັບປະມານ 10,000 ຢວນຕໍ່ເດືອນ."
ແຫຼ່ງຂ່າວ: ເວັບໄຊຢຸນນານ