ງົວຫຼາຍກວ່າ 2.000 ໂຕຂອງນະຄອນເກີຈ້ຽວ ເລີ່ມຕົ້ນ "ໃຊ້ຊີວິດທີ່ອັດສະລິຍະ"

2024-07-22 18:29:08

ເມື່ອບໍ່ດົນມານີ້, ຢູ່ທົ່ງຫຍ້າເຜີງຈ້ຽວ (Pengjiu) ພູດອກບົວ ນະຄອນເກີຈ້ຽວ (Gejiu), ງົວທີ່ເປັນງົວນົມ ແລະ ງົວຊີ້ນທີ່​ຫາກໍເຂົ້າໃໝ່ ຫຼາຍກວ່າ 2,000 ໂຕ ໄດ້ເລີ່ມຕົ້ນ "ໃຊ້ຊີວິດທີ່ອັດສະລິຍະ", ພວກມັນມີ “ບັດປະຈຳຕົວ”, ໃສ່ປອກຄໍອັດສະລິຍະ ແລະ ເພີດເພີນກັບຫົວອາຫານສະເພາະ… ການກິນດື່ມຂອງງົວໃນຊີວິດປະຈໍາວັນ ກໍຈະຄຸ້ມຄອງໂດຍເຕັກນິກດີຈີຕອນ, ເຊິ່ງສະໜອງການຢັ້ງຢືນດ້ານຄຸນນະພາບ ແລະ ຄວາມປອດໄພ ຂອງນົມດິບໄດ້. ນອກຈາກນັ້ນ ໃນຄອກງົວຍັງມີເຄື່ອງແປງອັດຕະໂນມັດ, ພັດລົມ, ລະບົບສີດອັດສະລິຍະ, ຖັງນໍ້າອຸນຫະພູມຄົງທີ່ ແລະ ສິ່ງອໍານວຍຄວາມສະດວກອື່ນໆ.

ຕາມລາຍງານໃຫ້ຮູ້ວ່າ, ທົ່ງຫຍ້າລ້ຽງສັດທີ່ສ້າງຂຶ້ນໃໝ່ມີເນື້ອທີ່ປະມານ 21 ເຮັກຕາ ໂດຍມີແຜນຈະລ້ຽງງົວນົມ 3,000 ໂຕ, ຈະຜະລິດນ້ຳນົມດິບທີ່ມີຄຸນນະພາບສູງໄດ້ 15.000 ໂຕນຕໍ່ປີ. ຄາດວ່າຈະເພີ່ມລາຍຮັບໃຫ້ຊາວກະສິກອນໄດ້ 2.000 ຄອບຄົວ.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ

ງົວຫຼາຍກວ່າ 2.000 ໂຕຂອງນະຄອນເກີຈ້ຽວ ເລີ່ມຕົ້ນ "ໃຊ້ຊີວິດທີ່ອັດສະລິຍະ"