ຈັດພິທີມອບຫຼຽນໄຊແຫ່ງຊາດແລະນາມມະຍົດແຫ່ງຊາດຢ່າງຍິ່ງໃຫຍ່ ທ່ານເລຂາທິການໃຫຍ່ສີຈິ້ນຜິງໄດ້ເຂົ້າຮ່ວມພິທີແລະກ່າວຄຳປາໄສທີ່ສຳຄັນ

ແຫຼ່ງຂ່າວ:CRI   |    2024-09-30 11:47:54

ຕອນເຊົ້າວັນທີ 29 ກັນຍານີ້, ພິທີມອບຫຼຽນໄຊແຫ່ງຊາດແລະນາມມະຍົດແຫ່ງຊາດຂອງ ສປ ຈີນໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງຂອງຈີນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ມອບ “ຫຼຽນໄຊສາທາລະນະລັດ” “ຫຼຽນໄຊມິດຕະພາບ” ແລະຫຼຽນນາມມະຍົດແຫ່ງຊາດໃຫ້ແກ່ບັນດາຜູ້ທີ່ໄດ້ຮັບຫຼຽນໄຊແຫ່ງຊາດແລະນາມມະຍົດແຫ່ງຊາດພ້ອມທັງໄດ້ກ່າວຄຳປາໄສທີ່ສຳຄັນ.

ຈັດພິທີມອບຫຼຽນໄຊແຫ່ງຊາດແລະນາມມະຍົດແຫ່ງຊາດຢ່າງຍິ່ງໃຫຍ່ ທ່ານເລຂາທິການໃຫຍ່ສີຈິ້ນຜິງໄດ້ເຂົ້າຮ່ວມພິທີແລະກ່າວຄຳປາໄສທີ່ສຳຄັນ