ນາງ ຈາງສຽວຢຽນ ຜູ້ຕາງໜ້າ ສູນທ່ອງທ່ຽວວັດ ທະນະທໍາລາວ ​ກ່າວ ເຊີນ​ຊວນ ແລະ ຍິນດີຕ້ອນຮັບທ່ານມາທ່ຽວຊົມປະເທດລາວ ທີ່ສວຍສົດງົດງາມ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2024-04-19 18:53:46

ລາຍການ “ອູຮາ” (WUHA) ເປັນ​ລາຍ​ການ​ທ່ອງທ່ຽວຂະໜາດໃຫຍ່ ທີ່ໄດ້ຮັບຄວາມນິຍົມຊົມ​ຊອບ​ຫຼາຍຢູ່ຈີນ, ໃນ​ລາຍ​ການ​ພາກ​ທີ 4, ເຂົາເຈົ້າໄດ້ເດີນ​ທາງມາເຖິງປະເທດລາວ ທີ່ຈຸດໝາຍປາຍທາງແຫ່ງໜຶ່ງທີ່ມີທິວທັດທຳ​ມະ​ຊາດ​ທີ່ສວຍສົດ​ງົດງາມ ແລະ ມີ​ວັດ​ທະ​ນະ​ທຳ​ທີ່ຫຼາກຫຼາຍ​ສີ​ສັນ. ທີມ​ງານຖ່າຍທຳໄດ້​ຮູ້​ສຶກ​ມີຄວາມສົດຊື່ນ ແລະ ໄດ້​ພົບ​ເລື່ອງ​ແປກໆ​ມ່ວນໆຫຼາຍ​ເລື່ອງ​ ໃນ​ເວ​ລາ​ຖ່າຍ​ທຳ​ລາຍ​ການ​ຢູ່​ລາວ, ຍັງໄດ້ເປັນສັກຂີພິຍານ​ໃຫ້​ເຫັນຄວາມສຸກ ແລະ ໂອກາດທີ່ນໍາມາຈາກການຮ່ວມສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”.

ການໄປຖ່າຍທຳລາຍການຢູ່ລາວເທື່ອນີ້ ເປັນໜຶ່ງໃນຜົນງານຂອງສູນທ່ອງທ່ຽວວັດທະນະທໍາ ລາວ ເພື່ອໂຄສະນາຊັບພະຍາກອນການທ່ອງທ່ຽວຂອງ​ປະ​ເທດລາວເຂົ້າສູ່ປະເທດຈີນ, ພວກເຮົາໄດ້ອໍານວຍ​ຄວາມ​ສະ​ດວກ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງຕົນໃຫ້ແກ່ທີມ​ງານ​ຖ່າຍ​ທຳລາຍການ ແລະ ແຂກ​ທີ່​ມາ​ຮ່ວມ​ລາຍ​ການ ຫຼາຍດ້ານ, ເຊັ່ນ: ຂໍ​ໃບອະນຸຍາດການຖ່າຍທຳ, ການເຊື່ອຖືທາງວັດທະນະທໍາ, ການແປພາສາ, ການເດີນທາງ ແລະ ການປະສານງານສະຖານທີ່ ເປັນຕົ້ນ, ພ້ອມດຽວກັນນັ້ນ, ໃ​ນ​ໄລ​ຍະ​ທີ່​ທີມງານໄປທັດສະນະສຶກສາ ສະຖານທີ່ຖ່າຍທຳ ໃນໄລຍະຕົ້ນ, ພວກ​ເຮົາ​ໄດ້​ສະ​ເໜີ​ລາຍ​ການ​ຕ່າງໆ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ປະ​ເທດລາວ​ໃນ​ດ້ານ​ອາ​ຫານການກິນ, ​ທີ່​ພັກ​ເຊົາ, ການເດີນທາງ, ການ​ທ່ອງທ່ຽວ, ການຊື້​ສິນ​ຄ້າ ແລະ ການບັນເທີງໃຫ້ແກ່ທີມ​ງານ ເຊິ່ງໄດ້ເພີ່ມເນື້ອໃນຫຼາຍ​ຢ່າງ​ໃຫ້​ແກ່​ການ​ຖ່າຍ​ທຳລາຍການ, ບໍ່ພຽງແຕ່ເຮັດໃຫ້ບັນດາແຂກທີ່​ເຂົ້າ​ຮ່ວມ​ລາຍ​ການ​ສາ​ມາດສໍາຜັດ​ກັບ​ຮີດ​ຄອງ​ປະ​ເພ​ນີ​ຕ່າງໆ​ຂອງປະເທດລາວເທົ່າ​ນັ້ນ, ຍັງ​ເຮັດ​ໃຫ້​ຜູ້​ຊົມ​ປຽບເໝືອນ​ໄດ້​ມາ​ທ່ຽວ​ປະ​ເທດ​ລາວ​ດ້ວຍ​ຕົນ​ເອງ ​ຜ່ານ​​ການ​ຊົມລາຍ​ການ ດັ່ງ​ກ່າວ​ນີ້.

ແຂກ​ທີ່​ເຂົ້າ​ຮ່ວມ​ລາຍ​ການໄດ້ເຕົ້າໂຮມຢູ່ສະຖານີ​ລົດ​ໄຟບໍ່ຫານຂອງແຂວງຢຸນນານ ຈີນ, ພາຍຫຼັງມາ​ໄດ້​ແຈ້ງ​ອອກ​ເມືອງ, ຂີ່ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນ ເດີນ​ທາງອອກຈາກປະເທດຈີນ ຢ່າງສະດວກສະບາຍ, ແລ້ວເດີນ​ທາງໄປຮອດນະຄອນ-ຫຼວງພະບາງທີ່ເປັນເມືອງມໍ​ລະ​ດົກໂລກ. ແຂ​ກ​ທີ່​ເຂົ້​າ​ຮ່ວມ​ລາຍ​ການໄດ້​ຂີ່ລົດຕຸກໆໄປທ່ຽວຫຼິ້ນ, ໄດ້ໄປຍ່າງເລາະຕະຫຼາດກາງຄືນຫຼວງພະບາງ, ຍັງໄດ້​ໄປຂີ່ເຮືອຢູ່ຕາມແມ່ນໍ້າຂອງ, ​ໄປໂດດນໍ້າ​ຢູ່ວັງວຽງ, ໄປ​ເຕະກະຕໍ້ ​ແລະ​ ເຂົ້າ​ຮ່ວມ​ລາຍ​ການ​ອື່ນໆ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ປະ​ເທດ​ລາວ.

ໃນເວລາເດີນທາງ, ຍັງໄດ້​ພົບຫຼາຍ​ເລື່ອງ​ທີ່​ລືມ​ຍາກ, ເຊັ່ນ: ບັນດາແຂກໄດ້ເຕັ້ນ “ວິຊາສາມ” ທີ່ເປັນລາຍການເຕັ້ນຕະຫຼົກ ທີ່ໄດ້ຮັບຄວາມນິຍົມ​ຊົມ​ຊອບ​ທີ່​ສຸດ​ຢູ່​ຕາມ​ທາງອິນເຕີເນັດຢູ່​ຕາມເຮືອສຳ​ລານແມ່ນໍ້າຂອງ, ນອກຈາກນີ້, ພວກເຂົາຍັງໄດ້ສອນບັນດານັກຮຽນຂອງໂຮງຮຽນພາສາຈີນທ້ອງຖິ່ນຮ້ອງເພງ “ອະນາຄົດດີ​ງາມກວ່າ​ເກົ່າ” ແລະ ເພງອື່ນໆ ເຊິ່ງ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ຮູ້​ສຶກຊາບຊື້ງໃຈຫຼາຍ. ໃນການແຂ່ງໂດດນໍ້າທີ່ໜອງບລູລາກູນທີ່​ວັງ​ວຽງ, ແຂກ​ທີ່​ຮ່ວມ​ລາຍ​ການໄດ້ຊອກຫາ ຫຼື ຈັບ​ຄູ່ “ຄູ່ຮ່ວມກະໂດດນໍ້າ” ຢູ່​ກັບ​ບ່ອນນັ້ນ ກໍມີຫຼາຍຄົນຍາດ​ກັນ​ເຂົ້າ​ຮ່ວມ ເຊິ່ງ​ມີ​ບັນ​ຍາ​ກາດ​ຄຶກ​ຄື້ນ​ມ່ວນຊື່ນ​ທີ່​ສຸດ.

ປີ 2024 ບໍ່ພຽງແຕ່ເປັນປີທ່ອງທ່ຽວລາວ ເທົ່າ​ນັ້ນ, ຍັງເປັນປີແລກປ່ຽນວັດທະນະທໍາຈີນ-ອາຊຽນ; ເຊື່ອ​ໝັ້ນວ່າ: ພາຍຫຼັງ ລາຍການບັນເທີງ “ອູຮາ” ໄດ້​ອອກ​ອາ​ກາດ​ໄປແລ້ວ, ເສັ້ນທາງການທ່ອງທ່ຽວ ແລະ ລາຍການທ່ອງທ່ຽວທີ່ມີເອກະລັກພິ​ເສດ ທີ່ບັນດາແຂກເຄີຍເຂົ້າ​ຮ່ວມນັ້ນ ຈະກາຍເປັນຫົວຂໍ້ຈຸດ​ສຸມ ຫຼື ຫົວ​ຂໍ້​ທີ່​ສາ​ມາດ​ດຶງ​ດູດ ຜູ້​ຊົມໃນປະເທດຈີນ, ເຊິ່ງ​ຈະ​ເຮັດໃຫ້ນັກທ່ອງທ່ຽວຈີນໄປທ່ຽວລາວເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ.

ຮຽບຮຽງໂດຍ: Huang Yixian, Yang Chunmei

ນາງ ຈາງສຽວຢຽນ ຜູ້ຕາງໜ້າ ສູນທ່ອງທ່ຽວວັດ ທະນະທໍາລາວ ​ກ່າວ ເຊີນ​ຊວນ ແລະ ຍິນດີຕ້ອນຮັບທ່ານມາທ່ຽວຊົມປະເທດລາວ ທີ່ສວຍສົດງົດງາມ