ເປັນຫຍັງຈຶ່ງຫໍສະໝຸດໃນໂລກນີ້

2024-04-23 18:17:27

35 ປີມານີ້, ນາງ ຢາງຊູ້ສິ່ວ(Yang Suqiu) ໄດ້ດໍາລົງຊີວິດໃນໂຮງຮຽນ: ເກີດຢູ່ຫໍຄູອາຈານ, ໄດ້ເຕີບໃຫຍ່ຢູ່ເຂດຫໍພັກອາຈານ, ຫລັງຈາກໄດ້ຮຽນຈົບປະລິນຍາເອກວິຊາວັນນະຄະດີ,ລາວກໍເປັນອາຈານສອນຢູ່ມະຫາວິທະຍາໄລ. ໃນໄລຍະເວລາທີ່ດົນນານນັ້ນ, ລາວໄດ້ດໍາລົງຊີວິດການເປັນຢູ່ທີ່ສະຫງົບ ແລະ ງ່າຍດາຍ, ພຽງແຕ່ໄປເຮັດວຽກທາງດ້ານການສຶກສາຄົ້ນຄວ້າ ແລະ ກຽມພ້ອມການສອນ, ໄດ້ຈັດວາງແຜນການດໍາລົງຊີວິດທີ່ຮຽບຮ້ອຍ. ໃນລະດູໃບໄມ້ປົ່ງ ປີ 2020, ນາງ ຢາງຊູ້ສິ່ວ ໄດ້ຍື່ນໃບສະເໜີຍົກຍ້າຍໜ້າທີ່ແຕ່ຍັງຂຶ້ນກັບອົງການເກົ່າ ແລະ ໄປຝຶກງານຢູ່ທ້ອງຖິ່ນ, ຫຼັງຈາກນັ້ນ, ລາວໄດ້ເລີ່ມຕົ້ນປະຕິບັດວຽກງານໃນລັດຖະບານເປັນເວລາໜຶ່ງປີ, ແລະ ດໍາລົງຕໍາແໜ່ງເປັນຮອງຫົວໜ້າຫ້ອງການວັດທະນະທໍາ ທ່ອງທ່ຽວ ແລະ ກິລາ ຂອງເຂດເປີຍລິນ (Beilin) ນະຄອນຊີອ່ານ(Xi’an).

“ອາທິດທໍາອິດທີ່ຍົກຍ້າຍໜ້າທີ່, ມີຄົນບອກໃຫ້ຂ້ອຍໄປເປັນຜູ້ຮັບຜິດຊອບກໍ່ສ້າງຫໍສະໝຸດຫຼັງໜຶ່ງ, ຫລັງຈາກຂ້ອຍໄດ້ລົມກັບທ່ານ ສຽນິນ ຫົວໜ້າ ຫໍສະໝຸດທີ່ຖືກມອບໝາຍໄປກໍ່ສ້າງຫໍສະໝຸດ, ຈຶ່ງຮູ້ວ່າທີ່ນີ້ບໍ່ມີຫໍສະໝຸດຂອງເຂດເປີຍລິນ (Beilin) ນີ້ເອງ.”

ຫໍສະໝຸດລະດັບເຂດກວມເອົາເນື້ອທີ່ບໍ່ຕໍ່າກວ່າ 3.000 ຕາແມັດ ຕາມລະບຽບການທີ່ໄດ້ກໍານົດໄວ້. ເວລາໄດ້ຮັບເອກະສານແຜນຜັງ, ນາງ ຢາງຊູ້ສິ່ວກໍຈໍາເປັນຕ້ອງໄດ້ປະເຊີນໜ້າກັບບັນຫາທີ່ຫຍຸ້ງຍາກຄາໃຈອັນໜຶ່ງ: ທີ່ຢູ່ຫໍສະໝຸດແມ່ນຕັ້ງຢູຊັ້ນໃຕ້ດິນ ຈຶ່ງແສງບໍ່ສະຫວ່າງພໍ, ພື້ນດິນເປັນຫຼຸບໆໂນນໆ, ຝາເປ່ເພ, ສາຍໄຟຟ້າພົ້ນອອກມາ, ບໍ່ມີບ່ອນໃດເປັນບ່ອນທີ່ໜ້າພໍໃຈ—ສະພາບການດັ່ງກ່າວນີ້ເປັນສະພາບການທີ່ລາວເຂົ້າມາເປັນເທື່ອທໍາອິດ ທີ່ຢູ່ຫໍສະໝຸດທີ່ຕັ້ງຢູ່ຊັ້ນໜຶ່ງໃຕ້ດິນຂອງຮ້ານຄ້າ.

ງົບປະມານຈໍານວນ 1,8 ຕື້ຢວນ, ເວລາພຽງ 3 ເດືອນກວ່າ, ນາງ ຢາງຊູ້ສິ່ວ ແລະ ທ່ານ ສຽວນິນ ຫົວໜ້າຫໍສະໝຸດ ຕ້ອງສໍາເລັດໜ້າທີ່ຄືດັ່ງລຸ່ມນີ້: ຈັດການປະມູນ, ສ້ອມແປງ ແລະ ຕົບແຕ່ງສະຖານທີ່, ການກວດຮັບອຸປະກອນດັບເພີງ ແລະ ການປ້ອງກັນອັກຄີໄພ, ຈັດວາງໂຕະ ແລະ ຕັ່ງນັ່ງ, ການປັບທົດລອງເຄື່ອງຈັກໄຟຟ້າ, ການຈັດສາລະບານ ແລະ ວາງໄວ້ຢູ່ຮ້ານໃສ່ປຶ້ມ, ການຮັບສະໝັກພະນັກງານ, ການອົບຮົມ ແລະ ເຂົ້າເຮັດວຽກ...ບໍ່ມີຜູ້ຊ່ວຍວຽກ, ແລະ ລ້ວນແຕ່ບໍ່ແມ່ນມືອາຊີບ, ພວກເຂົາພຽງແຕ່ທັງຮຽນທັງເຮັດ.

ໃນເລື່ອງເລັກໆນ້ອຍໆດັ່ງກ່າວນີ້, ສິ່ງທີ່ເຮັດໃຫ້ນາງ ຢາງຊູ້ສິ່ວ ຮູ້ສຶກຕື່ນເຕັ້ນ ແລະ ອອກເຫື່ອແຮງຫຼາຍທີ່ສຸດ ແມ່ນການຮຽບຮຽງ ແລະ ຄັດເລືອກລາຍການປຶ້ມ.

ຜູ້ຄ້າຂາຍປຶ້ມ ພາກັນເຂົ້າມາຫ້ອງການຂອງ ນາງ ຢາງຊູ້ສິ່ວ, ໄດ້ຍື່ນນາມບັດໃຫ້ລາວ, ແຕ່ລາຍການປຶ້ມທີ່ພວກເຂົາເຈົ້າສົ່ງມານັ້ນ ເຮັດໃຫ້ນາງຕົກສະເງິ. ປຶ້ມສ່ວນຫຼາຍແມ່ນປຶ້ມທີ່ໃຫ້ກໍາລັງໃຈ ແຕ່ບໍ່ມີຄວາມໝາຍຫຍັງ ຫຼື ນະວະນິຍາຍ, ເຊິ່ງບໍ່ສາມາດຊອກຫາການຕີລາຄາໃນເວັບໄຊ. ປຶ້ມປະພັນອະມະຕະ ແລະ ສໍານັກພິມທີ່ດີເດັ່ນຖືກຍົກເລີກ.“ປຶ້ມທີ່ຂາຍບໍ່ດີ,ຄ້າງໄວ້ຢູ່ສາງ ແລະ ປຶ້ມທີ່ບໍ່ມີຜູ້ອ່ານ ແຕ່ນັກຂຽນຈ່າຍເງິນພິມຈໍາໜ່າຍອອກ, ປຶ້ມເຫຼົ່ານີ້ລ້ວນແຕ່ສະເໜີໃຫ້ຂ້ອຍ.” ຈາກນັ້ນ, ນາງ ຢາງຊູ້ສິ່ວ ຕັດສິນໃຈຮຽບຮຽງລາຍການປຶ້ມ ແລະ ຄັດເລືອກປຶ້ມດ້ວຍຕົນເອງ.

ລາວໄປຂໍຄໍາຄິດຄໍາເຫັນທາງສື່ອອນລາຍ ເວີຍໂປ (Weibo), ນໍາເອົາຫຼັກການຮຽບຮຽງສາລະບານຂອງຫໍສະໝຸດເຂດອື່ນເປັນຂໍ້ອ້າງອິງ, ຊອກຫາລາຍການປຶ້ມທີ່ຂາຍດີທາງອອນລາຍ, ຈໍາແນກຂໍ້ມູນກ່ຽວກັບຜູ້ຂຽນໝາຍເຫດ ແລະ ນັກແປພາສາ, ຕົກລົງປຶ້ມສະບັບທີ່ແປ...“ສິ່ງທີ່ຂ້ອຍລະມັດລະວັງເປັນພິເສດ ແມ່ນຂ້ອຍໄດ້ຄັດເລືອກປຶ້ມທີ່ເໝາະສົມກັບຄວາມສົນໃຈຂອງຕົນ ເຂົ້າໃນລາຍການປຶ້ມຂອງຫໍສະໝຸດເຂດ, ເຮັດຈັ່ງຊີ້ມັນບໍ່ຖືກ.” ເພື່ອເຮັດໃຫ້ລາຍການປຶ້ມມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນ, ນາງ ຢາງຊູ້ສິ່ວ ໄດ້ເປີດລາຍການຕິດຕໍ່ໂທລະສັບຂອງຕົນ, ໃຫ້ໝູ່ເພື່ອນມາສະເໜີລາຍການປຶ້ມ, ໃນນີ້, ມີບັນນາທິການຂອງສໍານັກພິມ, ອາຈານສອນຂອງມະຫາວິທະຍາໄລ, ອາຈານສອນເປຍໂນ, ນັກປັດຊະຍາ, ນອກນີ້ຍັງມີເຈົ້າຂອງເຮືອນພັກໂຮມສະເຕ(Homestay), ແມ່ຍິງທີ່ເກີດລູກໃນວັນມໍ່ໆມານີ້, ຜູ້ເຖົ້າຜູ້ແກ່...ລາວໄດ້ພະຍາຍາມເຮັດໃຫ້ກຸ່ມຄົນທີ່ສະເໜີລາຍການປຶ້ມນີ້ເປັນກຸ່ມຄົນທີ່ມີເພດ ອາຍຸ ວິຊາການ ລະດັບການສຶກສາທີ່ແຕກຕ່າງກັນ.

ເປັນຫຍັງຕ້ອງມີຫໍສະໝຸດ? ຫໍສະໝຸດຊົ່ວຄາວຫຼັງໜຶ່ງ, ມີແຕ່ຈໍານວນຄົນໜ້ອຍດຽວເຂົ້າມາໃນມື້ລັດຖະການ, ມີຄວາມໝາຍຫຍັງທີ່ລົງທຶນ ແລະ ນໍາໃຊ້ແຮງງານຫຼາຍປານນີ້? ການຕັ້ງຫົວຂໍ້ຖາມທັງໝົດເຫຼົ່ານີ້, ທີ່ຈິງມັນໄດ້ຊີ້ໃຫ້ເຫັນຄໍາຖາມທີ່ເລິກເຊິ່ງກວ່າ: ຫໍສະໝຸດແມ່ນສ້າງເພື່ອໃຜ?

ເມື່ອນາງຢາງຊູ້ສິ່ວ ຮູ້ຈັກກັບນາງພັນເຢ້(Pan Yue) ຜູ້ເປັນຄົນຕາບອດ, ພັນເຢ້ ຍັງບໍ່ມີເພື່ອນຕາບອດ, ບໍ່ເຄີຍເຂົ້າຮຽນຢູ່ໂຮງຮຽນຄົນຕາບອດ, ແລະ ກໍບໍ່ຮູ້ຕົວໜັງສືຄົນຕາບອດ. ແຕ່ພັນເຢ້ ຢາກແຮງຟັງການອ່ານປຶ້ມ ແລະ ຫຼິ້ນອິນເຕີເນັດ, ຫໍສະໝຸດເຂດເປີຍລິນ ໄດ້ຕອບສະໜອງຄວາມຕ້ອງການນີ້.

ນາງ ຢາງຊູ້ສິ່ວໄດ້ຮັບຮູ້ວ່າ ຫໍສະໝຸດເປັນສະຖານທີ່ລຶບລ້າງຄວາມແຕກຕ່າງກັນທາງດ້ານຖານະບົດບາດ, ໂດຍສະເພາະແມ່ນຫໍສະໝຸດເຂດ ແລະ ເມືອງ, ເຊິ່ງຕ້ອງໄດ້ຮັບໃຊ້ໃຫ້ແກ່ກຸ່ມຄົນທີ່ມີລາຍຮັບຕໍ່າ ແລະ ດ້ອຍໂອກາດຫຼາຍກວ່າ.

ລາວຄິດວ່າ ການເປັນຮອງຫົວໜ້າຫ້ອງການວັດທະນະທໍາ ແລະ ທ່ອງທ່ຽວ, ການກໍ່ສ້າງຫໍສະໝຸດຫຼັງໜຶ່ງທີ່ມີເນື້ອທີ່ກວມເອົາ 3.000 ຕາແມັດ, ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນເລື່ອງນ້ອຍໂພດ. ແຕ່ການອ່ານພັດແມ່ນເລື່ອງໃຫຍ່ທີ່ຈະພາໃຫ້ມີຜົນສະທ້ອນຕະຫຼອດຊີວິດ. “ຫລັງຈາກໄດ້ອ່ານປຶ້ມແລ້ວ, ເຈົ້າຕ້ອງຄິດເບິ່ງວ່າປັດຈຸບັນນີ້ຈະເຮັດຈັ່ງໃດ. ມັນຈຶ່ງຈະສາມາດຊ່ວຍເຈົ້າໄດ້.”

ເປັນຫຍັງຈຶ່ງຫໍສະໝຸດໃນໂລກນີ້