ດອກໄມ້ມິດຕະພາບລາວ-ຈີນ ພວມເບັ່ງບານລຽບຕາມທາງລົດໄຟລາວ-ຈີນ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2024-04-29 17:44:34

ຂ້ອຍຊື່​ນາງ ຕິ້ງ ພາລີວັນ, ປີນີ້ອາຍຸ 26 ປີ, ຂ້ອຍ​ມາ​ຈາກ​ປະ​ເທດ​ລາວ.

ຂ້ອຍເຄີຍຮຽນຢູ່ວິທະຍາ​ໄລວິທະຍາສາດສັງຄົມ ແລະ ທໍາມະ​ສາດ ເສສວນ, ໄດ້ຮຽນ ແລະ ດໍາລົງຊີວິດຢູ່ຈີນ ເປັນເວລາ 4 ປີປາຍ. ເນື່ອງໃນໂອກາດໃກ້ຈະ​ຮຽນ​ຈົບ, ຂ້ອຍພະຍາຍາມຊອກວຽກເຮັດງານທຳຢູ່ນຳວິສາຫະກິດຈີນ, ຫວັງວ່າ ຈະໄດ້ນໍາໃຊ້ຄວາມຮູ້ຄວາມສາມາດຂອງຕົນທີ່ໄດ້ຮຽນມາເຂົ້າໃນ​ໜ້າ​ທີ່ວຽກງານໃນອະນາຄົດ.ວັນທີ 13 ກໍລະກົດ 2020, ຂ້ອຍໄດ້ເຂົ້າເຮັດວຽກຢູ່ບໍລິສັດການລົງທຶນດ້ານ​ການກໍ່ສ້າງພື້ນຖານໂຄງລ່າງຢຸນນານ (ບໍລິສັດລົງທຶນພື້ນຖານໂຄງລ່າງ) ສົມ​ດັ່ງ​ຄວາມ​ປາ​ຖະ​ໜາ​ຂອງ​ຕົນ ແລະ ກາຍເປັນໜຶ່ງ​ໃນພະນັກງານທີ່ຮັບຜິດຊອບການບໍ​ລິ​ຫານງານ​ຕາມທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ ເຊິ່ງ​ເປັນທາງດ່ວນສາຍທໍາອິດຂອງປະເທດລາວ, ຂ້ອຍຮູ້ສຶກພາກພູມໃຈຫຼາຍທີ່ປະເທດເຮົາ ມີທາງດ່ວນເປັນຂອງຕົນເອງ, ພ້ອມກັນນີ້, ຂ້ອຍກໍຮູ້ສຶກພາກພູມໃຈທີ່ໄດ້ເຂົ້າມາເຮັດວຽກເປັນໜຶ່ງ​ໃນ​ພະ​ນັກ​ງານ ​ໃນ​ທີ​ມ​ງານບໍ​ລິ​ຫານ​ງານ​ ຕາມທາງດ່ວນວຽງຈັນ-ວັງວຽງ.

“ທາງດ່ວນແມ່ນຫຍັງ?”“ການ​ບໍ​ລິ​ຫານ​ງານ​ຕາມທາງດ່ວນຈະເຮັດຫຍັງແດ່?” ເວລາຂ້ອຍ​ຫາ​ກໍ່ເຂົ້າມາເຮັດວຽກໃໝ່ໆ, ສໍາລັບຂ້ອຍ​ເອງ, ເລື່ອງເຫຼົ່ານີ້ ລ້ວນແຕ່ເປັນເລື່ອງໃໝ່, ຂ້ອຍເປັນ​ພະ​ນັກ​ງານໃໝ່ ທີ່ເລີ່ມຕົ້ນ​ໜ້າ​ທີ່ການບໍລິຫານງານ​ຕາມທາງດ່ວນ, ມີຄວາມກະຕືລືລົ້ນ ແລະ ສົນໃຈຫຼາຍຕໍ່ໜ້າທີ່ວຽກງານ ທີ່ຕົນໄດ້ຮັບຜິດຊອບ.

ໃນເວລາ 3 ເດືອນທີ່ເຂົ້າຮ່ວມການຝຶກອົບຮົມພະນັກງານໃໝ່ນັ້ນ, ຕົ້ນຕໍແມ່ນຮຽນຄວາມ​ຮູ້​ກ່ຽວ​ກັບວຽກງານປະຈໍາວັນ ແລະ ຂັ້ນ​ຕອນ​ເຮັດ​ວຽກຂອງຜູ້ເກັບຄ່າຜ່ານທາງ. ​ຕອ​ນ​ເລີ່ມຕົ້ນເຮັດວຽກໃໝ່ໆ, ຂ້ອຍມີຄວາມກັງວົນວ່າ ຈະເກີດມີຄວາມຜິດພາດໃນວຽກງານເກັບຄ່າຜ່ານທາງ. ແຕ່ພາຍໃຕ້ການຊ່ວຍເຫຼືອ​ແບບສຸດອົກສຸດໃຈຂອງບັນດາໝູ່ຮ່ວມງານ​ຝ່າຍຈີນ ກໍຄືຫົວໜ້າສະຖານີເກັບຄ່າຜ່ານທາງວັງວຽງ, ເຮັດໃຫ້ຂ້ອຍ ມີຄວາມຊໍານິຊໍານາ ແລະ ສາມາດ​ເກັບ​ຄ່າ​ຜ່ານ​ທາງ​ຕາມລະບົບເກັບຄ່າທໍານຽມທາງໄດ້ຢ່າງສະດວກວ່ອງໄວ, ຂ້ອຍເລີ່ມຈາກຜູ້ເກັບຄ່າທາງ ກາຍເປັນຫົວໜ້າຫ້ອງການເກັບຄ່າຜ່ານທາງດ່ວນ. ຂ້ອຍບໍ່ພຽງແຕ່ໄດ້​ປະ​ສົບ​ການ​ໃນ​ໜ້າ​ທີ່​ວຽກ​ງານ​ເທົ່າ​ນັ້ນ, ແຕ່ຫາກຍັງ​ຜູກ​ມິດ​ສຳ​ພັນກັບພະ​ນັກ​ງານ​ຝ່າຍຈີນຫຼາຍຄົນ. ດອກໄມ້ມິດຕະພາບ ລະຫວ່າງ ພະນັກງານລາວ-ຈີນ ທີ່ພວມເບັ່ງບານ​ຕາມທາງດ່ວນວຽງຈັນ-ວັງວຽງ ເຊິ່ງ​ເຮັດ​ໃຫ້​ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ ກາຍ​ເປັນ​ເສັ້ນ​ທາງ​ແຫ່ງ​ມິດ​ຕະ​ພາບ ແລະ ເສັ້ນ​ທາງ​ແຫ່ງ​ຄວາມ​ສຸກ​ ລະ​ຫວ່າງ​ ລາວ-ຈີນ.

ປີ 2022, ຍ້ອນ​ບໍ​ລິ​ສັດມີນະໂຍບາຍ​ ໃຫ້​ຄົນ​ທ້ອງ​ຖິ່ນມາບໍ​ລິ​ຫານ​​ໂຄງ​ການ​ທ້ອງ​ຖິ່ນ​​, ໝູ່ຮ່ວມງານ​ຝ່າຍ​ລາວຫຼາຍ​ຄົນ ລ້ວນແຕ່ໄດ້ເຂົ້າຮ່ວມການຮັບສະໝັກຕໍາແໜ່ງບໍລິຫານ, ໂດຍຜ່ານການແຂ່ງຂັນທາງດ້ານ​ສີ​ມື​ຄວາມ​ຮູ້ຫຼາຍຮອບ, ຂ້ອຍຖືກ​ຈັດ​ເຂົ້າ​ໃນຄັງ​ພະ​ນັກ​ງານ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຝ່າຍລາວຂອງບໍລິສັດ  ແລະ ໄດ້ຖືກແຕ່ງຕັ້ງເປັນຮອງຫົວໜ້າສະຖານີວັງວຽງ. ນີ້ສະແດງ​ໃຫ້​ເຫັນ​ວ່າ: ທາງ​ບໍ​ລິ​ສັດ ​ໄດ້​ຢັ້ງຢືນໃຫ້ເຫັນ ຕໍ່​ຜົນ​ງານ​ຂອງຂ້ອຍ, ເຮັດໃຫ້ ຂ້ອຍ ຍິ່ງມີ​ຄວາມ​ບຸກບືນຫ້າວ​ຫັນ​ທີ່​ຈະ​ອຸ​ທິດ​ກຳ​ລັງ​ວັງ​ຊາ​ຂອງຕົນ​ເພື່ອ​ບໍ​ລິ​ສັດ.

ຕະຫຼອດ 4 ປີ ທີ່ເຂົ້າເຮັດວຽກຢູ່ບໍລິສັດລົງທຶນພື້ນຖານໂຄງລ່າງນີ້, ຂ້ອຍ​ ກັບ​ໝູ່​ຮ່ວມງານ​ຝ່າຍ​ຈີນຫຼາຍ​ຄົນ ໄດ້ຮ່ວມກັນຜ່ານຜ່າສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຕ່າງໆ​ນາໆ, ໄດ້ຮ່ວມ​ຊີ​ວິດ​ກັນ​ແບບເບີກບານມ່ວນຊື່ນ. ພວກເຮົາໄດ້ຮ່ວມກັນສະເຫຼີມສະຫຼອງບຸນປະເພນີທັງສອງປະເທດ ລາວ-ຈີນ ຄື: ບຸນກຸດຈີນ, ບຸນເຂົ້າຕົ້ມ, ບຸນ​ສົງ​ການ ແລະ ອື່ນໆ, ເຊິ່ງໄດ້ສຳຜັດກັບຄວາມມ່ວນຊື່ນ ​ໃນ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ລະ​ຫວ່າງ​ ສອງ​ປະ​ເທດ​ລາວ​-ຈີນ.

ເຖິງ​ວ່າວັດທະນະທໍາສອງ​ປະ​ເທດ ມີຄວາມແຕກຕ່າງກັນກໍ​ຕາມ, ແຕ່​ພວກ​ເຮົາ​ໄດ້​ທຳ​ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ພວກເຮົາ ເປັນເພື່ອນມິດກັນ, ເປັນຄອບຄົວດຽວກັນ. ຂ້ອຍຂໍ​ສະ​ແດງ​ຄວາມຂອບອົກຂອບໃຈຕໍ່ຄວາມໄວ້ວາງໃຈ ແລະ ການສະໜັບສະໜູນ​ ຈາກ​ທາງບໍລິສັດລົງທຶນພື້ນຖານໂຄງລ່າງເ​ຊິ່ງ​ເຮັດໃຫ້ຂ້ອຍເຕີບໃຫຍ່ຂຶ້ນ ເປັນ​ພະ​ນັກ​ງານດີເດັ່ນ ຄືປັດຈຸບັນນີ້, ພ້ອມທັງໄດ້​ຜູກມິດສຳ​ພັນ​ກັບ​ພະ​ນັກ​ງານຫຼາຍຄົນ ທີ່​ມີພາສາເວົ້າ​ຕ່າງ​ກັນ ແລະ ວັດ​ທະ​ນະ​ທຳ​ຕ່າງ​ກັນ. ໃນອະນາຄົດ, ຂ້ອຍຈະ​ອຸ​ທິດ​ກຳ​ລັງ​ວັງ​ຊາ​ຂອງ​ຕົນ​ຈົນ​ສຸດ​ຄວາມ​ສາ​ມາດ ເພື່ອການພັດທະນາຂອງບໍລິສັດ, ຮ່ວ​ມ​ແຮງຮ່ວມໃຈກັບ​ເພື່ອນ​ຮ່ວມ​ງານທີ່ມີອຸດົມການດຽວກັນ ເພື່ອຂຽນ​ປະ​ວັດ​ສາດ​ໜ້າໃໝ່​ຂອງ​ບໍ​ລິ​ສັດ.
ບົດໂດຍ: ນາງ ຕິ້ງ ພາລີວັນ

ດອກໄມ້ມິດຕະພາບລາວ-ຈີນ ພວມເບັ່ງບານລຽບຕາມທາງລົດໄຟລາວ-ຈີນ