ທ່ານ ສີຈິ້ນຜິງ ຢູ່ຄຽງຂ້າງຄູອາຈານປະຊາຊົນ
ວັນທີ 10 ກັນຍານີ້ເປັນວັນຄູແຫ່ງຊາດຈີນຄົບຮອບ 40 ປີ.
ແຕ່ໃດໆມາ, ບໍ່ວ່າຈະເຮັດວຽກຢູ່ໃສກໍຕາມ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນຍາມໃດເພິ່ນກໍມີຄວາມຫ່ວງໃຍຕໍ່ຄູອາຈານທີີ່ເຄີຍສິດສອນເພິ່ນຢູ່ສະເໝີ.
ທ່ານ ສີຈິ້ນຜິງ ກ່າວວ່າ: ຄູອາຈານທີ່ເຄີຍສອນໃຫ້ຂ້າພະເຈົ້າແມ່ນມີຫຼາຍຄົນ, ຮອດປັດຈຸບັນຂ້າພະເຈົ້າຍັງຈື່ໂສມໜ້າຂອງພວກເພິ່ນໄດ້ດີ, ພວກເພິ່ນໄດ້ຖ່າຍທອດຄວາມຮູ້ກໍຄືອົບຮົມບົ່ມສອນຄຸນສົມບັດໃຫ້ຂ້າພະເຈົ້າ, ເຮັດໃຫ້ຂ້າພະເຈົ້າໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ.
ເດືອນກັນຍາປີ 2016, ທ່ານ ສີຈິ້ນຜິງ ໄດ້ໄປຢ້ຽມຢາມໂຮງຮຽນບ່າຢີ່ນະຄອນຫຼວງປັກກິ່ງເຊິ່ງເປັນໂຮງຮຽນທີ່ເພິ່ນເຄີຍສຶກສາຢູ່. ເມື່ອໄດ້ພົບພໍ້ຄູອາຈານໃນເວລານັ້ນ, ທ່ານ ສີຈິ້ນຜິງ ໄດ້ຈັບມືກັບທຸກໆຄົນດ້ວຍຮອຍຍິ້ມ.
ທ່ານ ສີຈິ້ນຜິງ ໄດ້ກ່າວຢ່າງຊາບຊຶ້ງວ່າ: “ຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດເມື່ອເຫັນວ່າບັນດາອາຈານທຸກຄົນລ້ວນແຕ່ມີສຸຂະພາບແຂງແຮງ. ໃນເມື່ອກ່ອນ, ບັນດາອາຈານແມ່ນມີຄວາມເຂັ້ມງວດທີ່ສຸດຕໍ່ພວກເຮົາ, ຕອນນີ້ເມື່ອຫວນຄືນແລ້ວຮູ້ສຶກວ່າ: ມັນເປັນປະໂຫຍດຕະຫຼອດຊີວິດ.”
ສໍາລັບຄູອາຈານທົ່ວໄປທີ່ສູ້ຊົນເຮັດວຽກຢູ່ຂັ້ນຮາກຖານ, ທ່ານ ສີຈິ້ນຜິງ ກໍມີຄວາມຫ່ວງໃຍຕໍ່ເຂົາເຈົ້າເຊັ່ນດຽວກັນ, ເພິ່ນເຄີຍກ່າວວ່າ: ຖ້າຫາກໃຜຄົນໜຶ່ງໄດ້ພົບອາຈານທີ່ດີຖືວ່າເປັນຄວາມໂຊກດີໃນຊີວິດ, ໂຮງຮຽນແຫ່ງໜຶ່ງມີຄູອາຈານທີ່ດີຖືວ່າເປັນກຽດສະຫງ່າຂອງໂຮງຮຽນ, ຊົນຊາດໜຶ່ງມີຄູອາຈານທີ່ດີປາກົດອອກມາຢ່າງບໍ່ຢຸດຢັ້ງຖືວ່າເປັນຄວາມຫວັງຂອງຊົນຊາດນັ້ນ.
ທ່ານ ສີຈິ້ນຜີງ ເອົາໃຈໃສ່ຕໍ່ສະພາບແວດລ້ອມການດໍາລົງຄົງຕົວຂອງຄູອາຈານທີ່ສຸດ, ເພິ່ນເຄີຍກ່າວຫຼາຍເທື່ອແລ້ວວ່າ: ທົ່ວສັງຄົມຕ້ອງອອກແຮງເສີມຂະຫຍາຍມູນເຊື້ອທີ່ດີໃນການເຄົາລົບຄູອາຈານ ແລະ ໃຫ້ຄວາມສໍາຄັນສູງຕໍ່ການສຶກສາ, ເຮັດໃຫ້ຄູອາຈານກາຍເປັນອາຊີບທີ່ໄດ້ຮັບຄວາມເຄົາລົບນັບຖືຫຼາຍກວ່າໝູ່ຢູ່ໃນສັງຄົມ. ໃນກອງປະຊຸມໃຫຍ່ການສຶກສາທົ່ວປະເທດຈີນປີ 2018, ທ່ານ ສີຈິ້ນຜິງ ໄດ້ກ່າວເນັ້ນໜັກວ່າ: ຄຽງຄູ່ກັບເງື່ອນໄຂການດໍາເນີນການສຶກສາທີ່ໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ການລົງທຶນຕໍ່ການສຶກສາຕ້ອງໃຫ້ບຸລິມະສິດແກ່ຄູອາຈານໃຫ້ຫຼາຍກວ່າເກົ່າ, ຍົກສູງສະຫວັດດີການຂອງຄູອາຈານຢ່າງບໍ່ຢຸດຢັ້ງ ເພື່ອເຮັດໃຫ້ຄູອາຈານທັງຫຼາຍດໍາເນີນການສິດສອນດ້ວຍຄວາມອຸ່ນອຽງທຸ່ນທ່ຽງ ແລະ ຄວາມກະຕືລືລົ້ນ.
ພາຍໃຕ້ຄວາມເອົາໃຈໃສ່ ແລະ ກະຕຸກຊຸກຍູ້ຂອງທ່ານ ສີຈິ້ນຜິງ, ໄດ້ມີຄູອາຈານທີ່ຕັ້ງໃຈສຶກສາອົບຮົມ ແລະ ບໍາລຸງສ້າງຄົນນັບມື້ນັບຫຼາຍຂຶ້ນ, ຄູອາຈານໄດ້ຄ່ອຍໆກາຍເປັນອາຊີບທີ່ໄດ້ຮັບຄວາມເຄົາລົບນັບຖື ແລະ ເປັນຕາສະອອນທີ່ສຸດຢູ່ໃນສັງຄົມ.