ຊຸດສໍາມະນານັກຂ່າວ ສປປ ລາວໄດ້ຈັດຂຶ້ນໃນນະຄອນຄຸນໝິງ

2024-04-23 17:29:33

ວັນທີ 21 ເມສານີ້, ຊຸດສໍາມະນານັກຂ່າວ ສປປ ລາວ ໄດ້ຮັບການສະໜັບສະໜຸນໂດຍສະມາຄົມນັກຂ່າວ ສປ ຈີນ ແລະ ຮ່ວມຈັດໂດຍສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານ(ເຮືອນຂອງນັກຂ່າວອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້)ໄດ້ໄຂຂຶ້ນຢູ່ນະຄອນຄຸນໝິງ.

ຊຸດສໍາມະນາຄັ້ງນີ້ໃຊ້ເວລາ 1 ອາທິດ, ຜູ້ຕາງໜ້າ 6 ທ່ານຈາກສະມາຄົມນັກຂ່າວລາວ ແລະ ສື່ມວນຊົນກະແສຫຼັກຂອງລາວຈະໄປສໍາມະນາຢູ່ແຂວງຢຸນນານ ແລະ ນະຄອນຊຽງໄຮ, ພາຍໃຕ້ຫົວຂໍ້“ການຫັນເປັນທັນສະໄໝແບບຈີນ-ການຟື້ນຟູຊົນນະບົດ ແລະ ການສ້າງສາ ແລະ ພັດທະນາຕົວເມືອງຂອງປະຊາຊົນ”. ໃນນັ້ນ, ໃນໄລຍະທີ່ຢູ່ຊຽງໄຮ, ຜູ້ຕາງໜ້າສື່ມວນຊົນຂອງລາວຈະຕິດຕໍ່ສື່ສານກັບສື່ມວນຊົນຊຽງໄຮ ແລະ ຢ້ຽມຢາມຫໍວາງສະແດງການຮ່ວມມືດ້ານເສດຖະກິດການຄ້າຂອງລາວ ແລະ ບ່ອນອື່ນໆ. ໃນໄລຍະທີ່ຢູ່ແຂວງຢຸນນານ, ທຸກທ່ານຈະດຳເນີນການຢ້ຽມຢາມ ແລະ ຊົມເບິ່ງນະຄອນຄຸນໝິງ ແລະ ກິ່ງແຂວງເຂດປົກຄອງຕົນເອງເຜົ່າຢີເຜົ່າຮານີຫົງເຮີຂອງແຂວງຢຸນນານ, ພ້ອມທັງດຳເນີນການປຶກສາຫາລືກັບຜູ້ຊ່ຽວຊານຈາກສະຖາບັນວິທະຍາສາດສັງຄົມຢຸນນານ,ມະຫາວິທະຍາໄລຢຸນນານແລະກຸ່ມບໍລິສັດໜັງສືພິມລາຍວັນຢຸນນານ ກ່ຽວກັບຫົວຂໍ້ການຮ່ວມມືດ້ານສື່ມວນຊົນ ແລະ ການແລກປ່ຽນວັດທະນະທຳລະຫວ່າງຈີນກັບລາວຢ່າງເລິກເຊິ່ງ. ພ້ອມກັນນັ້ນ, ທຸກທ່ານຈະຂີ່ລົດໄຟທາງລົດໄຟລາວ-ຈີນເພື່ອສຳຜັດກັບປະສົບການອ່ານໜັງສືແບບໃໝ່ ໃນ "ລົດໄຟຂອງຜູ້ມັກການອ່ານ".

ຕອນບ່າຍວັນທີ 21, ຜູ້ຕາງໜ້າສື່ມວນຊົນລາວໄດ້ມາຮອດບ້ານຕົງຕ້າທີ່ຕັ້ງຢູ່ຖະໜົນຊວງຫຼົງ ເຂດຜານຫຼົງ ນະຄອນຄຸນໝິງ, ບ້ານຕົງຕ້າ ຊຸກຍູ້ການພັດທະນາແບບເຊື່ອມໂຍງດ້ານກະສິກຳ, ວັດທະນະທຳ ແລະ ການທ່ອງທ່ຽວຂອງທ້ອງຖິ່ນໂດຍຜ່ານການພັດທະນາຮ້ານອາຫານບ້ານກະສິກຳ ແລະ ການທ່ອງທ່ຽວພັກຜ່ອນທ້າຍອາທິດ, ເຊິ່ງເວທີນີ້ໄດ້ຮັບຄວາມສົນໃຈຈາກບັນດາຜູ້ແທນລາວ. ທ່ານ ສະຫວັນຄອນ ຣາຊມຸນຕີ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ກ່າວວ່າ: ການເຊື່ອມໂຍງຂະແໜງການກະສິກຳ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ຈໍາເປັນຕ້ອງໄດ້ຮັບການພັດທະນາເພີ່ມເຕີມ, ແນວຄວາມຄິດຂອງການພັດທະນາການທ່ອງທ່ຽວຊົນນະບົດທີ່ບ້ານຕົງຕ້າ ໂດຍອີງຕາມສະພາບເງື່ອນໄຂຂອງທ້ອງຖິ່ນນັ້ນເປັນສິ່ງທີ່ຄວນຄ່າແກ່ການສຶກສາ ແລະ ຮຽນຮູ້. ພວກເຮົາຈະນໍາເອົາປະສົບການ ແລະ ວິທີປະຕິບັດນໍາສະເໜີໃຫ້ຜູ້ຊົມລາວຮັບຮູ້ໂດຍຜ່ານທາງສື່ໂຄສະນາ.

ຊຸດສໍາມະນານັກຂ່າວ ສປປ ລາວໄດ້ຈັດຂຶ້ນໃນນະຄອນຄຸນໝິງ