ທ່ານສີຈິ້ນຜິງພົບປະກັບນາຍົກອິນເດຍ

ແຫຼ່ງຂ່າວ:CRI   |    2024-10-24 16:39:20

ຕອນບ່າຍວັນທີ 23 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານນາເຣນດຣາ ດາໂມດາດັສ ໂມດີ ນາຍົກລັດຖະມົນຕີອິນເດຍໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດບຣິກສຄັ້ງທີ 16 ຢູ່ນະຄອນຄາຊານຂອງຣັດເຊຍ.

ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ຈີນແລະອິນເດຍກຳກັບກະແສປະຫວັດສາດ ແລະທິດທາງການພັດທະນາຂອງການພົວພັນສອງຝ່າຍຢ່າງຖືກຕ້ອງ, ແມ່ນສອດຄ່ອງກັບຜົນປະໂຫຍດພື້ນຖານຂອງສອງປະເທດ ກໍຄືປະຊາຊົນສອງຊາດ. ສອງຝ່າຍຄວນເພີ່ມທະວີການແລກປ່ຽນ ແລະການຮ່ວມມື, ແກ້ໄຂຄວາມຂັດແຍ້ງກັນຢ່າງເໝາະສົມ, ຊ່ວຍເຫຼືອເຊິ່ງກັນແລະກັນເພື່ອເຮັດໃຫ້ຄວາມຝັນດ້ານການພັດທະນາຂອງສອງຝ່າຍປາກົດຜົນເປັນຈິງ. ສອງຝ່າຍຍັງຕ້ອງແບກຫາບໜ້າທີ່ຮັບຜິດຊອບສາກົນ, ເປັນແບບຢ່າງໃຫ້ປະເທດກຳລັງພັດທະນາຈຳນວນຫຼວງຫຼາຍຮ່ວມກັນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະກອບສ່ວນເຂົ້າໃນການຊຸກຍູ້ໃຫ້ໂລກຫັນເປັນຫຼາຍຂົ້ວ ແລະການຫັນເປັນແບບປະຊາທິປະໄຕຂອງການພົວພັນສາກົນ.

ທ່ານສີຈິ້ນຜິງພົບປະກັບນາຍົກອິນເດຍ