ຈີນ ແລະ ລາວ ຮ່ວມກັນປ້ອງກັນ “ສາຍແອວສີຂຽວ”

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2024-06-29 09:44:27

ວັນ​ທີ 21 ມິ​ຖຸ​ນາ​ຜ່ານມານີ້, ຢູ່​ເມືອງຫຼ້າ ​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ລື້​ ສິບ​ສອງພັນ​ນາ​ ຕາມ​ເຂດ​ຊາຍ​ແດນ ລາວ​-ຈີນ, ທ່ານ​ ຢາງ​ຢົງ​ຜິງ (Yang Yongping) ຫົວ​ໜ້າ​ສວນ​ພືດສາສາດ​ເຂດ​ຮ້ອນ​ສິບ​ສອ​ງ​ພັນ​ນາ​ ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ ​ໄດ້​ເລົ່າ​ປະຫວັດ​ສາດ​ທີ່​ຈີນຄົ້ນ​ພົບ​ປ່າ​ຝົນ​ເຂດ​ຮ້ອນ, ຄວາມ​ສຳ​ຄັນ​ຂອງ​ປ່າ​ຝົນ​ເຂດ​ຮ້ອນ ແລະ ​ເລື່ອງ​ລາວ​ກ່ຽວ​ກັບສອງ​ປະ​ເທດ​ຈີນ​ແລະ ​ລາວ ​ຮ່ວມ​ກັນ​ປ້ອງ​ກັນ​ປ່າ​ຝົນ​ເຂດ​ຮ້ອນ ທີ່​ເປັນ “ສາຍ​ແອວ​ສີ​ຂຽວ” ຂອງມວນ​ມະ​ນຸດ.

ທ່ານ ​ຢາ​ງ​ຢົງ​ຜິງ​ ກ່າວ​ວ່າ: ປີ 1974, ຕົ້ນ​ຍາງຖືກຄົ້​ນ​ພົບ​ຢູ່​ເມືອງຫຼ້າ​ ແຂວງ​ຢຸນນານ,ການ​ຄົ້ນ​ພົບຕົ້ນ​ໄມ້​ຊະ​ນິດ​ນີ້​ ທີ່​ມີຄວາມສູງ​ເຖິງຫຼາຍສິບ​ແມັດໄດ້​ສິ້ນ​ສຸດ​ຖ້ອຍ​ຄຳ​ທີ່​ວ່າ “ຈີນ​ບໍ່​ມີ​ປ່າ​ຝົນເຂດ​ຮ້ອນ” ແລະ ກໍ​ເຮັດ​ໃຫ້​ຈີນ​ ກາຍ​ເປັນ​ປະ​ເທດ​ທີ່​ມີ​ປະ​ເພດ​ປ່າ​ໄມ້​ທີ່​ຄົບ​ຖ້ວນ​ທີ່​ສຸດ​ໃນ​ໂລກ.

ປ່າ​ຝົນ​ເຂດ​ຮ້ອນ​ ເປັນ​ລະ​ບົບ​ນິ​ເວດ ​ທີ່​ມີ​ຊີ​ວະ​ນາໆ​ພັນຫຼາກຫຼາຍ​ທີ່​ສຸດ, ສາ​ມາດ​ດູດ​ຊຶມ​ເອົາ​ກາກບອນ​ໄດ້​ຢ່າງຫຼວງຫຼາຍ ແລະ ສະ​ໜອງ​ອົກຊີໃຫ້​ແກ່​ໜ່ວຍ​ໂລກ, ເປັນ​ແຫຼ່ງ​ນ້ຳ​ທີ່​ດີ, ບົວ​ລະ​ບັດ​ມົນ​ລະ​ພິດ​ໄດ້​ດີ, ຮັກ​ສາ​ດິນ ​ແລະ​ ນ້ຳໄດ້​ດີ ເຊິ່ງ​ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ຕໍ່​ລະບົບ​ນິ​ເວດ​ທົ່ວ​ໂລກ.

ຈີນ ​ແລະ​ ລາວ​ ມີ​ສາຍ​ພູ​ ແລະ ​ແມ່​ນ້ຳ​ຕິດ​ຈອດ​ກັນ, ກິ່ງ​ແຂວງ​ສິບ​ສັງ​ພັນ​ນາ​ແຂວງ​ຢຸນ​ນານ ແລະ ປະ​ເທດ​ລາວ​ ລ້ວນ​ແຕ່​ຕັ້ງ​ຢູ່​ເຂດ​ຈຸດ​ສຸມ​ດ້ານ​ຊີ​ວະ​ນາໆ​ພັນ​ທົ່ວ​ໂລກ ແລະ ມີ​ຊັບ​ພະ​ຍາ​ກອນ​ສັດ ​ແລະ​ ພືດ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ.

  

ທ່ານ​ ຢາງ​ຢົງ​ຜິງ​ ກ່າວ​ວ່າ: “ສອງ​ປະ​ເທດ​ຈີນ ​ແລະ​ ລາວ​ ມີ​ປະ​ຫວັດ​ການ​ໄປ​ມາ​ຫາ​ສູ່​ດ້ານ​ວັດ​ທະ​ນະ​ທຳ​ມາ​ແຕ່​ບູ​ຮານ​ນະ​ການ, ໃນ​ນັ້ນ ກໍ​ມີ​ການ​ແລກ​ປ່ຽນ​ກ່ຽວ​ກັບພືກສາ​ສາດ.”ຍົກ​ຕົວ​ຢ່າງ: ດອກ​ຈຳ​ປາ​ ເປັນ​ດອກ​ໄມ້​ປະ​ຈຳ​ຊາດ​ຂອງ​ລາວ,

ຢູ່​ໃນ​ສວນ​ພືດ​ສາສາດ​ເຂດ​ຮ້ອນ​ສິບ​ສອງ​ພັນ​ນາ​ ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ ກໍ​ມີ​ສວນດອກ​ຈຳ​ປາ​ສະ​ເພາະ, ໃນ​ນັ້ນ, ມີ​ດອກ​ຈຳ​ປາ​ທ້ອງ​ຖິ່ນຫຼາກຫຼາຍ​ຊະ​ນິດ ແລະ ກໍ​ມີຫຼາຍ​ຊະ​ນິດ​ ທີ່​ນຳ​ເຂົ້າ​ຈາກ​ປະ​ເທດ​ອື່ນ.

ໃນ​ຊຸມ​ປີ​ຜ່ານ​ມາ, ສວນ​ພືດສາສາດ​​ເຂດ​ຮ້ອນ​ສິບ​ສອງ​ພັນ​ນາ​ ໄດ້​ຮັກ​ສາ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ແຫ່ງ ສ​ປ​ປ ລາວ ແລະ ພາກ​ສ່ວນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ອື່ນໆ, ຮ່ວມ​ກັນ​ສຸມ​ໃສ່​ການ​ສຳຫຼວດ ແລະປ້ອງ​ກັນ​ຊີ​ວະ​ນາໆ​ພັນ​ເຂດ​ພາກ​ເໜືອ​ລາວ. ທ່ານ ຢາງ​ຢົງ​ຜິງ​ ຫວັງ​ວ່າ: ຈະ​ສາ​ມາ​ດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ດັ່ງ​ກ່າວ​ ຢ່າງ​ແໜ້ນ​ແຟ້ນໃນ​ອະ​ນາ​ຄົດ, ຮ່ວມ​ກັນ​ປ້ອງ​ກັນ​ປ່າ​ຝົນ​ເຂດ​ຮ້ອນ, ປ້ອງ​ກັນຄວາມ​ສວຍ​ງາມ ແລະ ປ້ອງ​ກັນ​ຊີ​ວະ​ນາໆ​ພັນ.

ບົດ/ພາບໂດຍ: App ໜັງສືພິມລາຍວັນຢຸນນານ

ຈີນ ແລະ ລາວ ຮ່ວມກັນປ້ອງກັນ “ສາຍແອວສີຂຽວ”