ນັ່ງຢູ່ຫ້ອງອ່ານປຶ້ມກ້າວໄປສູ່ໂລກ

ແຫຼ່ງຂ່າວ:CHAMPA   |    2024-04-24 17:59:24

“ຂ້ອຍເກີດປີ 1931, ປີນີ້ 93 ປີແລ້ວ, ອາຍຸສູງຫຼາຍແລ້ວ, ໂຕຂ້ອຍເອງແມ່ນບັນນາທິການທີ່ບຳນານແລ້ວ, ນີ້ກໍຄືສິ່ງທີ່ຂ້ອຍເປັນ.” ເຖິງແມ່ນວ່າອິນເຕີເນັດເຮັດໃຫ້ໂລກນີ້ພຽງກັນ, ໃນຫຼາຍໆດ້ານພວກເຮົາກໍກ້າວໄປພ້ອມໆກັບໂລກ, ແຕ່ວ່າກໍຄືກັບທີ່ ທ່ານ ຈົງຊູເຫີ (Zhong Shuhe) ກ່າວໄວ້, ໃນດ້ານໂລກະທັດ, ອຸດົມຄະຕິຂອງໂລກ ແລະ ຄວາມຮູ້ຂອງໂລກພວກເຮົາກໍຍັງຄົງມີບ່ອນທີ່ຂາດເຂີນຢູ່.

ໃນນາມທີ່ເປັນບັນນາທິການອາວຸໂສໃນແວດວົງການພິມ, ທ່ານ ຈົງຊູເຫີ ໃຊ້ຄອມພິວເຕີບໍ່ເປັນ, ບໍ່ໄດ້ພາສາຕ່າງປະເທດ, ທັງບໍ່ລຶ້ງເຄີຍໃນການໃຊ້ໂທລະສັບ. ແມ່ນແຕ່ການເຮັດປຶ້ມ, ກໍແມ່ນເລີ່ມຕອນທີ່ອາຍຸ 49 ປີ. ໃນປີ 1949. ທ່ານ ຈົງຊູເຫີ ທີ່ຮຽນຢູ່ມໍຫ້າກໍໄດ້ສະໝັກສອບເສັງເຂົ້າຫ້ອງຝຶກອົບຮົມພະນັກງານດ້ານຂ່າວສານ, ຫຼັງຈາກນັ້ນໄດ້ເຂົ້າໄປໃນສຳນັກງານໜັງສືພິມແຫ່ງໜຶ່ງໃນແຂວງຫູໜານ(Hunan), ກາຍເປັນນັກຂ່າວຜູ້ໜຶ່ງ. ປີ 1979, ລາວໄດ້ຖືກຍ້າຍໄປເຮັດວຽກບັນນາທິການຢູ່ສຳນັກພິມປະຊາຊົນຫູໜານ, ເລີ່ມຕົ້ນເປັນຫົວໜ້າກອງບັນນາທິການ “ປຶ້ມຊຸດສະສົມວ່າດ້ວຍການກ້າວສູ່ໂລກ” ໃນທັນທີ.

ໃນຕອນນັ້ນລາວບໍ່ເຄີຍອອກນອກປະເທດ, ທັງຍັງບໍ່ຄ່ອຍໄດ້ອອກເດີນທາງຈາກຫູໜານ, ແຕ່ວ່າລາວກໍໄດ້ຜ່ານປຶ້ມຊຸດສະສົມນີ້, ບໍ່ພຽງແຕ່ສະແດງອອກເຖິງຄວາມສຳຄັນຂອງ “ການກ້າວສູ່ໂລກ”, ທັງຍັງໄດ້ຈິນຕະນາການ ແລະ ສ້າງໂລກໜຶ່ງຂຶ້ນມາ. ທ່ານ ຈົງຊູເຫີເຂົ້າໃຈວ່າ, ສໍາລັບບັນຫາຂອງຈີນໃນສະໄໝໃໝ່, ກໍເລີ່ມຈາກແຫຼ່ງກຳເນີດຂອງຂະບວນວິວັດການຫັນເປັນທັນສະໄໝ, ຄືໃນຊ່ວງປາຍຂອງລາຊະວົງຊິງ (Qing), ກໍໄດ້ນຳຫາສະຖານທີ່ທີ່ຄົນຈີນຊຸດທຳອິດໄດ້ແນມເຫັນ ແລະ ສຳຜັດໃນການກ້າວໄປສູ່ທົ່ວໂລກໃນຕອນນັ້ນ.

ຈາກຄວາມຄິດຂອງທ່ານ ຈົງຊູເຫີ, ຖ້າວ່າສາມາດນຳເອົາບັນທຶກເຫຼົ່ານີ້ມາລວມກັນ, ໃນບັນຍາກາດໂດຍລວມຂອງຍຸກເລີ່ມຕົ້ນຂອງການເປີດປະຕູສູ່ພາຍນອກ, ພ້ອມດຽວກັນຍັງສາມາດນຳເອົາຄວາມຮູ້ສຶກສົດໃໝ່ ແລະ ຄວາມຮູ້ສຶກທີ່ສັ່ນສະເທືອນມາໃຫ້ຄົນຈີນ. ໃນການໃຫ້ສຳພາດລາວເຄີຍເວົ້າເຖິງມາດຕະຖານການຄັດເລືອກວ່າ: “ພວກເຮົາບໍ່ພຽງຮັບແຕ່ຄົນທີ່ເຮົາຄິດວ່າກ້າວໜ້າເທົ່ານັ້ນ, ພວກເຮົາໄດ້ເກັບລວບລວມບັນທຶກຄວາມຈິງຂອງຄົນຈີນທີ່ກ້າວໄປສູ່ທົ່ວໂລກໃນຕອນນັ້ນຢ່າງກວ້າງຂວາງ. ແຕ່ວ່າມີຂໍ້ໜຶ່ງ, ຜູ້ຂຽນຕ້ອງແມ່ນບັນທຶກສິ່ງທີ່ຕົນໄດ້ສຳຜັດ ແລະ ໄດ້ເຫັນດ້ວຍຕົນເອງ, ສິ່ງທີ່ຂຽນແມ່ນຄວາມຄິດຂອງຕົນເອງ. ຄົນທີ່ບໍ່ໄດ້ໄປຕ່າງປະເທດ, ແລະ ນັ່ງຂຽນຢູ່ຈີນແມ່ນບໍ່ຮັບ.”

ປຶ້ມຊຸດສະສົມນີ້ໄດ້ເກັບລວມເອົາບົດຄວາມທີ່ເປັນຄວາມຮູ້ທາງປັນຍາຂອງນັກສຶກສາທີ່ໄປຮຽນຕ່າງປະເທດ, ໄປເປັນນັກການທູດ, ປະສົບການທ່ອງທ່ຽວ ແລະ ການສຳຫຼວດໃນຍຸກສະໄໝໃໝ່ຂອງປະເທດຈີນຊຸມປີ 1840 ຫາປີ1911, ກໍແມ່ນບັນທຶກໃນໄລຍະຕົ້ນຂອງຄົນຈີນທີ່ໄດ້ກ້າວໄປສູ່ທົ່ວໂລກ ແລະ ສຳຫຼວດອະລິຍະທຳສະໄໝໃໝ່. ການຕີພິມ “ປຶ້ມຊຸດສະສົມວ່າດ້ວຍການກ້າວສູ່ໂລກ” ກໍໄດ້ດຶງດູດແຮງສັ່ນສະເທືອນໃນດ້ານການສຶກສາ, ຄວາມຄິດແລະ ວົງການວັດທະນະທຳ. ທ່ານ ຈົງຊູເຫີໄດ້ກ່າວເຖິງເຫດຜົນຂອງການຕີພິມວ່າ: “ປຶ້ມເຖິງແມ່ນວ່າເປັນປຶ້ມທີ່ເກົ່າແກ່, ແຕ່ວ່າຜູ້ອ່ານພັດແມ່ນຄົນຍຸກໃໝ່. ໃນການຈັດລະບຽບປຶ້ມເກົ່າແກ່ເພື່ອຕີພິມນັ້ນ, ຄວນຊີ້ນຳໃຫ້ຜູ້ອ່ານເບິ່ງໄປທາງໜ້າ, ປະເຊີນໜ້າກັບອະນາຄົດບໍ່ແມ່ນປະເຊີນໜ້າກັບອະດີດ.”

ສອງປີກ່ອນ, ລາວເປັນລົມໝົດສະຕິເຮັດໃຫ້ເປັນອຳມະພາດເຄິ່ງໜຶ່ງ, ນອນໂຮງໝໍເຄິ່ງປີ, ການເຄື່ອນໄຫວບໍ່ສະດວກ, ແມ່ນແຕ່ການກິນເຂົ້າ, ອ່ານປຶ້ມ, ຂຽນໜັງສືກໍພົບກັບອຸປະສັກ. ແຕ່ລາວໄດ້ອອກປຶ້ມ “ຊຸດສະສົມຈົງຊູເຫີ”ຈຳນວນສິບຫົວຢ່າງຕໍ່ເນື່ອງກັນລວມເຖິງຊຸດສະສົມບົດຄວາມບັນທຶກທົ່ວໄປ ແລະ ບົດຄວາມຍ່ອຍຈຳນວນໜຶ່ງໃນຂະນະທີ່ລາວຍັງຢູ່ເທິງຕຽງໂຮງໝໍ.

ທ່ານ ຈົງຊູເຫີເວົ້າວ່າ, ມະນຸດທັງໝົດແຕ່ໃດມາກໍກະແຈກກະຈາຍແລະເປັນກຸ່ມກ້ອນ, ດຳລົງຢູ່ແລະເພິ່ງພາອາໄສຢ່າງໂດດດ່ຽວ, ໄດ້ຄ່ອຍໆກ້າວສູ່ຄວາມສີວິໄລໃນທົ່ວໂລກ. ປັດຈຸບັນ, ຈີນ ແລະ ໂລກໄດ້ລວມກັນເປັນເອກະພາບອັນໜຶ່ງອັນດຽວ, ຍິ່ງຄວນກ້າວໄປສູ່ໂລກ.

ນັ່ງຢູ່ຫ້ອງອ່ານປຶ້ມກ້າວໄປສູ່ໂລກ