ທ່ານສີຈິ້ນຜິງສົ່ງສານຊົມເຊຍຕໍ່ກອງປະຊຸມສິດຊັບສິນທາງປັນຍາໂລກ2024ຂອງສະມາຄົມປົກປັກຮັກສາຊັບສິນທາງປັນຍາສາກົນ

ແຫຼ່ງຂ່າວ:CRI   |    2024-10-22 15:06:05

ວັນທີ 19 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍຕໍ່ກອງປະຊຸມສິດຊັບສິນທາງປັນຍາໂລກ 2024 ຂອງສະມາຄົມປົກປັກຮັກສາສິດຊັບສິນທາງປັນຍາສາກົນ.

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ຈີນເອົາໃຈໃສ່ການປົກປັກຮັກສາສິດຊັບສິນທາງປັນຍາມາໂດຍຕະຫຼອດ. ຈິນຍິນດີຮ່ວມກັບຝ່າຍຕ່າງໆ, ສືບຕໍ່ເພີ່ມທະວີການຮ່ວມມື, ປົກປັກຮັກສາລະບົບຫຼາຍຝ່າຍຂອງສິດຊັບສິນທາງປັນຍາສາກົນຢ່າງເດັດດ່ຽວ,ປະກອບສ່ວນສະຕິປັນຍາຈີນ ແລະ ແຜນການຈີນເພື່ອສ້າງສະພາບແວດລ້ອມສາກົນທີ່ມີຜົນດີຕໍ່ການພັດທະນາແບບປະດິດສ້າງໃໝ່, ຊຸກຍູ້ລະບົບຄຸ້ມຄອງສິດຊັບສິນທາງປັນຍາຂອງໂລກຂະຫຍາຍໄປສູ່ທິດທາງທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ.

ມື້ດຽວກັນ, ກອງປະຊຸມສິດຊັບສິນທາງປັນຍາໂລກ 2024 ຂອງສະມາຄົມປົກປັກຮັກສາສິດຊັບສິນທາງປັນຍາສາກົນ ໄດ້ຈັດຂຶ້ນຢູ່ນະຄອນຮາງໂຈ່ວ ແຂວງເຈີ້ຈ່ຽງຂອງຈີນ.

ທ່ານສີຈິ້ນຜິງສົ່ງສານຊົມເຊຍຕໍ່ກອງປະຊຸມສິດຊັບສິນທາງປັນຍາໂລກ2024ຂອງສະມາຄົມປົກປັກຮັກສາຊັບສິນທາງປັນຍາສາກົນ