ສະບາຍດີຕອນເຊົ້າ ຕ້າຫຼີ, ເມືອງທີ່ສາມາດມອງເຫັນພູເຂົາ ແລະ ທະເລ

2024-10-30 11:03:02

ເມືອງຕ້າຫຼີຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ແຂວງ​ຢຸນ​ນານ​ ແລະ ​ມີ​ຊື່​ສຽງ​ໃນ​ດ້ານ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ອຸດົມສົມບູນ​ ແລະ ​ປະຫວັດສາດ​ວັດທະນະທຳ​ທີ່​ເລິກ​ເຊິ່ງ. ທິວ​ທັດ​ທຳ​ມະ​ຊາດ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ເມືອງ ຕ້າຫຼີ ສ້າງເປັນ​ສະ​ເໜ່ອັນພິເສດຂອງມັນ. ພູຊາງຊານເປັນ​ສາຍພູ​​ສັນ​ຍະລັກ​ຂອງ ຕ້າຫຼີ, ປະ​ກອບ​ດ້ວຍ​ພູ​ເຂົາ 19 ຈອມ ທີ່​ປົກ​ຫຸ້ມໄປ​ດ້ວຍ​ຫິ​ມະ​ຕະ​ຫຼອດທັງ​ປີ ​ແລະ ​ມີສາຍ​ນໍ້າໄດ້ໄຫຼຜ່ານຮ່ອມ​ພູ​ເຂົາ, ຈຶ່ງເປັນ​ສະ​ຖານ​ທີ່​​ດີ​ຢ້ຽມສໍາ​ລັບ​ການ​ປີນ​ພູ​ ແລະ ການຍ່າງ​ປ່າ​​. ທະເລສາບເອີໄຮເປັນທະເລສາບທີ່ສວຍງາມທີ່ມີນໍ້າສະອາດ, ຂີ່ລົດຖີບ ຫຼື ຂີ່ເຮືອອ້ອມທະເລສາບ ແມ່ນກິດຈະກໍາທີ່ນັກທ່ອງທ່ຽວມັກໄປເຮັດ.

​ເມືອງ​ເກົ່າ​ຕ້າຫຼີເປັນສັກຂີພິຍານຂອງ​ປະຫວັດສາດ​ແລະ​ວັດທະນະ​ທໍາ ​ທີ່​ໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ດີ​ໃນ​ກໍາ​ແພງ​ນະຄອນບູຮານ​ ແລະ​ ສິ່ງ​ກໍ່ສ້າງ​ບູຮານ​ເຊັ່ນ: 3 ທາດຂອງວັດຊົ່ງ​ເສິງ​ ແລະ ​ເມືອງບູຮານຕ້າຫຼີ ເປັນຕົ້ນ, ວັດຖຸບູຮານເຫຼົ່ານີ້ບໍ່ພຽງແຕ່ໄດ້ສະແດງວັດທະນະທໍາປະຫວັດສາດຂອງຕ້າຫຼີ, ຫາກຍັງທໍາໜ້າທີ່ເປັນປ່ອງຢ້ຽມໃຫ້ແກ່ນັກທ່ອງທ່ຽວໄປຮັບຮູ້ເຂົ້າໃຈເຖິງວັດທະນະທໍາຊົນເຜົ່າປາຍອີກດ້ວຍ. ຊົນເຜົ່າປາຍ ແມ່ນຊົນເຜົ່າຫຼັກຂອງເມືອງຕ້າຫຼີ ແລະ ດຶງດູດນັກທ່ອງທ່ຽວດ້ວຍຮູບແບບສະຖາປັດຕະຍະກໍາ, ຊຸດເສື້ອຜ້າອາພອນ ແລະ ງານສະເຫຼີມສະຫຼອງທີ່ເປັນເອກະລັກສະພິເສດຂອງມັນ.

ນອກ​ນີ້, ​ເມືອງ​ຕ້າຫຼີຍັງ​ເປັນ​ຂົວ​ຂ້າມ​ຂອງ​ຫຼາຍ​ວັດທະນະທໍາ​ທາງ​ປະຫວັດສາດ, ​ແມ່ນ​ເມືອງ​ຫຼວງ​ຂອງ​ອານາຈັກ​ໜານ​ຈາວ ແລະ ​ອານາຈັກ​ຕ້າຫຼີຢູ່ໃນປະຫວັດສາດ, ເຊິ່ງໄດ້ຫຼົງເຫຼືອມໍລະດົກວັດທະນະທໍາອັນອຸດົມສົມບູນໃຫ້ແກ່ລຸ້ນຫຼັງ. ຈັງຫວະຊີວິດຢູ່ທີ່ນີ້ແມ່ນສະບາຍ ແລະ ສະພາບອາກາດກໍເໝາະສົມ, ມັນເປັນສະຖານທີ່ທີ່ດີໃນການຜ່ອນຄາຍ ແລະ ສໍາຜັດປະສົບການຈັງຫວະຊີວິດອັນຊ້າໆ.

ສະບາຍດີຕອນເຊົ້າ ຕ້າຫຼີ, ເມືອງທີ່ສາມາດມອງເຫັນພູເຂົາ ແລະ ທະເລ