ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງທ່ານ ມາຊຸດ ເປເຈຊະຄຽນ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອີຣານ
ວັນທີ 6 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານໄປຍັງທ່ານມາຊຸດ ເປເຈຊະຄຽນ ເພື່ອຊົມເຊີຍທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສ.ອີຣານ.
ເນື້ອໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ຈີນແລະອີຣານມີມິດຕະພາບແລະການໄປມາຫາສູ່ກັນເປັນເວລາຍາວນານ, ນັບແຕ່ສ້າງການພົວພັນທາງການທູດໃນເຄິ່ງສະຕະວັດມານີ້, ການພົວພັນສອງຝ່າຍໄດ້ຮັກສາການຂະຫຍາຍຕົວຢ່າງປອດໃສແລະໝັ້ນທ່ຽງ. ເມື່ອຜະເຊີນກັບສະຖານະການພາກພື້ນແລະສາກົນທີ່ສັບສົນ, ຈີນແລະອີຣານໄດ້ສະໜັບສະໜູນເຊິ່ງກັນແລະກັນ ແລະຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກຢ່າງສະເໝີຕົ້ນສະເໝີປາຍ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດໃຫ້ໝັ້ນຄົງຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການແລກປ່ຽນແລະຮ່ວມມືກັນໃນຂົງເຂດຕ່າງໆຢ່າງໝັ້ນທ່ຽງ, ທັງໄດ້ຮັກສາການແລກປ່ຽນແລະປະສານສົມທົບທີ່ດີໃນວຽກງານພາກພື້ນແລະສາກົນ ເຊິ່ງໄດ້ສ້າງຄວາມສຸກໃຫ້ປະຊາຊົນຈີນແລະອີຣານ, ທັງໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການຊຸກຍູ້ສັນຕິພາບແລະສະຖຽນລະພາບຂອງພາກພື້ນແລະຂອງໂລກ. ຂ້າພະເຈົ້າໃຫ້ຄວາມສຳຄັນໃນລະດັບສູງຕໍ່ການຂະຫຍາຍການພົວພັນຈີນ-ອີຣານ, ຍິນດີຮ່ວມກັບທ່ານປະທານາທິບໍດີ ພ້ອມກັນທຳຄວາມພະຍາຍາມຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ-ອີຣານຂະຫຍາຍຕົວລົງສູ່ລວງເລິກ.