ປີ 2024 ພວກເຮົາມາລົມເລື່ອງ “ ງົວ ”——“ຄອກ​ງົວ​ກໍ​ດີ​ເຊັ່ນ​ກັນ”

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2024-03-20 16:48:31

ຕ່ອງ​ໂສ້​ການ​ຜະ​ລິດ​ນົມ​ງົວ​ໄດ້​ກວມ​ທັງ​ອຸດ​ສາ​ຫະ​ກຳ​ທີ 1, ອຸດ​ສາ​ຫະ​ກຳ​ທີ 2 ແລະ ອຸດ​ສາ​ຫະ​ກຳ​ທີ 3, ​ຖ້າ​ຢາກ​ບັນ​ລຸ​ “ປອດ​ການ​ລະ​ບາຍ​ກາກບອນ​ດິ​ອອກ​ຊິດ” “ການ​ລະ​ບາຍ​ກາກບອນ​ດິ​ອອກ​ຊິດ​ຕ່ຳ” ແລະ “ການ​ລະ​ບາຍ ແລະ ການ​ບົວ​ລະ​ບັດ​ກາກບອນ​ດິ​ອອກ​ຊິດ​ດຸນ​ດ່ຽງ​ກັນ” ໃນ​ຕ່ອງ​ໂສ້​ການ​ຜະ​ລິດ​ທີ່​ຍາວ​ສົມ​ຄວນ​ແບບ​ນີ້ ຈະ​ຍາກຫຼາຍ. ພາຍຫຼັງ​ຢ້ຽມ​ຊົມ​ໂຮງ​ງານ​ແລ້ວ, ທ່ານ ​ລົງ​ເວີຍ​ ໄດ້​ເກີດ​ຄວາມ​ຄິດ​ໃນ​ໃຈຫຼາຍ​ຢ່າງ, ເລີຍ​ຕັດ​ສິນ​ໃຈ​ໄປ​ຢ້ຽມ​ຢາມ​ທົ່ງ​ລ້ຽງ​ສັດ​ສຸນ​ຕ້ຽນ​ຢຸນ​ນານ ​ຂອງບໍ​ລິ​ສັດ​ໂຢ່​ຣານມູ້​ເຢ້ ທີ່​ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ​ຢີ່​ລີ້ ທີ່​ເປັນ​ທົ່ງ​ຫຍ້າ​ລ້ຽງ​ງົວ​ນົມ.

“ເຮັດ​ແນວ​ໃດ, ຈຶ່ງ​ຈະ​ເຮັດ​ໃຫ້​ງົວ​ລະ​ບາຍ​ກາກບ​ອນ​ດິ​ອອກ​ຊິດ​ໜ້ອຍ?” “ອາ​ຫານ​ຂອງ​ງົວ​ຕ້ອງ​ພິ​ຖີ​ພິ​ຖັນ​ແນວ​ໃດ?”. ເມື່ອ​ເດີນ​ທາງ​ໄປ​ເຖິງ​ທົ່ງ​ລ້ຽງ​ສັດ​ແລ້ວ, ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ກໍ​ໄດ້ນໍາ ພາ​ທ່ານ​ໄປ​ຢ້ຽມ​ຊົມ “ຫ້ອງ​ອາ​ຫານ” ຂອງ​ງົວ. ຢູ່​ໃນ​ຄອກ​ງົວ​ລຽນ​ເປັນ​ແຖວ​ທີ່​ສະ​ອາດ, ງົວ​ນົມ​ ພັນ​ກວ່າ​ໂຕ​ ພວມ​ກິນຫົວ​ອາ​ຫານຕາມ​ສະ​ບາຍ. ເບິ່ງ​ແລ້ວ​ຄື​ຫຍ້າ​ທຳ​ມະ​ດາ, ແຕ່​ຕ້ອງ​ພິ​ຖີ​ພິ​ຖັນ​ທີ່​ສຸດ, ໃນ​ນັ້ນ​ຕ້ອງ​ມີ​ລຸ​ເຊິນ, ກ້ານ​ເຂົ້າ​ເບຼດິບ, ຫົວ​ອາ​ຫານ, ຫຍ້າ​ແກະ, ເຂົ້າໂອດ ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ, ຍັງ​ມີ​ເກືອ ແລະ ທາດ​ມູນມີ​ໂຄຼ​ ຈຳ​ນວນ​ໜຶ່ງ. ຫົວ​ອາ​ຫານ​ກາກບອນ​ຕ່ຳ​ເຫຼົ່າ​ນີ້ ບໍ່​ພຽງ​ແຕ່​ສາ​ມາດ​ຍົກ​ປະ​ສິດ​ທິ​ພາບ​ຂອງ​ຫົວ​ອາ​ຫານ​ເທົ່າ​ນັ້ນ, ແຕ່ຫາກ ຍັງ​ໄດ້ຫຼຸດ​ການ​ລະ​ບາຍ​ອາຍ​ເມ​ຕານ​ໃນ​ທ້ອງ​ງົວ. “ການ​ລະ​ບາຍ” ຂອງ​ງົວ​ໜ້ອຍ​ລົງ​ແລ້ວ, ການ​ລະ​ບາຍ​ກາກບອນ​ດິ​ອອກ​ຊິດ​ ກໍ​ໄດ້ຫຼຸດ​ລົງເຊັ່ນ​ກັນ. ບວກ​ກັບ​ການ​ປະ​ສົມ​ພັນ​ໃໝ່ ​ຕາມຫຼັກ​ວິ​ທະ​ຍາ​ສາດ, ​ລູກ​ຂອງ​ງົວ​ນົມ​ເຫຼົ່າ​ນີ້ ກໍ​ຈະ​ມີ​ພັນ​ທຸ​ກຳ “ກາກບອນ​ຕ່ຳ” ເຊັ່ນກັນ.

ນອກ​ຈາກ “ຫ້ອງ​ອາ​ຫານ​ທີ່​ມີ​ທາດ​ໂປ​ຣ​ຕິນ​ທີ່​ອຸ​ດົມ​ສົມ​ບູນ” ແລ້ວ, ຄອກ​ງົວ​ນົມ ​ກໍ​ເຮັດ​ໃຫ້​ທ່ານ​ ລົງ​ເວີຍ​ ຮູ້​ສຶກ​ເປີດ​ຫູ​ເປີດ​ຕາຫຼາຍ. ງົວ​ນົມ​ສາ​ມາດ “ຍ່າງ​ຕາມ​ສະ​ບາຍ” ໃນ​ຄອກ, ກຽມ​ນອນ​ເວັນໃນ “ຫ້ອງນອນສະ​ເພາະ ແລະ ຫັດ​ກາຍ​ຢູ່​ເດີ່ນ​ກິ​ລາ​ສະ​ເພາະ… ພາຍຫຼັງ​ໄດ້​ຢ້ຽມ​ຊົມ​ແລ້ວ, ທ່ານ ​ລົງ​ເວີຍ​ ເວົ້າ​ດ້ວຍ​ນ້ຳ​ສຽງ​ອິດ​ສາ​ວ່າ: “ຄອກ​ງົວ​ກໍ​ດີ​ເຊັ່ນ​ກັນ!”

ເມື່ອ​ໄປ​ຢ້ຽມ​ຊົມ​ທົ່ງ​ລ້ຽງ​ງົວ​ນົມ ​ທີ່ຢູ່​ໄກ​ແສນ​ໄກ​ແລ້ວ, ທ່ານ​ລົງ​ເວີຍ​ ກ່າວ​ອຸ​ທານ​ວ່າ:​ “ລ້ຽງ​ງົວ​ນົມ ມັນບໍ່​ແມ່ນ​ເລື່ອ​ງ​ງ່າຍ!”. ຄຳ​ເວົ້າ​ຂອງ​ທ່ານ​ ກໍ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ ຈາກ​ເຈົ້າ​ໜ້າ​ທີ່​ທົ່ງ​ລ້ຽງ​ສັດ​ເຊັ່ນ​ກັນ. ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ ກ່າວ​ວ່າ: ນອກ​ຈາກ​ຕ່ອງ​ໂສ້​ການ​ຜະ​ລິດ​ນົມ​ງົວ​ກາກບອນ​ຕ່ຳຄົບ​ຊຸດ​ແລ້ວ, ​ການ​ປະ​ດິດ​ສ້າງ​ໃໝ່​ ຂອງຖັນ​ແຖວ​ພະ​ນັກ​ງານ ​ທີ່​ມີ​ລະ​ດັບ​ວິ​ຊາ​ການ​ສູງ ກໍ​ເປັນ​ປັດ​ໄຈ​ສຳ​ຄັນ​ຢ່າງ​ໜຶ່ງ ທີ່​ເຮັດ​ໃຫ້​ນົມ​ງົວ “ກາກບອນ​ຕ່ຳ” ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ລູກ​ຄ້າຫຼາຍ. ບໍ​ລິ​ສັດ​ໂຢ່​ຣານ​ມູ້​ເຢ້​ ມີພະນັກງານລະດັບ ​ປະ​ລິນ​ຍາ​ເອກ 23 ຄົນ ແລະ ນັກ​ສຶກ​ສາ​ທີ່​ຮຽນ​ຈົບ​ຈາກ​ອາ​ເມ​ຣິ​ກາ 30 ກວ່າ​ຄົນ​ ໄດ້ ຮ່ວມ​ກັນ​ຄົ້ນ​ຄວ້າ​ເຕັກ​ນິກ​ການ ລ້ຽງ​ງົວ​ນົມ, ໄດ້​ສ້າງ​ຂັ້ນ​ຕອນ​ມາດ​ຕະ​ຖານ​ໃນ​ການ​ລ້ຽງ​ງົວ​ນົມ ທີ່​ເຜີຍ​ແຜ່​ໄດ້ 650 ກ​ວ່າ​ລາຍ​ການ. ເດືອນ​ມີ​ນາ​ປີ​ນີ້, ບໍ​ລິ​ສັດ​ຢີ່​ລີ້​ຢຸນ​ນານ​ ກຽມ​ຈະ​ຜະ​ລິດ​ນົມ​ສົ້ມ​ລົດ​ຊາດ​ອາ​ໂວກາ​ໂດ. ຍາມ​ຕາ​ເວັນ​ຄ້ອຍ​ຄ່ຳ, ທ່ານ​ ລົງ​ເວີຍ ​ໄດ້​ສິ້​ນ​ສຸດ​ການ​ຢ້ຽມ​ຊົມ​ຂອງ​ຕົນ. ໃນ​ຂະ​ນະນັ້ນ, ແສງ​ຕາ​ເວັນ​ໄດ້ຍ້ອມ​ສີ​ຄຳ​ໃຫ້​ແກ່​ຈອມ​ພູ ແລະ ສາດ​ໃສ່​ງົວ​ນົມ​ເຊັ່ນ​ກັນ. ນີ້​ເປັນ​ຊີ​ວິດ​ທີ່​ດີ​ງາມ​ສຳ​ລັບ​ງົວ​ນົມ ແລະ ຈະ​ສ້າງ​ຊີ​ວິດ​ທີ່​ດີ​ງາມ​ໃຫ້​ແກ່​ມະ​ນຸດ​ເຮົາ​ເຊັ່​ນ​ກັນ.

ຂ່າວ: Han Chengyuan, Huang Yixian, Zhang Ruogu, Li Wenjun; ພາບໂດຍ: Zhang Ruogu, Guo Yao

ປີ 2024 ພວກເຮົາມາລົມເລື່ອງ “ ງົວ ”——“ຄອກ​ງົວ​ກໍ​ດີ​ເຊັ່ນ​ກັນ”