ທ່ານສີຈິ້ນຜິງລົງສຳຫຼວດກອງທະຫານປະຈຳການຢູ່ມາກາວ ໂດຍເນັ້ນໃຫ້ເສີມສ້າງຄວາມສາມາດໃນການປ້ອງກັນປະເທດ
ເນື່ອງໃນໂອກາດເດີນທາງໄປເຂົ້າຮ່ວມກິດຈະກຳສະເຫຼີມສະຫຼອງມາກາວກັບຄືນສູ່ປະເທດຊາດຄົບຮອບ 25 ປີ, ວັນທີ 20 ທັນວານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ລົງສຳຫຼວດກອງກຳລັງຂອງກອງທັບປົດປ່ອຍປະຊາຊົນຈີນທີ່ປະຈຳການຢູ່ມາກາວ. ໂດຍຕາງໜ້າຄະນະກຳມະການສູນກາງພັກ ແລະ ຄະນະກຳມະການການທະຫານສູນກາງຈີນ, ທ່ານໄດ້ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈເຖິງນາຍ ແລະ ພົນທະຫານທຸກຖ້ວນໜ້າໃນກອງທະຫານປະຈຳການຢູ່ມາກາວ. ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຕ້ອງລົງເລິກຜັນຂະຫຍາຍແນວຄິດການສ້າງກອງທັບໃຫ້ເຂັ້ມແຂງໃນຍຸກໃໝ່, ຜັນຂະຫຍາຍທິດທາງຍຸດທະສາດດ້ານການທະຫານໃນຍຸກໃໝ່, ເພີ່ມທະວີການສ້າງກອງທັບຢ່າງຮອບດ້ານ, ເສີມສ້າງຄວາມສາສາມາດໃນການປະຕິບັດໜ້າທີ່ດ້ານການປ້ອງກັນປະເທດຢ່າງຮອບດ້ານ ແລະ ເສີມຂະຫຍາຍບົດບາດອັນສຳຄັນ ເພື່ອປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການສືບຕໍ່ສ້າງສະພາບການໃໝ່ຂອງພຶດຕິກຳຕົວຈິງຂອງ “ປະເທດດຽວສອງລະບອບ” ທີ່ມີສີສັນພິເສດຂອງມາກາວ.