ນາງ ໄຕຣຸຍ ຫົວໜ້າ​ຈຸ​ພະ​ນັກງານປະຈໍາ ຂະບວນລົດໄຟ: “ກາ​ນຂົນສົ່ງຜູ້ໂດຍສານຂ້າມ​ຊາດໃນຍາມ ບຸນກຸດຈີນ” ຂອງຂ້າພະເຈົ້າ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2024-04-19 18:46:51

ຂ້າພະເຈົ້າເປັນໜຶ່ງໃນພະນັກງານຂອງກຸ່ມບໍລິສັດ​ທາງລົດໄຟແຫ່ງຊາດຈີນສາຂາຄຸນໝິງທີ່ປະຈໍາ​ການ​ຢູ່ຕາມທາງລົດໄຟລາວ-ຈີນ, ປັດຈຸບັນນີ້ ເປັນຫົວໜ້າຄວບຜູ້ຊີ້ນໍາການບໍລິຫານຂອງຂະບວນລົດໄຟໂດຍສານສາກົນຖ້ຽວ D88/87. ໃນຍາມບຸນກຸດຈີນປີນີ້, ຍັງມີພະນັກງານລົດໄຟຈີນເກືອບ 600 ຄົນ​ໄດ້​ປະ​ຈຳ​ການ​ຢູ່​ຕາມທາງລົດໄຟລາວ-ຈີນ ຄື​ກັນ​ກັບຂ້າ​ພະ​ເຈົ້າ.

ປີນີ້ເປັນປີທີ 16 ທີ່ຂ້າພະເຈົ້າໄດ້ປະຈໍາການ​ໃນການຂົນສົ່ງຜູ້ໂດຍສານໃນຍາມບຸນກຸດຈີນ, ແຕ່ວ່າ​ປີ​ນີ້​ມີຄວາມໝາຍ​ພິ​ເສດຫຼາຍສໍາລັບຂ້າພະເຈົ້າ! ເພາະວ່າຂ້າພະເຈົ້າໄດ້​ບັນ​ລຸ​ຄວາມ​ຝັນ​ຂອງ​ຕົນ ທີ່ປະຈໍາການຢູ່​ຕາມຂະບວນລົດໄຟ “ການຂົນສົ່ງຜູ້ໂດຍສານຂ້າມຊາດໃນຍາມບຸນກຸດຈີນ”.

ໃນເດືອນສິງຫາ 2021, ຂ້າພະເຈົ້າພ້ອມດ້ວຍເພື່ອນຮ່ວມງານ 300 ກວ່າຄົນ ໄດ້ຕັດສິນໃຈວ່າ ຈະເດີນທາງໄປ​ປະ​ເທດ​ລາວ. ໃນຕອນ​ເລີ່ມຕົ້ນ, ຂ້າພະເຈົ້າທີ່ຮັບຜິດຊອບການຝຶກອົບຮົມ​ພະ​ນັກ​ງານຂົນສົ່ງຜູ້ໂດຍສານ ຕອນພາຍ​ໃນ​ປະ​ເທດລາວນັ້ນ ບໍ່ພຽງແຕ່ຮ່ວມຊີ​ວິດນໍານັກສໍາມະນາກອນລາວ ຫຼາຍຮ້ອຍຄົນເທົ່າ​ນັ້ນ, ຍັງຕ້ອງການ​ພົວ​ພັນກັບຜູ້ໂດຍສານຈໍານວນຫຼວງຫຼາຍ.

ໃນວັນທີ 3 ທັນວາ 2021, ທາງລົດໄຟລາວ-ຈີນ ໄດ້ເປີດນໍາໃຊ້ຢ່າງເປັນທາງການ. ໃນມື້ນັ້ນ, ຂ້າພະເຈົ້າຮູ້​ສຶກ​ເປັນກຽດ​ທີ່ສຸດໃນຊົ່ວຊີວິດຂອງຕົນພາຍໃຕ້ການເປັນສັກຂີພິຍານຂອງຜູ້ນໍາສອງປະເທດລາວ-ຈີນ ໃນຖານະເປັນຫົວໜ້າຈຸ​ພະ​ນັກ​ງານຂະບວນລົດໄຟ. ໃນວັນທີ 13 ເມສາ​ 2023, ຂະບວນລົດໄຟໂດຍສານສາກົນໄດ້ເປີດນໍາໃຊ້ຢ່າງເປັນ​ທາງ​ການ, ຂ້າພະເຈົ້າໄດ້​ເດີນ​ທາງ​ໄປ​-ກັບລະຫວ່າງສອງປະເທດລາວ-ຈີນ ໂດຍເປັນຫົວໜ້າຈຸ​ພະ​ນັກ​ງານ “ຂະບວນລ້ານຊ້າງ” ທີ່​ເປັນຂະບວນລົດໄຟໂດຍສານຖ້ຽວທໍາອິດ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ. ເພື່ອບໍ​ລິ​ການຜູ້ໂດຍສານສາກົນໄດ້​ດີກວ່າ​ເກົ່າ, ຂ້າພະເຈົ້າພ້ອມກັບເພື່ອນຮ່ວມງານໄດ້ປັບປຸງວຽກງານຕ່າງໆໃຫ້ດີຂຶ້ນ ເພື່ອສອດຄ່ອງກັບ​ຮີດ​ຄອງປະເພນີຂອງລາວ ແລະ ຄວາມຕ້ອງ

ການຂອງຜູ້ໂດຍສານທີ່ມາຈາກຕ່າງປະເທດ, ເຊັ່ນ: ປັບປຸງ​ທາງເຂົ້າ-ອອກ ສະຖານີຂອງຜູ້ໂດຍສານ​ໃຫ້​ດີ​ຂຶ້ນ, ປັບປຸງປ້າຍ​ນຳ​ທາງຕ່າງໆໃນສະຖາ​ນີໃຫ້ສົມບູນຂຶ້ນຕື່ມ, ຕິດຕັ້ງ​ປ້າຍ​ນຳທາງທີ່ມີພາສາຈີນ, ພາສາລາວ ແລະ ພາສາອັງກິດຢູ່ຫ້ອງຂາຍປີ້, ທາງເຂົ້າບ່ອນກວດປີ້ ແລະ ຫ້ອງລໍຖ້າລົດ, ແຈ້ງການຂໍ້ກໍານົດສໍາລັບຜູ້ໂດຍສານສາກົນກ່ຽວກັບການຂີ່ລົດ ແລະ ການເດີນທາງດ້ວຍຄວາມປອດໄພ ແລະ ຊ່ວຍຜູ້ໂດຍສານສາກົນ​ໃນດ້ານ​ການເຂົ້າ-ອອກເມືອງເປັນຕົ້ນ.

ເຖິງແມ່ນວ່າປະເທດລາວບໍ່​ໄດ້​ກຳ​ນົດ​ໃຫ້​ມີການຂົນສົ່ງຜູ້ໂດຍສານໃນຍາມບຸນກຸດຈີນກໍຕາມ, ແຕ່ຜູ້ໂດຍສານກໍ​ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ພາຍຫຼັງຈີນເລີ່ມຕົ້ນຂົນສົ່ງຜູ້ໂດຍສານ​ໃນຍາມບຸນກຸດຈີນ, ໂດຍສະເພາະແມ່ນໄດ້ເກີດມີປະກົດການຊື້ປີ້ຍາກ​ໃນຍາມບຸນກຸດຈີນ. ຍ້ອນແນວນີ້, ນັບແຕ່ມື້ທໍາອິດຂອງການຂົນສົ່ງຜູ້ໂດຍສານໃນຍາມບຸນກຸດຈີນ ກໍຄືວັນທີ 26 ມັງກອນ 2024 ເປັນຕົ້ນມາ, ບ່ອນນັ່ງຂອງຂະບວນລົດໄຟໂດຍສານສາກົນ​ຕາມທາງລົດໄຟລາວ-ຈີນ ໄດ້ເພີ່ມຈາກ 300 ບ່ອນມາເປັນ 350 ບ່ອນ. ພ້ອມດຽວກັນນັ້ນ, ຍັງໄດ້ເພີ່ມທະວີການປະສານສົມ​ທົບກັບອົງການຈັດຕັ້ງທາງລົດໄຟທັງພາຍໃນ ແລະ ຕ່າງປະເທດ, ມີການວາງແຜນລ່ວງໜ້າ ແລະ​ ໄດ້ປະຕິບັດມາດຕະການຫຼາຍຢ່າງ, ປັບປຸງມາດຕະການດ້ານການບໍລິການໃຫ້ສົມບູນ​ຢ່າງທັນການ, ວິໄຈກົດເກນການປ່ຽນແປງຂອງກະແສຜູ້ໂດຍສານຢ່າງ​ຖືກ​ຕ້ອງແມ່ນຍໍາ ແລະ ເພີ່ມຄວາມສາມາດ ໃນການຂົນສົ່ງໃຫ້ຫຼາຍກວ່າເກົ່າ. ສໍາລັບຜູ້ໂດຍສານ​ພິ​ເສດ, ເຊັ່ນ: ຜູ້ເຖົ້າ, ເດັກນ້ອຍ, ຜູ້ເປັນພະຍາດ, ຄົນພິການ, ຜູ້ຖືພາເປັນຕົ້ນ, ໄດ້ສະເໜີໃຫ້ມີການບໍລິການ​ພິ​ເສດ, ເພື່ອຮັບປະກັນການຂົນສົ່ງຜູ້ໂດຍສານໃນຍາມບຸນກຸດຈີນ 2024 ດໍາເນີນໄປຢ່າງເປັນລະບຽບຮຽບຮ້ອຍ, ໝັ້ນຄົງ ແລະ ປອດໄພ.
ຂ່າວ: Yang Yongquan

ນາງ ໄຕຣຸຍ ຫົວໜ້າ​ຈຸ​ພະ​ນັກງານປະຈໍາ ຂະບວນລົດໄຟ: “ກາ​ນຂົນສົ່ງຜູ້ໂດຍສານຂ້າມ​ຊາດໃນຍາມ ບຸນກຸດຈີນ” ຂອງຂ້າພະເຈົ້າ