ຊືຮາຊືຮາ ເຜັດແທ້ເຜັດວ່າ! ຈັບຄູ່ກັບເຂົ້າ, ລຸຍເລີຍ!

2024-05-10 19:03:59

​ແຂວງ​ຢຸນນານ, ​ແຂວງເສ​ສວນ, ​ແລະ​ ນະຄອນ​ຈົງ​ກິ່ງ​ມີ​ຕົ້ນ​ກຳ​ເນີ​ດທາງ​ປະຫວັດສາດ​ ແລະ ​ວັດທະນະທຳ​ທີ່​ເລິກ​ເຊິ່ງແໜ້ນແຟ້ນກັນ, ​ມີ​ຄວາມ​ຄ້າຍຄື​ກັນ​ຫຼາຍ​ຢ່າງ​, ​ພວກເຂົາຮູ້ຈັກກັນດ້ວຍ​ສັນຍະລັກ​ທີ່​ພິ​ເສດ​ຂອງ "ຕ່ອມຮັບ​ລົດ​ຊາດ", ​ຄອຍເບິ່ງ​ແຍງ​ກັນ​ແລະ​ກັນ ​ແລະ ເດີນຈັບມືໄປພ້ອມກັນ, ​ຖ້າ​ມີ​ລົດ​ຊາດຖືກ​ເລືອກ​ໃຫ້​ເປັນ​ຕົວ​ແທນ​ຂອງ​ແຂວງ​ຢຸນ​ນານ​, ເສສວນ​, ແລະ ຈົງກິ່ງ​, ມັນ​ຕ້ອງ​ແມ່ນ​-ເຜັດ​!

ເມື່ອເວົ້າເຖິງອາຫານເຜັດແຂວງເສສວນ, ຫົວກະຕ່າຍເຜັດແມ່ນສຸດຍອດເລີຍ. ມີຕົ້ນກໍາເນີດຈາກເຂດຊວງຫຼີວນະຄອນເສີງຕູ່ແຂວງເສສວນ, ເປັນໜຶ່ງໃນອາຫານຫວ່າງທີ່ມີຊື່ສຽງຂອງນະຄອນເສີງຕູ່ແຂວງເສສວນ.

ຮ້ອນແຮງພໍໆກັນກໍ​ຕ້ອງ​ບອກ​ວ່າ​ເມືອງແຫ່ງ​ຫມໍ້​ຊີ້ນຈຸ່ມ - ຈົງກິ່ງ​! ຍ່າງ​ຢູ່​ຕາມ​ຖະໜົນ​ຫົນທາງ​ຂອງນະຄອນ​ຈົງ​ກິ່ງ, ເຈົ້າ​ສາມາດຫຼົງດ້ວຍກິ່ນຫອມຂອງໝໍ້ໍຊີ້ນຈຸ່ມທີ່ປິວອອກມາຈາກຮ້ານອາຫານໝໍ້ຊີ້ນຈຸ່ມແຄມທາງໃນທຸກເວລາ, ສົ່ງກິ່ນຫອມຫວນໂຊຍມາຈາກກົ້ນໝໍ້ຕົ້ມ, ນີ້ແມ່ນຕົວເມືອງໜຶ່ງທີ່ຖືກ “ຕົ້ມດ້ວຍລົດຊາດ” ຂອງໝໍ້ຊີ້ນຈຸ່ມ.

ເມື່ອ​ອ້າຍ​ນ້ອງ​ທີ່​ດີ​ສອງ​ຄົນສະເໜີ ​ຫົວ​ກະຕ່າຍ​ເຜັດ​ ແລະ ໝໍ້ຊີິ້ນຈຸ່ມຈົງກິ່ງນັ້ນ, ແຂວງ​ຢຸນ​ນານ​ຕ້ອງ​ຈັດ​ໃຫ້ “ອາຫານເຍື່ອງສຸດຍອດ​ຢູ່​ພາກ​ກາງ​ຢຸນ​ນານ” -ໄກ່​ເຜັດ​ຈ່ານຢີ້ ອອກມາ. ຢູ່​ແຂວງ​ຢຸນນານ​ມີ​ຄຳ​ເວົ້າ​​ວ່າ “ຖ້າ​ບໍ່​ກິນ​ໄກ່​ເຜັດ, ຖືວ່າບໍ່ເຄີຍມາເຖິງຢຸນນານ”. ໃນຖານະເປັນໜຶ່ງໃນອາຫານຕົວແທນຂອງອາຫານແຂວງຢຸນນານ, ໄກ່ເຜັດຈ່ານຢີ້ມີປະຫວັດສາດອັນຍາວນານຮ້ອຍກວ່າປີແລ້ວ, ຄົນທີ່ໄປເຖິງເມືອງຈ່ານຢີ, ຈະຕ້ອງຊິມໄກ່ເຜັດອັນແທ້ຈິງຂອງເຂດທ້ອງຖິ່ນແນ່ນອນ.

ຊືຮາຊືຮາ ເຜັດແທ້ເຜັດວ່າ! ຈັບຄູ່ກັບເຂົ້າ, ລຸຍເລີຍ!